ບັນດາສິ່ງທ້າທາຍທີ່ວາງອອກຢູ່ກອງປະຊຸມສຸດຍອດ G20

(VOVWORLD) -ວັນທີ 28 ມິຖຸນາ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຖືກໄຂຂຶ້ນຢູ່ Osaka, ປະເທດຍີ່ປຸ່ນ.

ບັນດາສິ່ງທ້າທາຍທີ່ວາງອອກຢູ່ກອງປະຊຸມສຸດຍອດ G20 - ảnh 1ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ G20

(ພາບ: REUTERS)

ກອງປະຊຸມປີນີ້ຖືກດຳເນີນໃນສະພາບການໂລກນັບມື້ນັບມີບັນດາການປະທະກັນດ້ານຜົນປະໂຫຍດ; ການຟື້ນຕົວຂຶ້ນຂອງລັດທິອາລັກຂາການຄ້າ ໃນຂະນະທີ່ທ່າອ່ຽງຄວາມເສລີທາງການຄ້າພວມພັດທະນາ. ບັນດາບັນຫາດັ່ງກ່າວໄດ້ສົ່ງຜົນກະທົບບໍ່ແມ່ນໜ້ອຍເຖິງໝາກຜົນຂອງກອງປະຊຸມ.

        ໂດຍດຳເນີນໃນລະຫວ່າງວັນທີ 28 – 29 ມິຖຸນາ, ກອງປະຊຸມສຸດຍອດ G20 ມີຄວາມສຳຄັນ ບໍ່ພຽງແຕ່ມັນເປັນຂີດໝາຍ 20 ປີແຫ່ງການສ້າງຕັ້ງ G20 ເທົ່ານັ້ນ, ຫາກຍັງຖືກດຳເນີນໃນສະພາບເສດຖະກິດໂລກ ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍໃຫຍ່ທີ່ສຸດໃນຮອບເວລາ 10 ປີຜ່ານມາອີກດ້ວຍ. ບັນດາບັນຫາເຄີຍສ້າງຄວາມຮ້ອນເຮັ່ງຢູ່ເວທີປາໄສເມື່ອປີ 2018 ຢູ່ອາກຊັງຕິນ, ຄືການຂັດແຍ້ງກັນດ້ານການຄ້າ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມເຄັ່ງຕຶງ 2 ຝ່າຍ, ສິ່ງແວດລ້ອມ ແລະ ພະລັງງານນັ້ນ… ມາຮອດປີ 2019, ບັນດາບັນຫາເຫຼົ່ານັ້ນຍັງແມ່ນຈຸດສຸມທີ່ໄດ້ວາງອອກໃຫ້ແກ່ກອງປະຊຸມ G20 ຢູ່ຍີ່ປຸ່ນ.

ພ້ອມກັນປຶກສາຫາລືບັນດາບັນຫາພົ້ນເດັ່ນ

        ດ້ວຍຄາດໝາຍຈຸດສຸມແມ່ນ “ການເຕີບໂຕຢ່າງແຂງແຮງ, ໝັ້ນຄົງ, ດຸ່ນດ່ຽງ ແລະ ຮອບດ້ານ”, ກອງປະຊຸມສຸດຍອດ G20 ປີ 2019 ລວມມີ 4 ວາລະປຶກສາຫາລືຕົ້ນຕໍຄື: ເສດຖະກິດທົ່ວໂລກ, ການຄ້າ, ການລົງທຶນ; ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເສດຖະກິດດີຈີຕອນ; ສິ່ງແວດລ້ອມ, ພະລັງງານ ແລະ ການປ່ຽນແປງຂອງດິນຟ້າອາກາດ; ການພັດທະນາແບບຍືນຍົງ, ວຽກເຮັດງານທຳ, ແມ່ຍິງ, ສາທາລະນະສຸກ.

        ຕາມທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລ້ວ, ການຮ່ວມມືເພື່ອຮັກສາ ແລະ ປັບປຸງຄວາມເປັນລະບຽບຮຽບຮ້ອຍດ້ານການຄ້າສາກົນເປີດ ແລະ ເສລີ ແມ່ນສິ່ງທ້າທາຍສຳຄັນທີ່ສຸດຂອງຍຸກສະໄໝ. ບັນດາການນຳທີ່ເຂົ້າຮ່ວມກອງປະຊຸມຈະຕີລາຄາບັນດາຄວາມສ່ຽງສຳລັບພື້ນຖານເສດຖະກິດທົ່ວໂລກ ເມື່ອບັນດາທະນາຄານສູນກາງຂະໜາດໃຫຍ່ພວມນຳໃຊ້ບັນດາມາດຕະການຜ່ອນພັນນະໂຍບາຍເງິນຕາ, ພ້ອມທັງຢືນຢັນຄືນໃໝ່ຄວາມຕັດສິນໃຈນຳໃຊ້ທຸກເຄື່ອງມືດ້ານນະໂຍບາຍເພື່ອຮັບປະກັນການເຕີບໂຕກວມລວມ ແລະ ໝັ້ນຄົງ. ຍີ່ປຸ່ນ ກໍ່ຫວັງວ່າ ບັນດາການນຳ G20 ອາດຈະເຫັນດີກ່ຽວກັບຄວາມສຳຄັນຂອງການຄ້າເສລີ ແລະ ຍຸຕິທຳ.

        ມີຫົວເລື່ອງອື່ນອີກກໍ່ໄດ້ຮັບບຸລິມະສິດຈາກປະເທດເຈົ້າພາບ ນັ້ນແມ່ນ ການສ້າງບັນດາຫຼັກການສາກົນ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດດີຈີຕອນ ແລະ ຮັບປະກັນຄວາມເສລີໃນການໝູນວຽນຂໍ້ມູນຂ້າມຊາຍແດນ ຜ່ານການສ້າງກົນໄກສາກົນ. ໂຕກຽວ ຖືວ່າ, ບັນດາການແລກປ່ຽນການຄ້າຂໍ້ມູນຂ້າມຊາຍແດນ ພວມກາຍເປັນຂະແໜງດຳເນີນທຸລະກິດເຜີຍແຜ່ໃນໂລກ ແລະ ອາດສາມາດກາຍເປັນກຳລັງໜູນເຕີບໂຕທາງດ້ານເສດຖະກິດໃນອະນາຄົດ. ສະນັ້ນ, ຍີ່ປຸ່ນ ມີແຜນນະໂຍບາຍເລີ່ມດຳເນີນວິວັດທະນາການດັ່ງກ່າວທີ່ກອງປະຊຸມສຸດຍອດ G20.

        ເຖິງຢ່າງໃດກໍ່ຕາມ, 2 ຈຸດສຸມການຄ້າ ແລະ ແຫຼ່ງຂ້ໍມູນ ບໍ່ອາດຕັດແຍກອອກຈາກການປະຕິຮູບອົງການການຄ້າໂລກ (WTO) ໄດ້. ຕ້ອງເຮັດໃຫ້ WTO ກາຍເປັນອົງການເໝາະສົມກວ່າ ດ້ວຍຖານະບົດບາດເປັນອົງການປົກປ້ອງການຄ້າເສລີສາກົນ ແລະ ຍຸຕິທຳ. ເຖິງຢ່າງເປັນແນວນັ້ນກໍ່ຕາມ, ປະຈຸບັນບັນດາສະມາຊິກ G20 ຍັງມີທັດສະນະແຕກຕ່າງກັນກ່ຽວກັບການປະຕິຮູບ WTO.

        ບັນຫາທີ 3 ໃນກອງປະຊຸມສຸດຍອດຢູ່ Osaka ນັ້ນແມ່ນ ຄວາມສຳຄັນຂອງການປ່ຽນແປງໃໝ່ປະດິດຄິດສ້າງໃນການແກ້ໄຂບັນດາສິ່ງທ້າທາຍຕໍ່ສະພາບແວດລ້ອມທົ່ວໂລກ. ຢູ່ Osaka, ຍີປຸ່ນ ຢາກໃຫ້ G20 ຢືນຢັນຄວາມສຳຄັນຂອງການປ່ຽນແປງໃໝ່ປະດິດຄິດສ້າງນັ້ນ.

ບັນດາສິ່ງທ້າທາຍ

        ກອງປະຊຸມສຸດຍອດ G20 ໄດ້ກາຍເປັນໜຶ່ງໃນບັນດາເວທີປາໄສສາກົນປະຈຳປີສຳຄັນທີ່ສຸດໃນໂລກ. ເຖິງຢ່າງໃດກໍ່ຕາມ, ບັນດາສິ່ງທີ່ເກີດຂຶ້ນພວມຊີ້ໃຫ້ເຫັນວ່າ ຍາກທີ່ຈະບັນລຸໄດ້ບັນດາຂໍ້ຕົກລົງທີ່ມີລັກສະນະບຸກທະລຸ.

        ກ່ອນອື່ນໝົດ, ກອງປະຊຸມສຸດຍອດ G20 ພວມຖືກປົກຄຸມດ້ວຍເງົາມືດຍ້ອນສົງຄາມດ້ານພາສີອາກອນທີ່ນັບມື້ນັບປີນຂັ້ນໄດລະຫວ່າງຈີນ ແລະ ອາເມລິກາ. ບັນດາອົງການຈັດຕັ້ງຫຼາຍຝ່າຍຄືສະຫະປະຊາຊາດ ແລະ ອົງການການຄ້າໂລກ (WTO) ພວມປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຈາກພາຍໃນ, ພິເສດແມ່ນໂຄງການກະທຳ “ປະເທດອາເມລິກາ ແມ່ນກວ່າໝູ່ໝົດ” ຂອງທ່ານປະທານາທິບໍດີອາເມລິກາ Donald Trump.

        ໝາກຜົນກອງປະຊຸມຂັ້ນລັດຖະມົນຕີ G20 ນັບແຕ່ຕົ້ນປີມາຮອດປະຈຸບັນກໍ່ຊີ້ໃຫ້ເຫັນບັນດາສັນຍານຂາດສະຖຽນລະພາບ. ຄາດວ່າບັນດາການນຳ G20 ຈະບໍ່ຍົກອອກຄຳໝັ້ນສັນຍາກ່ຽວກັບການຕ້ານລັດທິອາລັກຂາ ຍ້ອນວ່າ ກໍຄ້າຍຄືກັບກອງປະຊຸມສຸດຍອດ G20 ຢູ່ Buenos Aires (ອາກຊັງຕິນ) ເມື່ອປີ 2018, ຍ້ອນວໍຊິງຕັນ ຈະຄັດຄ້ານບໍ່ວ່າຄຳໝັ້ນສັນຍາໃດທີ່ຄ້າຍຄືກັນນັ້ນ.

        ກ່ຽວກັບບັນດາບັນຫາອື່ນໆ, ກ່ອນທີ່ດຳເນີນກອງປະຊຸມ G20, ທ່ານປະທານາທິບໍດີຝລັ່ງ Emmanuel Macron ຖະແຫຼງວ່າ, ຈະບໍ່ເຊັນຖະແຫຼງການຮ່ວມ G20 ຖ້າຫາກວ່າເອກະສານສະບັບນີ້ບໍ່ເຕື້ອງເຖິງບັນຫາຕ້ານການປ່ຽນແປງຂອງດິນຟ້າອາກາດຢ່າງຈະແຈ້ງ. ປະຕິກິລິຍາຂອງທ່ານປະທານາທິບໍດີ Emmanuel Macron ຖືກຍົກອອກມາພາຍຫຼັງຮ່າງຖະແຫຼງການຮ່ວມຂອງກອງປະຊຸມ G20 ໄດ້ເປີດເຜີຍໂດຍບໍ່ເຕື້ອງເຖິງການສະໜັບສະໜູນສັນຍາປາຣີ 2015 ຢ່າງຮອບດ້ານ. ຝ່າຍຝລັ່ງ ມີຄວາມວິຕົກກັງວົນວ່າ, ສິ່ງດັ່ງກ່າວອາດຈະເຮັດໃຫ້ G20 ກໍ່ຊ້ຳຮອຍກອງປະຊຸມ G20 ທີ່ດຳເນີນເມື່ອປີ 2018 ຢູ່ອາກຊັງຕິນ, ເມື່ອບັນຫາກ່ຽວກັບການ ຕ້ານການປ່ຽນແປງຂອງດິນຟ້າອາກາດຖືກຖືເບົ່າ.

        ກອງປະຊຸມສຸດຍອດ G20 ດຳເນີນໃນສະພາບເສດຖະກິດໂລກພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍອັນໃຫຍ່ຫຼວງ. ບັນດາການຂັດແຍ້ງກັນ, ຄວາມແຕກໂຕນກັນທີ່ນັບມື້ນັບເພີ່ມຂຶ້ນລະຫວ່າງບາງປະເທດ ຈະມີຜົນສະທ້ອນບໍ່ແມ່ນໜ້ອຍເຖິງໝາກຜົນຂອງ “ເວທີປາໄສແຖວໜ້າເພື່ອການຮ່ວມມືດ້ານເສດຖະກິດສາກົນ” ດັ່ງກ່າວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ