ບັນ​ດາທ່ານ​ທູດ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ

(VOVWORLD) -ໃນວິວັດທະນາການແຫ່ງການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໃນຊຸມປີຜ່ານມາ, ບົດບາດຂອງປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຍາມໃດກໍໄດ້ເຕື້ອງເຖິງຄືດັ່ງປັດໄຈທີ່ສຳຄັນ. ເຖິງວ່າດຳລົງຊີວິດ, ຮ່ຳຮຽນຢູ່ປະເທດໃດກໍຕາມ, ຊາວ ຫວຽດນາມ ແຕ່ລະຄົນ ຕ່າງກໍເປັນທູດແຫ່ງນ້ຳໃຈມິດຕະພາບ, ໄດ້ ແລະ ກຳລັງປະກອບສ່ວນເຂົ້າໃນການໂຄສະນາພາບພົດ, ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດ. ຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ແມ່ນແບບຢ່າງໜຶ່ງໃນຄວາມມານະພະຍາຍາມດັ່ງກ່າວ.

ບັນດາຜົນງານສຳຄັນເຊິ່ງ ຫວຽດນາມ ບັນລຸໄດ້ຄືປັດຈຸບັນີ້ ແມ່ນມີການປະກອບສ່ວນຢ່າງໃຫຍ່ຫຼວງຈາກພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ. ເຂົາເຈົ້າເຫັນດີເຫັນພ້ອມ, ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພ້ອມແລ້ວທີ່ຈະຮຽງບາຮຽງໄຫຼ່ແບກຫາບບັນດາໜ້າທີ່ສຳຄັນຂອງປະເທດຊາດ.

ບັນດາທ່ານທູດແຫ່ງນ້ຳໃຈມິດຕະພາບ

  ບັນ​ດາທ່ານ​ທູດ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ - ảnh 1ທ້າວ ຫງວຽນງອັກກວາງ (ຜູ້ນຸ່ງຊຸດເສື້ອຍາວສີແດງ) ພົບປະແລກປ່ຽນກັບເພື່ອນມິດ ອາຊຽນ (ພາບ: QUANGN.)

ທ້າວ ຫງວຽນງອັກກວາງ, ເກີດປີ 1995, ພວມຮຽນຢູ່ສຸດທ້າຍໃນການຄົ້ນຄວ້າປະລິນຍາເອກ ຢູ່ມະຫາວິທະຍາໄລ Hanyang (Seoul, ສ.ເກົາຫຼີ). ກວາງ ຫາກໍຄວ້າໄດ້ລາງວັນນັກສຶກສາ 5 ດີ (ມີຄຸນສົມບັດດີ, ການຮຽນດີ, ອາສາສະໝັກດີ, ເຊື່ອມຕົວດີ ແລະ ມີກຳລັງແຮງກາຍ ແລະ ຈິດໃຈດີ) ຂັ້ນສູນກາງ ໂດຍສູນກາງສະມາຄົມນັກສຶກສາ ຫວຽດນາມ ມອບໃຫ້.

ກໍ່ໃນປີຜ່ານມາ, ກຸ່ມນັກສຶກສາສາກົນ ໂດຍ ກວາງ ເປັນຫົວໜ້າກຸ່ມ ໄດ້ຜ່ານ 24 ກຸ່ມ ແລະ ຄວ້າໄດ້ລາງວັນທີ 1 ຂອງການສອບເສັງແນວຄວາມຄິດ ບຳບັດສິ່ງແວດລ້ອມ ລະດັບພາກພື້ນອາຊີ ປາຊີຟິກ. ຫົວຂໍ້ທີ່ກຸ່ມໄດ້ຄົ້ນຄວ້າມາ ແມ່ນມາດຕະການບຳບັດສິ່ງເສດເຫຼືອຢາງພລາດສະຕິກ ໃນໄລຍະເວລາສັ້ນທີ່ສຸດ.

“ນ້ອງຮູ້ສຶກພາກພູມໃຈທີ່ສຸດ ເພາະວ່າບໍ່ຄ່ອຍມີກຸ່ມນັກສຶກສານານາຊາດ, ເຊິ່ງໃນນັ້ນມີທັງນັກສຶກສາ ສ.ເກົາຫຼີ, ອິນໂດເນເຊຍ ແລະ ຫວຽດນາມ ຄວ້າໄດ້ລາງວັນໃນການສອບແສັງລະດັບໂລກຢູ່ ສ.ເກົາຫຼີ. ນີ້ແມ່ນການສອບເສັງກ່ຽວກັບແນວຄວາມຄິດ startup. ຢູ່ໃນກຸ່ມ ນ້ອງເປັນຜູ້ຈັດຕັ້ງ ແລະ ຄິດໄອເດຍ ເພື່ອສ້າງຮູບແບບບຳບັດ ແລະ ແຕ່ງສະລາຍຟີເຊັນ”.

ນອກຈາກໂຄງການດັ່ງກ່າວແລ້ວ, ງອັກກວາງ ຍັງເປັນນັກຂ່າວກິດຕິມະສັກຂອງ ສູນ ສ.ເກົາຫຼີ - ອາຊຽນ ປະຈຳ ສ.ເກົາຫຼີ ອີກດ້ວຍ. ໃນປີຜ່ານມາ, ກວາງ ກໍໄດ້ຂຽນບົດຄວາມປະມານ 30 ບົດ ແລະ ມີບົດຂຽນປະມານ 30 ບົດທີ່ມີເນື້ອໃນກ່ຽວກັບການເຄື່ອນໄຫວຂອງ ອາຊຽນ ແລະ ສ.ເກົາຫຼີ.

“ບັນດາການເຄື່ອນໄຫວນີ້ ບໍ່ພຽງແຕ່ເປັນປະໂຫຍດໃຫ້ແກ່ການພົວພັນລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ເທົ່ານັ້ນ, ຫາກຍັງເປັນປະໂຫຍດແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ອີກດ້ວຍ. ນ້ອງຂຽນບົດ, ຂຽນຂ່າວນັ້ນກໍເພື່ອຈຸດປະສົງຢາກໂຄສະນາພາບພົດປະຊາຊົນ ຫວຽດນາມ ຜ່ານເຫດການຕ່າງໆ. ນີ້ແມ່ນໂອກາດເພື່ອໃຫ້ນ້ອງແຜ່ຂະຫຍາຍພາບພົດຂອງປະເທດຊາດ, ປະຊາຊົນ ແລະ ຈຸດຄວາມງາມທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ອອກສູ່ໂລກ, ເພື່ອໃຫ້ນັບມື້ນັບ ຈະມີຫຼາຍປະເທດຮູ້ຈັກເຖິງ ຫວຽດນາມ ຫຼາຍກວ່າ”.

ກໍໃນຄວາມມານະພະຍາຍາມອະນຸລັກຮັກສາ, ໂຄສະນາພາບພົດຂອງ ຫວຽດນາມ ຢູ່ປະເທດ ສ.ເກົາຫຼີ, ເອື້ອຍ ຫງວຽນທິບຽດ ເຊິ່ງດຳລົງຊີວິດຢູ່ດິນແດນແຫ່ງນີ້ມາເປັນເວລາ 14 ປີ ກໍໄດ້ເປີດຫ້ອງສອນພາສາ ຫວຽດນາມ ໂດຍບໍ່ເກັບຄ່າໃຫ້ແກ່ຄອບຄົວນານາວັດທະນະທຳດ້ວຍຕົນເອງ. ນັບແຕ່ປີ 2016 ມາຮອດປັດຈຸບັນ, ເອື້ອຍ ບຽດ ໄດ້ເປີດ 5   ຊຸດຮຽນ ດ້ວຍສຳມະນາກອນປະມານ 30 ຄົນ.

“ປັດຈຸບັນ, ຂ້າພະເຈົ້າເປັນທີ່ປຶກສາດ້ານການພັດທະນາສິ່ງແວດລ້ອມດ້ວຍ 2 ພາສາ. ໝາຍຄວາມວ່າ ເປັນຜູ້ຖ່າຍທອດ, ແນະນຳ, ກຳນົດທິດໃຫ້ແກ່ຜູ້ປົກຄອງ ເພາະວ່າເຮົາຕ້ອງຮູ້ອະນຸລັກຮັກສາກົກເຄົ້າເງົ້າກໍຂອງຕົນ, ຕ້ອງໃຫ້ຄົນລຸ້ນທີ 2, ທີ 3 ຮູ້ຈັກພາສາ ຫວຽດ, ພັດທະນາພາສາ ຫວຽດ, ວັດທະນະທຳ ຫວຽດນາມ ຢູ່ບ້ານເກີດເມືອງນອນແຫ່ງທີສອງ”.

ບໍ່ພຽງແຕ່ສະເພາະວຽກງານອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນ, ຊາວ ຫວຽດນາມຫຼາຍຄົນ ຢູ່ ສ.ເກົາຫຼີ ຍັງເປັນຂົວຕໍ່ຊຸກຍູ້ການພັດທະນາເສດຖະກິດສອງຝ່າຍ. ເອື້ອຍ ຫວໍງອກຕວຽດ, ໜຶ່ງໃນບັນດານັກທຸລະກິດໜຸ່ມ ທີ່ມີຄວາມຂະຫຍັນຂັນເຄື່ອນໃນການດຳເນີນທຸລະກິດເຂົ້າສານ ເປັນໜຶ່ງໃນບຸກຄົນເຫຼົ່ານັ້ນ.

ປະກອບສ່ວນສ້າງກຳລັງແຮງໃຫ້ແກ່ປະເທດຊາດ

ບັນດາບຸກຄົນຄື ງອກກວາງ, ຫງວຽນທິບຽດ ຫຼື ງອກຕວຽດ ແມ່ນ 3 ໃນຈຳນວນພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ນັບລ້ານຄົນທີ່ພວມດຳລົງຊີວິດຢູ່ກວ່າ 130 ປະເທດ ແລະ ເຂດແຄວ້ນ ເປັນເຈົ້າກຳປະຕິບັດການອະນຸລັກຮັກສາ ແລະ ກໍເປັນທູດໂຄສະນາກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ. ບັນດາຄຸນຄ່າທີ່ເປັນມູນເຊື້ອ ທີ່ພໍ່ແມ່ພີ່ນ້ອງໄດ້ອະນຸລັກຮັກສາ ແລະ ເສີມຂະຫຍາຍນັ້ນ ບໍ່ພຽງແຕ່ແມ່ນການເຊື່ອມຕໍ່ລະຫວ່າງສະມາຊິກໃນຄອບຄົວ, ລະຫວ່າງຄອບຄົວກັບປະຊາຄົມ, ກັບບ້ານເກີດເມືອງນອນເທົ່ານັ້ນ, ຫາກຍັງເປັນສານຢ່າງເລິກເຊິ່ງຢາກຝາກຝັງໃຫ້ເພື່ອນມິດສາກົນ, ປະກອບສ່ວນສ້າງເປັນ “ກຳລັງແຮງ” ຂອງ ຫວຽດນາມ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຖືວ່າ:

  ບັນ​ດາທ່ານ​ທູດ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ - ảnh 2ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ:TTXVN)

“ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນປັດໄຈສຳຄັນທີ່ສຸດ, ປະກອບສ່ວນນຳ ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າກັບສາກົນ, ປະກອບສ່ວນຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນຂອງ ຫວຽດນາມ ກັບບັນດາປະເທດ, ບັນດາອົງການຈັດຕັ້ງ ແລະ ຄູ່ຮ່ວມມືອື່ນໆຢ່າງເລິກເຊິ່ງ. ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຮ່ວມແຮງຮ່ວມໃຈລະດົມທຸກແຫຼ່ງກຳລັງສາກົນ ໜູນຊ່ວຍພາລະກິດສ້າງສາ ແລະ ພັດທະນາບ້ານເກີດເມືອງນອນ, ຍົກສູງພາບພົດ ແລະ ທີ່ຕັ້ງຂອງປະເທດຊາດ, ປະຊາຊົນ ຫວຽດນາມ ບົນເວທີສາກົນ”.

ບັນດາຜົນສຳເລັດຂອງປະເທດຊາດໃນວັນນີ້ ແມ່ນຄວາມເອກອ້າງທະນົງໃຈລວມຂອງປະຊາຊົນ ຫວຽດນາມ ທັງໝົດ, ນັບທັງຢູ່ພາຍໃນ ແລະ ຕ່າງປະເທດ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ວາງອອກເປົ້າໝາຍຍຸດທະສາດ ສ້າງປະເທດ ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ ໃນປີ 2045. ໃນວິວັດທະນາການນັ້ນ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ຮ່ວມແຮງຮ່ວມໃຈກະທຳ ເພື່ອປະເທດ ຫວຽດນາມ ຮຸ່ງເຮືອງ, ສີວິໄລ ແລະ ວັດທະນາຖາວອນ./.

ຕອບກັບ

ຂ່າວ/ບົດ​ອື່ນ