ບັນດາຈຸດໃຫມ່ຂອງຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ

(vovworld) - ວັນ​ທີ 19/11, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຈຸດ​ໃຫມ່​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍທີ່​ດິນ​ສະບັບ​ປັບປຸງ, ​ໃນ​ນັ້ນ ​ໃຫ້ບຸລິມະສິດ​ແກ້​ໄຂ​ກອງ​ທຶນ​ທີ່​ດິນ​ຮັບ​ໃຊ້​ການ​ພັດທະນາ​ກະສິກຳ, ​ແບ່ງ​ຂັ້ນ​ເມື່ອ​ປະຕິບັດ​ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ ​ແລະ ຈຸດໝາຍ​ຫລຸດຜ່ອນ​ຄຳ​ຮ້ອງທຸກ, ການ​ສໍ້​ລາດ​ບັງ​ຫລວງ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ທີ່​ດິນ.

        ພາຍຫລັງ​ເກືອບ 10 ປີ​ແຫ່ງ​ການ​ປະຕິບັດ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປີ 2003 ​ບັນລຸ​ໄດ້ຜົນ​ງານ​ອັນ​ຕັ້ງຫນ້າ​ຫລາຍ​ຢ່າງ. ​ແຕ່​ຄວາມ​ຈິງ​ແລ້ວ, ການ​ປະຕິບັດ​ກົດໝາຍ​ດັ່ງກ່າວ​ຍັງ​ປະກົດ​ມີຂໍ້​ຈຳກັດ, ຄວາມ​ຫຍໍ້​ທໍ້​ຄື: ນະ​ໂຍບາຍ​ທີ່​ດິນ​ໄດ້​ຮັບ​ການ​ປ່ຽນ​ແປງ​ຜ່ານ​ຫລາຍ​ໄລຍະ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນພວມ​ປະກາດ​ໃຊ້​ໃນ​ປະຈຸ​ບັນ ຍັງ​ມີບາງ​ເນື້ອ​ໃນບໍ່​ທັນ​ຈະ​ແຈ້ງບໍ່​ຄົບ​ຖ້ວນ, ບໍ່​ທັນ​ເໝາະ​ສົມ, ບໍ່​ທັນ​ຄົບ​ຊຸດ, ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ, ການ​ຊົດ​ເຊີຍ, ບຸກ​ເບີກ​ຫນ້າ​ພຽງ, ການກຳນົດ​ລາຄາ​ທີ່​ດິນ, ການຫນູນ​ຊ່ວຍ​ການ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃຫມ່ ​ແລະ ບັນດາ​ລະບຽບ​ການ​ບໍລິຫານກ່ຽວ​ກັບ​ທີ່​ດິນ​ຍັງ​ຈຳກັດ​ຢູ່, ຜົ​ນປະ​ໂຫຍ​ດຂອງ​ລັດ ​ແລະ ປະຊາຊົນ​ກ່ຽວ​ກັບ​ການ​ຖອນ​ທີ່​ດິນ, ​ບຸກ​ເບີກ​ຫນ້າ​ພຽງ​ບໍ່​ທັນ​ສົມ​ຄູ່. ​ແຫ​ລ່ງກຳລັງ​ແຮງ​ກ່ຽວ​ກັບ​ທີ່​ດິນ ບໍ່​ທັນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ພຽງພໍ​ເພື່ອ​ກາຍ​ເປັນ​ກຳລັງ​ພາຍ​ໃນ​​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົມ. ​ເລື່ອງ​ນຳ​ໃຊ້​ທີ່​ດິນ​ຢູ່​ຫລາຍ​ແຫ່ງ​ຍັງ​ຟຸມ​ເຟືອຍ, ມີປະສິດທິ​ຜົນ​ຕຳ່, ການສໍ້​ລາດ​ບັງ​ຫລວງ ​ແລະ ສິ່ງ​ຫຍໍ້​ທໍ້​ໃນ​ຂົງ​ເຂດ​ນີ້​ຍັງ​ໃຫຍ່​ຫລວງ​ຢູ່. ສະພາບ​ການ​ຮ້ອງທຸກ, ກ່າວ​ຟ້ອງ, ການພິພາດ​ກ່ຽວ​ກັບ​ທີ່​ດິນ​ຍັງ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ພ້ອມ​ກັບ​ເລື່ອງ​ແກ້​ໄຂ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ດັ່ງກ່າວ, ຮ່າງ​ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ ມຸ່ງ​​ໄປ​ເຖິງ​ຈຸດໝາຍ​ບຸລິມະສິດ​ໃຫ້​ແກ່​ກອງ​ທຶນ​ທີ່​ດິນ​ກະສິກຳ ​ເພື່ອ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ ​ແລະ ​ເນື້ອ​ທີ່​ປ່າ. ທ່ານ Uong Chu Luu ສສຊ ​ແຂວງ Thanh Hoa ຊີ້​ແຈງ​ວ່າ:

        “ຕ້ອງ​ນຳ​ໃຊ້​ຂໍ້​ກຳນົດ​ໃນ​ກົດໝາຍ​ສະບັບ​ນີ້​ເພື່ອ​ຮັກສາ​ເນື້ອ​ທີ່​ດິນ​ກະສິກຳ​ໃຫ້​ໄດ້ 3,8 ລ້ານ​ເຮັກຕາ ​ເພື່ອຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ຕ້ອງ​ເພີ່ມ​ເຕີມ​ຂໍ້​ກຳນົດ​ໃນ​ກົດໝາຍຕື່ມ​ອີກ . ບັນຫາ​ວາງ​ອອກ​ນັ້ນ​ແມ່ນ ​ການວາງ​ແຜນ​ກຳນົດ​ທີ່​ດິນ, ການ​ຫັນປ່ຽນ​ຈຸດປະສົງ​ນຳ​ໃຊ້​ທີ່​ດິນ​ແມ່ນ​ຄື​ແນວ​ໃດ. ປະຈຸ​ບັນ ການ​ກຳນົດ​ເວລາ​ສຳລັບທີ່​ດິນ​ກະສິກຳ​ ​ແມ່ນ 20 ປີ, ທີ່​ດິນ​ປູກ​ຕົ້ນ​ໄມ້​ແມ່ນ 50 ປີ. ​ແຕ່​ຕາມ​ການ​ກຳນົດ​ຂອງ​ກົດໝາຍ​ດັ່ງກ່າວ​ແລ້ວ, ບໍ່​ຈຳ​ແນ​ກ​ການ​ກຳນົດ​ເວລາ​ນຳ​ໃຊ້​ທີ່​ດິນ​ໄລຍະ​ສັ້ນ ​ຫລື ຍາວ, ຫາກ​ທັງ​ໝົດ​ລ້ວນ​ແຕ່​ກຳນົດ​​ເວລາ 50 ປີ. ຂ້າພະ​ເຈົ້າ​ຄິດ​ວ່າ ການ​ກຳນົດ​ດັ່ງກ່າວ​ແມ່ນ​​ເໝາະ​ສົມ ​ເພາະວ່າ ມັນ​ຈະ​ຊ່ວຍ​ໃຫ້​ປະຊາຊົນ​ອຸ່ນ​ອຽນ​ໃຈ​​ໃນ​ການ​ລົງທຶນ ​ແລະ ມີ​ແຜນ​ກຳນົດ​ເພື່ອ​ປູກ​ຕົ້ນ​ໄມ້​ປະ​ເພດ​ໃດ, ສ້າງ​ມູນ​ຄ່າ​ເພີ່ມ​​ສູງກ​ວ່າ.”

ບັນດາຈຸດໃຫມ່ຂອງຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ - ảnh 1
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ
ພາບ: internet

            ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ ​ໄດ້​ກຳນົດ​ວ່າ : ທັງສາມ​ຂັ້ນ​ຈາກ​ສູນ​ກາງ, ​ຂັ້ນ​ແຂວງ ​ແລະ ​ເມືອງ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ການວາງ​ແຜນ​ກຳນົດ​, ​ແຜນການ​ນຳ​ໃຊ້​ທີ່​ດິນ. ກ່ຽວ​ຂ້ອງ​ເຖິງ​ລະດັບ​ລາຄາ​ທີ່​ດິນ, ຮ່າງ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ໄດ້​ກຳນົດ​ວ່າ: ລັດຖະບານ​ກຳນົດ​ລະດັບ​ລາຄາ​ທີ່​ດິນ ​ແລະ ມອບ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ ກຳນົດ​ຢ່າງ​ລະອຽດ ​ແຕ່​ບໍ່​​ໄດ້​ເກ​ີນ​ລະດັບ​ລາຄາ​ຊຶ່ງ​ລັດຖະບານ​​ໄດ້ວາງ​ອອກ.

          ການ​ຖອນ​ທີ່​ດິນ​ຄືນ ​ແລະ ກົນ​ໄກ​ຖອນ​ທີ່​ດິນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ໃຫມ່​ຂອງ​ຮ່າງ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ໃນ​ຄັ້ງ​ນີ້. ຕາມ​ການ​ກຳນົດ​, ທີ່​ດິນ​ແມ່ນ​ຂຶ້ນ​ກັບ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ, ລັດ ​ເປັນ​ເຈົ້າ​ຂອງ​ຕາງຫນ້າ, ລັດ​ມີ​ສິດ​ຖອນ​ທີ່​ດິນ​ຄືນ​​ເພື່ອຮັບ​ໃຊ້​ຈຸດປະສົງ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແລະ ຜົນ​ປະ​ໂຫຍ​ດສ່ວນ​ລວມ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຕາມບັນດາ ສສຊ  ​ແລ້ວ, ຮ່າງ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ ຄວນ​ມີ​ບັນດາ​ຂໍ້​ກຳນົດ​ລະອຽດ​ຕື່ມ​ອີກ ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ທີ່​ເກິ​ດຂຶ້ນ​ໃນ​ຕົວ​ຈິງ​ລະຫວ່າງ​ການ​ຖອນ​ທີ່​ດິນ​ຄືນ ຮັບ​ໃຊ້​ຈຸດປະສົງ​​ເພື່ອ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ບັນດາ​ຈຸດໝາຍ​ອື່ນ, ຈາກ​ນະ​ໂຍບາຍ​ຊົດ​ເຊີຍ​ຕະຫລອດ​ຮອດການ​ບຸກ​ເບີກ​ຫນ້າ​ພຽງ.

        ຈຸດ​ໃຫມ່​ອື່ນ​ອີກ​ອັນ​ຫນຶ່ງໃນ​ຮ່າງກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ ​ນັ້ນແມ່ນ​ການ​ກຳນົດ ບັນຊີ​ຄ້ຳປະກັນ ເມື່ອ​ປະຕິບັດ​ບັນດາ​ໂຄງການ​ລົງທຶນ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ Tran Thanh Man ສສຊ ​ແຂວງ Can Tho ຊີ້​ແຈງ​ວ່າ:

        “​ໃນຂໍ້​ມາດຕາ 63 ​ໄດ້​ກຳນົດ​ວ່າ ຕ້ອງມີ ບັນຊີ​ຄ້ຳປະກັນ ເພື່ອ​ປະຕິບັດ​ບັນດາ​ໂຄງການ​ລົງທຶນ, ຂ້າພະ​ເຈົ້າ​ເຫັນ​ວ່າ ຂໍ້​ກຳນົດ​ນີ້​ແມ່ນ​ໃຫມ່​ອ່ຽ​ມ. ກ່ອນ​ນີ້ ບັນດາ​ວິ​ສາ​ຫະກິດ​ມາ​ລົງທຶນ​ຢູ່​ທ້ອງ​ຖິ່ນ​ໄດ້​ຮັບ​ທີ່​ດິນ ​ແຕ່​ບໍ່ມີບັນຊີ​ຄ້ຳປະກັນ ລົງທຶນ,ບຸກ​ເບີກ​ຫນ້າ​ພຽງ​ບໍ່​ເປັນ​ລະບົບ​​ແລ້ວ​ປະ​ໄວ້, ທ້ອງ​ຖິ່ນ​ຍາກ​ທີ່​ຮັບປະກັນ​ຄວາມ​ປອດ​ໄພ​ໄດ້. ​ແຕ່​ໄລຍະ​ຈະ​ມາ​ເຖິງ, ບັນດາ​ໂຄງການ​ດັ່ງກ່າວ​ຖ້າ​ມີ​ ບັນຊີ​ຄ້ຳປະກັນ ພວ​ກ​ເຮົາຈະ​ຄຸ້ມ​ຄອງ​ໄດ້. ”

        ຮ່າງ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ ລວມມີ: 14 ພາກ ​ແລະ 190 ມາດຕາ, ​ເພີ່ມ​ຂຶ້ນ 6 ພາກ ​ແລະ 44 ມາດຕາ ​ເມື່ອ​ທຽບ​ໃສ່​ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນປີ 2003 ​ເພື່ອ​ແກ້​ໄຂ​ຂໍ້ຄົງ​ຄ​້າງ, ຈຳກັດ ຂອງ​ກົດໝາຍ​ປະຈຸ​ບັນ.​ ຕາມ​ທ່ານ Nguyen Minh Quang ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່​ງ​ແວດ​ລ້ອມ ຫວຽດນາມ ​ແລ້ວ, ຮ່າງ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຄັ້ງ​ນີ້ ​ໄດ້​ວາງ​ຈຸດໝາຍ: ນຳ​ໃຊ້​ທີ່​ດິນ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ຜົນ​ປະ​ໂຫຍາ​ດຂອງ​ລັດ​, ປະຊາຊົນ​ ​ແລະ ວິ​ສາ​ຫະກິດໃນ​ການ​ນຳ​ໃຊ້​ທີ່​ດິນຢ່າງ​ກົມ​ກ່ຽວ ​ ​ແລະ​ຫລຸດຜ່ອນ​ຄຳ​ຮ້ອງທຸກ, ການ​ສໍ້​ລາດ​ບັງ​ຫລວງ​ກ່ຽວ​ກັບ​ທີ່​ດິນ. ຮ່າງ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງເພ່ືອ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ສະ​ໄຫມ​ປະຊຸມ​ຄັ້ງ​ຈະ​ມາ​ເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ