ບັນດາປື້ມຫົວພິເສດສົ່ງມອບໃຫ້ ເຈື່ອງຊາ ແລະ ຮ້ານຍາມ DK1

(VOVWORLD) -ໃນວັນທີ 10 - 15 ເມສາ, ຄະນະປະຕິບັດງານເລກ 3 ໂດຍ ພົນເຮືອຕີ ເຈີນງອັກກວຽດ, ຮອງເສນາທິການໃຫຍ່ເຫຼົ່າທັບກອງທັບເຮືອ ຫວຽດນາມ ເປັນຫົວຫນ້າຄະນະ ໄດ້ລົງຢ້ຽມຢາມ, ໃຫ້ກຳລັງໃຈ, ເກັບກຳສະພາບການແນວຄິດ, ຊີວິດການເປັນຢູ່, ໝາກຜົນການປະຕິບັດຫນ້າທີ່ປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງກອງທັບ ແລະ ປະຊາຊົນ ຢູ່ 5 ເກາະທີ່ຂຶ້ນກັບໝູ່ເກາະເຈື່ອງຊາ. ໃນຂອບເຂດການຢ້ຽມຢາມຄັ້ງນີ້, ຄະນະໄດ້ມອບຊຸດປື້ມ:    ວາງວ້ອງເລີ່ຍນອນເນືອກ” ໂດຍຄັດສະເຫນີບັນດາປະໂຫຍກ, ຄຳເວົ້າທີ່ີມີຄວາມໝາຍ ເຂົ້າໃຈງ່າຍ ແລະ ໄດ້ໃຈປະຊາຊົນຂອງປະທານໂຮ່ຈີມິນ ., ປື້ມ: “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງແຫ່ງເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ, ປື້ມ: “ເດັດດ່ຽວ, ຢືດໝັ້ນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ” ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມອບໃຫ້ພະນັກງານ, ນັກຮົບ ທະຫານເຮືອເຂດ 4 ແລະ ບັນດາໝູ່ເກາະ, ຮ້ານຍາມ. ນີ້ແມ່ນບັນດາປື້ມທີ່ມີຄວາມໝາຍ, ມີຄຸນຄ່າດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ມີລັກສະນະກຳນົດທິດສູງສຳລັບພະນັກງານ, ນັກຮົບທະຫານເຮືອເຂດ 4 ແລະ ປະຊາຊົນໃນໝູ່ເກາະ ເຈື່ອງຊາ.

ບັນດາປື້ມຫົວພິເສດສົ່ງມອບໃຫ້ ເຈື່ອງຊາ ແລະ ຮ້ານຍາມ DK1 - ảnh 1
ທ່ານ ລ້າຍຊວນມົນ, ຮອງຫົວຫນ້າຄະນະປະຈຳການ ຄະນະໂຄສະນາສຶກສາສູນກາງ  ມອບປຶ້ມຂອງທ່ານເລຂາທິການໃຫຍ່ໃຫ້ພະນັກງານ, ນັກຮົບເຮືອນຍາມ DK1 (ພາບ: ຫງວຽນຈີຕົວ)

ຊຸດປື້ມ: ວາງວ້ອງເລີ່ຍນອນເນືອກ ລວມມີ 12 ພາກ ໂດຍຄັດສະເຫນີບັນດາປະໂຫຍກ, ຄຳເວົ້າທີ່ີມີຄວາມໝາຍ ເຂົ້າໃຈງ່າຍ ແລະ ໄດ້ໃຈປະຊາຊົນຂອງປະທານໂຮ່ຈີມິນ .

ປຶ້ມ: “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງແຫ່ງເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ” ແມ່ນຜະລິດຕະພັນເຕົ້າໂຮມ 29  ບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ສະຫລຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ, ບັນດາບົດຮຽນຜ່ານກວ່າໄລຍະ 35 ປີແຫ່ງການປ່ຽນແປງໃຫມ່ຂອງປະເທດຊາດ, ສ້າງສາສັງຄົມນິຍົມຢູ່ ຫວຽດນາມ ເພື່ອແນໃສ່ປຸກລຸກ ແລະ ເສີມຂະຫຍາຍຄວາມຄາດຫວັງພັດທະນາປະເທດຊາດໃນໄລຍະປະຈຸບັນ. ໃນບົດກ່າວປາໄສເມື່ອມອບປຶ້ມຫົວນີ້ໃຫ້ແກ່ພະນັກງານ, ນັກຮົບຢູ່ເກາະ ຊອງຕື໋ໄຕ, ທ່ານ ລ້າຍຊວນມົນ, ຮອງຫົວຫນ້າຄະນະປະຈຳການ ຄະນະໂຄສະນາສຶກສາສູນກາງ  ໄດ້ຊີ້ແຈງວ່າ:

   “ປຶ້ມຫົວນີ້ ໄດ້ສະຫລຸບກ່ຽວກັບໄລຍະກວ່າ 30 ປີແຫ່ງການປ່ຽນແປງໃຫມ່, ຫວຽດນາມ ໄດ້ຢຶດໝັ້ນ, ເດັດດ່ຽວ, ໝູນໃຊ້ແຜນນະໂຍບາຍຢ່າງມີປະສິດທິຜົນເພື່ອໃຫ້ປະເທດຊາດພັດທະນາຢ່າງບໍ່ຢຸດຢັ້ງ. ຕາມນັ້ນແລ້ວ, ລະດັບການເຕີບໂຕເສດຖະກິດນັບແຕ່ເມື່ອມີການປ່ຽນແປງໃຫມ່ມາຮອດປະຈຸບັນ ຍາມໃດກໍ່ບັນລຸລະດັບ 8%, ຂອບຂະຫນາດເສດຖະກິດແມ່ນກວ່າ 400 ຕື້ USD ຢືນອັນດັບ 4 ຂອງພາກພື້ນ, ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນກວ່າ 4000 USD, ການສົ່ງອອກບັນລຸກວ່າ 700 ຕື້ USD, ການສະສົມເງິນຕາຕ່າງປະເທດແມ່ນກວ່າ 100 ຕຶ້ື້ USD, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກພຽງຢູ່ໃນລະດັບ 2% ຕາມມາດຖານໃຫມ່, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການຮັກສາຢ່າງໝັ້ນຄົງເຂັ້ມແຂງ.
ໃນຂະນະນັ້ນ, ເນື້ອໃນປຶ້ມ “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ” ແມ່ນສັງເຂບໂດຍຫຍໍ້ບັນດາບັນຫາທີ່ມີລັກສະນະທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ຢູ່ ຫວຽດນາມ. ຂຶ້ນກ່າວປາໄສເມື່ອມອບປຶ້ມໃຫ້ພະນັກງານ, ນັກຮົບຮ້ານຍາມ DK1, ທ່ານ ຫງວຽນທາຍຫອກ, ຮອງຫົວຫນ້າ ຄະນະບັນຫາການເມືອງພາຍໃນ ຂອງສູນກາງ ໄດ້ຊີ້ແຈ້ງວ່າ:        “ປຶ້ມຫົວນີ້ ປະຈຸບັນ ພະນັກງານ, ສະມາຊິກພັກ, ປະຊາຊົນໃນທົ່ວປະເທດ ພວມຊອກຮູ້, ຮ່ຳຮຽນ ແລະ ຊາບຊຶມແນວຄິດການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ແລະພວກຂ້າພະເຈົ້າຢາກນຳເອົາປຶ້ມຫົວນີ້ມາໃຫ້ພະນັກງານ, ນັບຮົບຢູ່ຮ້ານຍາມ DK1 ດ້ວຍຄວາມປາດຖະຫນາຢາກໃຫ້ບັນດາສະຫາຍ ມີເງື່ອນໄຂໄດ້ຄົ້ນຄ້ວາ, ຮັບເອົາແນວຄິດຊີ້ນຳຂອງທ່ານເລຂາທິການໃຫຍ່ເພື່ອເຮັດສຳເລັດຫນ້າທີ່ການງານຂອງຕົນໃຫ້ເປັນຢ່າງດີ”.
ບັນດາປື້ມຫົວພິເສດສົ່ງມອບໃຫ້ ເຈື່ອງຊາ ແລະ ຮ້ານຍາມ DK1 - ảnh 2
ທ່ານ ຫງວຽນທາຍຫອກ, ຮອງຫົວຫນ້າ ຄະນະບັນຫາການເມືອງພາຍໃນ ຂອງສູນກາງ ມອບປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງໃຫ້ພະນັກງານ, ນັກຮົບໝູ່ເກາະເຈື່ອງຊາ (ພາບ:  ຫງວຽນຈີຕົວ)

ພັນຕີ ເຈີນວັນຈິ່ງ, ພະນັກງານການເມືອງ ກົມກອງຢູ່ ເກາະຊີງຕນ ໃຫ້ຮູ້ວ່າ:

“ຄະນະປະຕິບັດງານເລກ 3 ໄດ້ໄປຢ້ຽມຢາມ ແລະ ສະຫງວນຄວາມຮັກແພງໃຫ້ພະນັກງານ, ນັກຮົບຢູ່ເກາະ, ໃນນັ້ນ ຂອງຂວັນດ້ານຈິດໃຈມີຄວາມໝາຍພິເສດແມ່ນປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະຊາບຊຶມ, ສຶກສາໃຫ້ພະນັກງານ, ນັກຮົບ ແລະ ກຳລັງຢູ່ເກາະທັງໝົດ ກ່ຽວກັບເນື້ອໃນ, ຄວາມໝາຍຂອງປຶ້ມຫົວນີ້”.

ໃນການມອບບັນດາປຶ້ມທີ່ມີຄວາມໝາຍ, ມີຄຸນຄ່ານັບທັງທິດສະດີ ແລະ ພຶດຕິກຳຕົວຈິງໃຫ້ພະນັກງານ, ນັກຮົບທະຫານເຮືອເຂດ 4 ແລະ ບັນດາເກາະ, ຮ້ານຍາມ, ຄະນະປະຕິບັດງານປາດຖະຫນາຢາກໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະ, ຮ້ານຍາມ ສືບຕໍ່ຊາບຊຶມປະຕິບັດບັນດາມະຕິຂອງສູນກາງ, ເດັດດ່ຽວ, ຢຶດໝັ້ນໝູນໃຊ້ລັດທິ ມາກ -ເລນິນ ແນວຄິດໂຮ່ຈີມິນ ກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ ຢ່າງມີຫົວຄິດປະດິດສ້າງ, ປະຕິບັດກິດຈະການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ ແລະປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ