ບັນດາບັນຫາວາງອອກ ພາຍຫລັງເກີດເຫດກໍ່ການຮ້າຍຢູ່ ສີລັງກາ

(VOVWORLD) - ວັນທີ 21 ເມສາ, ກົງກັບໂອກາດບຸນອິດສະເຕີ, ບັນດາເຫດວາງລະເບີດແນໃສ່ໂບດ ແລະ ໂຮງແຮມຫລາຍແຫ່ງຢູ່ນະຄອນຫລວງ ສີລັງກາ ເຮັດໃຫ້ 290 ຄົນເສຍຊີວິດ ແລະ ນັບຮ້ອຍໆຄົນຮັບບາດເຈັບ.

ໂລກຍັງມີຄວາມສົນລະວົນໃຈ ຍ້ອນບັນດາເຫດກໍ່ການຮ້າຍໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບເປັນຈຳນວນຫລາຍຢູ່ປະເທດ ສີລັງກາ ພາຍຫລັງຢຸດຕິເສິກການເມືອງຢູ່ປະເທດ ອາຊີໃຕ້ນີ້ ມາເປັນເວລາ 1 ທົດສະວັດ. ເຫດການດັ່ງກ່າວ ບໍ່ພຽງແຕ່ແມ່ນວຽກງານພາຍໃນຂອງປະເທດໃດໜຶ່ງເທົ່ານັ້ນ ຍ້ອນມັນມີຮ່ອງຮອຍຂອງການກໍ່ການຮ້າຍສາກົນ. ນີ້ແມ່ນຄຳກ່າວເຕື່ອນໃຫ້ບັນດາປະເທດທັງໝົດ ບໍ່ຄວນຂາດຄວາມລະມັດລະວັງໃນການຕໍ່ສູ້ຕ້ານຄືນລັດທິກໍ່ການຮ້າຍ.

      ວັນທີ 21 ເມສາ, ກົງກັບໂອກາດບຸນອິດສະເຕີ, ບັນດາເຫດວາງລະເບີດແນໃສ່ໂບດ ແລະ ໂຮງແຮມຫລາຍແຫ່ງຢູ່ນະຄອນຫລວງ ສີລັງກາ ເຮັດໃຫ້ 290 ຄົນເສຍຊີວິດ ແລະ ນັບຮ້ອຍໆຄົນຮັບບາດເຈັບ. ນີ້ແມ່ນເຫດວາງລະເບີດນອງເລືອດທີ່ສຸດ ແນໃສ່ສາມັນຊົນໃນປະຫວັດສາດຂອງປະເທດເກາະອາຊີໃຕ້ນີ້ ນັບແຕ່ພາຍຫລັງເກີດເສິກການເມືອງທີ່ແກ່ຍາວມາເປັນເວລາ 26 ປີ ແລະ ສິ້ນສຸດໃນປີ 2009. ວັນທີ 22 ເມສາ, ລົດໂອໂຕຄັນໜຶ່ງໄດ້ລະເບີດໃກ້ກັບໂບດ St.Anthony ຢູ່ ໂກໂລມໂບ, ສີລັງກາ, ເມື່ອກຳລັງເຈົ້າໜ້າທີ່ພວມຊອກຫາວິທີແກ້ແກັ໊ບຂອງລະເບີດຕິດໃນລົດຄັນດັ່ງກ່າວ.

ບັນດາບັນຫາວາງອອກ ພາຍຫລັງເກີດເຫດກໍ່ການຮ້າຍຢູ່ ສີລັງກາ - ảnh 1 ບັນດາບັນຫາວາງອອກ ພາຍຫລັງເກີດເຫດກໍ່ການຮ້າຍຢູ່ ສີລັງກາ (ພາບ: THX/TTXVN)

        ສຳລັບຊາວ ສີລັງກາ ຫລາຍຄົນແລ້ວ, ບັນດາເຫດວາງລະເບີດໄດ້ເຮັດໃຫ້ເຂົາເຈົ້າຄິດເຖິງຄວາມຊົງຈຳເສົ້າສະຫຼົດໃຈກ່ຽວກັບການປະທະກັນທີ່ແກ່ຍາວມາເປັນເວລາ 30 ປີ ຊຶ່ງເຮັດໃຫ້ 100.000 ຄົນເສຍຊີວິດ.

ຮ່ອງຮອຍຂອງກໍ່ການຮ້າຍສາກົນ

        ພາຍຫລັງເກີດບັນດາເຫດວາງລະເບີດ 1 ວັນ, ວົງການເຈົ້າໜ້າທີ່ ສີລັງກາ ໄດ້ຍົກອອກຖະແຫຼງກາດທາງການວ່າ ກຸ່ມອິດສະລາມຫົວຮຸນແຮງ National Thowheeth Jamaath (NTJ) ແມ່ນຕົວການ. ບັນຫາຢູ່ບ່ອນທີ່ວ່າ NTJ ໄດ້ຮັບການໜູນຫລັງຈາກຕາໜ່າງການກໍ່ການຮ້າຍສາກົນ. ນີ້ແມ່ນການວິນິດໄສທີ່ມີພື້ນຖານ ຍ້ອນຄວາມຈິງແລ້ວ, NTJ ພຽງແຕ່ແມ່ນກຸ່ມຫົວຮຸນແຮງໜ້ອຍ, ບໍ່ມີຊື່ສຽງຢູ່ ສີລັງກາ ເຊິ່ງໄດ້ຮູ້ຈັກເຖິງບັນດາການກະທຳມ້າງເພທຳລາຍພະພຸດທະຮູບພາຍໃນປະເທດໃນປີ 2018. ນັບແຕ່ກ່ອນມາຮອດປັດຈຸບັນ, NTJ ບໍ່ມີຊື່ໃນສຳເນົາທີ່ກ່ຽວຂ້ອງເຖິງບັນດາການບຸກໂຈມຕີກໍ່ການຮ້າຍທີ່ເຮັດໃຫ້ຫລາຍຄົນເສຍຊີວິດ ດັ່ງນັ້ນ ຄວາມສາມາດຂອງກຸ່ມນ ຈະສ້າງແຜນການເອງ ແລະ ປະຕິບັດບັນດາການວາງລະເບີດກໍ່ການຮ້າຍຢູ່ຫລາຍສະຖານທີ່ທີ່ມີຜູ້ຖືສາສະໜາເຢຊູ ແມ່ນສິ່ງບໍ່ອາດໄປໄດ້.

        ວົງການນັກໄຈ້ແຍກຖືວ່າ: ອົງການລັດອິດສະລາມຫົວຮຸນແຮງ (IS) ອາດຈະຢືນຢູ່ເບື້ອງຫລັງເຫດບຸກໂຈມຕີດັ່ງກ່າວ ເພື່ອສ້າງອິດທິພົນຊື່ສຽງຄືນໃໝ່ ພາຍຫລັງຖືກກວາດລ້າງເກືອບທັງໝົດຢູ່ ອີຣັກ ແລະ ຊີຣີ. ການກໍ່ການຮ້າຍຂອງ NTJ ກໍ່ມີຈຸດພິເສດເຊັ່ນດຽວກັນກຸ່ມກໍ່ການຮ້າຍລັດອິດສະລາມ (IS). ນັ້ນແມ່ນແນໃສ່ສາມັນຊົນ, ໄດ້ປະຕິບັດຢ່າງໂຫດຮ້າຍສາມານ ເພື່ອບັນລຸປະສິດທິຜົນຢ່າງສຸດຂີດ. ພວກມັນກໍ່ເລືອກເອົາບັນດາສະຖານທີ່ມີຊື່ສຽງ, ມີປະຊາຊົນ ແລະ ແຂກທ່ອງທ່ຽວສາກົນເຕົ້າໂຮມກັນເປັນຈຳນວນຫລວງຫລາຍ. ພະຍານຫຼັກຖານໃຫ້ເຫັນວ່າ ສ່ວນກ່ຽວຂ້ອງ ຫຼື ຜົນສະທ້ອນຂອງ IS ເຖິງເຫດວາງລະເບີດ ນັບມື້ນັບແຈ້ງກ່ວາ ເມື່ອບັນດາແຫຼ່ງຂ່າວໃນປະຊາຄົມຊາວມຸດສະລິມຢູ່ ສີລັງກາ ໄດ້ໃຫ້ເຫັນວ່າ NTJ ໄດ້ສະໜັບສະໜູນ IS ແລະ ຜູ້ກໍ່ຕັ້ງ NTJ Zahran Hashim, ຜູ້ຖືກກ່າວຫາແມ່ນໜຶ່ງໃນບັນດາຜູ້ວາງລະເບີດຢ່າງເປີດເຜີຍ.

ຄວາມວິຕົກວັງວົນຕໍ່ບັນດາການປະທະກັນໃໝ່

ສີລັງກາ ເຊິ່ງເຄີຍມີປະຫວັດສາດໄລຍະຍາວຕ້ານລັດທິກໍ່ການຮ້າຍ ແລະ ແຍກຕົກອອກ. ຢູ່ປະເທດທີ່ມີຫລາຍສາສະໜາ, ນານາຊາດ ດ້ວຍບັນດາການຫັນປ່ຽນໃນປະຫວັດສາດຄື ສີລັງກາ, ໜໍ່ແໜງການປະທະກັນຍາມໃດກໍ່ມີ ແລະ ອາດຈະເກີດຂຶ້ນຢ່າງງ່າຍດາຍ. ປະຊາຄົມຊາວກາໂຕລິກພຽງແຕ່ກວມເອົາປະມານ 7-8% ຈຳນວນພົນລະເມືອງຂອງປະເທດນີ້ເທົ່ານັ້ນ, ຊາວມຸດສະລິມ 10%, ຊາວຖືສາສະໜາ Hindu 13%, ສ່ວນຍັງເຫຼືອແມ່ນຖືສາສະໜາພຸດ. ການປະທະກັນດ້ານສາສະໜາ ແລະ ເຊື້ອຊາດເຜົ່າພັນໄດ້ກາຍເປັນບັນຫາຫຍຸ້ງຍາກ ເຮັດໃຫ້ບັນດາລັດຖະບານຢູ່ ສີລັງກາ ເຈັບຫົວ. ດັ່ງນັ້ນ, ສາຍເຫດຂອງພວກວາງລະເບີດກໍ່ການຮ້າຍ ເຖິງວ່າຍັງບໍ່ທັນໄດ້ກຳນົດຢ່າງຈະແຈ້ງເທື່ອ, ແຕ່ນັກໄຈ້ແຍກຫລາຍຄົນພັດມີຄວາມເຊື່ອໝັ້ນວ່າ ເຫດວາງລະເບີດແນໃສ່ຊາວຖືສາສະໜາເຢຊູ ຈະເຮັດໃຫ້ມີຄວາມສ່ຽງເກີດການປະທະກັນເຊື້ອຊາດເຜົ່າພັນຢູ່ປະເທດອາຊີໃຕ້ນີ້.

ກ່ຽວກັບສະພາບການໂລກ, ເຫດບຸກໂຈມຕີນອງເລືອດຢູ່ ສີລັງກາ ຄືຄຳກ່າວເຕື່ອນໃຫ້ບັນດາປະເທດວ່າ ເລື່ອງ IS ຖືກປະລາໄຊຢູ່ຕາເວັນອອກກາງ ບໍ່ມີຄວາມໝາຍຄວາມວ່າ ມັນຖືກດັບສູນ. ອິນໂດເນເຊຍ, ປະເທດທີ່ມີພົນລະເມືອງຖືສາສະໜາອິດສະລາມຫລາຍທີ່ສຸດໃນໂລກ, ໄດ້ຍູ້ແຮງການຕິດຕາມກວດກາ ແລະ ສືບລາຊະການລັບບັນດາການເຄື່ອນໄຫວຂອງບັນດາ “ຕາໜ່າງກໍ່ການຮ້າຍພວມຊ້ອນຕົວ”. ຕຳຫລວດໄດ້ຮັບການເພີ່ມທະວີໃນສະພາບເຕື່ອນໄພກ່ຽວກັບຄວາມສ່ຽງເກີດສະພາບການຂາດຄວາມໝັ້ນຄົງ, ພິເສດແມ່ນບັນດາກົນອຸບາຍຂອງບັນດາກຸ່ມກະບົດ. ທີ່ທະວີບອາເມລິກາ, ວໍຊີງຕັນ ຢືນຢັນວ່າ ການກໍ່ການຮ້າຍອິດສະລາມຫົວຮຸນແຮງຍັງຄົງແມ່ນໄພນາບຂູ່ໃນທົ່ວໂລກ ແລະ ປະເທດ ອາເມລິກາ ຈະສືບຕໍ່ການຕ້ານຄືນໄພນາບຂູ່ນີ້.

ບັນດາເຫດວາງລະເບີດໃນຊຸມວັນຜ່ານມາ ໄດ້ຢຸດຕິ 1 ທົດສະວັດແຫ່ງສັນຕິພາບຢູ່ ສີລັງກາ ພາຍຫລັງສິ້ນສຸດເສິກການເມືອງຢູ່ປະເທດນີ້ໃນປີ 2009. ເຫດວາງລະເບີດ ບໍ່ພຽງແຕ່ສົ່ງຜົນສະທ້ອນໂດຍກົງເຖິງການພັດທະນາຂອງ ສີລັງກາ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນລັດທິກໍ່ການຮ້າຍຍັງຄົງປະກົດຕົວຢູ່ບໍ່ວ່າສະຖານທີ່ໃດໆ, ຖ້າຫາກມະນຸດຂາດຄວາມລະມັດລະວັງອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ