ບັນດາຂີດໝາຍທີ່ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13

        

(vovworld)- ພ​າຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 1 ເດືອນ ດ້ວຍ​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ, ມີ​ຄວາມ​ຮັບ​ຜິດ​ຊອບ​ສູ​ງ, ວັນ​ທີ 26/6, ກອ​ງ​ປະ​ຊຸມ​ສະ​ໄຫ​ມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໄດ້​ອັດ​ລົງ​ຢ່າງ​ຈົບ​ງາມ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ຫລາຍ​ເນື້ອ​ໃນ​ສຳ​ຄັນ, ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ບັນດາຂີດໝາຍທີ່ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13 - ảnh 1
  ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13
ພາບ:vtc.vn

        ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ນີ້​ໄດ້​ສ້າງ​ຂີດ​ໝາຍ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ 3 ຂົງ​ເຂດ​ນິ​ຕ​ິ​ບັນ​ຍັດ, ຕິດ​ຕາມກວດ​ກາ ແລະ ຕັດ​ສິນ​ຫລາຍ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ສະ​ພ​າ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ຫລາຍ​ຮ່າງ​ກົດ​ໝາຍ​ສຳ​ຄັນ​ຫລາຍ​ສະ​ບັບ ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ສ​ະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແບບ​ຍືນ​ຍົງ. ນອກນັ້ນ, ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​​ຜູ້​ແທນທົ່ວ​ປະ​ເທດ​ ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກ​ໍ​ໄດ້​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ຮ່າງ​ເອ​ກະ​ສານ​ຍື່ນ​ສະ​ເຫນີ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທ​ດ​ຄັ້ງ​ທີ 12 ຂອງ​ພັກ.

       ຈຸດ​ສຸມ​ແມ່ນ​ວຽກ​ງານ​ສ້າງ​ກົດ​ໝາຍ

       ຊື່ງ​ແມ່ນ​ກອງ​ປະ​ຊຸມ​ຄັ້ງ​ເກືອບ​ສຸດ​ທ້າຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ສະ​ນັ້ນ ກອງ​ປະ​ຊຸມ​ເທື່ອນີ້ ສະ​ພາ​ແຫ່ງ​ຊາດ​ວາງ​ຫນ້າ​ທີ່​ຈຸດ​ສຸ​ມ​ເຂົ້າ​ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ​ເພື່ອ​ປະ​ກອບ​ສຳ​ເລັດ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ອາ​ຍຸ​ການ. ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ ຮ່າງ​ກົດ​ໝາຍ 11 ສະ​ບັບ, ມະ​ຕິ 5 ສະ​ບັບ ແລະ ໃຫ້​ຄຳ​ເຫັນ​ໃສ່ ຮ່າງ​ກົດ​ໝາຍ​ອື່ນ 15 ສະ​ບັບ. ຮ່າງ​ກົດ​ໝາຍ​ທັງ​ໝົດ ຊື່ງ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ ຫລື ໃຫ້​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ລ້ວນ​ແຕ່​ແມ່ນ​ບັນ​ດາ​ຮ່າງ​ກົດ​ໝາຍ​ສຳ​ຄັນ, ໃນ​ນັ້ນ ສະ​ພາ​ແຫ່ງ​ຊາດ ບຸ​ລິ​ມະ​ສິດ​ຮັບ​ຮອງ​ເອົາ​ບັນ​ດາ​ຮ່າງ​ກົດ​ໝາຍ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ໄລ​ຍະ 2015-2020. ເປັນ​ຫນ້າ​ສົນ​ໃຈ ມີ​ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະ, ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່ງ​ລັດ (ສະ​ບ​ັບ​ປັບ​ປ​ຸງ), ກົດ​ໝາຍ​ວ່າ​ດ້ວຍກວດ​ສອບ​ແຫ່ງ​ລັດ(ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ກາດ​ໃຊ້​ເອ​ກະ​ສານ​ນິ​ຕິ​ກຳ… ທ່ານ ອວງ​ຈູ​ລືວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊີ້​ແຈ້ງວ່າ:

        “ປະ​ລິ​ມານ​ວຽກ​ງານ ແລະ ຄວາມ​ຕ້ອງ​ການ​ເຄື​່ອນ​ໄຫວນິ​ຕິ​ບັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ ນັບ​ມື້​ນັບ​ໃຫຍ່​ຫລວງ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ສະ​ນັ້ນ ເລື່ອງ​ສ້າງ​ລະ​ບົບ​ກົດ​ໝາຍ​ຕ້ອງ​ຮັບ​ປະ​ກັນ​ລັກ​ເປັນ​ເອ​ກະ​ພາບ, ຄົບ​ຊຸດ, ມີ​ຄວາມ​ເປັນ​ໄປ​ໃນ​ຊີ​ວິດ. ກົດ​ໝາຍ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ຕ້ອງ​ດີກວ່າ​ກົດ​ໝາຍ​ປະ​ຈຸ​ບັນ.”

        ຮ່າງ​ກົດ​ໝາຍ​ສ່ວນ​ຫລາຍ​ແມ່ນ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຫລື​ໄດ້​ຮັບ​ກາ​ນ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ເທື່ອນີ້ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ເຄົາ​ລົບ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ຫັນ​ລັກ​ສະ​ນະ​ດີ​ເລີດ​ຂອງ​ລັດ​ຖະ​ທຳ​ມ​ະ​ນູນ​ເປັນ​ລະ​ອຽດ, ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ​ດີກວ່າ​ເກົ່າ.

        ຊຸກ​ຍູ້​ການ​ເຕີບ​ໂຕ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ

        ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015 ແລະ ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ຊຸ​ມ​ປີ​ຕໍ່​ໄປຢ່າງ​ມີ​ໄຊ. ໃນ​ສະ​ພາບ​ການ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ພວມ​ໃນ​ທ່າ​ຟື້ນ​ຕົວ, ພັດ​ທະ​ນາ​ແບບ​ຍືນ​ຍົງ ຍາມ​ໃດ​ກໍ​ແມ່ນ​ຈຸດ​ໝາຍ​ຊື່ງ​ຫວຽດ​ນາມ ມ​ຸ້ງ​ໄປ​ເຖິງ. ກ່ອນ​ອື່ນ ໃນ​ປີ 2015, ຫວຽດ​ນາ​ມ ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP ແມ່ນ 6,2%, ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 10%, ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະ​ດັບ​ປະ​ມານ 5%, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ 1,6 ລ້ານ​ຄົນ. ເພື່​ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແບບ​ຍືນ​ຍົງ, ສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ.

ມາດ​ຕະການ​ມີ​ລັກສະນະ​ຍຸດ​ທະ​ສາດ, ​ພື້ນຖານ ​ແມ່ນ​ຕ້ອງ​ປ່ຽນ​ໃໝ່​ຮູບ​​ແບບລະດັບ​ການ​ເຕີບ​ໂຕ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ຢ່າງ​ເດັດຂາດ, ​ໃນ​ນັ້ນ​ມີ​ການ​ປະຕິບັດສ້າງ​ໂຄງ​ປະກອບ​ການ​ລົງທຶນຂອງ​ລັດ, ວິ​ສາ​ຫະກິດ​ແຫ່ງ​ລັດ​ຄືນ​ໃໝ່​ຢ່າງຂ້ຽວຂາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ,​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກວາງ​ນາມ, ​ໃຫ້​ຮູ້​ວ່າ:

               “ລັດຖະບານ​ສືບ​ຕໍ່​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ປັບປຸງ​ສະພາບ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ. ຜົນສຳ​ເລັດ​ຂອງ ຫວຽ​ດນາມ ​ແມ່ນ​ດຶງ​ດູດແຫຼ່ງ​ເງິນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (ODA). ສະ​ນັ້ນລັດຖະບານ​ຍັງສືບ​ຕໍ່ດຶງ​ດູດການ​ລົງທຶນ ODA ​ເຂົ້າ​ຫວຽດນາມ. ມາດ​ຕະການ​ຕົ້ນ​ຕໍ​​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ປະສົບ​ຜົນສຳ​ເລັດ ​ແມ່ນ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ   ​ແຍ້​ງຢູ່ທັງ 3 ຂັ້ນ​ ນັ້ນແມ່ນ​ລະດັບຊາດ, ວິ​ສາ​ຫະກິດ ​ແລະ ປະຊາຊົນ​​.”

           ມາດ​ຕະການ​ສຳຄັນ​ອື່ນ​​ໂດຍ​ສະພາ​ແຫ່ງ​ຊາດ​ຍົກ​ອອກ​ມາ ນັ້ນ​ແມ່ນ​ຈັດ​ຕັ້ງ​ ​ຕະຫຼາດຄືນ​ໃໝ່, ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ; ພ້ອມ​ທັງ​ຍູ້​ແຮງ​ການ​ປະຕິ​ຮູບ​ລະ​ບຽບການ​ບໍລິຫານ,​ ປະຕິບັດການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ​ຢ່າງ​ຂ້ຽວຂາດ.

ຍົກ​ສູງ​ປະສິດທິ​ຜົນ​ການ​ຕິດຕາມ​ກວດກາ

            ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ​ແມ່ນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ທີ່​ສຳຄັນ​ໃນ​ກອງ​ປະຊຸມ​ສະ​ໄມ​ສາມັນ​ສະພາ​ແຫ່ງ​ຊາດ​ແຕ່ລະ​ເທື່ອ. ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ສະຫງວນ​ເວລາ 2 ມື້ ​ເຄິ່ງ​ໃຫ້​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ສະມາຊິກ​ລັດຖະບານ, ລັດຖະມົນຕີ 4 ທ່ານ​ໄດ້​ຕອບ​ຄຳ​ຊັກ​ຖາມ​ແມ່ນ ທ່ານລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແລະ ທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ. ​ເມື່ອ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ທ່ານ​ນາຍົກລັດຖະມົນຕີ, ທ່ານ​ຮອງ​ນາຍົກລັດຖະມົນຕີ  ຫງວຽນ​ຊວນ​ຟຸກ ​ໄດ້​ເຮັດ​ແຈ້ງ​ຕື່ມ​ອີກ​ບາງ​ບັນຫາ​ໃນ​ການ​ຊີ້​ນຳ, ການ​ບໍລິຫານ​ດ້ານເສດຖະກິດ-ສັງຄົມ​ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ລັດຖະບານ ​ແລະ ຕອບ​ຄຳ​ຊັກ​ຖາມໂດຍ​ກົງຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​. ທ່ານ ຫງວຽນ​ແຮ້ງ​ຟຸກ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຕີ​ລາຄາ​ວ່າ:

    “ການ​ຊັກ​ຖາມ​ມີ​ການ​ປ່ຽນ​ໃໝ່. ວີ​ທີຕັ້ງ​ຄຳ​ຖາມຂອງ​ບັນດາ​ສະມາຊິກ ​ແລະ ວິທີ​ຕອບ​ຄຳ​ຖາມຂອງ​ບັນດາ​ລັດຖະມົນຕີ ​​ແມ່ນສ​ຸມ​ໃສ່ບັນຫາທີ່​ຫາງ​ສຽງ​ສົນ​ໃຈ, ຄຳ​ຕອບມີຄຸນ​ນະພາ​ບ ​ແລະ ​ໃກ້​ຊິດ​ກັບ​ຕົວ​ຈິງ. ສະພາ​ແຫ່ງ​ຊາດ​ໄດ້​ຍົກອອກມະຕິ ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ. ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ວາລະຊັກ​ຖາມ​​ແມ່ນ​ຜົນສຳ​ເລັດ”.

    ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ກຳນົດ​ບັນດາ​ໜ້າວຽກ​ທີ່​ຄວນ​ເຮັດ​ຢ່າງ​ທັນ​ທີ, ບັນດາ​ໜ້າວຽກ​ຄວນ​ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ໃນ​ປີ 2015 ​ເພື່ອ​ມຸ່ງ​ໄປ​ເຖິງ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ. ຜົນສຳ​ເລັດ​ຂອງກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຈະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ພໍ່​ແມ່​ປະຊາຊົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ