ບັນ​ດາ​ລັດ​ຖະ​ນະ​ໂຍ​ບາ​ຍ​ສ້າງ​ກຳ​ລັງ​ໜູນ​ແກ່​ການ​ພັດ​ທະ​ນາ​ໄດ້​ຢ່າງ​ທັນ​ການ

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ອັດລົງໃນຕອນບ່າຍວັນທີ 16 ມິຖຸນາ ຢູ່ ຮ່າໂນ້ຍ. ສະພາແຫ່ງຊາດໄດ້ຮັບຮອງເອົາລັດຖະນະໂຍບາຍສຳຄັນຫຼາຍສະບັບເພື່ອແກ້ໄຂບັນຫາພຶດຕິກຳຕົວຈິງວາງອອກ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ປະກອບສ່ວນຟື້ນຟູ ແລະ ພັດທະນາເສດຖະກິດ  - ສັງຄົມ. ລັດຖະນະໂຍບາຍສະບັບຕ່າງໆນີ້ ບໍ່ພຽງແຕ່ມີຄວາມໝາຍແກ່ການພັດທະນາຂອງປະເທດຊາດໃນປີ 2022 ເທົ່ານັ້າ, ແຕ່ຍັງນັບທັງໄລຍະ 2021 – 2025 ແລະ ຊຸມປີຕໍ່ໄປອີກດ້ວຍ.
ບັນ​ດາ​ລັດ​ຖະ​ນະ​ໂຍ​ບາ​ຍ​ສ້າງ​ກຳ​ລັງ​ໜູນ​ແກ່​ການ​ພັດ​ທະ​ນາ​ໄດ້​ຢ່າງ​ທັນ​ການ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: TTXVN)

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ພິຈາລະນາວຽກງານຈຳນວນຫຼາຍ ແຕ່ບັນດາເນື້ອໃນທີ່ໄດ້ຍົກອອກມາປຶກສາຫາລື, ຮັບຮອງເອົາ 19 ວັນຜ່ານມາ ແມ່ນມີຄວາມກະທັດລັດດ້ວຍລັດຖະນະໂຍບາຍສຳຄັນຫຼາຍສະບັບ.

        ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ

        ໜຶ່ງເນື້ອໃນສຳຄັນຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ XV ນັ້ນແມ່ນ ຕີລາຄາສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໃນຊຸມເດືອນຕົ້ນປີ 2022. ເຖິງວ່າ ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ເສດຖະກິດ ຫວຽດນາມ ຍັງສືບຕໍ່ມີສັນຍານດີ, ຟື້ນຟູຢ່າງວ່ອງໄວ. ນີ້ແມ່ນກຳລັງໜູນທີ່ດີໃຫ້ແກ່ພື້ນຖານເສດຖະກິດໃນໄລຍະພັດທະນາໃນຕໍ່ໄປ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຍັງມີເງື່ອນໄຂທີ່ສະດວກຫຼາຍຢ່າງເພື່ອຊ່ວຍໃຫ້ວິວັດທະນາການຟື້ນຟູ ດຳເນີນໄປຢ່າງວ່ອງໄວກວ່າ, ໃນນັ້ນ ສຳຄັນແມ່ນໄພເງິນເຟີ້ ໄດ້ຮັບການຮັກສາຢູ່ໃນລະດັບເປັນປົກກະຕິ, ບັນດາແຫຼ່ງກຳລັງມີຄວາມດຸ່ນດ່ຽງທີ່ເໝາະສົມ.

        ໄຈ້ແຍກກ່ຽວກັບຄວາມສະດວກ, ສິ່ງທ້າທາຍ, ໂດຍສະເພາະແມ່ນຜົນກະທົບ ແລະ ຄວາມຫຍຸ້ງຍາກທີ່ເກີດຂຶ້ນໃໝ່ ຍ້ອນການຜັນແປທີ່ສັບສົນຂອງ ສະພາບພູມີສາດການເມືອງໂລກ, ຄວາມກົດດັນຈາກໄພເງິນເຟີ້, ສະພາແຫ່ງຊາດ ຫວຽດນາມ ໄດ້ຕົກລົງຫຼາຍການກຳນົດທິດໃຫຍ່, ໜ້າທີ່ ແລະ ມາດຕະການຈຸດສຸມ ເພື່ອໃຫ້ລັດຖະບານ, ທຸກຂັ້ນ, ທຸກຂະແໜງການສືບຕໍ່ຜັນຂະຫຍາຍຢ່າງຂ້ຽວຂາດ, ພິເສດແມ່ນຜັນຂະຫຍາຍຢ່າງຄົບຊຸດ ແລະ ຍູ້ໄວການປ່ອຍເງິນລົງທຶນພາກລັດ ແລະ ປະຕິບັດນະໂຍບາຍການເງິນ, ເງິນຕາ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ”.

        ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເຕື້ອງເຖິງການໃຫ້ບຸລິມະສິດຍູ້ໄວການຜັນຂະຫຍາຍນະໂຍບາຍການເງິນ, ໜູນຊ່ວຍນະໂຍບາຍເງິນຕາ; ມີມາດຖານກຳນົດກ່ຽວກັບປະລິມານວຽກງານທີ່ຕ້ອງປະຕິບັດໃຫ້ສຳເລັດ ເພື່ອປະຕິບັດມະຕິເລກທີ 43/2022 ຂອງສະພາແຫ່ງຊາດກ່ຽວກັບການໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ  - ສັງຄົມ ຢ່າງມີປະສິດທິຜົນ. ທ່ານ ເບ໊ໂມດຶກ, ສະມາຊິກສະພາແຫ່ງຊາດແຂວງ ກາວບັງ, ແບ່ງປັນວ່າ:

        “ຂ້າພະເຈົ້າຫວັງວ່າ ບັນດາໂຄງການສຳຄັນຂອງຊາດ, ຮ່າງກົດໝາຍ ແລະ ມະຕິສະບັບຕ່າງໆຂອງສະພາແຫ່ງຊາດຈະສ້າງກຳລັງໜູນເພື່ອຟື້ນຟູ ແລະ ຊຸກຍູ້ເສດຖະກິດສັງຄົມຂອງປະເທດຊາດ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງກວ່າ, ຜ່ານນັ້ນ ຕ້ອງມີຜົນກະທົບທີ່ຕັ້ງໜ້າຕໍ່ເຂດທີ່ຫຍຸ້ງຍາກ”.

        ສ້າງພື້ນຖານໂຄງລ່າງແກ່ການພັດທະນາແບບຍືນຍົງ

        ເປັນຄັ້ງທຳອິດ ໃນກອງປະຊຸມສະພາແຫ່ງຊາດ, ມີໂຄງການສຳຄັນລະດັບຊາດເຖິງ 5 ໂຄງການໄດ້ຮັບການພິຈາລະນາຕົກລົງແຜນນະໂຍບາຍລົງທຶນ, ໃນນັ້ນ, ມີໄລຍະ 1 ຂອງ 3 ໂຄງການເສັ້ນທາງດ່ວນນັ້ນແມ່ນ ເສັ້ນທາງດ່ວນ ແຄງຮວ່າ - ບວນມາທວດ, ບຽນຮວ່າ - ຫວູງເຕົ່າ ແລະ ເຈົາດົກ - ເກິ່ນເທີ - ຊອກຈັງ. ທັງ 3 ໂຄງການດັ່ງກ່າວ ລ້ວນແຕ່ໄດ້ໝູນໃຊ້ກົນໄກ, ນະໂຍບາຍພິເສດ, ຄືໄດ້ໝູນໃຊ້ກົນໄກພິເສດສະເພາະກ່ຽວກັບການບົ່ງຕົວຜູ້ຮັບເໝົາ. ການເລືອກເອົາຮູບການລົງທຶນພາກລັດ ປ່ຽນແທນໃຫ້ຄູ່ຮ່ວມມືພາກລັດ - ພາກເອກະຊົນ ໄດ້ຊີ້ໃຫ້ເຫັນການຄິດໄລ່ຊັ່ງຊາຢ່າງລະອຽດຂອງສະພາແຫ່ງຊາດ. ດ້ວຍລັກສະນະສຳຄັນ, ຮີບດ່ວນຂອງບັນດາໂຄງການນີ້, ການລົງທຶນພາກລັດ ແມ່ນເໝາະສົມກັບເງື່ອນໄຂໃນປັດຈຸບັນ ກໍຄື ມຸ່ງໄປເຖິງການພັດທະນາຂອງເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ.

ບັນ​ດາ​ລັດ​ຖະ​ນະ​ໂຍ​ບາ​ຍ​ສ້າງ​ກຳ​ລັງ​ໜູນ​ແກ່​ການ​ພັດ​ທະ​ນາ​ໄດ້​ຢ່າງ​ທັນ​ການ - ảnh 2ທ່ານ ຮວ່າງວັນເກື່ອງ, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ (ພາບ: VOV)
 ຕາມທ່ານ ຮວ່າງວັນເກື່ອງ, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ແລ້ວ, ບັນດາໂຄງການກໍ່ສ້າງເສັ້ນທາງຄົມມະນາຄົມສຳຄັນ ທີ່ໄດ້ນຳມາປຶກສາຫາລື ແລະ ຕົກລົງໃນກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສະພາແຫ່ງຊາດໃນການສ້າງພື້ນຖານໂຄງລ່າງໃນການພັດທະນາເປັນປົກກະຕິ, ຍາວນານ. ທ່ານ ຫວໍແມ້ງເຊີນ, ສະມາຊິກສະພາແຫ່ງຊາດແຂວງ ແຄງຮວ່າ ຕີລາຄາວ່າ:

        “ກອງປະຊຸມຄັ້ງນີ້ໄດ້ຕົກລົງຫຼາຍບັນຫາໃຫຍ່ທີ່ກ່ຽວຂ້ອງເຖິງການພັດທະນາປະເທດຊາດ ກໍຄືບັນດາໂຄງການໃຫຍ່ກ່ຽວກັບການຄົມມະນາຄົມ. ຂ້າພະເຈົ້າຮູ້ສຶກວ່າ ກອງປະຊຸມຄັ້ງນີ້ສະແດງໃຫ້ເຫັນໄດ້ເຖິງຄວາມຕັດສິນໃຈສູງສຸດໃນການແກ້ໄຂຂໍ້ອຸດຕັນ, ຈາກເວທີປາໄສຂອງສະພາແຫ່ງຊາດຕະຫຼອດຮອດລັດຖະບານ, ສະມາຊິກລັດຖະບານ ກໍຄືສະແດງໃຫ້ເຫັນຄວາມຕັດສິນໃຈໃນການປະຕິບັດເປົ້າໝາຍເຕີບໂຕຂອງປະເທດຊາດໃນໄລຍະຈະມາເຖິງ.”

        ໝາກຜົນທີ່ບັນລຸໄດ້ໃນກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຊີ້ໃຫ້ເຫັນວ່າ ສະພາແຫ່ງຊາດນັບມື້ນັບສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ ກໍຄືຄວາມມຸ່ງມາດປາດຖະໜາຂອງຜູ້ມິສິດເລືອກຕັ້ງໄດ້ເປັນຢ່າງດີກວ່າ. ນີ້ກໍແມ່ນປັດໄຈສໍາຄັນ ເພື່ອໃຫ້ປະເທດຊາດສືບຕໍ່ພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນກໍນັບມື້ນັບໄດ້ຮັບການປັບປຸງຢ່າງໝັ້ນແກ່ນ. /.

 

ຕອບກັບ

ຂ່າວ/ບົດ​ອື່ນ