ບັນດາທັດສະນະ, ວິທີການແກ້ໄຂໃໝ່ໃນການກໍ່ສ້າງຖັນແຖວສະມາຊິກພັກ

ປີ 2016, ຊຶ່ງ​ເປັນ​ຂີດ​ໝາຍ​ບາດ​ກ້າວ​ເດີນ​ໃໝ່​ໃນ​ວຽກ​ງານ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຊິກ​​ພັກ​ກອມ​ມູ​ນິດຫວຽດ​ນາມ. ນັ້ນ​ແມ່ນ ພັກ​ໄດ້​ຜັນ​ຂະ​ຫຍ​າຍ ມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ກ່ຽວ​ກັບ​ການ “ເພີ່ມ​ທະ​ວີ​ວຽກ​ງານກໍ່​ສ້າງ, ປັບ​ປຸງ​ພັກ; ສະ​ກັດ​ກັ້ນ, ຍ​ູ້​ການ​ເສື່ອມ​ເສຍ​ທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸ​ນສົມ​ບັດ, ວິ​ຖີ​ຊີ​ວິດ, ບັນ​ດາ​ປະ​ກົດ​ການ        “ ຜັນ​ແປ​ເອງ ” “ຫັນ​ປ່ຽນ​ເອງ” ຢູ່​ພາຍ​ໃນພັກ​ໃຫ້​ຖອຍ​ໄປ ແລະ ຄຳ​ສັ່ງ 05/ສ.ກ ກ່ຽວ​ກັບ​ການ​ຍູ້​ແຮງການ​ຮ່ຳ​ຮຽນ ແລະ ເ​ຮັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ບຸກ​ຄະ​ລິກ​ກະ​ພາບ ໂຮ່​ຈິ​ມິນ. ນີ້​ແມ່ນ​ບັນ​ດາ​ທັດ​ສະ​ນະ, ວິ​ທີ​ການ​ແກ້​ໄຂ​ໃໝ່ໃນວຽກ​ງານກໍ່​ສ້າງ, ປັບ​ປຸງ​ພັກ  ” .   

 ບັນດາທັດສະນະ,  ວິທີການແກ້ໄຂໃໝ່ໃນການກໍ່ສ້າງຖັນແຖວສະມາຊິກພັກ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ

       ດ້ວຍ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ແລະ ຄຳ​ສັ່ງ 05/TW ໃນ​ປີ 2016, ພັກ​ກອມ​ມູ​ນິດຫວຽດ​ນາມໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ປັບ​ປຸງ​ພັກ​ໄປ​ຄຽງ​ຄູ່​ກັບ​ການ​ປ່ຽນ​ໃໝ່​ການກໍ່​ສ້າງ​ພັກ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ. ນີ້​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໂດຍ​ພາ​ວະ​ວິ​ໄສ, ແມ່ນ​ວຽກ​ງານ​ທົ່ວ​ໄປ ແລະ ປະ​ຕິ​ບັດ​ເປັນ​ປະ​ຈຳ​ຂອງບໍ່​ວ່າ​ພັກ​ປະ​ຕິ​ວັດ​ທີ່​ເປັນ​ທຳ​ໃດໆ ແລະ ຢູ່ບໍ່​ວ່າ​ໄລ​ຍະ​ໃດໆ.

     ສຸມ​ໃສ່​ຕໍ່​ສູ້​ສະ​ກັດ​ກັ້ນ, ຍູ້​ໄພ​ເສື່ອມ​ເສຍ​ທາງ​ດ້ານ​ແນວ​ຄິດ​ໃຫ້​ຖອຍ​ໄປ.

   ຈຸດ​ໃໝ່​ໃນມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ແມ່ນ​ໄດ້​ຊີ້​ອອກ​ຢ່າງ​ເປັນ​ລະ​ບົບ​ກ່ຽວ​ກັບ​ບັນ​ດາ​ປະ​ກົດ​ການ​ຂອງ​ການ​ເສື່ອມ​ເສຍ​ທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸ​ນສົມ​ບັດ, ວິ​ຖີ​ຊີ​ວິດ, ບັນ​ດາ​ປະ​ກົດ​ການ        “ ຜັນ​ແປ​ເອງ ” “ຫັນ​ປ່ຽນ​ເອງ” ຢູ່​ພາຍ​ໃນພັກ, ພ້ອມ​ກັນ​ນັ້ນ, ກໍ​​ເນັ້ນ​ໜັກ​ເຖິງບັນ​ດາ​ປະ​ກົດ​ການ​ເປັນ​ອັນ​ຕະ​ລາຍ ແລະ ຜົນ​ຮ້າຍ​ຍາກ​ທີ່​ຈະ​ຄາ​ດຄະ​ເນ​ໄວ້​ລ່ວງ​ໜ້າຂອງ​ມັນ. ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລ້ວ, ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ, ແນວ​ຄິດ​ທີ່​ເປັນ​ແກ່ນ​ສານ​ຂອງ​ມະ​ຕິ​ກໍ​ແມ່ນ​ວ່າ : 

     “ ພ້ອມ​ກັບ​ການ​ສ້າງ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ແກ້​ໄຂ​ກ່ຽວ​ກັບ​ການກໍ່​ສ້າງພັກ​ເປັນ​ລະ​ອຽດ​ຊຶ່ງກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 12 ຂອງ​ພັກ​ໄດ້​ວາ​ງ​ອອກນັ້ນ, ມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ໄດ້​ຍົກ​ອອກ 4 ໝວດ​ມາດ​ຕະ​ການ​ເພື່ອ​ສືບ​ຕໍ່​ປະ​ຕິ​ບັດມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11, ໃນ​ນັ້ນ​ເລັ່ງ​ໃສ່​ການ​ຕໍ່​ສູ້​ສະ​ກັດ​ກັ້ນ, ຍ​ູ້​ການ​ເສື່ອມ​ເສຍ​ທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸ​ນສົມ​ບັດ, ວິ​ຖີ​ຊີ​ວິດ, ບັນ​ດາ​ປະ​ກົດ​ການ “ ຜັນ​ແປ​ເອງ ” “ຫັນ​ປ່ຽນ​ເອງ” ຢູ່​ພາຍ​ໃນພັກ​ໃຫ້​ຖອຍ​ໄປ. ມະ​ຕິ​ຍັງ​ເນັ້ນ​ໜັກ​ເນື້ອ​ໃນໃໝ່​ອີກ​ປະ​ການ​ໜຶ່ງ, ນັ້ນ​ແມ່ນການກໍ່​ສ້າງ​ພັກ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ຕິດ​ພັນ​ກັບ​ການ​ຍູ້​ແຮງການ​ຮ່ຳ​ຮຽນ ແລະ ເ​ຮັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ບຸກ​ຄະ​ລິກ​ກະ​ພາບ ໂຮ່​ຈິ​ມິນ  ”

    ໃນ​ຕົວ​ຈິງ​ແລ້ວ, ມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ກໍ​ມີ​ບັນ​ດາ​ວິ​ທີ​ການ​ໃໝ່, ເຂັ້ມ​ແຂງ, ຂ້ຽວ​ຂາດ​ເຊັ່ນ: ການ​ປ່ຽນ​ແປງ​ໃໝ່ ແລະ ບັງ​ຄັບ​ໃຫ້​ຕ້ອງ​ຮຽນທິດ​ສະ​ດີ​ການ​ເມືອງ​ໃນ​ຄະ​ນະ​ພັກ​ຂັ້ນ​ຕ່າງໆ; ສະ​ມາ​ຊິກ​ພັກ​ໝັ້ນ​ໝາຍ​ຝຶກ​ຝົນຫຼໍ່ຫຼອມ, ຮັກ​ສາ​ຄຸນ​ນະທາດ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ, ບໍ່​ທໍ້​ຖອຍ,“ ຜັນ​ແປ​ເອງ ” “ຫັນ​ປ່ຽນ​ເອງ” ; ເພີີ່ມ​ທະ​ວີ​ລະ​ບຽບ​ວິ​ໄນ​ພາຍ​ໃນ​ພັກ, ເຊີດ​ຊູ​ກົດ​ໝາຍ​ຂອງ​ລັດ; ເປັນ​ເອ​ກະ​ພາບ​ທາງ​ດ້ານ​ນະ​ໂຍ​ບາຍ ແລະ ລະ​ບຽບ​ວິ​ໄນ​ໃນ​ລະ​ຫວ່າງພັກ ແລະ ລັດ; ເພີ່ມ​ສິດ​ອຳ​ນາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ນຳ​ໜ້າ​ເພື່ອ​ແກ້​ໄຂ​ສຳ​ລັບ​ພະ​ນັກ​ງານ​ທີ່​ຂຶ້​ນ​ກັບ​ສິດ​ອຳ​ນາດ​ຂອງ​ຕົນ; ເພີ່ມ​ທະ​ວີ​ການ​ຕິດ​ຕາ​ມກວດ​ກາ​ຂອງ​ປະ​ຊາ​ຊົນ​ໃນ​ການກໍ່​ສ້າງ​ພັກ. ໃນ​ປີ 2016, ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່​າງ​ຄົບ​ຊຸດ​ດ້ວນຍ​ບັນ​ດາ​ມະ​ຕິ​ອື່ນໆ​ຂອງ​ສູນ​ກາງ​ພັກ, ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ຂອງ​ລັດ​ຖະ​ບ​ານ​ເພື່ອ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຮັກ​ສາ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ພາຍນອກ, ສ້າງ​ສະ​ພາບ​ການ​ເປັນ​ປົກ​ກະ​ຕິ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃນ​ພັກ ແລະ ປະ​ຊາ​ຊົນ.

       ຖື​ການ​​ຮ່ຳ​ຮຽນຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ບຸກ​ຄະ​ລິກ​ກະ​ພາບ ໂຮ່​ຈິ​ມິນແມ່ນ​ວຽກ​ງານ​ປະ​ຈຳ

       ຄຳ​ສັ່ງ 05 ກ່ຽວ​ກັບການ​ສືບ​ຕໍ່ຍູ້​ແຮງການ​ຮ່ຳ​ຮຽນ ແລະ ເ​ຮັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ບຸກ​ຄະ​ລິກ​ກະ​ພາບ ໂຮ່​ຈິ​ມິນ ໂດຍ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ກາດ​ໃຊ້​ໃນ​ປີ 2016 ນັ້ນ, ແມ່ນ​ມີ​ຄວາມ​ແຕກ​ຕ່າງ, ມີ​ການ​ປ່ຽນ​ໃໝ່​ເມື່ອ​ທຽບ​ໃສ່​ຄຳ​ສັ່ງ 03 ຂອງກົມ​ການ​ເມືອງ​ສູນ​ກາງ​ພັກກ່ຽວ​ກັບ​ການ​ສືບ​ຕໍ່​ຮ່ຳ​ຮຽນ ແລະ ເ​ຮັດ​ຕາມ​ແບບ​ຢ່າງຄຸນ​ສົມ​ບັດປະ​ທານໂຮ່​ຈິ​ມິນ ຊຶ່ງ​ເປີດ​ກ້​ວາງ​ຂອບ​ເຂດ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ, ຈາກ​ແນວ​ຄິດ, ຄຸນ​ສົມ​ບັດ​ຕະຫຼອດ​ຮອດບຸກ​ຄະ​ລິກ​ກະ​ພາບ ໂຮ່​ຈິ​ມິນ. ການ​ຜັນ​ຂະ​ຫຍາຍ​ຄຳ​ສັ່ງ 05 ເພື່ອ​ແນ​ໃສ່​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ການ​ຮັບ​ຮູ້ ແລະ ການ​ກະ​ທຳ​ພາຍ​ໃນ​ພັກ, ລະ​ບົບ​ການ​ເມືອງ ແລະ ປະ​ຊາ​ຊົນ; ສະ​ກັດ​ກັ້ນ ແລະ ຍ​ູ້​ການ​ເສື່ອມ​ເສຍ​ທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸ​ນສົມ​ບັດ, ວິ​ຖີ​ຊີ​ວິດ, ບັນ​ດາ​ປະ​ກົດ​ການ     “ ຜັນ​ແປ​ເອງ ” “ຫັນ​ປ່ຽນ​ເອງ” ຢູ່​ພາຍ​ໃນພັກ​ໃຫ້​ຖອຍ​ໄປ. ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ຄຳ​ສັ່ງ​ນີ້, ທ່ານ ດິງ​ເທ້​ຮິງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​​ການຄະ​ນະ​ເລ​ຂາ​ສູນ​ກາງ​ພັກໄດ້​ຊີ້​ວ່າ :

     “ ນຳການ​ຮ່ຳ​ຮຽນ ແລະ ເ​ຮັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ບຸກ​ຄະ​ລິກ​ກະ​ພາບ ໂຮ່​ຈິ​ມິນເຂົ້າ​ໃນ​ໂຄງ​ການ, ແຜນ​ການ​ດຳ​ເນີນ​ງານ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ມະ​ຕິ​ຂອງ​ຄະ​ນະ​ພັກ ແລະ ເນື້ອ​ໃນ​ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ຂອງ​ໜ່ວຍ​ພັກ, ຕິດ​ພັນ​ກັບ​ບັ້ນ​ຂົນ​ຂວາຍ, ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເຄັ່ງ​ຮ້ອນຢູ່​ແຕ່​ລະ​ທ້ອງ​ຖິ່ນ, ອົງ​ການ​ສຳ​ນັກ​ງານ; ຕິດ​ພັນ​ກັບ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ດ້ານ​ວັດ​ທະ​ນະ​ທຳ, ຊາວ​ຫວຽດ​ນາມ, ສ້າງ​ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ລະ​ບົບ​ຄຸນ​ຄ່າ​ມາດ​ຖານ​ຂອງ​ຊາວ​ຫວຽດ​ນາມ​ໃນ​ໄລ​ຍະ​ໃໝ່ ”

     ໃນ​ເງື່ອນ​ໄຂ​ໃໝ່​ຂອງ​ໄລ​ຍະ​ປະ​ເທດ​ຊາດ​ເຊື້ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ທັດ​ສະ​ນະ ແລະ ວິ​ທີ​ການ​ໃໝ່, ເດັດ​ດ່ຽວ​ຕໍ່​ສູ້​ກັບ​ບັນ​ດາ​ປະ​ກົດ​ການ​ເສື່ອມ​ເສຍ​ທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸ​ນສົມ​ບັດ, ວິ​ຖີ​ຊີ​ວິດເພື່ອ​ຜູກ​ພັນ​ກັບ​ປະ​ຊາ​ຊົນ​ຢ່າງສະ​ໜິດ​ແໜ້ນ​ແໜ້ນ, ສົ​ໃກັບ​ເປັນ​ບົດ​ບາດ​ນຳ​ພາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ