ບັນຍາກາດຄວາມເປັນຫ່ວງ ຕໍ່ໄພກໍ່ການຮ້າຍໃນເດືອນເທດສະການ Ramadan ພວມປົກຄຸມໄປທົ່ວເອີລົບ

(VOVWORLD) - ວັນທີ 27 ພຶດສະພາ, ຜູ້ເຊື່ອຖືສາສະໜາ ອິດສະລາມ  ກ່ວາ 1,6 ຕື້ຄົນໃນໂລກໄດ້ເລີ່ມກ້າວເຂົ້າສູ່ເດືອນເທດສະການ Ramadan, ເຊິ່ງແມ່ນງານບຸນສຳຄັນດ້ວຍຂອບຂະໜາດໃຫຍ່ໃນປີຂອງສາສະໜາອິດສະລາມ. ສຳລັບຊາວມຸດສະລິມສ່ວນຫຼາຍນັ້ນ, ເດືອນເທດສະການ Ramadan ແມ່ນຈຸດເວລາສຳລັບການສວນມົນພາວະນາ ແລະ ດຳເນີນບັນດາການເຄື່ອນໄຫວເພື່ອການກຸສົນ. ແຕ່ເຖິງຢ່າງໃດກໍ່ຕາມ, ເດືອນເທດສະການ Ramadan ປີນີ້, ບັນຍາກາດຄວາມເປັນຫ່ວງຕໍ່ໄພກໍ່ການຮ້າຍພວມປົກຄຸມໄປທົ່ວ, ພິເສດແມ່ນຢູ່ເອີລົບ, ເຊິ່ງແມ່ນແຫ່ງແຕ່ດົນນານມາແລ້ວບໍ່ໄດ້ຮັບຖືວ່າແມ່ນເຂດດິນແດນມີຄວາມສະຫງົບອີກແລ້ວ.
ບັນຍາກາດຄວາມເປັນຫ່ວງ ຕໍ່ໄພກໍ່ການຮ້າຍໃນເດືອນເທດສະການ Ramadan ພວມປົກຄຸມໄປທົ່ວເອີລົບ - ảnh 1 ແຂກທ່ອງທ່ຽວ ແລະ ຕຳຫຼວດ ຢູ່ໃຈກາງລອນດອນ, ປະເທດ ອັງກິດ ໃນວັນທີ  24 ພຶດສະພາ. (ພາບ:EPA/TTXVN )

ສຳລັບຊາວມຸດສະລິມແລ້ວ, ເດືອນເທດສະການ Ramadan ແມ່ນເຫດການທີ່ສັກສິດໃນປີ. ນີ້ຈະແມ່ນຈຸດເວລາທີ່ຊາວມຸດສະລິມປະຕິບັດການອົດອາຫານ ແລະ ນ້ຳດື່ມຕາມປະເພນີຂອງພວກເຂົາ ແລະ ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວໄດ້ເຕົ້າໂຮມກັນສ້າງຄວາມຜູກພັນລະຫວ່າງທຸກໆຄົນໃນຄອບຄົວ. ແຕ່ໃນຊຸມປີມໍ່ໆມານີ້ເດືອນເທດສະການ Ramadan ໄດ້ຖືກປົກຄຸມດ້ວຍບັນຍາກາດການໃຊ້ຄວາມຮຸນແຮງໃນທົ່ວໂລກ ດ້ວຍບັນດາເຫດບຸກໂຈມຕີຂອງອົງການລັດອິດສະລາມ IS.

ເອີລົບ ເພີ່ມທະວີການປ້ອງກັນຄວາມສະຫງົບໃນ ເດືອນເທດສະການ Ramadan

       ໃນສານສະບັບໜຶ່ງຂອງ IS ລົງວັນທີ 27 ພຶດສະພາ, ຜ່ານເທບບັນທຶກພາບທາງສື່ສັງຄົມ Youtube, ກຳລັງຫົວຮຸນແຮງນີ້ໄດ້ຮຽກຮ້ອງໃຫ້ຊາວມຸດສະລິມຢູ່ ເອີລົບ ຈົ່ງປະຕິບັດບັນດາກໍລະນີບຸກໂຈມຕີຢູ່ແຫ່ງຕ່າງໆທີ່ເຂົາເຈົ້າພວມດຳລົງຊີວິດ. ເປົ້າໝາຍຂອງການບຸກໂຈມຕີນີ້ແມ່ນບັນດານັກຮຽນຮູ້, ນັກການເມືອງ ແລະ IS ຢືນຢັນວ່າ: ທຸກສິ່ງທີ່ໃກ້ຈະເກີດຂຶ້ນແມ່ນຈະຮ້າຍແຮງທີ່ສຸດ.

        ຄຳຮຽກຮ້ອງນີ້ໄດ້ກໍ່ໃຫ້ເກີດຄວາມຕົກສະທ້ານຢ້ານກົວໃຫ້ແກ່ຊາວ ເອີລົບທັງຫຼາຍ. ຍ້ອນໃນຕົວຈິງ, ເດືອນເທດສະການ Ramadan ປີ 2016 ໄດ້ຖືກປົກຄຸມໄປດ້ວຍການໃຊ້ຄວາມຮຸນແຮງ ຂະນະທີ່ໄດ້ເກີດບັນດາເຫດບຸກໂຈມຕີກໍ່ການຮ້າຍຢູ່ຫຼາຍແຫ່ງໃນໂລກ. ຫຼາຍປະເທດ EU ໄດ້ຍົກອອກບັນດາມາດຕະການປ້ອງກັນຄວາມສະຫງົບເພື່ອຮັບມືກັບໄພນາບຂູ່ກໍ່ການຮ້າຍພາຍຫຼັງກໍລະນີບຸກໂຈມຕີຢູ່ ອັງກິດ ກໍ່ຄືໃນເດືອນເທດສະການ Ramadan. ອັງກິດກໍ່ໄດ້ຍົກລະດັບການເຕືອນໄພກໍ່ການຮ້າຍໃນລະດັບສູງສຸດ ໃນຮອບໜຶ່ງທົດສະວັດທີ່ຜ່ານມາ. ເຄືອຂ່າຍການບໍລິການການແພດແຫ່ງຊາດ ອັງກິດກໍ່ໄດ້ສົ່ງຄຳກ່າວເຕືອນເຖິງສູນປິ່ນປົວສຸກເສີນໃຫຍ່ 27 ແຫ່ງຢູ່ປະເທດນີ້ ແລະ ຮຽກຮ້ອງບັນດາສູນດັ່ງກ່າວຕ້ອງເວນຍາມເພື່ອລະວັງໄພກໍ່ການຮ້າຍເກີດຂຶ້ນ. ຝຣັ່ງ ກໍ່ໄດ້ຕໍ່ກຳນົດສະພາວະສຸກເສີນໃນຂະນະທີ່ລັດຖະມົນຕີກະຊວງພາຍໃນ ອີຕາລີ ໃຫ້ຮູ້ວ່າ: ພວມພິຈາລະນາລະດັບອັນຕະລາຍຂອງໄພກໍ່ການຮ້າຍ.

ບັນຍາກາດຄວາມເປັນຫ່ວງ ຕໍ່ໄພກໍ່ການຮ້າຍໃນເດືອນເທດສະການ Ramadan ພວມປົກຄຸມໄປທົ່ວເອີລົບ - ảnh 2 ຕຳຫຼວດຢູ່ Taormina, ເກາະSicily ໃນວັນທີ 27 ພຶດສະພາ

(ພາບ: AFP/TTXVN)

ຄວາມຂາດສະຖຽນລະພາບໃນທະວີບເອີລົບ

        ປະຈຸບັນ, ເອີລົບມີຊາວມຸດສະລິມປະມານ 50 ລ້ານຄົນ. ໃນນັ້ນ ຝຣັ່ງ ແມ່ນປະເທດມີຈຳນວນຊາວມຸດສະລິມຫຼາຍກ່ວາໝູ່, ກວມເອົາ 7 – 10% ຈຳນວນປະຊາກອນ, ຖັດມາແມ່ນ ໂຮນລັງ, ເຢຍລະມັນ, ແດນມາກ, ຊູແອັດ, ອັງກິດ, ອີຕາລີ.

        ດ້ວຍການເລີ່ມມາຈາກຫຼາຍກຸ່ມເຜົ່າພັນທີ່ແຕກຕ່າງກັນ ແລະ ຖືກຈັດຂຶ້ນເປັນບັນດາປະຊາຄົມຕ່າງຫາກ, ຊາວມຸດສະລິມຢູ່ ເອີລົບ ຍາກທີ່ຈະເຊື່ອມຕົວເຂົ້າກັບສັງຄົມ ແລະ ວັດທະນະທຳຢູ່ປະເທດປະຈຳຖິ່ນ. ສາຍເຫດຂອງປະກົດການນີ້ບໍ່ພຽງແຕ່ຍ້ອນກະໂຕເຂົາເຈົ້າເອງເທົ່ານັ້ນ ຫາກຍັງຢູ່ໃນນະໂຍບາຍຊາວອົບພະຍົບອີກດ້ວຍ. ຊາວເອີລົບສ່ວນຫຼາຍມີອະຄະຕິທີ່ບໍ່ດີຕໍ່ຊາວມຸດສະລິມ. ໃນການສຳຫຼວດທີ່ປະຕິບັດເມື່ອທ້າຍປີ 2016 ທີ່ຜ່ານມາ, ມີຊາວຮູງກາຣີ ເຖິງ 72% ບໍ່ຖືກໃຈກັບຊາວມຸດສະລິມ. ຖັດມາແມ່ນ ອີຕາລີ, ດ້ວຍອັດຕາ 69%, ໂປໂລຍ ແມ່ນ 66%, ເກັຼກ ແມ່ນ 65% ແລະ ແອັດສະປາຍ 50%. ສ່ວນຢູ່ ອັງກິດ ແມ່ນ 28% ແລະ ຝຣັ່ງ ແມ່ນ 29%, ພິເສດຢູ່ ຝຣັ່ງ ຄາດວ່າໃນປະຈຸບັນ ມີເຖິງ 150 ບໍລິເວນແມ່ນ “ຫ້າມເຂົ້າ” ສຳລັບຊາວມຸດສະລິມ. ນີ້ອາດຈະແມ່ນໜໍ່ແໜງທີ່ພາໄປເຖິງຄວາມຂາດສະຖຽນລະພາບ ແລະ ກໍ່ໃຫ້ເກີດບັນດາເຫດບຸກໂຈມຕີໃນໄລຍະທີ່ຜ່ານມາ.

ເດືອນເທດສະການ Ramadan ຈະມີຂຶ້ນໃນທ່າມກາງຄວາມສະຫງົບສຸກຫຼືບໍ່?

       ເດືອນເທດສະການ Ramadan ປີນີ້ຈະແກ່ຍາວເປັນເວລາ 30 ວັນ, ເຊິ່ງເລີ່ມແຕ່ວັນທີ 27 ພຶດສະພາ. ຕາມຕົວເລກສະຖິຕິໃນຊຸມປີມໍ່ໆມານີ້ໄດ້ໃຫ້ເຫັນວ່າ, ຈຳນວນກໍລະນີບຸກໂຈມຕີແບບກໍ່ການຮ້າຍເຊິ່ງເກີດຂຶ້ນໃນ ເດືອນເທດສະການ Ramadan ເຄີຍເພີ່ມຂຶ້ນເມື່ອທຽບໃສ່ມື້ທຳມະດາ. ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ: ໃນສະພາວະທີ່ IS ພວມຖືກປະລາໄຊຢູ່ ອີຣັກ ແລະ ຊີຣີ, ບັນດາກໍລະນີບຸກໂຈມຕີ ຄືຢູ່ Manchester ບໍ່ພຽງແຕ່ກໍ່ຄວາມເສຍຫາຍໃຫ້ປະເທດອັງກິດ ເທົ່ານັ້ນ ຫາກຍັງແມ່ນເຄື່ອງມືຄຸ້ມຄອງພາບພົດຂອງ IS ກໍ່ຜົນກະທົບເປັນລະບົບ, ເປັນການລະດົມກຳລັງໃຈແກ່ບັນດາມືປືນຢູ່ແນວໜ້າສູ້ຮົບ, ນອກຈາກນັ້ນ, ບັນດາກໍລະນີບຸກໂຈມຕີເຊັ່ນນັ້ນກໍ່ແມ່ນວິທີເພື່ອໃຫ້ IS ກໍ່ຄວາມອາຄາດບາດໝາງ, ທຳລາຍຄວາມປອງດອງລະຫວ່າງໂລກອາຣັບ ແລະ ວົງຄະນະຍາດສັງຄົມ ທີ່ກ້ວາງໃຫຍ່ກ່ວາ. ເພາະສະນັ້ນ, ດ້ວຍການບຸກໂຈມຕີເປີດສາກຢູ່ Manchester, ຕໍ່ຈາກນັ້ນແມ່ນ ອີຢິບ, ບັນດາຜູ້ຊ່ຽວຊານຕ້ານກໍ່ການຮ້າຍພວມມີຄວາມຫ່ວງກັງວົນວ່າ ເດືອນເທດສະການ Ramadan ໃນປີນີ້ ຍາກທີ່ຈະມີຄວາມສະຫງົບສຸກໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ