ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຮັກ​ສາ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) - ຕໍ່ໜ້າການກະທົບຈາກການແຜ່ລາມທີ່ສັບສົນຂອງໂລກລະບາດໂຄວິດ 19 ແລະ ບັນດາການຜັນແປດ້ານພູມມີສາດການເມືອງສາກົນ, ເປັນຕົ້ນແມ່ນວິກິດການ ລັດເຊຍ-ຢຸແກຼນ ນັ້ນ, ລັດຖະບານຫຼາຍປະເທດໃນໂລກ ພວມຮີບເຮັ່ງດຳເນີນບັນດາມາດຕະການຮັບມືຢ່າງຂ້ຽວຂາດ ເພື່ອແນໃສ່ເປົ້າໝາຍອັນດັບໜຶ່ງ ແມ່ນປັບປຸງ ແລະ ຮັກສາທ່າຟື້ນຟູເສດຖະກິດ ທີ່ຫາກໍ່ໄດ້ພັດທະນາຄືນໃໝ່ໃນທ້າຍປີ 2021, ຕົ້ນປີ 2022.
 
ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຮັກ​ສາ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ - ảnh 1

 ປະທານທະນາຄານສະສົມສະຫະລັດອາເມລິກາ (Fed) Jerome Powell (ພາບ: THX/TTXVN)

    ບັນດາບົດລາຍງານສະເພາະຂະແໜງງານສະບັບຫຼ້າສຸດໃຫ້ເຫັນວ່າ, ລະບົບສະໜອງສິນຄ້າພວມຖືກຜົນສະທ້ອນຢ່າງຮ້າຍແຮງຍ້ອນ 2 ສາຍເຫດຕົ້ນຕໍ. ທີໜຶ່ງແມ່ນການສືບຕໍ່ແຜ່ລາມຂອງໂລກລະບາດໂຄວິດ 19 ຢູ່ຫຼາຍປະເທດ, ໃນນັ້ນ, ໜ້າວິຕົກກັງວົນມີ່ສຸດແມ່ນການຜັນແປອັນສັບສົນຢູ່ ຈີນ. ທີສອງແມ່ນຫຼາຍເສັ້ນທາງຂົນສົ່ງສິນຄ້າທາງທະເລ ແລະ ທາງການບິນຖືກຕັດຂາດ ຍ້ອນສົງຄາມຢູ່ ຢູແກຼນ ກໍ່ຄືເລື່ອງລາຄາເຊື້ອເພີງໃນທົ່ວໂລກເພີ່ມຂຶ້ນ.

ການຮັບມືຂອງບັນດາພື້ນຖານເສດຖະກິດ

   ໜຶ່ງໃນແຜນນະໂຍບາຍຮັບມືທີ່ໜ້າສົນໃຈທີ່ສຸດ ເພື່ອໜູນຊ່ວຍພື້ນຖານເສດຖະກິດ ຊື່ງບັນດາປະເທດໄດ້ຍົກອອກຫວ່າງມໍ່ໆມານີ້ ແມ່ນການຕັດສິນໃຈຍົກອັດຕາດອກເບັ້ຍພື້ນຖານຢູ່ ອາເມລິກາ ຂຶ້ນລະດັບ 0,25% - 0,5%. ນີ້ແມ່ນຄັ້ງທຳອິດທີ່ກົມສະສົມສະຫະລັດ ອາເມລິກາ ຕົກລົງຍົກອັດຕາດອກເບັ້ຍຂຶ້ນ ພາຍຫຼັງເວລາ 3 ປີ, ດ້ວຍເປົ້າໝາຍແມ່ນເພື່ອແນໃສ່ສະກັດກັ້ນໄພເງິນເຟີ້ເພີ່ມຂຶ້ນ ແຕ່ບໍ່ເຮັດໃຫ້ການເຕີບໂຕເສດຖະກິດຫລຸດລົງ.

   ໃນທ້າຍອາທິດຜ່ານມາ, ທະນາຄານສູນກາງເອີລົບ (ECB) ໄດ້ຖະແຫຼງຈະຢຸດຕິການຊື້ພັນທະບັດຂະໜາດໃຫ່ຍ ໄວກ່ວາເວລາຄາດຄະເນ ພ້ອມກັນນັ້ນ ກໍ່ກຽມພ້ອມໃຫ້ແກ່ການເພີ່ມອັດຕາດອກເບັ້ຍໃນທ້າຍປີນີ້. ນີ້ຖືກຖືວ່າ ແມ່ນມາດຕະການຈຳເປັນ ຊື່ງ ເອີລົບ ຕ້ອງດຳເນີນ ເພື່ອຄຸ້ມຄອງໄພເງິນເຟີ້ເພີ່ມຂຶ້ນ ພ້ອມກັບໄພອັນຕະລາຍຊຸດໂຊມ. ຍ້ອນວ່າໃນຕົວຈິງ, ພາຍຫຼັງທະນາຄານສູນກາງເອີລົບ (ECB) ໄດ້ຖະແຫຼງ, ຕະຫຼາດການເງິນເອີລົບ ກໍ່ຖືກກະທົບຢ່າງແຮງ, ຫຼາຍລະຫັດຫຼັກຊັບຕົ້ນຕໍຖືກຫລຸດລົງແຮງໃນທັນທີ.

ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຮັກ​ສາ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ - ảnh 2

 ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມຮອງລັດຖະມົນຕການເງິນ ແລະ ຮອງຜູ້ວ່າການທະນາຄາສູນກາງບັນດາພື້ນຖານເສດຖະກິດ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) 2022   (ພາບ: mof.gov.vn)

   ການຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ ແລະ ແຂງແຮງ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນປະຈຸບັນແມ່ນເພື່ອແນໃສ່ຮັກສາທ່າຟື້ນຟູເສດຖະກິດ, ກໍ່ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍ ໃນກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ບັນດາພື້ນຖານເສດຖະກິດ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) 2022  ຈັດຂຶ້ນໃນລະຫວ່າງວັນທີ 16-17 ມີນາ ຕາມຮູບແບບທາງໄກ. ສຳລັບ ອາຊຽນ, ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ Singapore Gan Kim Yong ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກ ອາຊຽນ ໄດ້ເຫັນດີເຫັນພ້ອມ ຈະຊອກຫາບັນດາວິທີການຍູ້ແຮງລະບົບສະໜອງໃນພາກພື້ນ, ຜ່ານນັ້ນ ຊຸກຍູ້ທ່າຟື້ນຟູເສດຖະກິດ. ທີ່ກອງປະຊຸມແຄບ ລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 28 ຈັດຂຶ້ນແບບທາງໄກໂດຍ ກຳປູເຈຍ ເປັນປະທານ, ທ່ານລັດຖະມົນຕີ Gan Kim Yong ໄດ້ສະເໜີ 3 ຂົງເຂດຕົ້ນຕໍ ຊື່ງບັນດາປະເທດ ອາຊຽນ ສາມາດສຸມໃສ່ຊຸກຍູ້ ເພື່ອຟື້ນຟູເສດຖະກິດ, ໃນນັ້ນ ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມສາມັກຄີ ແລະ “ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນເປີດກ້ວາງ, ອີງຕາມບັນດາຫຼັກການ” ໃນສະພາບບັນດາປະເທດສະມາຊິກ ລ້ວນແຕ່ຕ້ອງດັດປັບ ເພື່ອຮັບມືກັບການຂາດສະຖຽນລະພາບດ້ານເສດຖະກິດຄື: ໄພເງິນເຟີ້, ເສດຖະກິດຖືກຂາດວັກຂາດຕອນ ຍ້ອນ “ການສັບສົນດ້ານພູມມີສາດການເມືອງ” ແລະ ໂລກລະບາດ.

ຊຸກຍູ້ການພັດທະນາແບບຍືນຍົງ

  ຜ່ານບັນດາມາດຕະການຮັບມືຢ່າງຂ້ຽວຂາດ ຂອງບັນດາພື້ນຖານເສດຖະກິດ, ອາດເຫັນໄດ້ວ່າ ແຕ່ລະປະເທດລ້ວນແຕ່ມີສະຕິຄວາມຮັບຮູ້ແຈ້ງກ່ຽວກັບຄວາມສຳຄັນ ຂອງການຮັກສາ ແລະ ຊຸກຍູ້ທ່າຟື້ນຟູເສດຖະກິດ ພາຍຫຼັງຈຳກັດມາເປັນເວລາຍາວນານ ຫຼືການເຄື່ອນໄຫວຖືກຂາດວັກຂາດຕອນ ເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ.

   ຕາມບັນດານັກຊ່ຽວຊານ ແລະ ວົງການນັກວາງແຜນກຳນົດນະໂຍບາຍດ້ານການເງິນ-ເສດຖະກິດສາກົນແລ້ວ, ສະພາບການສັບສົນ ດ້ວຍການພ້ອມກັນຄົງຕົວຂອງບັນດາປັດໄຈ ອາດຈະນາບຂູ່ເຖິງທ່າເຕີບໂຕເສດຖະກິດໄດ້ໃຫ້ເຫັນວ່າ, ການສ້າງ, ຊຸກຍູ້ການພັດທະນາແບບຍືນຍົງ ນັບມື້ນັບເປັນສິ່ງທີ່ຈຳເປັນກ່ວາອີກ. ທ່ານ Krisada Chinavicharana, ຮອງລັດຖະມົນຕີກະຊວງການເງິນໄທ ປະທານກອງປະຊຸມຮອງລັດຖະມົນຕການເງິນ ແລະ ຮອງຜູ້ວ່າການທະນາຄາສູນກາງບັນດາພື້ນຖານເສດຖະກິດ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) 2022  ເນັ້ນໜັກວ່າ: ໃນສະພາບໂລກລະບາດໂຄວິດ 19 ແລະ ສະພາບພູມມີສາດການເມືອງສັບສົນຄືໃນປະຈຸບັນ, ຄວາມຍືນຍົງ ແມ່ນສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ ໃນວິວັດການຟື້ນຟູເສດຖະກິດ, ສວມບົດບາດສຳຄັນໃນການສ້າງອະນາຄົດທີ່ດີງາມກ່ວາໃຫ້ແກ່ປະຊາຊົນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ