ບັນດາຄວາມຄືບຫນ້າກ່ຽວກັບສິດທິມະນຸດຢູ່ ຫວຽດນາມ

(vovworld)- ຄື​ດັ່ງ​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 20/6 ຜ່ານ​ມາ, ຢູ່ ສຳນັກງານ ສະພາ​ສິດທິ​ມະນຸດ​ຂອງ ສປຊ ຢູ່ ​ເຊີ​​ແນວ ປະ​ເທດ ສະ​ວິດ, ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ຮັບປະກັນ​ສິດທິ​ມະນຸດ​ຢູ່ ຫວຽດນາມ ຮອບ​ທີ 2 ​ໃນ​ຂອບ​ເຂດ​ກົນ​ໄກທົບ​ທວນ​ປະຈຳ​ໄລຍະ (Universal Periodic Review - UPR) ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ສິດທິ​ມະນຸດ ສປຊ ​ໂດຍ​​ໄດ້​ຮັບ​ຄວາມເຫັນ​ດີຂອງ​ຜູ້ຕາງຫນ້າ 192 ປະ​ເທດ​ສະມາຊິກ, ບັນດາ​ອົງການ​ສາກົນ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ. ​ເຫດການ​ນີ້ ສະ​ແດ​ງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ໂລກ ກ່ຽວ​ກັບ​ບັນດາ​ຄວາມ​ຄື​ບຫນ້າ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ ຫວຽດນາມ ພ້ອມ​ກັນ​ນັ້ນ ຢັ້ງຢືນ​ອີກ​ຄັ້ງ​ຫນຶ່ງ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ​ແລະ ຄຳ​ໝັ້ນ​ສັນຍາ​ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ສິດທິ​ມະນຸດ​ຢູ່​ຫວຽດນາມ.

ບັນດາຄວາມຄືບຫນ້າກ່ຽວກັບສິດທິມະນຸດຢູ່ ຫວຽດນາມ - ảnh 1

        ບົດ​ລາຍ​ງານກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດ​ທິມະນຸດ (UPR) ​ແມ່ນ​ກົນ​ໄກ​ສຳຄັນ​ຂອງ ສະພາ​ສິດທິ​ມະນຸດ ສປຊ ​ໃນ​ການ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດທິ​ມະນຸດ​ໃນ​ທົ່ວ​ໂລກ. ສຳລັບ​ຫວຽດນາມ, UPR ຍີ່​ງມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ເພາະວ່າ ນີ້​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ຫວຽດນາມ ສືບ​ຕໍ່​ຢັ້ງຢືນ​ນະ​ໂຍບາຍ​ສະ​ເຫ​ມີຕົ້ນ​ສະ​ເຫມີ​ປາຍ​ກ່ຽວ​ກັບ​ການ​ຮັບປະກັນ​ສິດ​ທິມະນຸດ​ຂອງ​ຫວຽດນາມ, ປະຕິ​ເສດ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​, ຂາດ​ເຈດ​ຕະນາ​ດີ​ກ່ຽວ​ກັບ​ສະພາບ​ການ​ສິດທິ​ມະນຸດ​ຢູ່ ຫວຽດນາມ.

        UPR, ກົນ​ໄກ​ສຳຄັນ​ສຳລັບ​ຫວຽດນາມ

        ​ເດືອນ 5/2009, ​ເປັນ​ຄັ້ງທຳ​ອິດ​ເຂົ້າ​ຮ່ວມ UPR, ຫວຽດນາມ ​ໄດ້​ຮັບ 123 ຂໍ​້ສະ​ເຫ​ນີ​ແນະ​ຈາກ 60 ປະ​ເທດ. ທີ່​ກອງ​ປະຊຸມ​ຂອງ UPR ຄັ້ງທີ 2 ​ເມື່ອ​ເດືອນ 2/2014, ມີ ຜູ້​ແທນ 106 ຄົນ​ມາ​ຈາກ​ບັນດາ​ປະ​ເທດ​ຕ່າງ​ກັນ ​ໄດ້​ມີ​ຄຳ​ເຫັນ ​ແລະ 227 ຂໍ້​ສະ​ເຫ​ນີ​ແນະ ຖື​ກຍົກ​ອອກ​ມາ. ​ແລະ ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ສະພາ​ສິດທິ​ມະນຸດ ຜ່ານ​ມາ ​ແມ່ນ​ກຳນົດ​ເວລາ​ສຸດ​ທ້າຍ ຫວຽດນາມ ປະກາດ​ບັນດາ​ຂໍ້​ສະ​ເຫ​ນີ​ແນ​ະ ຊື່​ງຫວຽດນາມ ຮັບ​ຮູ້. ຕາມ​ນັ້ນ​ແລ້ວ, ມີ 182 ​ໃນ​ຈຳ​ນວນ 227 ຂໍ້ສ​ະ​ເຫ​ນີ​ແນະ​ໄດ້​ຮັບ​ການ​ຮັບ​ຮູ້, ກວມກວ່າ 80% ຂໍ້​ສະ​ເຫ​ນີ​ແນະ​ຖືກ​ຍົກ​ອອກ​ມາ, ຊື່​ງ​ແມ່ນ​ອັດຕາ​ສູງ​ສຸດ​ໃນ​ປະຫວັດ​ແຫ່ງການ​ເຄື່ອນ​ໄຫວ​ຂອງ​ກົນ​ໄກ UPR ທີ່​ສະພາ​ສິດທິ​ມະນຸດ​ຂອງ ສປຊ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ.

ຕາມ​ທ່ານ​ຮ່າ​ກິມງອກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາ​ມ ​ຜູ້​ເຂົ້າຮ່ວມ​ UPR ຄັ້ງທີ 2 ​ເມື່ອ​ເດືອນ 2/2014 ແລ້ວ, ​ໂດຍ​ກຳນົດ ວ່າ​ UPR ແມ່ນກົນ​ໄກ​ສຳຄັນ​ສຳລັບ​ຫວຽດນາມ ​​ເມື່ອເຂົ້າຮ່ວມ​ ສປຊ, ຫວຽດນາມ ​ໄດ້​ຮ່ວມມື​ກັບ​ທຸກໆ​ປະ​ເທດ, ​ເຮັດ​ແຈ້ງ​ບັນດາ​ຂໍ້​ສະ​ເໜີ​​ແນະຊື່​ງປະ​ເທດ​ຕ່າງໆ​ຍົກ​ອອກ​ມາ​ບົນ​ຈິດ​​ໃຈ​ສ້າງສັນ:

  “ຂໍ້​ສະ​ເໜີ​ເກືອບ​ທັງ​ໝົດ​ແມ່ນ​ມີ​ລັກສະນະ​ສ້າງສັນ ​ແລະ ມີ​ປະ​ໂຫຍ​ດ, ສ່ວນ​ບາງ​ຂໍ້​ສະ​ເໜີ​ແນະ​ແມ່ນ​ສ່ອງ​ແສງ​ສະພາບ​ຕົວ​ຈິງ​ຢູ່​ຫວຽດນາມ ບໍ່ຖືກຕ້ອງ. ​ເຖິງ​ແນວ​ນັ້ນກໍ່ຕາມ, ພວກ​ຂ້າພະ​ເຈົ້າກໍ່ຖື​ວ່າ: ນີ້​ແມ່ນ​ສິ່ງ​ທີ່​ແນ່ນອນ​ຂອງ​ການ​ເຈລະຈາ ​ແລະ ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ກະຊວງ ຂະ​ແໜງ​ການ​, ຫວຽດນາມ ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ​ເພື່ອ​ສະໜອງ​ບັນດາ​ຂໍ້​ມູນ​ຂ່າວ​ທີ່​ຮອບດ້ານ ​ແລະ ພາວະ​ວິ​ໄສ​ໃຫ້​ແກ່​ທຸກໆ​ປະ​ເທດ”.

  ອາດ​ເຫັນ​ໄດ້​ວ່າ, ​ໃນ 5 ປີຜ່ານມາ, ນັບ​ແຕ່​ວາລະ​ທົບ​ທວນ​ປະຈຳ​ໄລຍະຮອບ​ທີ 1 ​​ເມື່ອ​ເດືອນ 5/2009, ​ໂດຍ​ບໍ່​ຫົວຊາ​ຕໍ່ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ-​ສັງຄົມ​ທີ່​ແນ່ນອນ, ຫວຽດນາມ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຊົມ​ໃຊ້​ບັນດາ​ສິດ​ດ້ານ​ເສດຖະກິດ​ສັງຄົມ, ວັດທະນະທຳ, ພົນລະ​ເຮືອນ ​ແລະ ການ​ເມືອງ, ຖືກຕ້ອງຕາມ​ມາດຖານ​ສາກົນ. ​ໄປ​ຄຽງ​ຄູ່​ກັບ​ການ​ສູ້​ຊົນ​ປະຕິບັດສຳ​​ເລັດ​ທຸກ​ຄາດໝາຍ​ພັດ​ທະ​ນາ​ສະຫັດ​ສະ​ວັດ, ຫວຽດນາມ ​ໄດ້​ປັບປຸງ​ລະບົບ​ກົດໝາຍ, ບັນດາ​ກົນ​ໄກ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​​ໃຫ້ສົມ​ບູນ​ແບບຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຮັບປະກັນ​ບັນດາ​ສິດ​ຂອງ​ພົນລະ​ເມືອງ​ນັບ​ມື້​ນັບ​ດີ​ກ່ວາ.

ຄວາມ​ກ້າວໜ້າ​ອັນຕັ້ງໜ້າ​ທີ່​ບໍ່​ສາມາດ​ປະຕິ​ເສດ​ໄດ້

  ​ທົວທວນຄືນ​ແລ້ວ, ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ຫວຽດນາມ ​ໄດ້​ຮັບ​ຄວາມ​ໄວ້ວາງ​ໃຈ​ສູງ, ຍາດ​ໄດ້​ຈຳນວນ​ບັດ​ສະໜັບສະໜູນ​ສູງ​ໃນ​ການ​ຄັດ​ເລືອກ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ. ສິດທິ​ມະນຸດ​ໄດ້​ກຳນົດ​ໃນ​ຫຼາຍ​ຂົງ​ເຂດ, ຈາກ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ເມືອງ​ພົນລະ​​ເຮືອນ. ທຸກ​ສິ່ງ​ເຫຼົ່ານັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ແຕ່​ລະບາດ​ກ້າວ​ພັດທະນາ​ຂອງ​ຫວຽດນາມ ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ​ໄດ້​ຮັບ​ການ​ຮັບ​ຮູ້​ ​ແລະ ຕີ​ລາຄາ​ສູງຈາກ​ປະຊາ​ຄົມ​ໂລກ. ທ່ານ​ເລ​ຮ່ວາ​ຍຈຸ​ງ, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ ສປຊ ຖື​ວ່າ:

        “ພວກ​ເຮົາ​ເຫັນ​ວ່າ ບັນດາ​ຜົນງານບັນລຸ​ໄດ້​ກ່ຽວ​ກັບ​ດ້ານ​ສັງຄົມ​ນັ້ນ ໄດ້​ຢືນຢັນ​ນະ​ໂຍບາຍ​ສ​ະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ຫວຽດນາມ ຢ່າງ​ຈະ​ແຈ້ງ​. ສິດ​ຂອງແມ່ນ​ຍິງ, ສິດ​ຂອງເດັກນ້ອຍ, ສິດຂອງ​ຄົນ​ພິການ, ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ,​ສິດ​ແຮງ​ງານ… ນອກ​ນັ້ນ ສິດ​ກ່ຽວ​ກັບ​ ​ດ້ານ​ການ​ເມືອງ ພົນລະ​ເຮືອນ.​​ເປັນ​ທີ່​ຈ​ະ​ແຈ້ງ​ແລ້ວ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ທີ່​ບັນດາ​ວາລະ​ຊັກ​ຖາມ​ຢູ່ ສະພາ​ແຫ່ງ​ຊາດ ຖືກ​ເຕື້ອງ​ເຖິງ​ສິດ​ເຫລົ່າ​ນັ້ນຫລາຍ​ກວ່າ​ .”

        ​ເພາະສະ​ນັ້ນ ທີ່​ກອງ​ປະຊຸມ UPR ຜ່ານ​ມາ, ກົງ​ກັນ​ຂ້າມ​ກັບ​ບາ​ງຄຳ​ເຫັນ​ຂອງ​ບັນດາ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ, ສວຍ​ໃຊ້​ກົນ​ໄກ​ຂອງ ສປຊ, ປະຕິ​ເສດ​ບັນດາ​ຜົນງານ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຫວຽດນາມ, ຫລາຍ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ລ້ວນ​ແຕ່​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດ, ຊົ​ມ​ເຊີຍ​ຫວຽດນາມ ​ໄດ້​ຮັບ​ຮູ້​ ຂໍ້​ສະ​ເຫ​ນີ​ແນະ ສ່ວນ​ຫລາຍ​ ​ແລະ ມີ​ທ່າ​ທີ່​ຮ່ວມ​ມື, ສ້າງສັນ ​ໃນ​ວິວັດ​ການ​ UPR ​ເວົ້າ​ສະ​ເພາະ ​ແລະ ຮັບປະກັນ​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ເວົ້າ​ລວມ.

        ​ເລື່ອງຫວຽດນາມ ຮັບ​ຮູ້​ຂໍ້​ສະ​ເຫ​ນີ​ແນະ​ເປັນ​ຈຳນວນ​ສ່ວນ​ຫລາຍ​ຢູ່ UPR ຄັ້ງ​ນີ້ ອີກ​ຄັ້ງ​ຫນຶ່ງ​ຢືນຢັນ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ ​ແລະ ຄຳ​ໝັ້ນ​ສັນຍາ​ ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ສິດທິ​ມະນຸດ ຢ່າງ​ແຮງ ​ຢູ່ ຫວຽດນາມ. ການ​ປະຕິບັດ 182 ຂໍ້​ສະ​ເຫ​ນີ​ແນະ​ຢ່າງ​ເຂັ້ມ​ງວດ ກໍ​ຄື ບັນດາ​ຄຳ​ໝັ້ນ​ສັນຍາ​ສະໝັກ​ໃຈ​ອື່ນ​ຂອງ​ຫວຽດນາມ, ຫວຽດນາມ ສືບ​ຕໍ່​ສະ​ແດງ​​ໃຫ້​ເຫັນ​ແບບຢ່າງ, ຄວາມ​ຮັບຜິດຊອບ​ຂອງ​ປະ​ເທດ​ສະມາຊິກ​ສະພາ​ສິດທິ​ມະນຸດ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ບັນດາ​ສິດທິ​ມະນຸດ​ໃນ​ທົ່ວ​ໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ