ບັນດາການຫັນປ່ຽນໃນການແກ້ໄຂບັນຫາທະເລຕາເວັນອອກປີ 2013

(vovworld)- ປີ 2013, ​ເຖິງ​ວ່າ ​ເຂດທະ​ເລ​ຕາ​ເວັນ​ອອກ​ພວມ​ຊ້ອນ​ແຝງ​ໄພ​ຂາດ​ສະຖຽນ​ລະ​ພາບ​ກໍ​ຕາມ ​ແຕ່​ສະພາບ​ການ​ຢູ່​ທີ່​ນີ້ໄດ້​ຮັບ​ການ​ປັບປຸງ​ສ່ວນ​ຫນຶ່ງ. ການ​ກະທຳ​ທີ່​ຕັ້ງຫນ້າ​ນັ້ນ​ແມ່ນ ອາ​ຊຽນ ສ້າງ​​ໄດ້​ຄວາມ​ສາມັກຄີ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກຄືນ​ໃຫມ່, ​ດຳ​ເນີນການ​ທາ​ບທາມ​ຄຳ​ເຫັນ​​ກັບ​ຈີນ ກ່ຽວ​ກັບ​ປະມວນ​ຂໍ​້ກຳ​ນົດການ​ປະພຶດ​ຂອງບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ(COC) ຢ່າງ​ເປັນ​ທາງ​ການ ​ແລະ ພິ​ເສດ, ບັນຫາ​ທະ​ເລ​ຕ​າ​ເວັນ​ອອກ​ໄດ້​ກາຍ​ເປັນ​ຄວາມ​ສົນ​ໃຈ​ລວມຂອງ​ປະຊາ​ຄົມ​ໂລກ​ຢ່າງ​ແທ້​ຈິງ.

ບັນດາການຫັນປ່ຽນໃນການແກ້ໄຂບັນຫາທະເລຕາເວັນອອກປີ 2013 - ảnh 1
ພາບປະກອບ:internet

        ທະ​ເລ​ຕາ​ເວັນ​ອອກ​ແມ່ນ​​ເຂດ​ຍຸດ​ທະ​ສາດ​ສຳຄັນ​ບໍ່​ພຽງ​ແຕ່​ສຳລັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ນັບ​ທັງ ອາຊີ - ປາຊີ​ຟີ​ກ ​ແລະ ອາ​ເມ​ລິ​ກາອີກ​ດ​້ວຍ. ຍ້ອນ​ຄວາມ​ສຳຄັນດ້ານ​ຍຸດ​ທະ​ສາດ​ຄື​ແນວ​ນັ້ນ​ ​ພາກ​ພື້ນ​ນີ້​ຍາມ​ໃດ​ກໍ​ຊ້ອນ​ແຝງ​ຂາດ​ຄວາມ​ສະຖຽນ​ລະ​ພາບຫລາຍ​ຢ່າງ. ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ປະ​ເທດ​ໃນ​ພາກພື້ນ​ໄດ້​ມານະ​ພະຍາຍາມ​ນຳ​ໃຊ້​ບັນດາ​ຫລັກການ ​ແລະ ມາດ​ຕະການ​ສັນ​ຕິ​ພາບ​ເພື່ອ​ແກ້​ໄຂ​ການ​ພິພາດ, ​ໂດຍອີງ​ໃສ່​ກົດໝາຍ​ສາກົນ.

        ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ພາກ​ພື້ນ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ຮ່ວມ​ມື

        ບາດກ​້າວ​ເດີນ​ຢ່າງ​ເຫັນ​ໄດ້​ຊັດ​ທີ່​ສຸດ​ໃນ​ປີ 2013 ນັ້ນ​ແມ່ນ​ບັນດາ​ປະ​ເທດ ອາ​ຊຽນ ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​ເປັນ​ເອກະ​ພາບ​ສູງ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ ທະ​ເລ​ຕາ​ເວັນ​ອອກ​ກາຍ​ເປັນ​ຫົ​ວ​ເລື່ອງ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ກວ້າງ​ຂວາງ​ທີ່​ກອງ​ປະຊຸມ​ຄັ້ງ​ຕ່າງ​ໆໃນ​ຂອບ​ເຂດ ອາ​ຊຽນ ​ແລະ ​​ຖືກ​ຍົກ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ເອກະສານ​ຂອງ​ບັນດາ​ກອງ​ປະຊຸມ ອາ​ຊຽນ. ​ໃນ​ບັນດາ​ເອກະ​ສານ​ຫລື​ຄຳ​ຖະ​ແຫລ​ງ, ຍາ​ມ​ໃດທ່ານ​ປະທານ​ອາ​ຊຽນ ກໍ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ບົນ​ທະ​ເລ​ຕາ​ເວັນ​ອອກ, ​ການ​ແກ້​ໄຂ​ການ​ພິພາດ​​ໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ. ນີ້​ແມ່ນ​ບາດກ້າວ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ຂອງ ອາ​ຊຽນ ​ໃນ​ຫລັກ​ໝັ້ນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ​ເມື່ອ​ທຽບ​ໃສ່​ປີ 2012. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ທັດສະນະ​ຂອງ ອາ​ຊຽນ ​ເວົ້າ​ລວມ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ບັນດາ​ປະ​ເທດ, ​ໃນ​ນັ້ນ ມີ​ຈີນ. ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ຄວາມ​ໝັ້ນຄົງ ຢູ່ ພາກ​ພື້ນ​ແມ່ນ​ຕິດ​ພັນ​ກັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ຄວາມ​ສົນ​ໃຈ​ລວມ. ນັ້ນ​ແມ່ນ ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ ສປຊປີ 1982. ພ້ອມ​ກັນ​ນັ້ນ ຕ້ອງ​ຮັບປະກັນ​ວ່າ: ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ຢ່າງ​ຄົບ​ຖ້ວນ ກ່ອນ​ອື່ນ​ໝົດ​ແມ່ນ​ຖະ​ແຫລ​ງການ ​ແລະ ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ແລະ ຖະ​ແຫລ​ງການ​ກ່ຽວ​ກັບ 6 ຫລັກການ​ສຳລັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຂອງ ອາ​ຊຽນ ​ໄດ້​ຮັບ​ການ​ຮັບຮ​ອງ​ເອົາ​ເມື່ອ​ເດືອນ 7/2012.”

        ດຶງ​ດູດ​ຄວາມ​ສົນ​ໃຈ​ພິ​ເສດ​ຈາກ​ຫາງ​ສຽງ​​ໂລກ

        ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໃນ​ປີ 2013 ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງຂວາງ​ຈາກ​ປະຊາ​ຄົມ​ໂລກ. ຈຳນວນ​ກອງ​ປະຊຸມ​ສຳ​ມະ​ນາ, ການ​ພົບ​ປະ​ເຈລະຈາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ເພີ່ມ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ ​ແລະ ຖືກດຳ​ເນີນ​​ໄປຢູ່​ບັນດາ​ທະ​ວີ​ບ​ເກືອບ​ທັງ​ໝົດ. ບັນຫາ​ທະ​ເລ​ຕາ​ເວັນ​ອອກ ກວມ​​ເວລາ​ສ່ວນ​ຫລາຍ​ຂອງ​ການ​ປຶກສາ​ຫາລື​ທີ່​ບັນດາ​ເວທີ​ປາ​ໄສ​ທົ່ວ​ໂລກ​ກໍ​ຄື​ພາກ​ພື້ນ. ພາຍ​ໃຕ້​ແງ່​ມູມດ້ານ​ການ​ເມືອງ, ນິຕິ​ກຳ, ປະຫວັດ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ນັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ, ຜູ້​ຊ່ຽວຊານ​ດ້ານ​ນິຕິ​ກຳ ​ແລະ ບັນດາ​ທະນາຍຄວາມ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໂລກ ຍົກ​ອອກ​ບັນດາ​ຄຳ​ເຫັນ​ຕີ​ລາຄາ, ​​ໄຈ້​ແຍກ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຄວາມ​ສ່ຽງ​ຂອງຄວາມຂາດ​ສະຖຽນ​ລະ​ພາບ ​ແລະ ການຊ່ວງ​ເສັງກຳລັງ​ປະກອບ​ອາວຸດ​ຢູ່​ພາກ​ພື້ນ, ຄວາ​ມສາມາດ​ແກ້​ໄຂ​ບັນດາ​ບັນຫາ​ປະຈຸ​ບັນ ​ເພື່ອ​ປະກອບສ່ວນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​​ເກີດ​ການ​ພິພາດ​ຊອກ​ຫາ​ໄດ້​ມາດ​ຕະການ​​ ​ໃນ​ການແກ້​ໄຂ​ການ​ປະ​ທະ​ກັນ​​​ໂດຍ​ສັນ​ຕິ,​ໝັ້ນຄົງ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ໂດຍ​ໄວ.

        ​ເປັນ​ຫນ້າ​ສົນ​ໃຈ ບັນດາ​ປະ​ເທດ​ ​ສະ​ເຫ​ນີ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ສ່ວນ​ຫລາຍ ລ້ວນ​ແຕ່​ຢືນຢັນ ຕ້ອງ​ອີງ​ໃສ່​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ກ່ຽວກັບ​ທະ​ເລ​ປີ 1982. ບໍ່​ມີ​ປະ​ເທດ​ໃດ​ມີ​ສິດ​ຍົກ​ອອກ​ຄຳ​ຮຽກ​ສິດ​ຂອງ​ຕົນ​ທີ່​ຝືນ​ກັບ​ພື້ນຖານ​ດ້ານ​ນິຕິ​ກຳ ​ແລະ ບັນດາ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ທະ​ເລ​ປີ 1982. ຕໍ່ຫນ້າ​ຄວາມ​ສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກ​, ປີ 2013, ຈີນ ​ໄດ້​ເຫັນ​ດີ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ດຳ​ເນີນ​ການ​ທາ​ບທາມ​ຄຳ​ເຫັນ​ກ່ຽວກັບ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແລະ ບັນດາ​ການ​ທາ​ບທາມ​ດ້ານ​ການ​ເມືອງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ ຈີນ ​ແລະ ອາ​ຊຽນ ກ່ຽວ​ກັບ COC ​ຖືກ​ຈັດ​ຂຶ້ນ​ຢູ່ ນະຄອນຊູໂຈ ປະ​ເທດ​ຈີນ ​ໃນ​ກາງ​ເດືອນ 9/2013. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ​ເນັ້ນ​ຫນັກ​ວ່າ:

        “ COC ​ເນັ້ນ​ຫນັກ​ໄດ້ບັນດາ​ຫລັກການ​ທີ່​ຕັ້ງຫນ້າ, ​ກ້າວຫນ້າທີ່​ມີ​ຢູ່​ແລ້ວ​ໃນ DOC, ພິ​ເສດ ​ແມ່ນ​ເຄົາລົບ​ກົດໝາຍ​ສາກົນ, ສົນ​ທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ​ໃນ​ນັ້ນ ​ເຄົາລົບ​​ເຂດ​ເສດຖະກິດພິ​ເສດ ​ແລະ ​ໄລ່​ທະວີບ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ. ​ແຕ່ ​ເພື່ອ​ໃຫ້ COC ສາມາດ​ຮັບປະກັນ​ສັນຕິພາບ,​ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ຢູ່​ ທະ​ເລ​ຕາ​ເວັນ​ອອກ ​ໃຫ້​ດີກ​ວ່າ, COC ດ້ານຫນຶ່ງ​ແມ່ນ​​ສືບ​ທອດ​ DOC ດ້ານອື່ນອີກແມ່ນຕ້ອງ​ ​ຍົກ​ສູງ​ກວ່າ​ເມື່ອ​ທຽບ​ໃສ່ DOC, ພິ​ເສດ ຕ້ອງ​ເນັ້ນ​ຫນັກ​ຢ່າງ​​ແຮງ​ເຖິງ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ທະ​ເລ, ຕ້ອງ​ມີ​ກົນ​ໄກ​ເພື່ອ​ຕິດຕາມ​ກວດກາ ​ແລະ ຮັບ​ປະກັນ​ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​​ໃນ​ອະນາຄົດ.”

        ຫວຽດນາມ ດ້ວຍ​ຄວາມ​ຮັບຜິດ​ຊອບ​ຮັກສາ​ສັນ​ຕິ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ

        ປີ 2013 ຜ່ານ​ໄປ ດ້ວຍ​ບັນດາ​ຜົນງານ​ການ​ຕ່າງປະ​ເທດ​ທີ່​ສຳຄັນ​ຂອງ​ຫວຽດນາມ, ​ໃນ​ນັ້ນ ມີ​ກາ​ນຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ປີ 2013, ການ​ເຄື່ອນ​ໄຫວ​ເສດ​ຖະກິດ​ຍັງ​ຄົງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ​ຢູ່​ບັນດາ​ເຂດ​ເສດຖະກິດ​ພິ​ເສດ, ​ບັນດາ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ພ້ອມ​ກັນ​ນັ້ນ ຫວຽດນາມ ກໍ່​ຕໍ່ສູ້​ດ້ວຍ​ບັນດາ​ມາດ​ຕະການ​ສະກັດ​ກັ້ນ​ຊາວ​ປະມົງ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ.

        ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຍາມ​ໃດ ຫວຽດນາມ ກໍ​ຢືນຢັນ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ​ໄດ້. ບໍ່​ແມ່ນ​ພຽງ​ຢູ່​ບັນດາ​ປະ​ເທດ​ມີ​ທະ​ເລ​ ຈຶ່ງ​ມີສ່ວນກ່ຽວຂ້ອງ​ເທົ່າ​ນັ້ນ ຫາກ​ບັນດາ​ປະ​ເທດ​ສະມາຊິກ ຄວນ​ເພີ່ມ​ທະວີ​ການ​ແບ່ງປັນ​ຄວາມ​ຮັບຜິດຊອບ​ຮັກສາ​ສັນ​ຕິ​ພາບ​ບົນ​ທະ​ເລ.​ນີ້​ກໍ​​ແມ່ນ​ຫລັກ​ໝັ້ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ລັດ ​ແລະ ປະຊາຊົນ​ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ