ບັນດາຂໍ້ຕົກລົງທີ່ລະມັດລະວັງ, ແທດເໝາະກັບຈິດໃຈຂອງປະຊາຊົນ


  ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ອັດລົງໃນຕອນເຊົ້າວັນທີ 24/6, ພາຍຫຼັງດຳເນີນມາເປັນເວລາ 28 ວັນ. ທີ່ກອງ​ປະຊຸມຄັ້ງນີ້, ຫຼາຍບັນດາທີ່ສຳຄັນໄດ້ຖືກນຳມາ ປຶກສາຫາລື, ໃນນັ້ນ, ຕ້ອງເວົ້າເຖິງການຮັບຮອງເອົາຮ່າງກົດໝາຍຫຼາຍສະບັບ ແລະ ເປັນຄັ້ງທຳອິດ ທີ່ສະພາແຫ່ງຊາດຫວຽດນາມ​ໄດ້​ອອກ​ແຈ້ງ​ການ​ຄັດຄ້ານ​ເລື່ອງ​ຈີນ​ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ສະພາແຫ່ງຊາດຫວຽດນາມຍັງ​ໄດ້ຕົກລົງ​ໜູນ​ຊ່ວຍ​ເງິນ 16.000 ຕື້ດົງ​ເພື່ອຊ່ວຍຊາວ​ປະມົງ​ຕໍ່​ກຳ​ປັ່ນ​ຫາ​ປາ​ຢູ່​ໄກ​ຝັ່ງ, ຕໍ່​ກຳ​ປັ່ນ ​ແລະ ປະກອບ​​ເຄື່ອງພາຫະນະ​ໃຫ້ກຳລັງ​ຕຳຫຼວດ​ທະ​ເລ, ກວກ​ກາ​ການ​ປະມົງ.  
  

ບັນດາຂໍ້ຕົກລົງທີ່ລະມັດລະວັງ, ແທດເໝາະກັບຈິດໃຈຂອງປະຊາຊົນ - ảnh 1
ວາລະອັດກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13
(ພາບ:TTXVN)

     ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13 ​ໄດ້​ດຳ​ເນີນ​ໃນ​ສະພາບ​ເສດຖະກິດ​ຫວຽດນາມ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2014 ມີ​ການ​ຜັນ​ແປ​ຕາມ​ທ່າ​ອຽງ​ທີ່​ດີ, ລາຍ​ຮັບ​ງົບປະ​ມານ​ບັນລຸ​ໝາກຜົນ​ທີ່​ຕັ້ງໜ້າ​ພໍ​ສົມຄວນ. ​ແຕ່​ການ​ທີ່ຈີນ​ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ໄດ້​ພາ​ໃຫ້​ເກີດ​ການລະ​ແວງ​ສົງ​ໄສ​ຫຼາຍ​ຢ່າງ ​ແລະ ວາງສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ.

     ຕັ້ງໜ້າ​ຫັນ​ລັດຖະທຳ​ມະນູນ​ປີ 2013 ​ໃຫ້​ເປັນ​ລະບອບ​ລະບຽບ​ການ.

    ນັບ​ແຕ່​ຫົວ​ທີ, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດ ຫວຽດນາມຊຸດທີ 13 ​ໄດ້​ຮັບ​ການ​ກຳນົດ​ວ່າ​ແມ່ນ​ກອງ​ປະຊຸມ​ຂອງ​ວຽກ​ງານ​ສ້າງ​ກົດໝາຍ. ວັນ​ເວລາ​ທີ່​ສະຫງວນ​ໃຫ້​ວຽກ​ງານ​ນີ້​ແມ່ນ​ກວມ​ເອົາ 2/3 ​ເວລາ​ປະຊຸມທັງ​ໝົດຂອງ ສະພາແຫ່ງຊາດ, ​ໃນ​ນັ້ນ, ​ໃຫ້​ບຸລິມະສິດ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ການຈັດ​ຕັ້ງ​ກົງຈັກ​ແຫ່​ງລັດ, ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ສິດທິ​ມະນຸດ. ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ນີ້, ສະພາ ແຫ່ງຊາດ ຫວຽດນາມ​ໄດ້​ພິຈາລະນາ, ຮັບຮອງ​ເອົາ​ກົດໝາຍ 11 ສະບັບ ​ແລະ ມະຕິ 2 ສະບັບ, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 16 ສະບັບ ​ແລະ ມະຕິ 1 ສະບັບ.  ສະພາແຫ່ງຊາດຍັງ​ຕົກລົງ​ນຳ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຫ່​ຂະ​ບວນປະ​ທ້ວງ​ເພີ່ມ​​ເຕີມ​​ເຂົ້າໃນ​ໂຄງການ​ສ້າງລັດຖະບັນຍັດ​ປີ 2015. ຕາມ​ທ່ານ​ຮອງ​ຫົວໜ້າ​ຫ້ອງ​ວ່າການ ສະພາ ແຫ່ງຊາດຫວຽດນາມ ຫງວຽນ​ຊີ້​ຢຸ້ງ ​ແລ້ວ, ບໍ່​ມີ​ວັນທີ່ສະພາແຫ່ງຊາດ ຫວຽດນາມມີ​ກອງ​ປະຊຸມ​ດ້ວຍ​ເນື້ອ​ໃນ​ສ້າງ​ກົດໝາຍ​ທີ່​ກ້ວາງ​​ໃຫຍ່​ເຊັ່ນ​ນັ້ນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແນໃສ່ສືບ​ຕໍ່​ປະຕິບັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຫັນ​ລັດຖະທຳ​ມະນູນ​ປີ 2013 ​ໃຫ້​ເປັນ​ລະບອບ​ລະບຽບ​ການ. ທ່ານ​ດິງຊວນ​ຖາວ ສ.ສ.ຊ ນະຄອນ​ຮ່າ​ໂນ້ຍ​ເປີດ​ເຜີຍ​ວ່າ:

 “ 6 ​ເດືອນ​ຕົ້ນ​ປີ​ນີ້ ​ແມ່ນ​​ໄລຍະ​ທຳອິດທີ່​ລັດຖະທຳ​ມະນູນ​ປີ 2013 ມີ​ຜົນ​ສັກສິດ. ກາ​ນສ້າງ​ກົດໝາຍ​ຄັ້ງ​ນີ້ ​ແມ່ນ​ມີ​ການ​ຫັນປ່ຽນ​​ຢ່າງ​ຕັ້ງໜ້າຢູ່​ບ່ອນ​ວ່າ ​ເມື່ອ​ພິຈາລະ​ນະ​ບັນດາ​ມາດຕາ​ຂອງ​ກົດໝາຍ ກໍ​ລ້ວນ​ແຕ່​ເລ່ັງ​ໃສ່​ສິດ​ຂອງ​ປະຊາຊົນ, ຂອງ​ອົງການ​ຈັດ​ຕັ້ງ. ຖ​້າຫາກ​ກ່ອນ​ນີ້, ການສ້າງ​ກົດໝາຍ, ຕົ້ນຕໍ​ແມ່ນ​ເນັ້ນ​ເຖິງ​ການ​ຄຸ້ມ​ຄອງ​ຂອງ​ລັດ​ນັ້ນ, ​ແຕ່​ປະຈຸ​ບັນ, ​ແມ່ນ​ຮັບປະກັນສິດ​ຂອງ​ປະຊາຊົນ ​ເພື່ອປະກອບສ່ວນ​ໃຫ້​ແກ່​ຜົນສຳ​ເລັດ​ຂອງ​ພາລະກິດ. ອີກ​ອັນ​ໜຶ່ງ ​ແມ່ນ​ຈິດ​ໃຈ​ຂອງ​ບັນດາ ສ.ສ.ຊ ​ໄດ້​ເສີມ​ຂະຫຍາຍ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຢ່າງ​ດີ, ​ເປັນ​ຕົ້ນ​ແມ່ນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ, ບໍ່​ເຫັນ​ມີ​ກອງ​ປະຊຸມ​ເທື່ອ​ໃດ​ທີ່​ຈຳນວນ ສ.ສ.ຊ ຈົດຊື່​ກ່າວ​ຄຳ​ເຫັນຫຼາຍ​ທົບ 2 - 3 ​ເທົ່າເມື່ອທຽບໃສ່ຈຳນວນ ສ.ສ.ຊ ​ໄດ້​ຮັບ​ອະນຸຍາດກ່າວຄຳເຫັນຄືກອງປະຊຸມເທື່ອນີ້. ສັງ​ເກດໂດຍສັງລວມແລ້ວ, ຄຸນນະພາບການສ້າງກົດໝາຍ ແລະ ການອອກບັນດາມະຕິທີ່ກອງປະຊຸມ ສະໄໝສາມັນ​ເທື່ອ​ນີ້ ​ແມ່ນ​ມີ​ບາດກ້າວ​ໃໝ່ ”

   ສະ​ແດງ​ເຈດ​ຈຳນົງ​ຂອງ​ປະ​ຊາຊົນກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຈະ​ແຈ້ງ

 ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ນີ້, ​ໂດຍ​ຕາງໜ້າ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ, ບັນດາ ສ.ສ.ຊ ​ໄດ້​ຄັດຄ້ານ​ຢ່່າງຮຸນ​ແຮງຕໍ່​ເລື່ອງ ຈີນ​ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ໃນ​ມື້​ທຳ​ອິດ​ຂອງ​ກອງ​ປະຊຸມ, ສະພາແຫ່ງຊາດຫວຽດນາມ ​ໄດ້​ຮັບ​ຟັງ ​ແລະ ປຶກສາ​ຫາລື​ບົດ​ລາຍງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບົນ​ພື້ນຖານ​ການ​ປະກອບ​ຄຳ​ຄິດ​ເຫັນ​ຂອງ​ບັນດາ ສ.ປ.ຊ, ສະພາແຫ່ງຊາດ​ໄດ້​ອອກ​ແຈ້ງ​ການ​ເລກທີ 2 ສະ​ແດງ​ທັດສະນະ, ທ່າ​ທີ​ຕໍ່ໜ້າ​ການ​ກະທຳ​ຜິດພາດ​ຂອງ​ຈີນ. ​ແຈ້ງ​ການ​ສະບັບ​ນີ້​ໄດ້​ຮັບ​ຖື​ວ່າ​ຄື​ດັ່ງ ຖະ​ແຫຼ​ງການ​ຂອງສະພາແຫ່ງຊາດຫວຽດນາມ ຊຶ່ງ​ໄດ້​ຢືນຢັນ​ເລື່ອງຈີນ​ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ແມ່ນ​ການ​ລ່ວງ​ລ້ຳ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ​ຫວຽດນາມ. ​ເນື້ອ​ໃນ​ເຫຼົ່າ​ນີ້​ສືບ​ຕໍ່​ຖືກ​ທ່ານ​ປະທານສະພາ ແຫ່ງຊາດ ຫງວຽນ​ຊິງ​ຮຸ່ງ ກ່າວ​ຢ້ຳຄືນ​ໃນ​ບົດ​ປາ​ໄສ​ອັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13. ວິທີ​ການ​ປະພຶດ​ຕໍ່​ກັບ​ບັນດາ​ການ​ຜັນ​ແປ​ທີ່​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ອາດ​ຈະ​ເຫັນ​ໄດ້​ວ່າ ສະພາແຫ່ງຊາດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ, ວິທີ​ການ​ແກ້​ໄຂ​ຢ່າງ​ໜັກ​ແໜ້ນ, ​ແລະ ລະມັດລະວັງ. ທ່ານ ຫງວຽນ​ທ້າຍ​ຮອກ ສ.ສ.ຊ ​ແຂວງ ຟູ້ອຽນ ​ໃຫ້​ຂໍ້​ສັງ​ເກດ​ວ່າ :

   “ ນີ້​ແມ່ນ​ກອງ​ປະຊຸມ​ທີ່​ຟົດ​ຟື້ນ​ດ້ວຍ​ເນື້ອ​ໃນ​ຫຼາຍ​ປະການ​ໄດ້​ຮັບ​ການ​ພິຈາລະນາ​ດ້ວຍ​ຈິດ​ໃຈ​ຮັບຜິດຊອບ​ສູງ. ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ ​ແລະ ສ.ສ.ຊ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈົນ​ສຸດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ. ສ.ສ.ຊ ​ໄດ້​ສະ​ແດງ​ຄວາມ​ນຶກ​ຄິດ, ຄວາມ​ໃນ​ໃຈ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ​ແລະ ​ເຈດ​ຈຳນົງ​ຄວາມ​ຕັດສິນ​ໃຈຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ບັນຫາທະ​ເລ​ຕາ​ເວັນ​ອອກທີ່​ກອງ​ປະຊຸມສະພາແຫ່ງຊາດ”

    ​ເປັນ​ໜ້າ​ສົນ​ໃຈ, ສະພາແຫ່ງຊາດກໍ​ໄດ້​ຕົກລົງ​ຢ່າງ​ທັນ​ການ, ​ແທດ​ເໝາະ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ,​ ນັ້ນ​ແມ່ນ​ໄດ້​ຕົກລົງ​ໜູນ​ຊ່ວຍ​ເງິນ 16.000 ຕື້ດົງ​ເພື່ອຊ່ວຍຊາວ​ປະມົງ​ຕໍ່​ກຳ​ປັ່ນ​ຫາ​ປາ​ຢູ່​ໄກ​ຝັ່ງ, ຕໍ່​ກຳ​ປັ່ນ ​ແລະ ປະກອບ​​ເຄື່ອງ ພາຫະນະ​ໃຫ້ກຳລັງ​ຕຳຫຼວດ​ທະ​ເລ, ກວກ​ກາ​ການ​ປະມົງ. ທ່ານ ຮີ​ງຈ້ອງ​ເງັ້ຍ ສ.ສ.ຊ ນະຄອນ​ໂຮ່ຈິ​ມິນ​ຖື​ວ່າ : 

   “ ປະຈຸ​ບັນ, ສະພາແຫ່ງຊາດ, ຂະ​ແໜງ​ການ ຂັ້ນ​ຕ່າງໆ​ພວມ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສະໜັບສະໜູນ​ການ​ຕໍ່ສູ້​ໃນ​ສະຖານ​ທີ່​ຕົວ​ຈິງ, ​ໃນ​ນັ້ນ​ມີ​ການ​ໜູນ​ຊ່ວຍ​ຊາວ​ປະມົງ, ກຳລັງ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ, ຊຶ່ງ​ແມ່ນ​ບັນດາ​ຜູ້​ຕິດ​ພັນ​ກັບ​ທະ​ເລ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ​ເພາະສະ​ນັ້ນ, ການ​ຮັບຮອງ​ເອົາ​ການ​​ໜູນ​ຊ່ວຍ​ເງິນ 16.000 ຕື້ດົງ​ເພື່ອຊ່ວຍຊາວ​ປະມົງ, ກຳລັງ​ຕຳຫຼວດ​ທະ​ເລ, ກຳລັງກວກ​ກາ​ການ​ປະມົງ ​ແມ່ນ​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ບັນດາ ສ.ສ.ຊ ”

   ​ແລະ ກໍ​ໃນກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ນີ້, ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ , ສະພາແຫ່ງຊາດ​ໄດ້​ສະ​ເໜີ​ລັດຖະບານ​ສືບ​ຕໍ່​ຍູ້​ໄວການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ຄືນ​ໃໝ່, ພັດທະນາ​ເສດຖະກິດ​ທະ​ເລ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

  ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13 ​ອັດ​ລົງ​ແລ້ວ, ​ໄດ້​ເປັນ​ຂີດ​ໝາຍ​ພິ​ເສດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ໝາກຜົນ​ຂອງ​ກອງ​ປະຊຸມ​ໄດ້​ສ່ອງ​ແສງຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຜູ້​ມີ​ສິດ​ເລືອ​ຕັ້ງ, ສະ​ແດງ​ໃຫ້​ເຫັນ​ພາລະ​ບົດບາດ​ສ້າງ​ກົດໝາຍ, ຕິດຕາມ​ກວດກາ​ຂອງ​ອົງການ​ທີ່​ມີ​ສິດ​ອຳນາດ​ສູງ​ສຸດ​ຂອງ​ລະບົບ​ການ​ເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ