ບັນດາບໍລິສັດເຄມີອາເມລິກາຕ້ອງມີຄວາມຮັບຜິດຊອບກ່ຽວກັບຜົນຮ້າຍຢ້ອນຫລັງຍ້ອນທາດພິດສີສົ້ມ/ດີໂອຊິນກໍ່ຂຶ້ນຢູ່ຫວຽດນາມ

(VOVWORLD) -ວັນທີ 10 ພຶດສະພາ ປີ 2021, ສານ ຢູ່ ນະຄອນ Evry ຊານເມືອງ ປາຣີ ປະເທດ ຝລັ່ງ ໄດ້ປະຕິເສດຄະດີຮ້ອງຟ້ອງຂອງທ່ານນາງ ເຈີນໂຕ໋ງາ ຕໍ່ 14 ບໍລິສັດເຄມີ ອາເມລິກາ, ໃນນັ້ນ ມີ ບໍລິສັດ Monsanto & Dow Chemical ຍ້ອນໄດ້ສະຫນອງທາດພິດສີສົ້ມ/ດີໂອຊິນ ໃຫ້ ກອງທັບ ອາເມລິການຳໃຊ້ໃນສົງຄາມຢູ່ຫວຽດນາມ. ຫາງສຽງສາກົນໄດ້ກ່າວປະນາມການຕັດສິນຂອງສານ ພ້ອມທັງສະແດງການສະຫນັບສະຫນູນທ່ານນາງ ເຈີນໂຕ໋ງາ ໃນຄະດີຮ້ອງຟ້ອງ ເພື່ອສິດຜົນປະໂຫຍດຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ.

ບັນດາບໍລິສັດເຄມີອາເມລິກາຕ້ອງມີຄວາມຮັບຜິດຊອບກ່ຽວກັບຜົນຮ້າຍຢ້ອນຫລັງຍ້ອນທາດພິດສີສົ້ມ/ດີໂອຊິນກໍ່ຂຶ້ນຢູ່ຫວຽດນາມ - ảnh 1ຫນັງສືພິມ Frankfurter Rundschau (FR) ລົງບົດຂຽນກ່ຽວກັບຄະດີຮ້ອງຟ້ອງຂອງທ່ານນາງໂຕ໋ງາ (ພາບ:ນັກຂ່າວຂ່າວສານຫວຽດນາມປະຈຳເຢຍລະມັນ)

ຕາມສຳນັກຂ່າວ AFP ແລ້ວ, ສານ ຢູ່ນະຄອນ Evry ໃຫ້ຮູ້ວ່າ: ເຂົາເຈົ້າບໍ່ມີສິດອຳນາດພິພາກສາຄະດີທີ່ກ່ຽວຂ້ອງເຖິງບັນດາການກະທຳໃນໄລຍະສົງຄາມຂອງລັດຖະບານ ອາເມລິກາ. ບັນດາບໍລິສັດຖືກຮ້ອງຟ້ອງໄດ້ເຄື່ອນໄຫວຕາມຄຳຮຽກຮ້ອງຂອງລັດຖະບານ ອາເມລິກາ ແມ່ນຖານະນິຕິບຸກຄົນທີ່ມີ “ອະທິປະໄຕ”. ຄຳຕັດສິນຂອງ ສານ ຢູ່ ນະຄອນ Evry ແມ່ນມີຜົນປະໂຫຍາດໃຫ້ແກ່ 14 ບໍລິສັດເຄມີອາເມລິກາ ເມື່ອຖືວ່າ ບັນດາບໍລິສັດ “ມີພະຍານຫລັກຖານພຽງພໍເພື່ອນຳໃຊ້ສິດບໍ່ຖືກພິພາກສາ”

ທະນາຍຄວາມ William Bourdon, Amélie Lefebvre ແລະ  Bertrand Repolt ສັງກັດຫ້ອງການທະນາຍຄວາມ  Bourdon  ແລະ ບັນດາຜູ້ຮ່ວມງານ ຊື່ງແມ່ນບັນດາຜູ້ທີ່ໄດ້ສະຫນັບສະຫນູນທ່ານນາງ ເຈີນໂຕ໋ງາ ໃນຕະຫລອດ 10 ປີຜ່ານມາ ໄດ້ຢືນຢັນວ່າ ຄຳຕັດສິນຂອງສານໃນຕອນເຊົ້າວັນທີ 10 ພຶດສະພາຂອງສານ ຢູ່ ນະຄອນ Evry ແມ່ນໄດ້ໝູນໃຊ້ນິຍາມທີ່ຫລ້າຫລັງກ່ຽວກັບຫລັກການສິດອຳນາດເປັນເອກະພາບ, ແມ່ນຂັດແຍ້ງກັບບັນດາຫລັກການທັນສະໄຫມຂອງກົດໝາຍສາກົນ ແລະ ຂອງຊາດ. ບັນດາທະນາຍຄວາມດັ່ງກ່າວສະແດງຄວາມແປກໃຈເມື່ອ ສານ ຢູ່ ນະຄອນ Evry  ຍອມຮັບ ວ່າ: ບັນດາບໍລິສັດເຄມີເຫລົ່ານັ້ນ ປະຕິບັດຕາມຄຳສັ່ງຂອງອຳນາດການປົກຄອງ ເມລິກາ ໃນຄາວນັ້ນ, ໃນຂະນະທີ່ຄວາມຈິງແລ້ວ ເຂົາເຈົ້າມີສິດເລືອກ ລະຫວ່າງການເຂົ້າຮ່ວມຫລືບໍ່ເຂົ້າຮ່ວມການປະມູນສະຫນອງທາດພິດຂ້າຫຍ້າໃຫ້ແກ່ອຳນາດການປົກຄອງ. ຮ້າຍແຮງກວ່ານັ້ນ ລັດຖະບານ ອາເມລິກາໃນຄາວນັ້ນ ກໍ່ບໍ່ມີການບັງຄັບຕ້ອງຜະລິດ ຜະລິດຕະພັນທີ່ບັນຈຸທາດດີໂອຊີນ ລະດັບສູງ ຄືດັ່ງທາດພິດສີສົ້ມ. ສິ່ງນີ້ພຽງແຕ່ແມ່ນແຜນນະໂຍບາຍຂອງບັນດາບໍລິສັດເຄມີເອງເທົ່ານັ້ນ.

ບັນດາບໍລິສັດເຄມີອາເມລິກາຕ້ອງມີຄວາມຮັບຜິດຊອບກ່ຽວກັບຜົນຮ້າຍຢ້ອນຫລັງຍ້ອນທາດພິດສີສົ້ມ/ດີໂອຊິນກໍ່ຂຶ້ນຢູ່ຫວຽດນາມ - ảnh 2ທ່ານນາງ ເຈີນໂຕ໋ງາ (ຜູ້ຢືນຢູ່ເບື້ອງຂວາ)
ພາບ:ນັກຂ່າວຂ່າວສານ ຫວຽດນາມປະຈຳຝລັ່ງ

ຕໍ່ກັບຄຳຕັດສິນຂອງ  ສານ ນະຄອນ Evry,  ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ ຫວຽດນາມ ຢັ້ງຢືນວ່າ ຈະສະຫນັບສະຫນູນ ທ່ານນາງ ເຈີນໂຕ໋ງາ ນັບທັງດ້ານຈິດໃຈ ແລະ ວັດຖຸ ເພື່ອໃຫ້ສືບຕໍ່ການຮ້ອງຟ້ອງ. ພົນໂທ ຫງວຽນວັນຣີງ ປະທານ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ ຫວຽດນາມ ສະແດງຄວາມບໍ່ລົງລອຍກັນຕໍ່ກັບຄຳຕັດສິນຂອງສານ ເມື່ອບໍ່ສະຫນັບສະຫນູນພົນລະເມືອງຂອງປະເທດຕົນ ແຕ່ຫາກຖະແຫລງ “ບໍ່ມີສິດອຳນາດ” ພິພາກສາຄະດີ.

ຄຳຕັດສິນຂອງສານນະຄອນ Evry ຂອງຝລັ່ງ ໄດ້ເຮັດໃຫ້ຫາງສຽງສາກົນ ຍິ່ງສະຫນັບສະຫນູນຄະດີຮ້ອງຟ້ອງຂອງ ທ່ານນາງ ເຈີນໂຕ໋ງາ ເວົ້າສະເພາະ, ສິດຜົນປະໂຫຍດຂອງ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ / ດີໂອຊິນ ຫວຽດນາມ ເວົ້າລວມ. ພັກກອມມູນິດ ເຢຍລະມັນ (DKP) ວັນທີ 10 ພຶດສະພາໄດ້ອອກຖະແຫລງສະຫນັບສະຫນູນຄະດີຮ້ອງຟ້ອງຂອງ ທ່ານນາງ ເຈີນໂຕ໋ງາ ກໍ່ຄືບັນດາຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ/ດີໂອຊີນ ຫວຽດນາມ ສຳລັບ 14 ກຸ່ມບໍລິສັດເຄມີນາໆຊາດ.

DKP ເນັ້ນຫນັກຢ່າງແຮງວ່າ ຈະສືບຕໍ່ລົງຂ່າວກ່ຽວກັບບັນດາຕົວການກໍ່ຄວາມເຈັບປວດສຳລັບປະຊາຊົນ ຫວຽດນາມ. ໃນຂະນະນັ້ນ ຫນັງສືພິມ Junge Welt ຂອງ ເຢຍລະມັນ ວັນທີ 11 ພຶດສະພາ ໄດ້ລົງຂ່າວກ່ຽວກັບຄຳຕັດສິນຂອງສານນະຄອນ Evry ສຳລັບຄະດີຮ້ອງຟ້ອງຂອງ ທ່ານນາງ ເຈີນໂຕ໋ງາ ພ້ອມທັງຊີ້ແຈ້ງ ກອງທັບ ອາເມລິກາ ໄດ້ນຳໃຊ້ອາວຸດເຄມີ ຄືດັ່ງສ່ວນຫນຶ່ງໃນສົງຄາມຢູ່ຫວຽດນາມ.

ຕາມກົດໝາຍສາກົນ, ເລື່ອງນີ້ໄດ້ຮັບຖືວ່າແມ່ນສົງຄາມເຄມີ ແລະ ຍັງກໍ່ຜົນຮ້າຍຢ້ອນຫລັງອັນຫນັກຫນ່ວງຈົນເຖິງປະຈຸບັນ ເມື່ອມີຊາວຫວຽດນາມ 4 ລ້ານຄົນ ພວມຖືກຜົນສະທ້ອນຈາກຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ. ຕາມຫນັງສືພິມດັ່ງກ່າວແລ້ວ, ໃນຂະນະປະຕິເສດການຊົດເຊີຍໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ, ອາເມລິກາ ພັດຫນູນຊ່ວຍຢ່າງແຮງດ້ານສາທາລະນະສຸກ ແລະ ການຊົດເຊີຍໃຫ້ທະຫານຜ່ານເສີກ ອາເມລິກາ ທີ່ຖືກຕິດທາດພິດສີສົ້ມ/ດີໂອຊິນ ເມື່ອເຂົ້າຮ່ວມສົງຄາມຢູ່ຫວຽດນາມ.

ຄະດີຮ້ອງຟ້ອງຂອງທ່ານນາງ ເຈີນໂຕ໋ງາ ແມ່ນຄະດີຮ້ອງຟ້ອງປະຫວັດສາດແກ່ຍາວໃນຫລາຍປີ ແລະ ພິເສດ. ມາຮອດປະຈຸບັນ ທ່ານນາງ ແມ່ນຜູ້ຫນຶ່ງດຽວທີ່ຍັງເຫລືອໃນໂລກ ທີ່ອາດຈະຕາງຫນ້າໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ທຳການຮ້ອງຟ້ອງ ຍ້ອນເຕົ້າໂຮມຄົບ 3 ເງື່ອນໄຂ:   ແມ່ນພົນລະເມືອງ ຝລັ່ງ ເຊື້ອຊາດ ຫວຽດນາມ

ໂດຍພວມດຳລົງຊີວິດຢູ່ ປະເທດຫນຶ່ງດຽວ ທີ່ມີກົດໝາຍອະນຸຍາດໃຫ້ເປີດບັນດາຄະດີສາກົນປົກປ້ອງພົນລະເມືອງ ຝລັ່ງ ຕ້ານຄືນປະເທດອື່ນທີ່ທຳຮ້າຍຕົນ ແລະ ແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊີນ. ກ່ອນຫນ້ານັ້ນ ປີ 2009, ສານສູງສຸດ ອາເມລິກາ ໄດ້ປະຕິເສດໃບຮ້ອງຟ້ອງຂອງສະມາຄົມຜູ້ປະສົບເຄາະຮ້າຍຈາດທາດພິດສີສົ້ນ/ດີໂອຊິນ ຫວຽດນາມ ຕ້ານຄືນ 37 ບໍລິສັດເຄມີ ອາເມລິກາ. ພາຍຫລັງຄຳຕັດສິນຂອງສານ ເມື່ອວັນທີ 10 ພຶດສະພາປີ 2021 ທ່ານນາງ ເຈີນໂຕ໋ງາ ໄດ້ສະເຫນີສົ່ງໃບອຸທອນຂຶ້ນສານອຸທອນພາຍຫລັງມີຄຳຕັດສິນຂອງສານນະຄອນ Evry.

ທ່ານນາງ ພ້ອມກັບບັນດາທະນາຍຄວາມຈະສືບຕໍ່ຄະດີຮ້ອງຟ້ອງທີ່ເປັນທຳຂອງຕົນດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫລາຍປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ