ບົດ​ບາດ​ຂອງ “ສາມ​ປັດ​ໄຈຫຼັກ​” ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ເພື່ອ​ບັນ​ລຸ​ເປົ້​າ​ໝາຍ​ການ​ເຕີບ​ໂຕ​ ປີ 2021

(VOVWORLD) - ປີ 2021, ລັດຖະບານຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP 6,5%. ເພື່ອປະຕິບັດເປົ້າໝາຍນີ້ໃຫ້ສຳເລັດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ເຕື້ອງເຖິງບົດບາດຂອງ “ສາມປັດໄຈຫຼັກ”
 ຊື່ງລວມມີການສົ່ງອອກ, ການໃຊ້ສອຍ ແລະ ການລົງທຶນ ເປັນຫຼາຍເທື່ອ. ທີ່ກອງປະຊຸມສະຫລຸບຂະແໜງອຸດສາຫະກຳການຄ້າ
ເຊິ່ງຈັດຂຶ້ນໃນວັນທີ 7 ມັງກອນ,  ທ່ານນາຍົກລັດຖະມົນຕີຍັງສືບຕໍ່ເນັ້ນໜັກວ່າ, 3 ປັດໄຈນີ້ຍັງຄົງໄດ້ຮັບການພັດທະນາ ດ້ວຍຂອບຂະໜາດໃຫ່ຍຫຼວງກ່ວາ ເພື່ອໃຫ້ຫວຽດນາມ ສາມາດບັນລຸໄດ້ເປົ້າໝາຍເຕີບໂຕໃນປີ 2021 ໄດ້.
 
ບົດ​ບາດ​ຂອງ “ສາມ​ປັດ​ໄຈຫຼັກ​” ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ເພື່ອ​ບັນ​ລຸ​ເປົ້​າ​ໝາຍ​ການ​ເຕີບ​ໂຕ​ ປີ 2021 - ảnh 1

ກອງປະຊຸມສະຫລຸບສະພາບການປະຕິບັດໜ້າທີ່ປີ 2020 ແລະ ຜັນຂະຫຍາຍແຜນການປີ 2021 ຂະແໜງອຸດສາຫະກຳການຄ້າ (ພາບ: VGP/Phan Trang)

   ເສດຖະກິດຫວຽດນາມ ພວມໄດ້ຮັບບັນດາຜົນກະທົບທີ່ຫຍໍ້ທໍ້ ຈາກໂລກລະບາດໂຄວິດ 19, ແຕ່ບັນດາມາດຕະການທີ່ຂ້ຽວຂາດກ່ວາ, ຄົບຊຸດກ່ວາ ພວມຖືກຜັນຂະຫຍາຍ ເພື່ອແນໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ.

ບັນດາການປະກອບສ່ວນທີ່ສຳຄັນໃນປີ 2020

   ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງບົດບາດຂອງລົດສາມມ້າໃນປີ 2021 ຍ້ອນວ່າ, ໃນປີ 2020, ສາມປາຍແຫຼມດັ່ງກ່າວ ໄດ້ປະກອບສ່ວນສຳຄັນທີ່ສຸດ ເຂົ້າໃນການພັດທະນາເສດຖະກິດຫວຽດນາມ. ລະອຽດຄື, ຄາດວ່າ ການສົ່ງອອກບັນລຸກ່ວາ 281,5 ຕື້ USD, ເພີ່ມ 6,5% ເມື່ອທຽບກັບໄລຍະດຽວກັນຂອງປີ 2019, ນຳເສດຖະກິດຫວຽດນາມ ບືນຕົວຂຶ້ນກາຍເປັນ 1 ໃນບັນດາພື້ນຖານເສດຖະກິດທີ່ມີລະດັບການສົ່ງອອກສູງກ່ວາໝູ່ໃນໂລກ ໃນສະພາບເກີດໂລກລະບາດໂຄວິດ 19. ໂຄງປະກອບການສົ່ງອອກສິນຄ້າ ສືບຕໍ່ປົວແປງຕາມທິດຕັ້ງໜ້າ, ຫລຸດຜ່ອນການສົ່ງອອກວັດຖຸດິບ, ເພີ່ມການສົ່ງອອກຜະລິດຕະພັນປຸງແຕ່ງ. ທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຕີລາຄາວ່າ:

   ພວກເຮົາມີຄວາມພາກພູມໃຈ ເມື່ອເຫັນປະຈັກຕາການເຕີບໂຕເປັນບວກ ແລະ ບັນລຸຕົວເລກສະຖິຕິດ້ານການສົ່ງອອກເກີນດູນ (19,1 ຕື້ USD). ນີ້ແມ່ນຕົວເລກທີ່ໜ້າປະທັບໃຈຢ່າງແທ້ຈິງ ໃນການຮັບປະກັນເປົ້າໝາຍພັດທະນາແບບຍືນຍົງຂອງປະເທດຊາດ. ຈຸດໜຶ່ງອີກໃນການນຳເຂົ້າສົ່ງອອກ ແມ່ນໃນການສຳຜັດ ແລະ ຂຸດຄົ້ນ ກາລະໂອກາດຂອງບັນດາຕະຫຼາດ, ພິເສດແມ່ນບັນດາຕະຫຼາດທີ່ພວກເຮົາໄດ້ເຊັນສົນທິສັນຍາການຄ້າເສລີແລ້ວ.

ບົດ​ບາດ​ຂອງ “ສາມ​ປັດ​ໄຈຫຼັກ​” ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ເພື່ອ​ບັນ​ລຸ​ເປົ້​າ​ໝາຍ​ການ​ເຕີບ​ໂຕ​ ປີ 2021 - ảnh 2

ທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ (ພາບ: VGP/Phan Trang)

    ໃນຂະນະນັ້ນ, ຄວາມສາມາດບົ່ມຊ້ອນຂອງຕະຫຼາດພາຍໃນປະເທດ ແມ່ນໃຫ່ຍຫຼວງທີ່ສຸດ ດ້ວຍຂອບຂະໜາດປະຊາກອນເກືອບ 100 ລ້ານຄົນ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ຮັບການປົວແປງ ຊື່ງໄດ້ພາໄປເຖິງກຳລັງໃຊ້ສອຍເພີ່ມຂຶ້ນ. ຍອດລະດັບສິນຄ້າຂາຍຍ່ອຍ ແລະ ລາຍຮັບຈາກການບໍລິການໃຊ້ສອຍປີ 2020 ຄາດວ່າບັນລຸ 5.059,8 ພັນຕື້ດົ່ງ (ປະມານ 218,3 ຕື້ USD), ເພີ່ມ 2,6% ເມື່ອທຽບກັບປີ 2019. ລາຍຮັບຈາກການຂາຍຍ່ອຍສິນຄ້າປີ 2020 ບັນລຸອັດຕາສ່ວນສູງກ່ວາໝູ່.

   ເງິນລົງທຶນຂອງທົ່ວສັງຄົມປີ 2020 ຄາວ່າບັນລຸ 2.164,5 ພັນຕື້ນດົ່ງ (ກ່ວາ 93 ຕື້ USD), ເພີ່ມ 5,7% ເມື່ອທຽບກັບປີກ່ອນ ແລະ ເທົ່າກັບ 34,4% GDP, ລວມມີ: ທຶນພາກລັດ, ພາກນອກລັດ ແລະ ພາກມີເງິນລົງທຶນໂດຍກົງຂອງຕ່າງປະເທດ.

ຮັກສາບົດບາດຂອງ “ສາມປັດໄຈຫຼັກ”  ເພື່ອການເຕີບໂຕປີ 2021

   ປີ 2021 ແມ່ນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມ ຄັ້ງທີ 13, ສະພາບການຍັງມີການຜັນແປໃໝ່ທີ່ບໍ່ສາມາດຄາດຄະເນໄດ້, ສະພາບການນັ້ນໄດ້ວາງອອກຄຳຮຽກຮ້ອງໃໝ່ໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ. ລັດຖະບານໄດ້ກຳນົດເປົ້າໝາຍການເຕີບໂຕເສດຖະກິດຢ່າງຈະແຈ້ງ, ບໍ່ພຽງແຕ່ແມ່ນກຳລັງໜູນທີ່ສຳຄັນ, ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ເສດຖະກິດມະຫາພາກເທົ່ານັ້ນ, ຫາກຍັງຕ້ອງຮັບປະກັນດ້ານວຽກເຮັດງານທຳ, ລາຍຮັບ, ການປະຕິບັດນະໂຍບາຍຊີວິດສັງຄົມ, ຕ້ານການຖອຍຫຼັງ ແລະ ຮັດແຄບຊ່ອງຫວ່າງການພັດທະນາອີກດ້ວຍ. ກ່າວຄຳເຫັນທີ່ກອງປະຊຸມສະຫລຸບຂະແໜງອຸດສາຫະກຳການຄ້າປີ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ເນັ້ນໜັກວ່າ:

   ລັດຖະບານເພີ່ມການເຕີບໂຕຂຶ້ນເຖິງ 6,5% ດ້ວຍກຳລັງໜູນການເຕີບໂຕແມ່ນການສົ່ງອອກ, ການໃຊ້ສອຍ ແລະ ການລົງທຶນ. “ລົດສາມມ້າ” ນີ້ຍັງສືບຕໍ່ເສີມຂະຫຍາຍໃນປີ 2021 ດ້ວຍຂອບຂະໜາດໃຫ່ຍກ່ວາ. ຍ້ອນເຫດນັ້ນ, ຂ້າພະເຈົ້າສະເໜີໃຫ້ສືບຕໍ່ສູ້ຊົນບັນລຸໝາກຜົນໃນທຸກດ້ານໃຫ້ດີກ່ວາປີ 2020; ຈັດຕັ້ງປະຕິບັດທິດນຳປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ຄວາມມຸ່ງຫວັງພັດທະນາເປັນຢ່າງດີ ເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດ.

   ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ຊີ້ນຳຕ້ອງຮັບປະກັນແຫຼ່ງພະລັງງານ ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມ ໃນໄລຍະຈະມາເຖິງຕາມທິດຍືນຍົງ; ລະດົມການເຂົ້າຮ່ວມຢ່າງແຮງຂອງພາກເສດຖະກິດນອກລັດ; ຜັນຂະຫຍາຍການປະຕິບັດຢ່າງມີປະສິດທິຜົນ ແລະ ຂຸດຄົ້ນເປັນຢ່າງດີບັນດາໂອກາດຕະຫຼາດ ໂດຍສົນທິສັນຍາການຄ້າເສລີນຳມາໃຫ້. ປະຕິບັດບັນດາມາດຕະການຮັບປະກັນຄວາມດຸ່ນດ່ຽງລະຫວ່າງການສະໜອງ-ຄວາມຕ້ອງການຢ່າງມີປະສິດທິຜົນ, ຕິດພັນການຜະລິດກັບການແຈກຢາຍສິນຄ້າ, ເພີ່ມການຮ່ວມສຳພັນໃນລະບົບມູນຄ່າ, ຖືເປັນສຳຄັນຜະລິດຕະພັນກະເສດຊະນິດຕ່າງໆ…

   ສ່ວນລັດຖະບານຈະສຸມໃສ່ແກ້ໄຂກົດລະບຽບ, ນະໂຍບາຍ, ສືບຕໍ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນພື້ນຖານໂຄງລ່າງ logistics, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ… ບັນດາວຽກງານດັ່ງກ່າວ ຈະປະກອບສ່ວນປະຕິບັດ ຄວາມຕັດສິນໃຈສ້າງສາປະເທດຫວຽດນາມ ຈະເລີນຮຸ່ງເຮືອງ, ເຂັ້ມແຂງແຮງກ້າ,  ພັດທະນາໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ