ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ສ້າງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ

(VOVWORLD) -ປີ 2021, ການສ້າງລັດຖະບານເອເລັກໂຕນິກ ຢູ່ ຫວຽດນາມ ບັນລຸໄດ້ບັນດາບາດກ້າວເດີນໃໝ່. ຈາກການປະກາດໃຊ້ນະໂຍບາຍທີ່ມີລະດັບ ຍຸດທະຍາດຕະຫຼອດຮອດການນຳເຂົ້າເຄື່ອນໄຫວບາງໂຄງການໜູນຊ່ວຍການຫຼຸດຜອ່ນ ແລະ ຫັນການປະຕິບັດລະບຽບການບໍລິຫານເປັນງ່າຍດາຍ. ບັນດາໝາກຜົນນີ້ ບໍ່ພຽງແຕ່ຫັນການສ້າງລັດຖະບານເອເລັກໂຕນິກເປັນລະອຽດເທົ່ານັ້ນ ຫາກຍັງແມ່ນປະຖົມປັດໄຈສຳຄັນ ເພື່ອໃຫ້ ຫວຽດນາມ ກ້າວໄປເຖິງການສ້າງ ລັດຖະບານດີຈີຕອນ.

ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ສ້າງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ - ảnh 1ທ່ານ ຫງວຽນແທັງຟອງ ຮອງຫົວໜ້າຄະນະເສດຖະກິດສູນກາງພັກ (ພາບ:  vtc.vn)

ພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ ຢູ່ ຫວຽດນາມ ໄດ້ກຳນົດໃຫ້ຕິດພັນກັບການແກ້ໄຂບັນດາບັນຫາໃຫຍ່ຈາກນັ້ນແມ່ນ ຮັບໃຊ້ປະຊາຊົນ ແລະ ວິສາຫະກິດໄດ້ດີກ່ວາເກົ່າ. ພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນກໍ່ແມ່ນ ມຸ່ງໄປເຖິງການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ເຮັດໃຫ້ປະຊາຊົນຮັ່ງມີ ແລະ ມີຄວາມຜາສຸກກ່ວາເກົ່າ.

ສ້າງບັນດາພື້ນຖານຫຼັກ

ໃນປີ 2021, ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຍຸດທະສາດພັດທະນາລັດຖະບານເອເລັກໂຕນິກ, ມຸ່ງໄປເຖິງລັດຖະບານດີຈີຕອນ ໄລຍະ 2021 – 2025, ກຳນົດທິດຮອດປີ 2030. ນີ້ແມ່ນຄັ້ງທຳອິດ, ພາຍຫຼັງການຜັນຂະຫຍາຍລັດຖະບານເອເລັກໂຕນິກ  ມາເປັນເວລາ 20 ປີ, ຫວຽດນາມ ໄດ້ປະກາດໃຊ້ເອກະສານຍຸດທະສາດລະດັບຊາດຢ່າງເປັນທາງການ ດ້ວຍການກຳນົດທິດໃຫຍ່ ກ່ຽວກັບການພັດທະນາລັດຖະບານເອເລັກໂຕນິກ. ຍຸດທະສາດນີ້ ໄດ້ກາຍເປັນເຂັມຊີ້ທິດ ທະລຸລ່ວງໃນທຸກການເຄື່ອນໄຫວຂອງ ຫວຽດນາມ ໃນ ໄລຍະ 1 ທົດສະວັດຈະມາເຖິງ - ໂດຍແມ່ນທົດສະວັດທີ່ ໄດ້ຮັບການຕີລາຄາຈາກ ສປຊ ວ່າແມ່ນ ທົດສະວັດແຫ່ງການກະທຳເພື່ອປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.

ດ້ວຍບັນດາໜ້າທີ່, ມາດຕະການລະອຽດ ໃນຍຸດທະສາດ, ຫວຽດນາມ ໄດ້ມຸ່ງໄປເຖິງເປົ້າໝາຍ ນອນໃນກຸ່ມ 50 ປະເທດນຳໜ້າກ່ຽວກັບການພັດທະນາ ລັດຖະບານເອເລັກໂຕນິກ ໃນປີ 2025 ແລະ ນອນໃນກຸ່ມ 30 ປະເທດນຳໜ້າໃນປີ 2030, ຕາມການຈັດອັນດັບຂອງ ສປຊ.

ແລະກໍ່ໃນປີ 2021, ຫວຽດນາມ ໄດ້ເປີດນຳໃຊ້ປະຕູຖານຂໍ້ມູນ ແຫ່ງຊາດກ່ຽວກັບພົນລະເມືອງ. ນີ້ແມ່ນຂີດໝາຍອັນຍິ່ງໃຫຍ່, ແມ່ນບາດກ້າວເດີນສຳຄັນໃນວິວັດທະນາການສ້າງລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ສ້າງພື້ນຖານເພື່ອສ້າງພົນລະເມືອງດິຈີຕອນ ໃນເຄືອຂ່າຍອິນເຕີເນັດ, ຊ່ວຍປ່ຽນແປງໃໝ່ການຄຸ້ມຄອງພົນລະເມືອງຕາມທິດທັນສະໄໝ… ການກໍ່ສ້າງລະບົບດັ່ງກ່າວສຳເລັດ ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈ, ຄວາມມານະພະຍາຍາມຢ່າງແຮງຂອງ ລັດຖະບານ, ພ້ອມທັງສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານ ຫວຽດນາມ ກ່ຽວກັບການສ້າງລັດຖະບານແຫ່ງການ ກະທຳເພື່ອ ຮັບໃຊ້ປະຊາຊົນ, ວິສາຫະກິດ.

ລະບົບຂໍ້ມູນຂ່າວສານ ເອເລັກໂຕນິກ ແກ້ໄຂລະບຽບການບໍລິຫານທີ່ໄດ້ສ້າງຕັ້ງຂຶ້ນຢ່າງຄົບຊຸດ, ເປັນເອກະພາບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ສືບຕໍ່ຊ່ວຍຍູ້ໄວການແກ້ໄຂບັນຫາປະຕິບັດລະບຽບການບໍລິຫານໃນສະພາບແວດລ້ອມເອເລັກໂຕນິກໃນປີ 2021. ໄລ່ຮອດວັນທີ 20 ສິງຫາ ປີ 2021, ອັດຕາການບໍລິການສາທາລະນະທາງໄກຢູ່ລະດັບ 3,4 ໃນທົ່ວປະເທດບັນລຸໄດ້ 65,11%. ເຄືອຂ່າຍສົ່ງຂໍ້ມູນຂ່າວສານສະເພາະຂອງອົງການພັກ ແລະ ລັດ ໄດ້ເຊື່ອມຕໍ່ກັບ 100% ບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນຂຶ້ນກັບສູນກາງ, 100% ເມືອງ, ເທດສະບານ. ບາງຮາກຖານຂໍ້ມູນສ້າງພື້ນຖານໄດ້ກໍ່ສ້າງຂຶ້ນຄື: ພື້ນຖານຂໍ້ມູນກ່ຽວກັບການປະກັນໄພ, ພື້ນຖານຂໍ້ມູນກ່ຽວກັບສຳມະໂນພົນລະເມືອງ, ພື້ນຖານຂໍ້ມູນກ່ຽວກັບການສຶກສາ, ພື້ນຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ, ກ່ຽວກັບການຈົດທະບຽນວິສາຫະກິດ... ທ່ານ ຫງວຽນແທັງຟອງ ຮອງຫົວໜ້າຄະນະເສດຖະກິດສູນກາງພັກ ໃຫ້ຮູ້ວ່າ:

ການສ້າງລະບົບເຊື່ອມຕໍ່ເອກະສານ ແຫ່ງຊາດແມ່ນເພື່ອແນໃສ່ເຊື່ອມຕໍ່ບັນດາລະບົບຄຸ້ມຄອງ ເອກະສານບໍລິການຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປັດຈຸບັນ ໄດ້ເຊື່ອມຕໍ່ທັງໝົດ 94/94ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ນັບແຕ່ເວລາເປີດນຳໃຊ້ ມາຮອດເດືອນສິງຫາ ຜ່ານມາ ມີເອກະສານເອເລັກໂຕນິກ ກ່ວາ 6,3 ລ້ານສະບັບ ໄດ້ຜ່ານການສົ່ງ - ຮັບລະຫວ່າງ ບັນດາອົງການບໍລິຫານແຫ່ງລັດ ໃນລະບົບເຊື່ອມຕໍ່ການມອບຮັບເອກະສານແຫ່ງຊາດ. ອັດຕາການແລກປ່ຽນເອກະສານຕາມຮູບແບບເອເລັກໂຕນິກໃນທົ່ວໂລກ ບັນລຸກ່ວາ 90% ລື່ນກາຍຄາດໝາຍທີ່ລັດຖະບານວາງອອກ.

ສຶບຕໍ່ສ້າງທ່າໄດ້ປຽບໃນການແກ້ງແຍ້ງ ເພື່ອດຶງດູດການລົງທຶນ

ຕາມການຕີລາຄາຂອງ ສປຊ ຕໍ່ອັນດັບໄດ້ລັດຖະບານເອເລັກໂຕນິກຂອງ ຫວຽດນາມ ສະແດງໃຫ້ເຫັນວ່າ ດັດຊະນີສັງລວມຂອງ ຫວຽດນາມ (ການບໍລິການສາທາລະນະທາງໄກ, ພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ, ແຫຼ່ງຊັບພະຍາກອນມະນຸດ) ສູງກ່ວາດັດຊະນີສະເລ່ຍໃນໂລກ ແລະ ພາກພື້ນ, ນອນໃນກຸ່ມປະເທດຢູ່ລະດັບສູງ. ການພັດທະນາລັດຖະບານເອເລັກໂຕນິກ ບໍ່ພຽງແຕ່ຊ່ວຍໃຫ້ ຫວຽດນາມ ປະຢັດເງິນໄດ້ນັບໜື່ນຕື້ ດົ່ງ/ປີ ເທົ່ານັ້ນ ຫາກຍັງປະກອບສ່ວນຍົກສູງທ່າໄດ້ປຽບໃນການແກ້ງແຍ້ງຂອງ ຫວຽດນາມ ເມື່ອທຽບໃສ່ກັບບັນດາປະເທດໃນການດຶງດູດເງິນລົງທຶນອີກດ້ວຍ.

ຍົກສູງອັນດັບ ລັດຖະບານເອເລັກໂຕນິກ ແມ່ນການສຸມໃສ່ເຄື່ອນໄຫວການບໍລິການທາງໄກຢ່າງມີປະສິດທິຜົນ, ໃນນັ້ນ ມີປະຊາຊົນຫຼາຍຄົນ ແລະ ວິສາຫະກິດຫຼາຍແຫ່ງ ມີຄວາມສົນໃຈຕໍ່ການຄັດເລືອກການບໍລິການສາທາລະນະ; ຮັບປະກັນລັກສະນະນຳໃຊ້ໄດ້ງ່າຍ, ຕໍ່ເນື່ອງ ແລະ ມີສະຖຽນລະພາບ, ການແບ່ງປະເພດການບໍລິການສາທາລະຍະ ທາງໄກ ແມ່ນມຸ່ງໄປເຖິງເປົ້າໝາຍແມ່ນປະຊາຊົນແຕ່ລະຄົນ.

ໄປຄຽງຄູ່ກັນນັ້ນ, ແມ່ນສະໜອງຂໍ້ມູນຂ່າວສານໃນປະຕູຖານການບໍລິການສາທາລະນະແຫ່ງຊາດ ແລະ ບັນດາປະຕູຖານຂໍ້ມູນຂອງປະເທດຊາດ, ປະຕູຖານຂໍ້ມູນຂອງ ບັນດາກະຊວງ, ຂະແໜງການ, ອົງການລັດໃນທຸກຂັ້ນ. ກ່າວຄຳເຫັນທີ່ພິທີສະຫຼຸບການກໍ່ສ້າງ, ຜັນຂະຫຍາຍໂຄງການ ພື້ນຖານຂໍ້ມູນ ແຫ່ງຊາດ ກ່ຽວກັບພົນລະເມືອງ, ໂຄງການຜະລິດ, ຄຸ້ມຄອງ ແລະ ອອກບັດປະຈຳຕົວເອເລັກໂຕນິກ (ເດືອນມິຖຸນາ ປີ 2021), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ:

ໂດຍສືບຕໍ່ຍູ້ແຮງການເຊື່ອມຕໍ່, ການກະທົບຕອບ ແລະ ສະໜອງບັນດາການບໍລິການສາທາລະນະທາງໄກລະຫວ່າງລັດຖະບານ ກັບບັນດາກະຊວງ, ຂະແໜງການ, ອົງການຄຸ້ມຄອງບໍລິຫານທຸກຂັ້ນ, ບັນດາອົງການຈັດຕັ້ງການເມືອງ, ສັງຄົມທີ່ກ່ຽວຂ້ອງ. ພ້ອມທັງເຊື່ອມຕໍ່ກັບບັນດາພື້ນຖານຂໍ້ມູນແຫ່ງຊາດຕ່າງໆ ເພື່ອຮັບໃຊ້ບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ. ຕ້ອງສຳຫຼວດກວດກາລະບົບພື້ນຖານຂໍ້ມູນແຫ່ງຊາດຢ່າງເປັນປະຈຳເພື່ອຮັບປະກັນການສືບທອດ, ເຊື່ອມຕໍ່, ແບ່ງປັນ, ນຳໃຊ້ລວມ, ບໍ່ຊໍ້ຳຊ້ອນກັນ, ປະຢັດ, ມີປະສິດທິຜົນ.

ຫວຽດນາມ ພວມມານະພະຍາຍາມ ເພື່ອມີວິທີການບໍລິຫານທີ່ດີກ່ວາອີກ ເພື່ອມຸ່ງໄປເຖິງການປະຕິຮູບລັດຖະບານເອເລັກໂຕນິກ - ລັດຖະບານດີຈີຕອນ. ບັນດາໝາກຜົນທີ່ບັນລຸໄດ້ໃນປີ 2021 ແມ່ນບາດກ້າວເດີນສຳຄັນໃນວິວັດການພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ ຢູ່ລະດັບສູງ ໃນໂລກ, ນອນໃນກຸ່ມ 50 ປະເທດນຳໜ້າໃນປີ 2025, ນອນໃນກຸ່ມ 30 ປະເທດນຳໜ້າໃນປີ 2030 ຕາມການຈັດອັນດັບຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ