ບັນດາພັກກອມມູນິດ ແລະ ກຳມະກອນສາກົນສົມທົບກັນດຳເນີນງານເພື່ອພາລະກິດລວມ

(vovworld) - ການ​ພົບ​ປະ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ​ຄັ້ງ​ທີ 18 ຫາ​ກໍ່​ສິ້ນ​ສຸດ​ລົງ​ຢູ່ ຮ່າ​ໂນ້ຍ ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 100 ກວ່າ​ຄົນ, ທີ່​ຕາງໜ້າ​ໃຫ້​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ປະ​ເທດ​ຕ່າງໆ​ທີ່​ມາ​ຈາກ​ທຸກ​ທະວີບ​ໃນ​ໂລກ. ການ​ພົບ​ປະ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ​ຄັ້ງ​ທີ 18 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພັກ​ກອມ​ມູນິດ​ ຫວຽດນາມ​ ຢືນຢັນ​ຍາມ​ໃດ​ກໍ່​ເດັດ​ດຽວ​ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ຕິ​ດພັນ​ກັບ​ລັດທິ​ສັງຄົມ​ນິຍົມ, ຖື​ເປັນ​ສຳຄັນ​ການ​ປັບປຸງ, ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ກັບ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳ​ມະກອນ​ປະ​ເທດ​ຕ່າງໆ​ຢູ່​ໃນ​ໂລກ.

ບັນດາພັກກອມມູນິດ ແລະ ກຳມະກອນສາກົນສົມທົບກັນດຳເນີນງານເພື່ອພາລະກິດລວມ - ảnh 1
ການ​ພົບ​ປະ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ​ຄັ້ງ​ທີ 18
(ພາບ: TTXVN)

        ການ​ພົບ​ປະ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ​​ເລີ່​ມ ຈັດຕັ້ງ​ແຕ່​ປີ 1998, ຜ່ານ 18 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ການ​ພົບ​ປະ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 120 ກວ່າ​ພັກ​ກອມ​ມູນິດ ​ແລະ ກຳມະກອນ ຈາກ 85 ປະ​ເທດ​ຢູ່​ໃນ​ໂລກ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ພັກ​ກອມ​ມູນິດ ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ການ​ພົບ​ປະ​ນີ້. ນີ້​ບໍ່​ພຽງ​ແຕ່​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສົມທົບ​ກັນ​ດຳ​ເນີນ​ງານ​ເພື່ອ​ພາລະກິດ​ຕໍ່ສູ້​ລວມ​ເທົ່າ​ນັ້ນ, ຫາກ​ການ​ພົບ​ປະ​ຄັ້ງ​ນີ້​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້ ຫວຽດນາມ ​ແນະນຳ​ບັນດາ​ຜົນງານ​ແຫ່ງ​ການ​ປ່ຽນ​ໃໝ໋ຂອງ​ຕົນ, ຢືນຢັນ​ຄວາມ​ຮັບຜິດຊອບ​ຂອງ ຫວຽດນາມ ​ໃນ​ຂະ​ບວນການກອມ​ມູນິດ ​ແລະ ກຳມະກອນສາກົນ​ອີກ​ດ້ວຍ.

        ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ພັກສາ​ກົນ

        ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລ້ວນ​ແຕ່​ສະ​ແດງ​ຄວາມ​ນິຍົມ​ນັບຖື​ຕໍ່​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ບັນດາ​ຜົນງານ​ໃນ​ການ​ປ່ຽນ​ໃໝ່ ​ແລະ ການ​ປະກອບສ່ວນ​ຂອງ ຫວຽດນາມ ​ໃຫ້​ຂະ​ບວນການກອມ​ມູນິດ ​ແລະ ກຳມະກອນສາກົນ.

        ຜູ້ຕາງໜ້າ​ບັນດາ ພັກກອມ​ມູນິດ ​ແລະ ກຳມະກອນສາກົນ ລ້ວນ​ແຕ່​ຮັບ​ຮູ້​ໄດ້​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ ​ແລະ ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ສຸດ​ຈິດ​ສຸດ​ໃຈ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ການ​ພົບ​ປະ​ໄດ້​ກາຍ​ເປັນ​ກົນ​ໄກ​ຂອງ​ບັນດາ​ພັກກອມ​ມູນິດ ​ແລະ ກຳມະກອນສາກົນ. ດ້ວຍ​ເລື່ອງ​​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ການ​ພົບ​ປະບັນດາພັກກອມ​ມູນິດ ​ແລະ ກຳມະກອນສາກົນຄັ້ງ​ທີ 18, ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວຂະ​ບວນການກອມ​ມູນິດ ​ແລະ ກຳມະກອນສາກົນ ​ແລະ ຖື​ເປັນ​ສຳຄັນ​ຂະ​ບວນການກອມ​ມູນິດ ​ແລະ ກຳມະກອນສາກົນທີ່​ສຸດ. ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ, ຢືນຢັນ​ວ່າ:

        “ຫວຽດນາມ - ​ໂຮ່ຈີ​ມິນ ​ແມ່ນ​ປະ​ໂຫຍ​ກ​ເຊິ່ງບັນດາພັກກອມ​ມູນິດ ​ແລະ ກຳມະກອນສາກົນມີ​ຄວາມ​ນິຍົມນັບຖື. ບົດຮຽນ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ສຳລັບ​ພັກ​ກອມ​ມູນິດ ກຳມະກອນ​ສາກົນ ​ແລະ ປະຊາຊົນ​ໃນ​ທົ່ວ​ໂລກ, ​​ບັນດາ​ພັກ​ທີ່​ພວມ​ຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ສັງຄົມ​ນິຍົມ “.

ບັນດາ​ຜູ້​ແທນ​ສາກົນ​ລ້ວນ​ແຕ່​ສະ​ແດງ​ຄວາມ​ນິຍົມ​ນັບຖື​ຕໍ່​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ບັນດາ​ຜົນງານ​ແຫ່ງ​ການ​ປ່ຽນ​ໃໝ່ ​ແລະ ການ​ປະກອບສ່ວນ​ຂອງ ຫວຽດນາມ​ໃຫ້ຂະ​ບວນການກອມ​ມູນິດ ​ແລະ ກຳມະກອນສາກົນ. ທ່ານ Shelby Richarson, ພັກ​ກອມ​ມູນິດ ອາ​ເມ​ລິ​ກາ, ​ແບ່ງປັນ​ວ່າ:

“ບັນດາ​ຜົນສຳ​ເລັດ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ສ້າງເປັນ​ກຳລັງ​ໃຈ​ໃຫ້​ບັນດາ​ພັກ​ກອມ​ມູນິດ​ຢູ່​ໃນ​ໂລກ. ນັ້ນ​ແມ່ນ​ພະຍານ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ບັນດາ​ຜົນງານ​ປະ​ທັບ​ໃຈທີ່​ ຫວຽດນາມ ບັນລຸ​ໄດ້​ໃນ​ສະພາບການຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ“.

ສົມທົບ​ກັນ​ດຳ​ເນີນ​ງານເພື່ອ​ພາລະກິດ​ຕໍ່ສູ້​ລວມ

ການ​ພົບ​ປະບັນດາ​ພັກກອມ​ມູນິດ ​ແລະ ກຳມະກອນສາກົນຄັ້ງ​ທີ 18 ​ໄດ້​ວາງ​ອອກ​ບັນດາ​ເນື້ອ​ໃນ​ແທດ​ຈິງ​ທີ່​ສຸດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ຂອງ​ບັນດາ​ພັກກອມ​ມູນິດ ​ແລະ ກຳມະກອນສາກົນຕ່າງໆ​ໃນ​ປະຈຸ​ບັນ, ​ໃນ​ນັ້ນ​ມີ​ເລື່ອງ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ສາກົນ, ກ່ຽວ​ກັບ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ, ຍຸດ​ໂທ​ບາຍ​ຕໍ່ສູ້​ຂອງ​ພັກ​ກອມ​ມູນິດ​ໃນ​ສະພາບ​ພວມ​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ​ຄື​ປະຈຸ​ບັນ.

ການ​ພົບ​ປະ​ຄັ້ງ​ນີ້​ກໍ່​ໄດ້​ວາງ​ຄາດໝາຍ, ​ໃນ​ສະພາບ​ການ​ປະຈຸ​ບັນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ສາມາດ​ປ່ຽນ​ໃໝ່​ບັນດາ​ກົນ​ໄກ​ສົມທົບ​ກັນ ​ແລະ ບັນດາ​ການ​ກະທຳ​ລວມລະຫວ່າງ​ພັກ​ຕ່າງໆ. ທ່ານ ​ເຈິ່ນດັກ​ເລີ້​ຍ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງ​ປະ​ເທດສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຖື​ວ່າ, ​ໃນ​ສະພາບ​ວິ​ກິດ​ການ​ທົ່ວ​​ໂລກ

ຕອບກັບ

ຂ່າວ/ບົດ​ອື່ນ