ບັນດາບັນຫາໃນກອງປະຊຸມຄັ້ງທີ 17 ຂອງສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

   ໃນ​ອາທິດ​ນີ້, ທຸກໆ​ຄວາມ​ສົນ​ໃຈລ້ວນ​ແຕ່​ມຸ້ງ​ໄປ​ເຖິງ Durban ປະ​ເທດ​ ອາ​ຟຼິກກາ​ໃຕ້, ​ແຫ່ງ​ທີ່ຈັດກອງ​ປະຊຸມ​ຄັ້ງທີ 17 ຂອງ​ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຫລື COP-17 ດ້ວຍ​ຄວາມ​ຫວັງ​ວ່າ ນະຄອນ​ທ່າ​ກຳ​ປັ່ນ​ໃຫ່ຍກ່ວາ​ໝູ່​ຢູ່ອາ​ຟຼິກກາ​ໃຕ້​ແຫ່ງນີ້ ຈະ​ເຫັນ​ປະຈັກ​ຕາ​ບາດກ້າວ​ເດີນ​ໃຫ່ຍ ​ເພື່ອ​ແນ​ໃສ່​ກ້າວ​ໄປ​ເຖິງ​ການ​ສ້າ​ງເອກະສານ​ສະບັບ​ໃໝ່ ​ແທນ​ໃຫ້​ໄລຍະໜື່ງຂອງ​ອະນຸ​ສັນຍາ​ກຽວໂຕ. ​ແຕ່​ຄວາມ​ຫວັງ​ດັ່ງກ່າວຈະ​ປະກົດ​ຜົນ​ເປັນ​ຈິງ​ໄດ້ ​ກໍ່​ຕໍ່​ເມື່ອກຸ່ມ​ບັນດາ​ປະ​ເທດ​ພັດທະນາ ​ແລະ​ພວມ​ພັດທະນາ​ຮັດ​ແຄບ​ຊ່ອງ​ວ່າງໃນ​ການ​ປະຕິບັດ​ຄວາມ​ຮັບຜິດຊອບ​ຕໍ່​ໜ່ວຍ​ພິພົບ ຊື່ງ​ແມ່ນ​ຊາຍ​ຄາລວມຂອງ​ທຸກ​ຄົນເທົ່າ​ນັ້ນ.

​   COP-17 ໄດ້​​ດຳ​ເນີນ​ໄປ​ແຕ່​ວັນ​ທີ 28/11 ຫາ​ວັນ​ທີ 8/12 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນເກືອ​ບ 1 ໝື່ນ 5 ພັນທ່ານ​ທີ່​ມາ​ຈາກ​ກ່ວາ 194 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ​ທີ່​ເຂົ້າຮ່ວມ​ສົນທິສັນຍາ​ແມ່ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຫລື UNFCCC. ບັນຫາຈຸດ​ໃຈກາງ​ຂອງກອງນີ້​ແມ່ນບັນດາ​ຄວາມ​ມານະ​ພະຍາຍາມ​ ເພື່ອ​ແນ​ໃສ່​ແກ່ຍາວ​ເວລາ​ໄປ​ໄລຍະ​ທີ​ສອງ​ຂອງ​ອະນຸ​ສັນຍາ​ກຽວ​ໂຕ ​ເຊີ່ງ​ຈະ​ໝົດ​ຜົນ​ສັກສິດ​ໃນ​ປີ​ນີ້. ຕາມ​ແຜນການ​ແລ້ວ, COP-17 ຈະ​ສຸມ​ໃສ່​ປຶກສາ​ຫາລື 5 ບັນຫາ​ຕົ້ນຕໍ​ກ່ຽວຂ້ອງ​ເຖິງ​ວິວັດ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ ​ໃນກອງ​ປະຊຸມ​ສອງ​ຄັ້ງກ່ອນ​ ກໍ່​ຄື​ໃນກ​ອງປະຊຸມ​ຄັ້ງນີ້; ການ​ສ້າງ​ເອກະສານ​ຜູກ​ມັດ​ດ້ານ​ກົດໝາຍ​ສະບັບ​ໃໝ່ ​ແທນ​ໃຫ້​ໄລຍະ​ໜື່ງຂອງ​ອະນຸ​ສັນຍາ​ກຽວ​ໂຕ; ກຳນົດຄວາມ​ຮັບຜິດຊອບ​ດ້ານ​ການ​ເງິນ ​ແລະ​ພັນທະ​ຫລຸດຜ່ອນ​ອາຍ​ເສຍ​ຂອງ​ບັນດາ​ປະ​ເທດ​ພັດທະນາ ​ແລະ​ປະ​ເທດ​ຫາ​ກໍ່​ພົ້ນ​ເດັ່ນ​ຈຳນວນ​ໜື່ງ ທີ່​ມີ​ປະລິມານ​ອາຍ​ເສຍ​ຫຼາຍຢ່າງ​ຈະ​ແຈ້ງ; ຊອກ​ຫາກົນ​ໄກ​ສົມທົບ​ກັນ​ປະຕິບັດ​ບັນດາ​ມາດ​ຕະການ​ແທດ​ເໝາະ​ກັບ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢູ່​ໃນ​ທົ່ວ​ໂລກ; ຮັບປະກັນ​​ໃຫ້​ບັນດາ​ຂໍ້​ຕົກລົງຕິດ​ພັນ​ກັບ​ຫຼັກການ​​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ຝ່າຍ​ຕ່າງໆ ​ແລະ​ປະຊາ​ຄົມ​ໂລກ. ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Jacop Zuma ຫວັງ​ວ່າ ກອງ​ປະຊຸມ​ຄັ້ງນີ້ ຈະ​ແມ່ນການ​ເປີດ​ສາກ​ບັນດາ​ຂໍ້​ຕົກລົງທີ່​ກອງ​ປະຊຸມ COP-16 ຢູ່ Cancun ປະ​ເທດ​ເມັກ​ຊິກ​ໂກ ​ເຊີ່ງລວມມີ​ການ​ສ້າງຕັ້ງກອງ​ທຶນ​ສີ່​ງ​ແວດ​ລ້ອມ​ຂຽວ, ພິ​ເສດ​ແມ່ນ​ບັນດາ​ຄຳໝັ້ນສັນຍາ​ປະກອບ​ທຶນ​ໃຫ້​ແກ່ກ​ອງທຶນ​ນີ້ ຂອງ​ບັນດາ​ປະ​ເທດ​ພັດທະນາ ​ແລະ​ການ​ຫລຸດຜ່ອນ​ປະລິມານ​ອາຍ​ດີ​ໂອ​ຊິດ​ກາກ​ບອນ CO2 ຄື​ດັ່ງ​ໄດ້​​ໃຫ້​ຄຳໝັນສັນຍາກັນ​ແລ້ວ.

   ​ໂຄງການ​ດຳ​ເນີນ​ງານ​ໄດ້​ສ້າງ​ແຜນ​ຄື​ດັ່ງກ່າວ ​ແຕ່​ເບີ່​ງຄື​ວ່າ ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ ບໍ່ແມ່ນ​ເລື່ອງ​ງ່າຍດາຍ​ແຕ່​ຢ່າງ​ໃດ. ກອງ​ປະຊຸມ COP-17 ​ໄດ້​ດຳ​ເນີນ​ໄປ​ໃນ​ສະຖານະ​ການ​ໂລກ​ບໍ່​ອຳນວຍ​ຄວາມ​ສະດວກ, ພື້ນຖານ​ເສດຖະກິດ​ໂລກ ​ຢືນ​ຢູ່​ຕໍ່ໜ້າ​ໄພ​ຊຸດ​ໂຊມ ​ແລະ​ຊ້ອມ​ແຝງ​​ບັນດາປັດ​ໃຈ​ຂາດ​ສະຖຽນ​ລະ​ພາບ. ບັນດາ​ປະ​ເທດ​ພວມ​ພັດທະນາ​ຄື​ອາ​ເມ​ລິ​ກາ ​ແລະ​ເອີ​ລົບ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ໜີ້​ສິນ​ຢ່າງ​ໜັກໜ່ວງ ​ໃນ​ຂະນະ​ທີ່​ການ​ຟື້ນ​ຕົວ​ເສດຖະກິດ ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ, ສະນັ້ນ ບັນດາ​ຄຳໝັ້ນສັນຍາ​ແກ້​ໄຂ​ການ​ທ້າ​ທາຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ ຍາກ​ທີ່​ຈະ​ບັນລຸ​ໄດ້​ໝາກຜົນ​ດັ່ງ​ຄວາມ​ຫວັງ. ສິ່ງ​ທີ່​ຍາກ​ທີ່​ສຸດ​ໃນ​ປະຈຸ​ບັນ, ນັ້ນ​ແມ່ນ​ຄວາມ​ຜິດ​ໂຕນ​ອັນໃຫ່ຍຫຼວງລະຫວ່າງ​ປະ​ເທດ​ຕ່າງໆ​ກ່ຽວ​ກັບ​ຈຸດໝາຍ ​ແລະ​ບັນດາ​ມາດ​ຕະການ​ຫລຸດຜ່ອນ​ອາຍ​ເສຍ ​ເພື່ອ​ຫລຸດຜ່ອນ​ລະດັບ​ເພີ່ມ​ອູ​ນຫະພູມ​ທົ່ວ​ໂລກ​ລົງ 2 ອົງສາ​ຊີ. ​ແລະ​ຂໍ້​ຂັດ​ແຍ້​ງດ້ານ​ຜົນ​ປະ​ໂຫຍ​ດ ລະຫວ່າງບັນດາ​ປະ​ເທດ​ພັດທະນາ ​ແລະ​ພວມ​ພັດທະນາ​ຍັງ​ແມ່ນ​ບັນຫາ​ຫຍູ້​ງຍາກ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ມື້​ທຳ​ອິດຂອງ​ການ​ປຶ​ກສາ​ຫາລື​ທີ່​ກອງ​ປະຊຸມ ອັນ​ໄດ້​ເຣັດ​ໃຫ້​ຄວາ​ມຫວັງ​ກ່ຽວ​ກັບ​ໝາກຜົນ​ທີ່​ດີ​ທີ່​ຈະ​ບັນລຸ​ໄດ້. ທ່ານ Jonathan Pershing ຫົວໜ້າ​ຄະນະ​ເຈລະຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ອາ​ເມ​ລິ​ກາ​ໄດ້​ຢັ້ງຢືນ​ວ່າ  ​ ນັບ​ແຕ່​ນີ້​ຮອດ​ກ່ອນ​ປີ 2020, “ບັນດາ​ປະ​ເທດ​ທີ່​ມີ​ປະລິມານ​ອາຍ​ເສຍຫຼາຍ ຈະ​ບໍ່​ບັນລຸ​ຄຳໝັ້ນສັນຍາ​ສະບັບ​ໃໝ່​ໃດໆ​” ກ່ຽວ​ກັບ​ຈຸດໝາຍ​ຫລຸດຜ່ອນ​ອາຍ​ເສຍ​ໄດ້ຢ່າງ​ແນ່ານອນ. ຕາມ​ທ່ານ Jonathan Pershing ​ແລ້ວ, ການ​ກະທຳ​ເພື່ອ​ໂລກ​ແຫ່ງ​ຄວາມປອດ​ໄພ​ດ້ານ​ດິນ​ຟ້າ​ອາກາດຍັງ​ສືບ​ຕໍ່ “​ໄປ​ຕາມ​ເສັ້ນທາງ​ເກົ່າ ​ແລະ​ມີ​ໄພຕົກ​ເຂົ້າສູ່​ສະພາບ​ບໍ່​ມີ​ທາງ​ອອກ”, ຂະນະ​ທີ່​​ປະ​ເທດ​ສະມາຊິກ​ຂອງອະນຸ​ສັນຍາ​ກຽວໂຕສ່ວນ​ຫລາຍ ບໍ່​ຢາກ​​ໃຫ້​ສັດຕະຍາບັນ​ໄລຍະ​ທີ 2 ຂອງ​ເອະ​ສານ​ສະບັບ​ນີ້ ​ແລະ​ບັນດາ​ພື້ນຖານ​​ເສດຖະກິດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ ທີ່​ມີ​ປະລິມານ​ອາຍ​ເສຍ​ຫລາຍ​ຄື​ຈີນ, ອິນ​ເດຍ ​ແລະ​ບຣາຊິນ ​ເດັດ​ດຽວ​ຢືນ​ຢູ່​ນອກ​ບັນດາ​ຄວາມ​ມານະ​ພະຍາຍາມ​ຫລຸດຜ່ອນ​ອາຍ​ເສຍ. ກ່ອນ​ໜ້ານັ້ນ, ຍີ່ປຸ່ນ ​ແລະ​ລັດ​ເຊຍ ສອງ​ສະມາຊິກທີ່​ຕັ້ງໜ້າ​ຂອງອະນຸ​ສັນຍາ​ກຽວໂຕ​ກໍ່​ໄດ້​ເວົ້າວ່າ ຈະ​ບໍ່​ເຂົ້າຮ່ວມ​ໄລຍະ​ຕໍ່​ໄປ​ຂອງ​ອະນຸສັນຍາກຽວ​ໂຕ. ​ເອີ​ລົບ​ກໍ່​ໃຫ້​ຮູ້​ວ່າ ພຽງ​ແຕ່​ຮັບ​ຮູ້​ແກ່ຍາວ​ອະນຸ​ສັນຍາ​ດັ່ງກ່າວ ຖ້າ​ຫາກ​ວ່າ ​ມີ​ການ​ເຂົ້າຮ່ວມຂອງ​ຈິນ ​ແລະ​ອາ​ເມ​ລິ​ກາ.

   ມາ​ຮອດ​ຈຸດ​ເວລາ​ນີ້, ກອງ​ປະຊຸມ​ຕ່າງໆ​ໂດຍ ສປຊ ​ເປັນ​ປະທານ​ໄດ້​ຖືກ​ດຳ​ເນີນ​ໄປ​ແລ້ວ ​ແຕ່​ຍັງ​ບໍ່​ທັນ​ແກ້​ໄຂ​​ບັນດາ​ບັນຫາຕົ້ນຕໍໄດ້ ​ໃນ​ຂະນະ​ທີ່​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ທີ່​ສຸດ. ພິ​ເສດ, ​​ແມ່ນ​ເລື່ອງ​ອູ​ນຫະພວມ​ໜ່ວຍ​ພິພົບ​​ເພີ່ມ​ຂຶ້ນ ພວມ​ມີ​ການ​ກະທົບ​ອັນ​ຫຍໍ້​ທໍ້​ເຖິງ​ບັນດາ​ທະວີບ, ກໍ່​ຜົນ​ສະທ້ອນຢ່າງ​ຮ້າຍ​ແຮງ​ເຖິງ​ສິ່ງ​ແວດ​ລ້ອມ, ສຸຂະພາບ​ຂອງ​ມະນຸດ, ບັນດາ​ຜະລິດ​ຕະພັນ​ທັນ​ຍາ​ຫານ, ຊັ້ນ​ໂອ​ໂຊນ​ປ້ອງ​ກັນໜ່ວຍ​ພິພົບ…. ກໍ່​ຄື​ບັນດາ​ພື້ນຖານ​ໂຄງ​ລ່າງ​ໃນ​ໜ່ວຍ​ພິພົບ​ໃນ​ປະຈຸ​ບັນ​. ກ່ອນ​ກອງ​ປະຊຸມ COP-17, ບັນດາ​ຜູ້​ຊ່ຽວຊານ ສປຊ ​ໄດ້​ຍົກ​ອອກ​ຂໍ້​ໃຫ້​ສັງ​ເກດ​ວ່າ ​ໂລກ​ຍາກ​ທີ່​ຈະ​ບັນລຸ​ໄດ້​ຈຸດໝາຍ​ຮັກສາ​ລະດັບ​ເພີ່ມ​ຂຶ້ນອູ​ນຫະພູມ​ທົ່ວ​ໂລກ​ຕ່ຳ​ກ່ວາ 2 ອົງສາ​​ເຊ ໄດ້​ໃນ​ປີ 2020, ​ເຖິງ​ວ່າ​ໄດ້​ສຳ​ເລັດ​​ຈຸດໝາຍ​ທັງ​ໝົດ ກ່ຽວ​ກັບ​ການ​ຫລຸດຜ່ອນ​ອາ​ເສຍ​ກໍ່​ມົນ​ຜິດ​ເຮືອນ​ແກ້ວ. ສະນັ້ນ, ການ​ກະທຳ​ສະກັດ​ກັ້ນສະພາບອຸນຫະພູມຂອງ​ໜ່ວຍ​ພິພົບ​ເພີ່ມ​ຂຶ້ນ ຕ້ອງ​ມີ​ການ​ຮ່ວມ​​ແຮງ​ຮ່ວມ​ໃຈ​​ໃນ​ທົ່ວ​ໂລກ, ຄວາມ​ມານ​ະພະຍາຍາມ, ການ​ຮ່ວມ​ມື ​ແລະ​ການ​ເສຍສະຫຼະຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕ່າງໆ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ພັດທະນາ, ກ່ອນ​ທີ່​ທຸກສີ່​ງທຸກ​ຢ່າງ​ຈະ​ສວາຍ​​ເກີນ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ