ບັນ​ດາ​ຂີດ​ໝາຍ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14

(VOVWORLD) -ວັນທີ 19 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ອັດລົງຢູ່ຮ່າໂນ້ຍ. ນີ້ແມ່ນກອງປະຊຸມພິເສດໃນປະຫວັດສາດຂອງສະພາແຫ່ງຊາດຫວຽດນາມ. ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ໄດ້ຮັບຮອງເອົາບັນດາລັດຖະນະໂຍບາຍທີ່ ສຳຄັນສຳລັບການພັດທະນາເສດຖະກິດສັງຄົມຂອງປະເທດຊາດ ໃນສະພາບຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, ເປີດກ້ວາງປະຕູແລກປ່ຽນດ້ານການຄ້າກັບສະຫະພາບເອີລົບ ເທົ່ານັ້ນ, ຫາກຍັງໄດ້ສ້າງພື້ນຖານໃຫ້ແກ່ການປ່ຽນແປງໃໝ່ ໃນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ອີກດ້ວຍ.
ບັນ​ດາ​ຂີດ​ໝາຍ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14 - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: quochoi.vn)

ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ດຳເນີນໄປໃນສະພາບການທີ່ພິເສດພໍສົມຄວນ ໃນຂະນະທີ່ໂລກລະບາດໂຄວິດ-19 ກໍ່ຜົນກະທົບຢ່າງເລິກເຊິ່ງຕໍ່ສັງຄົມຫວຽດນາມ ຊື່ງເຮັດໃຫ້ກອງປະຊຸມຕ້ອງແບ່ງເປັນ 2 ຄັ້ງ: ກອງປະຊຸມທາງອອນລາຍ ແລະ ຢູ່ຫໍປະຊຸມ.

ປ່ຽນແປງໃໝ່ວິທີການເຄື່ອນໄຫວຂອງສະພາແຫ່ງຊາດ

ເລື່ອງສະພາແຫ່ງຊາດຈັດກອງປະຊຸມທາງອອນລາຍໃນເວລາ 8 ວັນຂອງຄັ້ງທີ 1 ແມ່ນກໍລະນີທີ່ຈຳເປັນຍ້ອນໂລກລະບາດໂຄວິດ-19 ຍັງບໍ່ທັນໄດ້ຍູ້ໃຫ້ຖອຍໄປ ເທື່ອ ແຕ່ໄດ້ສ້າງເປັນບາດກ້າວຫັນປ່ຽນຢ່າງໃຫຍ່ຫຼວງ ໃນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ. ນີ້ເປັນຄັ້ງທຳອິດໃນປະຫວັດສາດທີ່ສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍໂດຍມີການເຊື່ອມຕໍ່ກັບ 63 ສະຖານທີ່. ໃນການປະຊຸມເປັນເວລາ 1 ອາທິດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບຮ່າງກົດໝາຍ 10 ສະບັບ, ຮ່າງມະຕິ 7 ສະບັບ, ຕິດຕາມກວດກາຫົວເລື່ອງສະເພາະ ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປົກປ້ອງ, ຕ້ານການທຳລາຍເດັກນ້ອຍ; ຮັບຟັງໃບຍື່ນສະເໜີ ກ່ຽວກັບຮ່າງກົດໝາຍອື່ນໆ ລວມມີ 6 ສະບັບ ແລະ ບັນດາບົດລາຍງານກ່ຽວກັບເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ…..ຕີລາຄາກ່ຽວກັບປະສິດທິຜົນຂອງກອງປະຊຸມຄັ້ງນີ້, ທ່ານ ຫງວຽນແທັງຫາຍ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງ ຕຽນຢາງ ໃຫ້ຮູ້ວ່າ:

ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ແມ່ນກອງປະຊຸມສະໄໝພິເສດ, ດ້ວຍການປະສານສົມທົບກັນຢ່າງແໜ້ນແຟ້ນ ຂອງຫ້ອງວ່າການສະພາແຫ່ງຊາດ, ຄວາມຮັບຜິດຊອບຂອງສະມາຊິກແຕ່ລະຄົນ, ແຕ່ລະຄະນະຜູ້ແທນ, ພວກເຮົາຮັບປະກັນດ້ານເນື້ອໃນ, ເວລາ, ຮູບການ ເພື່ອພ້ອມກັນຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ.

ປ່ຽນແປງໃໝ່ວິທີເຮັດວຽກ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ-19 ແມ່ນຄວາມຈຳເປັນ, ພ້ອມທັງແມ່ນກາລະໂອກາດ ເພື່ອນຳໃຊ້ບັນດາມາດຕະການເຕັກໂນໂລຊີທີ່ກ້າວໜ້າ, ນຳຜົນງານຂອງການປະຕິວັດອຸດສາຫະກຳ 4.0 ເຂົ້າໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານຫງວຽນແຮັ້ງຟຸກ, ເລຂານຸການໃຫ່ຍສະພາແຫ່ງຊາດຫວຽດນາມ ຖືວ່າ:

   ສະພາແຫ່ງຊາດເອເລັກໂຕນິກ ໄດ້ນຳໃຊ້ບັນດາເຄື່ອງອຸປະກອນ, ຊອບແວທັນສະໄໝ. ນີ້ກໍ່ແມ່ນບັນດາແຜນນະໂຍບາຍຂອງການນຳສະພາແຫ່ງຊາດໃນໄລຍະຈະມາເຖິງ. ໃນຍຸກສະໄໝເຕັກນິກດີຈີຕອນນີ້, ສະພາແຫ່ງຊາດກໍ່ຕ້ອງມີການຫັນປ່ຽນ, ຍູ້ແຮງເຕັກໂນໂລຊີຂໍ້ມູນຂ່າວສານເພື່ອໃຫ້ພວກເຮົາຜັນຂະຫຍາຍ, ຈັດຕັ້ງການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍໄວທີ່ສຸດ.

ບັນດາລັດຖະນະໂຍບາຍສຳຄັນເພື່ອຟື້ນຟູເສດຖະກິດ, ເຊື່ອມໂຍງເຂົ້າກັບສາກົນ

ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ກໍ່ ເປັນຂີດໝາຍໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ໃນຂະນະທີ່ຢູ່ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA)  ແລະ ສັນຍາອາລັກຂາການລົງທຶນ (EVIPA) ດ້ວຍອັດຕານສະໜັບສະໜູນເກືອບທັງໝົດ. ນີ້ແມ່ນລະບຽບການນິຕິກຳສຸດທ້າຍ ເພື່ອໃຫ້ສັນຍາສອງສະບັບດັ່ງກ່າວ ມີຜົນບັງຄັບໃຊ້ໃນຕົ້ນເດືອນສິງຫາຈະມາເຖິງ ຊື່ງເປັນການເປີດປະຕູເພື່ອໃຫ້ວິສາຫະກິດຫວຽດນາມ ກ້າວເຂົ້າສູ່ຕະຫຼາດສະຫະພາບເອີລົບທີ່ກ້ວາງໃຫ່ຍ. ທ່ານຫວູ້ຕ໊ຽນລົກ ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຕີລາຄາວ່າ:

ເລື່ອງສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາສອງສະບັບນີ້ໃນສະພາບການທີ່ ຫວຽດນາມ ຫາກໍ່ຜ່ານຜ່າໂລກລະບາດ Covid 19 ແລະ ພວມຢູ່ໃນໄລຍະເລີ່ມຕົ້ນ ເຄື່ອນໄຫວພື້ນຖານເສດຖະກິດຄືນໃໝ່ ຍິ່ງມີຄວາມໝາຍສຳຄັນ ຍ້ອນວ່າ ນີ້ແມ່ນກຳລັງໜູນເພື່ອໃຫ້ພວກເຮົາພັດທະນາ ແລະ EVFTA ອາດຈະແມ່ນກຳລັງໜູນສຳຄັນນັ້ນ. ເພີ່ມທະວີການຮ່ວມມືກັບ EU ພວກເຮົາຈະມີເງື່ອນໄຂ ໄດ້ສຳຜັດກັບຕະຫຼາດທີ່ມີປະຊາກອນເກືອບ 450 ລ້ານຄົນ ດ້ວຍບັນດາພື້ນຖານເສດຖະກິດໃຫຍ່ໃນໂລກ. ພວກເຮົາອາດຈະເປີດກະແສເງິນລົງທຶນ FDI ທີ່ມີຄຸນນະພາບສູງຈາກ EU ເຂົ້າມາ ຫວຽດນາມ.

        ຈຸດພົ້ນເດັ່ນອີກອັນໜຶ່ງທີ່ຕ້ອງເວົ້າເຖິງນັ້ນແມ່ນໃນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV ກ່ຽວກັບ ເລື່ອງສະພາແຫ່ງຊາດ ໄດ້ສະຫງວນເວລາສ່ວນຫຼາຍ ເພື່ອປຶກສາຫາລື, ຮັບຮອງເອົາຫຼາຍນະໂຍບາຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ, ເປັນການສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດເຊັ່ນວ່າມະຕິວ່າດ້ວຍການຫຼຸດ ອາກອນລາຍຮັບປີ 2020 ລົງ 30% ໃຫ້ແກ່ວິສາຫະກິດ ທີ່ມີລາຍຮັບຕ່ຳກ່ວາ 200 ຕື້ດົ່ງ, ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)… ກໍ່ຄືການປຶກສາຫາລືກ່ຽວກັບບັນດາມາດຕະການຟື້ນຟູເສດຖະກິດໄລຍະຫຼັງ Covid -19. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ  ຫງວຽນທິກິມເງິນໃຫ້ຮູ້ວ່າ:

         ສະພາແຫ່ງຊາດໄດ້ພິຈາລະນາ, ຕັດສິນຫຼາຍເນື້ອໃນ, ໃນນັ້ນມີຫຼາຍນະໂຍບາຍໃຫຍ່ ທີ່ມີຄວາມໝາຍສຳຄັນ ເພື່ອແນໃສ່ຟື້ນຟູການຜະລິດດຳເນີນທຸລະກິດ, ໜູນຊ່ວຍປະຊາຊົນ ແລະ ບັນດາວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກ ໂລກລະບາດ Covid 19 ເພື່ອສູ້ຊົນປະຕິບັດ ບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ປີ 2020ໃຫ້ສຳເລັດຢູ່ລະດັບສູງສຸດແລະ ການພັດທະນາໃນໄລຍະຈະມາເຖິງ.

        ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV ກໍ່ໄດ້ເລືອກຕັ້ງ ແລະ ໃຫ້ສັດຕະຍາບັນບັນຊີລາຍຊື່ສະມາຊິກສະພາເລືອກຕັ້ງແຫ່ງຊາດ, ເຊິ່ງແມ່ນອົງການທີ່ມີຄວາມຮັບຜິດຊອບສູງສຸດເພື່ອຈັດຕັ້ງ, ບໍລິຫານການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026.

        ດັ່ງນັ້ນ, ພາຍຫຼັງການເຮັດວຽກມາເປັນເວລາເກືອບ 1 ເດືອນ, ດ້ວຍຮູບການບໍລິຫານທີ່ມີ ໄຫວພິບ, ເປັນເຈົ້າການໃນການປັບຕົວໃຫ້ແທດເໝາະກັບສະພາບການ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV ໄດ້ປະຕິບັດສຳເລັດໂຄງການດຳເນີນງານທີ່ວາງອອກ, ຮັບຮອງເອົາລັດຖະນະໂຍບາຍໃຫຍ່ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ ກໍ່ຄືສ້າງພື້ນຖານສຳຄັນໃນການປ່ຽນແປງໃໝ່ການເຄື່ອນໄຫວຂອງອົງການແຫ່ງສິດອຳນາດລັດສູງສຸດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ