ບັນດາຂີດໝາຍກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດຂອງ ຫວຽດນາມ

(VOVWORLD) -ມາຮອດຈຸດເວລານີ້, ບັນດາຖານຂໍ້ມູນໄດ້ສ້າງພື້ນຖານໃຫ້ລັດຖະບານດີຈີຕອນຍູ້ແຮງການຜັນຂະຫຍາຍ. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຜັນຂະຫຍາຍລັດຖະບານດີຈີຕອນ.
ບັນດາຂີດໝາຍກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດຂອງ ຫວຽດນາມ - ảnh 1(ກອງປະຊຸມເທື່ອທີ 2 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນໃນທ້າຍເດືອນ ເມສາ 2022)

 

 

  ກວ່າ 1 ປີພາຍຫຼັງທີ່ນາຍົກລັດຖະມົນຕີ ຫວຽດນາມ ອະນຸມັດຜ່ານ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030”, ພາລະກິດຫັນເປັນດີຈີຕອນແຫ່ງຊາດຂອງ ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າປະທັບໃຈໃນເບື້ອງຕົ້ນ. ພິເສດ, ຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນໃນອົງການແຫ່ງລັດ, ວິສາຫະກິດ ແລະ ທົ່ວປວງຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

        ຕາມຕົວເລກຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ໄລ່ຮອດເດືອນ ມີນາ 2022, ທົ່ວປະເທດມີ 22/22 ກະຊວງ, ຂະແໜງການ ແລະ 63/63 ທ້ອງຖິ່ນຂອງ ຫວຽດນາມ ສ້າງຕັ້ງຄະນະຊີ້ນຳກ່ຽວກັບການຫັນເປັນດີຈີຕອນ; 17/22 ກະຊວງ, ຂະແໜງການ ແລະ 57/63 ທ້ອງຖິ່ນໄດ້ປະກາດໃຊ້ໂຄງການ/ແຜນການ/ແຜນຮ່າງກ່ຽວກັບການຫັນເປັນດີຈີຕອນໄລຍະ 5 ປີ. ກິດຈະການຫັນເປັນດີຈີຕອນໄດ້ ແລະ ພວມແຜ່ຂະຫຍາຍອອກສູ່ທຸກຂັ້ນ, ທຸກຂະແໜງການ, ໂດຍສະເພາະແມ່ນການນຳ, ຜູ້ນຳໜ້າໄດ້ມີການຫັນປ່ຽນຢ່າງເຫັນໄດ້ຊັດ. ປະຈຸບັນ, 100% ກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ບູລະນະຄະນະຊີ້ນຳການຫັນເປັນດີຈີຕອນຢ່າງສົມບູນ ໂດຍຜູ້ນຳໜ້າເປັນຫົວໜ້າຄະນະ.

        ມາຮອດຈຸດເວລານີ້, ບັນດາຖານຂໍ້ມູນໄດ້ສ້າງພື້ນຖານໃຫ້ລັດຖະບານດີຈີຕອນຍູ້ແຮງການຜັນຂະຫຍາຍ. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຜັນຂະຫຍາຍລັດຖະບານດີຈີຕອນ. ໃນນັ້ນ, ອັດຕາການບໍລິການສາທາລະນະມີເງື່ອນໄຂຢ່າງພຽງພໍເພື່ອໄດ້ຮັບການສະໜອງທາງອອນລາຍລະດັບ 4 ແມ່ນກວ່າ 97%. ປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດໄດ້ປະມວນເອົາ 3.552 ການບໍລິການສາທາລະນະອອນລາຍຢູ່ລະດັບ 3,4 ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນ, ວິສາຫະກິດເຂົ້າໃຊ້ການບໍລິການສາທາລະນະທາງອອນລາຍທຸກຂັ້ນຂອງອົງການລັດໄດ້ຢ່າງສະດວກ. ພຽງໃນເວລາ 3 ເດືອນຕົ້ນປີ 2022,  ປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດມີບັນຊີລາຍຊື່ຈົດທະບຽນກວ່າ 167.000 ບັນຊີ; ມີສຳເນົາເອກະສານປະຕິບັດທາງອອນລາຍຈາກປະຕູຖານດັ່ງກ່າວແມ່ນກວ່າ 510.000 ສະບັບ; ມີການທຳທຸລະກຳຊຳລະທາງອອນລາຍກວ່າ 163.000 ຄັ້ງດ້ວຍຈຳນວນເງິນກວ່າ 366 ຕື້ດົ່ງ. ລະບົບໃບບິນເອເລັກໂຕນິກໄດ້ຮັບການຜັນຂະຫຍາຍທົ່ວປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ທີ່ກອງປະຊຸມເທື່ອທີ 2 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນໃນທ້າຍເດືອນ ເມສາ 2022, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ເນັ້ນໜັກວ່າ:

        “ພວກເຮົາເປັນເອກະພາບບາງທັດສະນະ. ນັ້ນແມ່ນປ່ຽນແປງໃໝ່ຢ່າງຕໍ່ເນື່ອງ, ສ້າງເຂດພັດທະນາໃໝ່, ສ້າງກຳລັງໜູນໃໝ່ ແລະ ຕ້ອງມີຈິນຕະນາການບຸກທະລຸ ເພື່ອສ້າງແຫຼ່ງກຳລັງມີລັກສະນະກະໂດດຂັ້ນ. ຕ້ອງມີວິໄສທັດຍຸດທະສາດໄລຍະຍາວ, ພັດທະນາຢ່າງປອດໄພ, ຍືນຍົງ, ພັດທະນາຖືກຕາມຈຸດສຸມ, ຈຸດໃຈກາງ, ພັດທະນາຕາມທິດສອດຄ່ອງກັບແຕ່ລະໄລຍະພັດທະນາຂອງປະເທດຊາດ. ແນ່ນອນວ່າ ມັນຕ້ອງຕິດພັນກັບການປ່ຽນແປງໃໝ່ປະດິດຄິດສ້າງ, ຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຊີ, ໄປທັນກັບບັນດາບັນຫາຂອງຊີວິດ ແລະ ບັນດາບັນຫາທີ່ເກີດຂຶ້ນໃນວິວັດການຈັດຕັ້ງປະຕິບັດ, ຊຸກຍູ້ການຫັນເປັນດີຈີຕອນ ຕ້ອງຕິດພັນກັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ຕິດແທດກັບພຶດຕິກຳຕົວຈິງ ແລະ ເລີ່ມມາຈາກພຶດຕິກຳຕົວຈິງ”.

        ກໍ່ທີ່ກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ຕັ້ງໜ້າຊີ້ນຳ, ຈັດຕັ້ງການປະຕິບັດບັນດາແຜນນະໂຍບາຍ, ກົນໄກ, ນະໂຍບາຍ ເພື່ອແນໃສ່ຊຸກຍູ້ວິວັດການຫັນເປັນດີຈີຕອນແຫ່ງຊາດ, ຕິດພັນກັບການປະຕິຮູບດ້ານການບໍລິຫານຢ່າງແໜ້ນແຟ້ນ; ສ້າງ ແລະ ພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ຕົວເມືອງອັດສະລິຍະ; ສ້າງຄວາມສະດວກໃຫ້ແກ່ການຜັນຂະຫຍາຍການປະຕິວັດອຸດສາຫະກຳຄັ້ງທີ 4 ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

        “ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ຮຽກຮ້ອງໃຫ້ຜູ້ນຳໜ້າ, ບັນດາລັດຖະມົນຕີ, ຫົວໜ້າຂະແໜງຊີ້ນຳການຫັນເປັນດີຈີຕອນ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງຮີບເຮັ່ງຜັນຂະຫຍາຍໜ້າທີ່ທີ່ໄດ້ຮັບມອບໝາຍໃນໂຄງການຫັນເປັນດີຕີຕອນແຫ່ງຊາດ, ຍຸດທະສາດແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ແຜນການປີ 2022 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ກວດກາຄືນວຽກງານ ແລະ ຊີ້ນຳບໍລິຫານດ້ວຍຄວາມຕັດສິນໃຈສູງ, ມີການກະທຳຢ່າງຂ້ຽວຂາດ, ບັນລຸປະສິດທິຜົນ”.

        ໂດຍແມ່ນຫົວໜ້າອົງການຊີ້ນຳການຫັນເປັນດີຈີຕອນແຫ່ງຊາດ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ເນັ້ນໜັກຫຼາຍຄັ້ງວ່າ: ປີ 2022 ແມ່ນປີ “ປະຕິບັດການຫັນເປັນດີຈີຕອນຂະໜາດໃຫຍ່” ແລະ ແມ່ນປີສຸມໃສ່ຮັບໃຊ້ປະຊາຊົນ. ໃນປີ 2022, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ ແລະ ພວມສຸມໃສ່ສ້າງກົນໄກນະໂຍບາຍໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ບັນດາພື້ນຖານດີຈີຕອນສຳຄັນ ເພື່ອຍູ້ແຮງວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ