ບັນດານັກພູມສາດແລະການເດີນທະເລຂອງຝ່າຍຕາເວັນຕົກໄດ້ຢືນຢັນ:ຮ່ວາງຊາ ແມ່ນຂຶ້ນກັບຫວຽດນາມ


(vovworld)- ມີ​ແຜນ​ທີ່ກວ່າ 140 ສະ​ບັບ​ໂດຍ​ບັນ​ດາ​ນັກ​ພູ​ມ​ສາດ, ນັກ​ການ​ເດີນ​ທະ​ເລ, ນັກ​ສ້າງ​ແຜນ​ທີ່ ຢູ່​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ທີ່ພິມ​ຈຳ​ຫ​ນ່າຍ​ໃນ​ສັດ​ຕະ​ວັດ​ທີ 16-19 ໄດ້​ແຕ້ມ​ຫລື​ບັນ​ທຶກ​ສະ​ຖານ​ທີ່ Paracel/Paracels/Pracel/Parcel Islands (ໝູ່​ເກາະ​ຮ່​ວາງ​ຊາ). ສິ່ງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ພິ​ສູດ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ ໝູ່​ເກາະ​ຮ່​ວາງ​ຊາ. ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຂໍ​ແນະ​ນຳ​ບັນ​ດາ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ເນື້ອ​ໃນ​ດັ່ງ​ກ່າວ​ຂອງ ດ​ຣ ເຈີນ​ດືກ​ແອງ​ເຊີນ, ຮອງ​ຫົວ​ຫ​ນ້າ​ສະ​ຖານ​ບັນ​ຄົ້ນ​ຄ້​ວາ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ດາ​ຫ​ນັງ ໃນ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ​້​ວ່າ: ບັນ​ດາ​ນັກ​ພູມ​ສາດ ແລະ ການ​ເດີນ​ທະ​ເລ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຢືນ​ຢັນ:ຮ່​ວາງ​ຊາ​ແມ່ນ​ຂຶ້ນ​ກັບ​ຫວຽດ​ນາມ.

ບັນດານັກພູມສາດແລະການເດີນທະເລຂອງຝ່າຍຕາເວັນຕົກໄດ້ຢືນຢັນ:ຮ່ວາງຊາ ແມ່ນຂຶ້ນກັບຫວຽດນາມ - ảnh 1
ພິ​ທີ​ຮັບ​ຊຸດ​ແຜນ​ທີ່ Atlas ໂລກ
photo:hanoimoi.com.vn

ບ      ຢູ່​ເທິງ​ບັນ​ດາ​ແຜນ​ທີ່ນີ້, Paracels  ເຄີຍ​ໄດ້​ພັນ​ລະ​ນາຄື​ດັ່ງ​ “ໃບ​ມີດ” ຍາວ, ທີ່ແກ່​ຍາວ​ຢູ່ນອກ​ຝັ່ງ​ຕໍ່​ຫ​ນ້າ​​ຝັ່ງ​ທະ​ເລ ຫວຽດ​ນາມ. ​ຕອນ​ຕ​ົ້ນ​ຂອງ​​ໃບມີດທາງ​ທິດ​ເຫ​ນືອ​ເຄີຍ​ບັນ​ທຶ​ກ​ບັນ​ດາ​ສະ​ຖານ​ທີ່ຄື: I.des baicos Cachina, I.da Pracell, I.de Pracel. Doa Tavawuero, Paracel Islands, Paracel, Paracels, Pracel, Parcels… ຕອນ​ທ້າຍ​ຂອງ​​ໃບມີດ ທາງ​ທິດ​ໃຕ້ ເຄີຍ​ຂຽນ​ວ່າ Pullo Sissir do Mar (ຫມາຍ​ຄວາມ​ວ່າ​ແມ່ນ ກູ​ລາວ​ທູ ຢູ່​ເຂດ​ທະ​ເລ ບີງ​ຖ້ວນ ຂອງ​ຫວຽດ​ນາມ ປະ​ຈຸ​ບັນ). ສ່ວນ​ເຂດ​ຝັ່ງ​ທະ​ເລ​ຕໍ່​ຫ​ນ້າ​ໝູ່​ເກາະ​ນີ້(ຂຶ້ນ​ກັບ​ເຂດ​ແຄມ​ຝັ່ງ​ທະ​ເລ​ພາກ​ກາງ​ຫວຽດ​ນາມປະ​ຈຸ​ບັນ” ຖືກ​ຂຽນ​ວ່າ Costa da Paracel, Coste de Pracel(ຝັ່ງ​ທະ​ເລ​ຮ່​ວາງ​ຊາ).

        ບັນ​ດາ​ແຜນ​ທີ່​ສະ​ບັບ​ຕົ້ນ​ມີ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ​ປະ​ຫວັດ​ສາດ

        ​ທີ​ຫ​ນຶ່ງ ແຜນ​ທີ່ Cabo Comorim, Japao, Moluco e Note in Atlas ແມ່ນນອນ​ໃນ​ຊຸດ​ແຜນ​ທີ່ ຊື່ງ​ລວມ​ມີ 18 ສະ​ບັບ, ໂດຍ Fernao Vaz Dourado ຊາວ​ປອກ​ຕຸຍການ ແຕ້​ມ ເມື່ອ​ປີ 1571. ຈຸດ​ເລີ່ມ​ຕົ້ນ​ຢູ່​ທິດ​ເຫ​ນືອ​ໝູ​ເກາະ Paracels ຖືກ​ຂຽນ​ວ່າ: I.de baixos Cachina, ຕອນ​ສຸດ​ທ້າຍ​ຢູ່​ທິດ​ໃຕ້ ​ຖືກຂຽນ​ວ່າ Pulo Sissi (ກູ​ລາວ​ທູ). ລະ​ຫວ່າງ​ຈຸດ​ເລີ່ມ​ຕົ້ນ ແລະ ຕອນ​ສຸດ​ທ້າຍ​ຍັງ​ມີ​ບັນ​ດາ​ກຸ່ມ​ເກາະ​ທີ່​ໄດ້​ຕັ້ງ​ຊື່​ຢ່າງ​ຈະ​ແຈ້ງ​ຄື: Pulo Campello(ກູ​ລາວ​ຈາມ), Pulo Catao ( ກູ​ລາວ​ແຣ), Pulo Cambi(ກູ​ລາວ​ແຊງ).. ເຂດ​ດິນ​ຢູ່​ໃນ​ຝັ່ງ​ທະ​ເລ​ຄຽງ​ຄູ່​ກັບ Pracel ຖືກ​ຂຽ​ນ​ວ່າ Costa da Pracel.

        ທີ​ສອງ: ແຜນ​ທີ່​ ​ໂດຍ​ນັກ​ການ​ເດີນ​ທະ​ເລ​ຊາວ ປອກ​ຕູຍ​ການ Fernao Vaz Dourado ແຕ້ມ​ເມື່ອ​ປີ 1576, ແລະ​ພິມ​ຈຳ​ຫ​ນ່າຍ​ຄືນ​ໃຫມ່​ໃນ​ປີ 1843 ແລະ ປີ 1847. ຮູບ​ແຕ້ມ​ກ່ຽວ​ກັບ​ໝູ່​ເກາະ​ຮ່​ວາງ​ຊາຢູ່​ເທິງ​ແຜນ​ທີ່ນີ້ ຖືກ​ຂຽນ​ວ່າ: I. da Pracell ກວມ​ເອົາ​ທັງ​ໝູ່​ເກາະ​ເຈື່ອງ​ຊາ ແຕ່​ມີ​ການ​ຈຳ​ແນກ​ກັບ​ບັນ​ດາ​ເກາະ: Pulo Campello(ກູ​ລາວ​ຈາມ), Pulo Catao ( ກູ​ລາວ​ແຣ), Pulo Cambi(ກູ​ລາວ​ແຊງ).

 ທີ​ສາມ​ແມ່ນ: ແຜນ​ທີ່ ໂດຍ​ນັກ​ພູມ​ສາດ ໂຮນ​ລັງ Van Langren ແຕ້ມ​ເມື່ອ​ປີ 1595. ນີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ແຜນ​ທີ່​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ແຕ້ມ​ກ່ອນ​ກວ່າ​ໝູ່ ແລະ ແຕ້ມ​ໝູ່​ເກາະ Paracel ລະ​ອຽດ​ທີ່​ສຸດ, ອຸ​ດົມ​ສົມ​ບູນ ແລະ ຮອບ​ດ້ານ. ຢູ່​ເທິງ​ແຜນ​ທີ່ນີ້, ໝູ່​ເກາະ ຮ່​ວາງ​ຊາ ຖືກ​ຂຽນ​ເປັນ​ຊື່​ວ່າ: I.de Pracel. ສ່ວນ​ເຂດ​ຝັ່ງ​ທະ​ເລ​ທາງ​ທິດ​ຕາ​ເວັນ​ຕົກ ​ຄຽງ​ຄູ່​ກັບ​ໝູ​່​ເກາະ ຮ່​ວາງ​ຊາ ຖືກ​ຂຽນ​ເປັນ​ຊື່​ວ່າ: Costa de Pracel.

        ທີ​ສີ່​ແມ່ນ: ແຜນ​ທີ່​ India Orientalis (ອິນ​ເດຍ​ຕາ​ເວັນ​ອອກ) ໂດຍ Jodocus Hondius I ແຕ້ມ​ເມື່ອ​ປີ 1613. ຢູ່​ເທິງ​ແຜນ​ທີ່ນີ້ ທັງ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຖືກ​ແຕ້ມ​ຕິດ​ຈອດ​ກັນ ຄື​ຮູບ​ປາຍ​ມີດ ແລະ ຖືກ​ໃສ່​ຊື່​ລວມ​ວ່າ Pracel. ເຂດ​ຝັ່ງ​ທະ​ເລ​ຕໍ່​ຫ​ນ້າ​ກັບ Pracel ທາງ​ທິດ​ຕາ​ເວັນ​ຕົກ​ກ​ໍ​ໄດ້​ໃສ່​ຊື່​ວ່າ Costa de Pracel.

        ທີ​ຫ້າ​ແມ່ນ: ແຜ່ນ​ທີ່ Partie de la Cochinchine ໃນ​ຊຸດ Atlas Universel (6 ຊຸດ) ໂດຍ​ນັກ​ພູມ​ສາດ​ຊາວ​ແບນ​ຊີກ Philippe Vandermanelen ຮຽບ​ຮຽງ, ພິມ​ຈຳ​ຫ​ນ່າຍ​ເມື່ອ​ປີ 1827. ແຜນ​ທີ່​ສະ​ບັບ​ນີ້ ນອນ​ໃນ​ຊຸດ 2(ອາ​ຊີ), ແຕ້ມ​ຝັ່ງ​ທະ​ເລ​ພາກ​ກາງ​ຫວຽດ​ນາມ ແກ່​ຍາວ​ຈາກ​ເສັ້ນ​ຂ​ະ​ຫ​ນານ 120 B ຮອດ​ເສັ້ນ​ຂະ​ຫ​ນານ 160 B ຊື່ງ​ລວມ​ມ​ີ: ກິງ​ກາງ(ບີ່ງ​ຄາງ ຊື່​ເກົ່າ​ຂອງ​ແຂວງ ແຄງ​ຮ່​ວາ) ດ້ວຍ​ບັນ​ດາ​ສະ​ຖານ​ທີ່:  Carmraigne havre (ທ່າ​ກຳ​ປັ່ນ ກາມ​ແຣງ), Nhiatrang(ຍາ​ຈາງ), Quin hone(ກູຍ​ເຍີນ).

    ທີ​ຫົກ​ແມ່ນ: ​ແຜນ​ທີ່​ກ່ຽວ​ກັບ​ປະ​ເທດອານ​ນາມ ໂດຍ​ສັງ​ຄະ​ລາດ ຊາວ​ຝ​ລັ່ງ Jean Louis Taberd ແຕ້ມ​ເມື່ອ​ປີ 1838. ຊື່​ແຜນ​ທີ່ນີ້​ຖືກ​ຂຽນ​ດ້ວຍ​ພາ​ສາ​ຮານ, ພາ​ສາ​ແຫ່ງ​ຊາດ ແລະ ພາ​ສາ​ລາ​ຕີ​ນ. ແຕ່​ບັນ​ດາ​ສະ​ຖານ​ທີ່ ​ຢູ່​ເທິງ​ແຜນ​ທີ່​ພຽງ​ຂຽນ​ດ້ວຍ​ພາ​ສາ​ແຫ່ງ​ຊາດ ແລະ ພາ​ສາ​ລາ​ຕີນ. ຮູບ​ແຕ້ມ​ໝູ​່​ເກາະ​ຮ່​ວາງ​ຊາ ຢູ່​ເທິງ​ແຜນ​ທີ່​ມີ​ຈຸດ​ພິ​ກັດ​ເກືອບ​ຊັດ​ເຈນ​ກັບ​ສ​ະ​ພາບ​ເດີມ ພ້ອມ​ກັບ​ແຖວ​ຫ​ນັງ​ສື​ຂຽນ​ວ່າ: “Paracel seu ຂີ້​ຊາ​ຍ​ຄຳ”. ໃນ​ບົດ​ຂຽນ Note on the Geography of Cochin china(ແນະ​ນຳ​ພ​ູມ​ສາດ​ຫວຽດ​ນາມ) ທີ່​ພິມ​ໃນ The Journal of the Asiatic Society of Bengal( ເອ​ກະ​ສານ​ຂອງ​ສະ​ມາ​ຄົມ ອາ​ຊີ ຢູ່ Bengal) ເຫລັ້ມ 6 ພາກ​ທີ 2 ​ທີ່ພິມຈຳ​ຫ​ນ່າຍ​ປີ 1837, ສັງ​ຄະ​ລາດ Taberd ຮັບ​ຮູ້​ວ່າ: “Paracel ຫລື Pracel, ໝາຍ​ເຖິງ ຮ່​ວາງ​ຊາ - ກົນ​ຫວ່າງ ຂຶ້​ນ​ກັບ Cochin China (ຫວຽດ​ນາມ).

ຮ່ວາງ​ຊາ​ແມ່ນ​ຂຶ້ນ​ກັບ​ຫວຽດນາມ

  ວິທີ​ຈົດ​ຊື່​ໃນ​ບັນດາ​ແຜນ​ທີ່​​ບູຮານຂອງຝ່າຍ​ຕາ​ເວັນ​ຕົກສະ​ແດງ​ໃຫ້​ເຫັນ​ວ່າ​ນັບ​ແຕ່​ສັດຕະວັດ​ທີ 16, ບັນດາ​ນັກ​ເດີນ​ທະ​ເລ​ປອກຕຸຍການ ​ໄດ້​ຊີ້​ໃຫ້​ເຫັນ​ສາຍ​ພົວພັນ​ດ້ານ​ພູມ​ສາດ​ລະຫວ່າງ​ເຂດ​ທະ​ເລ​ພາກໃຕ້​ກັບ​​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ກັບ​ບັນດາ​ເກາະ​ກູ່​ລາວ​ຈ່າມ, ກູ່​ລາວ​ແຣ, ກູ່​ລາ​ວ​ແຊງ…​ພິ​ເສດ, ​ໃນ​ແຜນ​ທີ່​ພິມ​ຈຳໜ່າຍ​ປີ 1827 ​ໄດ້​ແນະນຳ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ລາຊະ​ອານາຈັກ​ອານ​ນາມ​ຕາມ​ແຕ່ລະ​ຂໍ້: ພູມ​ມີ​ປະ​ເທດ, ລະບອບ​ການ​ເມືອງ, ສະຖິຕິ, ​ໂລຫະ…​ຈາກ​ວິທີ​ຕັ້ງຊື່​ແຜນ​ທີ່​ແມ່ນ Partie de la Cochinchine ວິທີ​ສະ​ແດງ​ສະຖານ​ທີ່​ຕ່າງໆ​ໃນ​ເຂດ​ດິນ​ຕໍ່​ແຜ່ນ, ບັນດາ​ເກາະ​ແຄມ​ທະ​ເລ ​ແລະ ​ເຂດ​ໝູ່​ເກາະ Paracels ຢູ່​ນອກ​ຝັ່ງທະ​ເລ​ຫວຽດນາມ, ​ແນະນຳກ່ຽວ​ກັບລາຊະ​ອານາຈັກ​ອານ​ນາມ ​ໃນ​ເວລາ​ນັ້ນ ກໍ່​ຄື​ການຈັດ​ແຜນ​ທີ່​ສະບັບ​ນີ້​ເຂົ້າ​ໃນ​ກຸ່ມ​ແຜນ​ທີ່​ພັນ​ລະ​ນາ​ທີ່​ຕັ້ງພູມ​ສາດ​ຂອງ​ຫວຽດນາມ ຍຸກສະ​ໄໝ​ນັ້ນ​ໃນ​ຊຸດ Atlas Universel ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ເຮັດ​ຊຸດ Atlas ນີ້​ໄດ້​ຮັບຮອງ Paracels (​ເຂດ​ໝູ່​ເກາະ​ຮ່ວາງ​ຊາ) ​ແມ່ນ​ສ່ວນ​ໜຶ່ງ​ໃນ​ເຂດ​ດິນ​ແດນ​ຂອງ ລາຊະ​ອານາຈັກ​ອານ​ນາມ ​ໃນ​ເວລາ​ນັ້ນ.

  ​ເປັນ​ທີ່​ຈະ​ແຈ້ງ​​ແລ້ວ, ນັບ​ແຕ່​ສັດຕະວັດ​ທີ 16, ບັນດາ​ນັກ​ພູມ​ສາດ ​ແລະ ນັກ​ເດີນ​ທະ​ເລ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ແຕ້ມ​ແຜນ​ທີ່​ເຂດ​ທະ​ເລ​ຮ່ວາງ​ຊາ ​ແລະ ກຳນົດ​ຊື່ Paracels ບົນ​ແຜນ​ທີ່​ເພື່ອ​ເວົ້າ​ເຖິງ​ເຂດໝູ່​ເກາະ​ທີ່​ຊາວ​ຫວຽດນາມ ​ເອີ້ນ​ວ່າ ຮ່ວາງ​ຊາ. ພ້ອມ​ກັນນັ້ນ, ​ເຂົາ​ເຈົ້າກໍ່​ໄດ້​ກຳນົດ​ສະຖານ​ທີ່​ເຂດ​ທະ​ເລຕໍ່ໜ້າ​ເຂດ​ໝູ່​ເກາະ Paracels ຢູ່​ເບື້ອງ​ຕາ​ເວັນ​ຕົກ ​ແມ່ນ Coste de Paracels (ຝັ່ງ​ທະ​ເລ​ຮ່ວາງ​ຊາ) ​ຄື​ດັ່ງການ​ຮັບ​ຮູ້​ເຂດ​ໝູ່​ເກາະ​ແຫ່ງ​ນີ້​ຂຶ້ນ​ກັບ​ເຂດ​ນ້ຳ​ແດນ​ດິນ​ຂອງ​ປະ​ເທດ​ນອນ​ໃນ​ເຂດ​ຝັ່ງ​ທະ​ເລທາງ​ທິດຕາ​ເວັນ​ຕົກ​ແມ່ນ​ອານ​ນາມ/Cauchi-China/ CochinChine/Cochin-China ໝາຍ​ເຖິງ​ຫວຽດນາມ ​ໃນປະຈຸ​ບັນ./.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ