ບັນດາຂີດໝາຍດ້ານການທູດໄດ້ນຳເອົາສານສະບັບໃຫມ່ມາໃຫ້ຫວຽດນາມ

(VOVWORLD) -ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການເຂົ້າຮ່ວມ ກອງປະຊຸມປຶກສາຫາລື ລວມຂັ້ນສູງຂອງ ກອງປະຊຸມ ຄັ້ງທີ 78 ສະມັດຊາໃຫຍ່ ສປຊ ແລະ ສົມທົບວຽກງານການເຄື່ອນໄຫວສອງຝ່າຍທີ່ ສະຫະລັດອາເມລິກາ ແລະ ບຣາຊິນ ແຕ່ວັນທີ 17-26 ກັນຍາ. ໃນຂະນະດຽວກັນນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ສຳເລັດການໄປຢ້ຽມຢາມ ບັງກະລາເທດ ແລະ ບຸນກາລີ ຢ່າງເປັນທາງການຢ່າງຈົບງາມ ແຕ່ວັນທີ 21-26 ກັນຍາ. ບັນດາການໄປປະຕິບັດງານຄັ້ງຫຼ້າສຸດຂອງການນຳພັກ-ລັດ ຫວຽດນາມ, ພ້ອມກັບໝາກຜົນທາງການທູດໄລຍະຜ່ານມາ, ໄດ້ສ້າງຂີດໝາຍໃໝ່ກ່ຽວກັບຫວຽດນາມບົນເວທີສາກົນ.

 ບັນດາຂີດໝາຍດ້ານການທູດໄດ້ນຳເອົາສານສະບັບໃຫມ່ມາໃຫ້ຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ບັງກະລາເທດ.ພາບ:VOV

ດ້ວຍເລື່ອງສ້າງສາຍພົວພັນທາງການທູດກັບ Tonga, ໃນຂອບເຂດກອງປະຊຸມປຶກສາຫາລື ລວມຂັ້ນສູງ ກອງປະຊຸມຄັ້ງທີ 78 ສະມັດຊາໃຫຍ່ສະຫະປະຊາຊາດ ທີ່ ນິວຍອກ, ສະຫະລັດ ອາເມລິກາ, ຕອນບ່າຍວັນທີ 21 ກັນຍາ (ເວລາທ້ອງຖິ່ນ), ມາຮອດປະຈຸບັນ ຫວຽດນາມ ໄດ້ສ້າງສາຍພົວພັນການທູດກັບ 193 ປະເທດ ແລະ ມີການພົວພັນຄູ່ຮ່ວມມືຮອບດ້ານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 30 ປະເທດ, ໃນນັ້ນມີ 5 ປະເທດ ເປັນກຳມະການປະຈຳ ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາປະເທດໃຫ່ຍອື່ນໆ.

ບັນດາເຫດການ ຕົວເລກທີ່ຫນ້າປະທັບໃຈ ແລະ ມີຄວາມໝາຍ

ໃນ 8 ມື້ ຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຄື່ອນໄຫວກ່ວາ 70 ເຫດການ, ຢູ່ 5 ນະຄອນ (ຢູ່ອາເມລິກາ San Francisco, Washington D.C, New York; ຢູ່ ບຣາຊິນ ແມ່ນ Sao Paulo, Brasilia). ໃນການເດີນທາງໄປຢ້ຽມຢາມ ບັງກະລາເທດ ແລະ ບຸນກາລີ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະກໍ່ໄດ້ມີການເຄື່ອນໄຫວປະມານ 70 ເຫດການ ເພື່ອຊຸກຍູ້ການຮ່ວມມື ລະຫວ່າງ ຫວຽດນາມ ກັບ ບັງກະລາເທດ ແລະ ບຸນກາລີ ໃນບັນດາຂົງເຂດຄື: ວັດທະນະທຳ, ການທ່ອງທ່ຽວ, ການຮ່ວມມືຂັ້ນທ້ອງຖິ່ນ.

ບັນດາການເຄື່ອນໄຫວພົວພັນຕ່າງປະເທດຫລ້າສຸດ ເປັນການສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ສ້າງຂີດໝາຍໃນຫລາຍເວທີປາໄສ, ກອງປະຊຸມຂັ້ນສູງຂອງໂລກ, ພາກພື້ນຄື: ສປຊ, ກຸ່ມ 7 ປະເທດອຸດສາຫະກຳພັດທະນາ G7, ກອງປະຊຸມສຸດຍອດ ອາຊຽນ, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ເວທີປາໄສການຮ່ວມມື ອາຊີ - ເອີລົບ (ASEM), ເວທີປາໄສການຮ່ວມມືດ້ານເສດຖະກິດພາກພື້ນ ອາຊີ -ປາຊີຟິກ (APEC)…

ກ່ຽວກັບດ້ານເສດຖະກິດ, ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) 16 ສະບັບ ດ້ວຍການເຂົ້າຮ່ວມຂອງປະມານ 60 ພື້ນຖານເສດຖະກິດ ລວມມີ ບັນດາປະເທດອຸດສາຫະກຳພັດທະນາ.

ບັນດາຕົວເລກ, ເຫດການທີ່ ກ່າວມາຂ້າງເທິງ ແມ່ນມີຄວາມໝາຍສຳຄັນ ສະແດງໃຫ້ເຫັນວ່າ ຫວຽດນາມ ສ້າງໄດ້ເຄືອຂ່າຍການພົວພັນອັນເລິກເຊິ່ງກວ້າງຂວາງ, ສ້າງພື້ນຖານທີ່ຕັ້ງອັນໝັ້ນແກ່ນ, ກຳນົດທີ່ຕັ້ງບົດບາດຂອງປະເທດມີທ່າໄດ້ປຽບໃນເວທີສາກົນ. ການພົວພັນຕ່າງປະເທດຫລາຍຝ່າຍ ໄດ້ຍົກລະດັບ “ເຄື່ອງໝາຍຫວຽດນາມ” ບົນເວທີສາກົນ, ໃນການພົວພັນສອງຝ່າຍກັບບັນດາຄູ່ຮ່ວມມືສຳຄັນໃຫ້ສູງຂຶ້ນ, ເປັນຕົ້ນແມ່ນບັນດາປະເທດໃຫຍ່. ກົງກັນຂ້າມ, ບັນດາການພົວພັນສອງຝ່າຍໄດ້ສ້າງທີ່ຕັ້ງທີ່ມີຜົນປະໂຫຍດໃຫ້ແກ່ປະເທດຊາດ, ສ້າງພື້ນຖານເພື່ອໃຫ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດສຳລັບບັນດາປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະໂລກ.

ສະແດງໃຫ້ເຫັນຍຸດທະສາດການຕ່າງປະເທດດ້ວຍຈິນຕະນາການ  ແລະ ລະດັບຄວາມໄວໃຫມ່

ປະຈຸບັນ ຫວຽດນາມ ພວມຜັນຂະຫຍາຍບັນດາເສົາຄ້ຳໃນຂົງເຂດການທູດຢ່າງຄົບຊຸດ, ຮອບດ້ານດ້ວຍຈິນຕະນາການ ແລະ ລະດັບຄວາມໄວໃຫມ່. ການຢ້ຽມຢາມ, ພົບປະຂັ້ນສຸດຍອດ, ການເຂົ້າຮ່ວມກອງປະຊຸມຂັ້ນສູງຂອງການນຳພັກ, ລັດ ຫວຽດນາມ ນັບມື້ນັບມີຫລາຍຈຸດປະສົງກວ່າ, ປະສານປະສົມກັບຫລາຍຂົງເຂດ, ຈາກການເມືອງ, ການປ້ອງກັນຄວາມສະຫງົບ, ການທູດຕະຫລອດຮອດເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ.. ການເຄື່ອນໄຫວພົວພັນຕ່າງປະເທດຂອງທ່ານເລຂາທິການໃຫຍ່, ປະທານປະເທດ, ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ ກັບຈີນ, ອາເມລິກາ, ລາວ, ລັດເຊຍ, ຍີ່ປຸ່ນ ໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນສິ່ງນັ້ນຢ່າງຈະແຈ້ງ.

 ບັນດາຂີດໝາຍດ້ານການທູດໄດ້ນຳເອົາສານສະບັບໃຫມ່ມາໃຫ້ຫວຽດນາມ - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ປະທານສະພາແຫ່ງຊາດ ບຸນກາລີ Rosen Zhelyazkov ທີການຖະແຫລງຂ່າວ. ພາບ:VOV

ເຫດການທີ່ພົ້ນເດັ່ນຫວ່າງແລ້ວນີ້ ນັ້ນແມ່ນ ພາຍຫລັງ ເມື່ອ ຫວຽດນາມ ແລະ ອາເມລິກາ ລົງນາມໃນສັນຍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຄື່ອນໄຫວພົບປະກັບເຈົ້າຫນ້າທີ່ອາວຸໂສ, ບັນດາອົງການຂອງອາເມລິກາ ເພື່ອຫັນບັນດາຂົງເຂດ, ໂຄງການຮ່ວມມືດ້ານການຄ້າ, ການລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງຊັບພະຍາກອນມະນຸດໃນຂົງເຂດຜະລິດເຕັກໂນໂລຊີສູງໃຫ້ເປັນລະອຽດ. ຍັງບໍ່ທັນມີເວລາໃດ ທີ່ການຜັນຂະຫຍາຍບັນດາເສົາຄ້ຳດ້ານການທູດລະຫວ່າງ ຫວຽດນາມ ກັບບັນດາປະເທດຄູ່ຮ່ວມມືແມ່ນມີຄວາມຄົບຊຸດ ແລະ ທັນການຄືແນວນັ້ນ.

ພ້ອມກັບເລື່ອງເຂົ້າຮ່ວມບັນດາການເຄື່ອນໄຫວການຕ່າງປະເທດສາກົນທີ່ຟົດຟື້ນ, ເລື່ອງຫວຽດນາມ ໄດ້ລົງນາມໃນຫລາຍເຫດການສອງຝ່າຍ, ຫລາຍຝ່າຍ, ເລື່ອງບັນດາປະເທດສະຫນັບສະຫນູນ ຫວຽດນາມເຂົ້າຮ່ວມອົງການຂອງສປຊ ແລະບັນດາອົງການຈັດຕັ້ງສາກົນ, ພາກພື້ນອື່ນ ດ້ວຍບັດສະຫນັບສະຫນູນແມ່ນຈຳນວນຫລາຍ, ການຮ່ວມມືສະຫນັບສະຫນູນ ຫວຽດນາມໃນບັນດາກໍລະນີທີ່ຫຍຸ້ງຍາກ ແມ່ນການພິສູດໃຫ້ເຫັນການຫັນປ່ຽນປະລິມານເປັນຄຸນນະພາບໃນການເຄື່ອນໄຫວການຕ່າງປະເທດຂອງ ຫວຽດນາມໃນໄລຍະຜ່ານມາແມ່ນມີຊີວິດຊີວາ. ສິ່ງນັ້ນຍິ່ງມີຄວາມໝາຍໃນສະພາບການໂລກທີ່ພວມຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງຫນ້າໄດ້ຄືປະຈຸບັນ.

ຜົນສຳເລັດຂອງການໄປປະຕິບັດງານຄັ້ງຫລ້າສຸດຂອງທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ, ປະທານສະພາແຫ່ງຊາດ ເວື່ອງດິ່ງເຫວະ ແລະບັນດາຕົວເລກ, ເຫດການການທູດຂອງ ຫວຽດນາມ ໃນຊຸມມື້ນີ້ ໄດ້ສົ່ງສານຢ່າງແຮງກ່ຽວກັບບັນດາຄຸນຄ່າພົ້ນເດັ່ນຂອງປະເທດຊາດ, ຂອງຊາວ ຫວຽດນາມ. ນັ້ນແມ່ນ ຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ປ່ຽນແປງໃຫມ່, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນ, ນັບມື້ນັບປະກອບສ່ວນຢ່າງຕັ້ງຫນ້າ. ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນແກ້ໄຂບັນດາບັນຫາທົ່ວໂລກ. /.

ຕອບກັບ

ຂ່າວ/ບົດ​ອື່ນ