ບັນດາລັດຖະນະໂຍບາຍສຳຄັນຂອງກອງປະຊຸມສູນກາງຄັ້ງທີ 8

(vovworld)- ກອງ​ປະຊຸມ​ຄັ້ງທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11 ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ດ້ວຍ​ຫລາຍ​ເນື້ອ​ໃນ​ສຳຄັນ ມີ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບຫວຽດນາມ. ນີ້​ບໍ່​​ແມ່ນ​ບັນດາ​ເນື້ອ​ໃນ​ໃຫມ່ ​ແຕ່​ສິ່ງ​ເປັນ​ຫນ້າ​ສົນ​ໃຈ​ນັ້ນ​ແມ່ນ ບັນດາ​ເນື້ອ​ໃນ​ດັ່ງກ່າວ​ແມ່ນ​ວາງ​ອອກ​ໃນ​ສະພາບ​ການ​ໃຫມ່ ​ເມື່ອ​ໂລກ ​ແລະ ພາກ​ພື້ນ ຍັງ​ມີ​ການ​ຜັນ​ແປ​ສັບສົນຫລາຍ​ຢ່າງ​, ດ້ານ​ການ​ເມືອງ, ​ເສດຖະກິດ, ຄວາມ​ສະຫງົບ​ປອດ​ໄພ, ສັງຄົມ…ຍາກ​ທີ່​ຈະຄາດ​ຄະ​ເນ​ໄດ້. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ພາກ​ນີ້ ພວກ​ເຮົາ​ຄັດ​ສະ​ເຫ​ນີບົດ​ຂຽນ​ຂອງ​ນັກ​ຂ່າວ ຫງວຽນ​ດັງ​ຕຽນ, ຜູ້ອຳນວຍການ​ໃຫຍ່​ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ກ່ຽວ​ກັບ​ລັດຖະນະ​ໂຍບາຍ​ດັ່ງກ່າວ.

        ກ່ຽວ​ກັບ​ເນື້ອ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຕາມ​ນັກ​ຂ່າວ ຫງວຽນ​ດັງ​ຕຽນ​ແລ້ວ, ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ນີ້​ແມ່ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ໃນ​ການ​ເຮັດ​ແຈ້ງ​ບັນດາ​ບັນຫາ​ຄື: ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ໄພ​ເງິນ​ເຟີ້, ສະພາບ​ຫນີ້​ເສຍ, ຕະຫລາດ​ອະສັງຫາລິມະ​ຊັບ, ສະພາບ​ເຫລືອ​ເງິນສົດ​ແຕ່​ຂາດທຶນ​ຮອນ, ໝາກຜົນ​ຂອງ​ບັນດາ​ຄວາມ​ມານ​ະພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ.

ບັນດາລັດຖະນະໂຍບາຍສຳຄັນຂອງກອງປະຊຸມສູນກາງຄັ້ງທີ 8 - ảnh 1
ກອງປະຊຸມສູນກາງຄັ້ງທີ 8 ຂອງພັກກອມມູນິດຫວຽດນາມ
ພາບ:internet

        ການຟື້ນ​ຕົວ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ການປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ, ວຽກ​ງານ​ຮັບປະກັນສະຫວັດດີ​ການ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ​ ​​ແມ່ນ​ບັນດາ​ບັນຫາ​ທີ່​ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ ​ແລະ ​ໃຫ້​ຄຳ​ເຫັນ​ກຳນົດ​ທິດ​ເພື່ອ​​ໃຫ້​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຄັ້ງ​ຈະ​ມາ​ເຖິງປຶ​ກສາ​ຫາລື, ຕົກລົງ.

        ກ່ຽວ​ກັບ​ການ​ປ່ຽນ​​ໃຫມ່​ການ​ສຶກສາ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານ, ນັກ​ຂ່າວ ຫງວຽນ​ດັງ​ຕຽນ ຖື​ວ່າ: ນັ້ນ​ແມ່ນ​ຫນຶ່ງ​​ໃນ​ບັນດາ​ເນື້ອ​ໃນ​ທັງ​ມີ​ລັກສະນະ​ຍຸດ​ທະ​ສາດ​ທັງ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ຜົນງານ​ຂອງ​ຂະ​ແຫນງ​ສຶກສາ ບຳລຸງ​ສ້າງ​ໃນ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ ພິ​ເສດ​ພາຍຫລັງ​ການປ່ຽນ​​ໃຫມ່​ໄດ້​ນຳ​ມາ​ເຊິ່ງຫລາຍ​ແຫ​ລ່ງກຳລັງ​ທີ່​ມີ​ຄຸນ​ຄ່າສູງ ​ກະທົບ​ໂດຍ​ກົງ​ເຖິງ​ບັນດາ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຂະ​ແຫນງ​ສຶກສາ​ບຳລຸງ​ສ້າງ​ຍັງ​ມີ​ສິ່ງ​ທີ່​ຄົງ​ຄ້າງ, ຂາດ​ຕົກ​ບົກ​ຜ່ອງບໍ່​ແມ່ນ​ຫນ້ອຍ ພິ​ເສດ​ໃນ​​ໄລຍະ​ພັດທະນາ​ໃຫມ່​ຂອງ​ປະ​ເທດ​ຊາດ ພວມ​ຕ້ອງການ​ລັດຖະນະ​ໂຍບ​າຍຢ່າງຮອບດ້ານ, ​ໂດຍ​ພື້ນຖານ, ສົມ​ກັບ​ຂົງ​ເຂດ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ລັດຖະນະ​ໂຍບາຍ​ຕົ້ນຕໍນີ້.

         ​ການ​ປ່ຽນ​​ໃຫມ່ການ​ສຶກສາ​ໂດຍ​ພື້ນຖານ ​ແລະ ຮອບດ້ານ ​ແມ່ນ​ການ​ປ່ຽນ​ໃຫມ່​ຈີນ​ຕະນາ​ການ, ທັດສະນະ, ​ແນວ​ຄວາມ​ຄິດ​ຊີ້​ນຳ​ນຳພາ​ຕະຫລອດ​ຮອດ​ຈຸດໝາຍ, ​ເນື້ອ​ໃນ, ທິດ​ທາງ​ການ​ສຶກສາບ​ຳລຸງ​ສ້າງ ພ້ອມ​ກັບ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ຈັດ​ຕັ້ງ​ປະຕິບັດ. ການ​ປ່ຽນ​ໃຫມ່​ຈາກ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ລັດ​ຕະຫລອດ​ຮອດ​ການ​ປ່ຽນ​ໃຫມ່​ບັນດາ​ຮາກ​ຖານ​ການ​ສຶກສາ ບຳລຸງ​ສ້າງ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຄອບຄົວ, ວົງ​ຄະນາ​ຍາດ ​ແລະ ສັງຄົມ. ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ​ໄດ້​ຢືນຢັນ​ການ​ລົງທຶນ​ໃຫ້​ແກ່​ການ​ສຶກສາ​ແມ່ນ​ການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ, ​ໄດ້​ຮັບ​ບຸລິມະສິດ​ກ່ອນ​ບາດກ້າວ​ຫນຶ່ງ​ໃນ​ບັນດາ​ໂຄງການ, ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ, ຫັນປ່ຽນ​ວິວັດ​ການ​ສຶກສາຢ່າງ​ແຂງ​ແຮງ​​ເພື່ອ​ພັດທະນາ​ກຳລັງ​ຄວາມ​ສາມ​າດຮອບດ້ານ ​ແລະ ຄຸນ​ທາດ​ຂອງ​ຜູ້​ຮຽນ​ດ້ວຍ​ທິດ​ນຳ​ຮຽນ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ, ການ​ສຶກສາ​ໃນ​ໂຮງຮຽນ​ຕ້ອງ​ຕິດ​ພັນ​ກັບ​ການ​ສຶກສາ​ໃນ​ຄອບຄົວ ​ແລະ ສັງຄົມ, ທັງ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ດ້ານຈຳນວນ, ທັງ​ເອົາ​ໃຈ​ໃສ່​ຍົກ​ສູງຄຸນ​ນະພາ​ບ, ລະບົບ​ການ​ສຶກສາ​ທີ​່ມີ​ລັກສະນະ​ເປີດ, ມີ​ໄຫວ​ພິບ, ຮັບປະກັນ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ລະດັບ ​ແລະ ລະ​ຫວ່າງ​ວິທີ​ການ​ສິດ​ສອນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຮຳ່ຮຽນ​ຕະຫລອດ​ຊີວິດ, ສ້າງ​ສັງຄົມ​ແຫ່ງ​ການ​ຮຳ່ຮຽນ.

        ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ນີ້​ແມ່ນ​ຫນ້າ​ທີ່​ສຳຄັນພິ​ເສດຂອງ​ພັກ, ລັດ ​ແລະ ທົ່ວ​ລະບົບ​ການ​ເມືອງ, ​ເພາະວ່າ ລັດຖະທຳ​ມະນູນ​ແມ່ນ​ເອກະສາ​ນການ​ເມືອງ - ນິຕິ​ກຳ​ພື້ນຖານ, ​ແມ່ນ​ກົດໝາຍ​ຕົ້ນສະບັບ​ ​ຂອງ​ລັດ​ເພື່ອ​​ປັບ​ປຸງບັນດາ​ການ​ພົວພັນ​ສັງຄົມ​ຕົ້ນຕໍ​ທີ່ສຸດ​ມີ​ລັກສະນະ​ພື້ນຖານ, ສະ​ແດງ​ໃຫ້​ເຫັນ​ເນື້ອ​ແທ້​ຂອງ​ລັດ ​ແລະ ລະບອບ​. ຢູ່​​ແຕ່ລະ​ໄລຍະ​ປະຫວັດສາດ, ອີງ​ໃສ່​ຈຸດສ​ະ​ເພາະ, ສະພາບ​ການ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ ພັກ, ລັດ ມີ​ແຜນ​ນະ​ໂຍບາຍ​ຄົ້ນ​ຄ້ວາ, ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ໃຫ້​ເໝາະ​ສົບ​ກັບ​ລັກສະນະ ​ແລະ ການ​ພັດທະນາ​ສັງຄົມ​ຂອງ​ໄລຍະ​ປະຫວັດສາດ​ນັ້ນ. ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ນີ້ ສືບ​ຕໍ່​ສະຫງວນ​ເວລາ​ສ່ວນ​ຫລາຍ​ເພື່ອ​ຄົ້ນ​ຄ້ວາ, ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ລະອຽດ​ເຂົ້າ​ໃນ​ແຕ່​ລະ​ພາກ, ມາດຕາ ​ແລະ ຮ່າງ​ລັດຖະທຳ​ມະນູນ​ທັງ​ໝົດ ​ເພື່ອ​ໃຫ້​ຄະນະ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະ​ບັບປັບປຸງ​ສຳ​ເລັດ ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ກອງປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ຮັບຮອງ​ເອົາ.

        ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​​ໃຫມ່. ທັດ​ສະ​ນະ​ທີ່​ມີ​ລັກສະນະ​ຫລັກການ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ ​ນັ້ນ​ແມ່ນ ​ໃນ​ທຸກ​ສະພາວະ​ການ​ຕ້ອງ​ປົກ​ປັກ​ຮັກສາ​​ເອກະລາດ, ອະ​ທິປະ​ໄຕ, ​ເອກະ​ພາບ, ຜືນ​​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດຢ່າງ​ໝັ້ນຄົງ, ປົກ​ປ້ອງ​ພັກ, ລັດ, ປະຊາຊົນ ​ແລະ ລະບອບ, ຮັກສາຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຊົນ​ຊາດ, ປ້ອງກັນ​ຄວາມ​ສະຫງົບ, ສະຖຽນລະ​ພາບ​ດ້ານການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ຕໍ່ຫນ້າການ​ຜັນ​ແປ​ຢ່າງ​ວ່ອງ​ໄວ, ສັບສົນ​ຂອງ​ດ້ານ​ການ​ເມືອງ, ​ເສດຖະກິດ​​ໂລກ ​ແລະ ພາກ​ພື້ນ, ​ເປັນ​ຕົ້ນ​ແມ່ນ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ການ​ຕ້ານ​ທຳລາຍ​ຂອງ​ບັນດາ​ອິດທິກຳລັງ​ເປັນ​ປໍ​ລະ​ປັກ, ບັນດາ​ການ​ຜັນ​ແປ​ທີ່ຫຍໍ້​ທໍ້​ຈາກ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ ພ້ອມ​ກັບ​ຄວາມ​ອ່ອນ​ດ້ອຍ​ໃນ​ວຽກ​ງານ​ຊີ້​ນຳ​ນຳພາ,​ ຄຸ້ມ​ຄອງ, ຍາມ​​ໃດພັກ ​ແລະ ລັດ ຫວຽດນາມ ກໍ​ຮັກສາ​ທັດສະນະ ​ແລະ ຍົກ​ອອກ​ບັນດາ​ນະ​ໂຍບາຍ​ສອດ​ຄອ່ງ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ຮັກສາ​ສະພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

        ກອງ​ປະຊຸມ​ສູນ​ກາ​ງພັກ​ຄັ້ງ​ທີ 8 ຊຸດ​ທີ 11 ຫາ​ກໍ​ອັດ​ລົງ​ດ້ວຍ​ຫລາຍ​ລັດຖະນະ​ໂຍບາຍ​ສຳຄັນ ​ແລະ ຈຳ​ເປັນ​ທີ່​ສຸດ. ພວກ​ເຮົາ​ພວມດຳລົງ​ຊີວິດ​​ໃນ​ສະພາບ​ທັງ​ມີ​ກາລະ​ໂອກາດ ​​ທັງມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ທົ່ວ​ພັກ,​ທົ່ວ​ກອງທັບ ​ແລະ ທ່ົວ​ປວງ​ຊົນ ຕ້ອ​ງ​ເດັດດ່ຽວ​ສ້າງ​​ໃຫ້​ໄດ້ກຳລັງ​ແຮງ​ພາຍ​ໃນ, ກຳລັງ​ແຮງ​ດ້ານ​ພູມ​ປັນຍາ​ຂອງ​ທ່ົວ​ປວງ​ຊົນ, ກຳລັງ​ແຮງ​ຂອງ​ປະຊາຊົນ ​ແລະ ພື້ນຖານ​ອັນ​ໝັ້ນ​ແກ່ນ​ຂອງ​ລະບອບ.  ​ແລະ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ນີ້​ໄດ້​ລວບ​ລວມບັນດາ​ເນື້ອ​ໃນ​ພົ້ນ​ເດັ່ນ​ຂອງ​ຈິດ​ໃຈ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ