ບັນດາສັນຍາການຄ້າສ້າງກຳລັງໜູນພັດທະນາໃຫ້ບັນດາພື້ນຖານເສດຖະກິດ APEC

(VOVWORLD) -ການເຈລະຈາຂອງ APEC ກ່ຽວກັບບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີ (RTAs/FTAs) ໃນພາກພື້ນອາຊີ - ປາຊີຟິກ ໄດ້ສິ້ນສຸດລົງໃນວັນທີ 27 ສິງຫາ, ຢູ່ນະຄອນໂຮ່ຈິມິນ. ທີ່ການເຈລະຈາ, ບັນດາພື້ນຖານເສດຖະກິດສະມາຊິກ ໄດ້ກຳນົດຍູ້ແຮງການຮ່ວມສຳພັນເສດຖະກິດພາກພື້ນຢ່າງເລິກເຊິ່ງ, ກວ້າງຂວາງ, ສືບຕໍ່ແມ່ນຈຸດສຸມໃນການຮ່ວມມືຂອງ APEC

ໃນນັ້ນມີເລື່ອງຊຸກຍູ້ສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີ ແລະ ມຸ່ງໄປເຖິງການສ້າງຕັ້ງພາກພື້ນການຄ້າເສລີ (FTAAP).

        ເກືອບ 30 ປີຜ່ານມາ, ບັນດາສັນຍາການຄ້າພາກພື້ນ ແລະ ສັນຍາການຄ້າເສລີຢູ່ເຂດ APEC, ເຊິ່ງແມ່ນແຫ່ງເຕົ້າໂຮມ ½ ຈຳນວນສັນຍາການຄ້າໃນໂລກ, ໄດ້ຮັບການພັດທະນາຢ່າງແຮງ ນັບທັງທາງດ້ານຈຳນວນ, ຂອບຂະໜາດ ແລະ ລັກສະນະ. ປະຈຸບັນ, ບັນດາສະມາຊິກ APEC ໄດ້ເຂົ້າຮ່ວມໃນ 165 FTA/RTA, ໃນນັ້ນມີສັນຍາ 62 ສະບັບແມ່ນລະຫວ່າງບັນດາສະມາຊິກ APEC. ນັບມື້ນັບມີສັນຍາການຄ້າລຸ້ນໃໝ່ຫຼາຍສະບັບໄດ້ເຈລະຈາ ແລະ ລົງນາມຢູ່ພາກພື້ນ, ສຸມໃສ່ເຂົ້າໃນບັນດາບັນຫາການຄ້າ ແລະ ການລົງທຶນ, ບັນດາບັນຫາຖັດຈາກຊາຍແດນ ກໍຄືບັນດາຮົ້ວກີດຂວາງມີລັກສະນະປອດພາສີ.

ການກະທົບຢ່າງຕັ້ງໜ້າຂອງບັນດາສັນຍາການຄ້າເສລີມຸ່ງໄປເຖິງການພັດທະນາເສດຖະກິດ

        ໃນສະພາບທີ່ເສດຖະກິດ, ການຄ້າໂລກ ແລະ ພາກພື້ນມີສັນຍາຟື້ນຟູຢ່າງຕັ້ງໜ້າ, ເລື່ອງຍາດແຍ່ງຜົນປະໂຫຍດຈາກບັນດາສັນຍາການຄ້າພາກພື້ນ ແລະ ສັນຍາການຄ້າເສລີຢ່າງສຸດຂີດ ມີຄວາມໝາຍສຳຄັນຍິ່ງ, ເພື່ອແນໃສ່ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ບັນດາສັນຍາການຄ້າເສລີໄດ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງຫຼາຍຢ່າງກ່ຽວກັບການເຕີບໂຕທາງດ້ານເສດຖະກິດ, ການສຳພັດກັບຕະຫຼາດ, ດຶງດູດການລົງທຶນຈາກຕ່າງປະເທດ, ກະທົບເຖິງການປະຕິຮູບລະບອບລະບຽບການ, ກົດໝາຍຢູ່ພາຍໃນປະເທດ. ຍ້ອນການກະທົບຂອງບັນດາສັນຍາການຄ້າເສລີ, ການແລກປ່ຽນການຄ້າພາຍໃນກຸ່ມ APEC ໄດ້ເຕີບໂຕ 274%, ແຕ່ 2,3 ພັນຕື້ USD ຂຶ້ນເຖິງ 6.3 ພັນຕື້ USD ແຕ່ປີ 2000 ຮອດປີ 2016. ທ່ານສາດສະດາຈານ Jeff Schott, ສະຖາບັນເສດຖະກິດສາກົນ Peterson (ອາເມລິກາ), ຕີລາຄາວ່າ.

        “ຂ້າພະເຈົ້າຖືວ່າ RTAs/FTAs ເຊິ່ງບັນດາປະເທດສະມາຊິກ APEC ເຂົ້າຮ່ວມລ້ວນແຕ່ຮອບດ້ານພໍສົມຄວນ. ມີຫຼາຍແງ່ມູມກ່ຽວກັບນະໂຍບາຍພາຍໃນປະເທດໄດ້ຍົກອອກມາເພື່ອປຶກສາຫາລື, ສິ່ງດັ່ງກ່າວມີຄວາມໝາຍສຳຄັນ ຍ້ອນນີ້ແມ່ນພື້ນຖານໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດ. ເມືຶ່ອບັນດາປະເທດ APEC ແລກປ່ຽນເຊິ່ງກັນ ແລະ ກັນ, ອາດຈະຍົກອອກບັນດານະໂຍບາຍ ແລະ ການປະຕິຮູບທີ່ເໝາະສົມກັບພື້ນຖານເສດຖະກິດເພື່ອພັດທະນາ”.

        ທ່ານນາງ Marie Sherylyn Aquaia, ປະທານຄະນະກຳມະການການຄ້າ ແລະ ການລົງທຶນ APEC, ຖືວ່າ.

        “ບັນດາປະເທດໃນ APEC ໄດ້ ແລະ ພວມແມ່ນພາກສ່ວນສຳຄັນໃນ FTAs ແລະ RTAs. ເຂົາເຈົ້ານຳໃຊ້ ແລະ ເຈລະຈາຫຼາຍຢ່າງກ່ຽວກັບບັນດາສັນຍາ FTA, ພິເສດແມ່ນການເຈລະຈາກ່ຽວກັບນະໂຍບາຍ. ຂ້າພະເຈົ້າເຫັນວ່າ, ຫວຽດນາມ ໄດ້ມີແຜນການໄລຍະຍາວ ແລະ ກໍ່ມີຄວາມມານະພະຍາຍາມຫຼາຍຢ່າງໃນການເຊື່ອມໂຍງ ແລະ ຮ່ວມມືກັບບັນດາພື້ນຖານເສດຖະກິດອື່ນ”.

ຫວຽດນາມສືບຕໍ່ຊຸກຍູ້ການເຈລະຈາ, ລົງນາມ, ປະຕິບັດບັນດາ FTA/RTA

ບັນດາສັນຍາການຄ້າສ້າງກຳລັງໜູນພັດທະນາໃຫ້ບັນດາພື້ນຖານເສດຖະກິດ APEC - ảnh 1 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ

(ພາບ: TTXVN)

FTA ໄດ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ, ສຳພັດກັບຕະຫຼາດ, ດຶງດູດການລົງທຶນຈາກຕ່າງປະເທດ (FDI) ກໍຄືການປະຕິຮູບລະບອບລະບຽບການຢູ່ພາຍໃນປະເທດ. ເຖິງຢ່າງໃດກໍ່ຕາມ, ໃນສະພາບທົ່ວໂລກ ແລະ ພາກພື້ນຄືປະຈຸບັນ, ດ້ວຍຜົນກະທົບຈາກການປະຕິວັດອຸດສາຫະກຳຄັ້ງທີ 4, ຄາດໝາຍຂອງ APEC ແມ່ນເຮັດແນວໃດນຳໃຊ້ບັນດາຜົນປະໂຫຍດດ້ານເສດຖະກິດສັງຄົມໂດຍບັນດາ FTA ນຳມາໃຫ້ຢ່າງສຸດຂີດ, ພ້ອມທັງຫຼຸດຜ່ອນບັນດາການກະທົບທີ່ຫຍໍ້ທໍ້ທີ່ເກີດມາຈາກລາຍຈ່າຍດັດປັບ, ຄວາມບໍ່ສະເໝີພາບທີ່ເພີ່ມຂຶ້ນ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ແບ່ງປັນວ່າ, ຫວຽດນາມ ໄດ້ມີການເຈລະຈາກັບປະເທດຕ່າງໆກ່ຽວກັບບັນດາສັນຍາການຄ້າ. ຄວາມຫຍຸ້ງຍາກຂອງຫວຽດນາມ ແມ່ນພວມຢູ່ໃນລະດັບພັດທະນາຂອງບັນດາປະເທດມີລາຍຮັບປານກາງ - ຕ່ຳ, ສະນັ້ນໃນການເຈລະຈາ ຫວຽດນາມ ໄດ້ຍົກອອກບັນດາຫຼັກການຄື: ມີການປະພຶດພິເສດ ແລະ ແຕກຕ່າງກັບບັນດາພື້ນຖານເສດຖະກິດທີ່ພວມເປີດປະຕູ, ຫັນປ່ຽນ, ສຳພັດກັບຕະຫຼາດ.

        “ບັນດາຫຼັກການດັ່ງກ່າວຂອງຫວຽດນາມ ເມື່ອເຈລະຈາກ່ຽວກັບບັນດາສັນຍາການຄ້າເສລີ ກໍລ້ວນແຕ່ໄດ້ຮັບການແບ່ງປັນຈາກບັນດາພື້ນຖານເສດຖະກິດທີ່ມີລະດັບພັດທະນາກວ່າ. ສະນັ້ນ, ໃນບັນດາສັນຍາການຄ້າຂອງຫວຽດນາມ ລ້ວນແຕ່ມີການກຳນົດທິດ, ມີເວລາເພື່ອໃຫ້ວິສາຫະກິດ, ບັນດາທ້ອງຖິ່ນມີເວລາເພື່ອປັບປຸງ, ເຂົ້າຮ່ວມຢ່າງມີປະສິດທິຜົນກວ່າ”.

        ທ່ານ Robert Holleyman, ສະມາຊິກຂອງຄະນະອາເມລິກາ, ໃຫ້ຂໍ້ສັງເກດກ່ຽວກັບຫວຽດນາມວ່າ, ບັນດາສັນຍາທີ່ໄດ້ຮັບການລົງນາມ ແລະ ມີຜົນສັກສິດໃນໄລຍະຜ່ານມາ ໄດ້ຊ່ວຍໃຫ້ບັນດາວິສາຫະກິດຂາອອກຂາເຂົ້າຂອງຫວຽດນາມ ແລກປ່ຽນດ້ານການຄ້າກັບໂລກຢ່າງສະດວກກວ່າ, ສ້າງວຽກເຮັດງານທຳໃຫ້ຄົນງານໄດ້ຫຼາຍກວ່າ ແລະ ດຶງດູດບັນດານັກລົງທຶນຕ່າງປະເທດມາຫວຽດນາມ.

        “ກາລະໂອກາດ ແລະ ສິ່ງທ້າທາຍຂອງຫວຽດນາມ ເມື່ອເຂົ້າຮ່ວມບັນດາສັນຍາການຄ້າແມ່ນ: ຫວຽດນາມ ມີພື້ນຖານເສດຖະກິດເປີດ ເພື່ອສາມາດເຂົ້າຮ່ວມບັນດາສັນຍາດັ່ງກ່າວ. ມີກາລະໂອກາດຫຼາຍຢ່າງໃນການສ້າງວຽກເຮັດງານທຳ, ດຶງດູດການລົງທຶນ, ພັດທະນາເສດຖະກິດ ແລະ ອາດຈະກາຍເປັນພື້ນຖານເສດຖະກິດພັດທະນາແຖວໜ້າ”.

        ຍູ້ແຮງການຮ່ວມສຳພັນເສດຖະກິດພາກພື້ນຢ່າງເລິກເຊິ່ງ, ກວ້າງຂວາງແມ່ນຈຸດສຸມໃນການຮ່ວມມືຂອງ APEC, ໃນນັ້ນບໍ່ອາດຂາດບົດບາດຂອງບັນດາ FTA/RTA ໄດ້. ການປະຕິບັດບັນດາຮູບແບບຮ່ວມສຳພັນເສດຖະກິດດັ່ງກ່າວ ໄດ້ຫັນເປັນຕົວຈິງເປົ້າໝາຍ Bogor (ເຊິ່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຂັ້ນສູງ APEC ຄັ້ງທີ 2 ເມື່ອປີ 1994) ກ່ຽວກັບການຫັນເປັນເສລີ, ສ້າງຄວາມສະດວກໃຫ້ການຄ້າ ແລະ ການລົງທຶນໃນປີ 2020 ກໍຄືກຳນົດອະນາຄົດໃຫ້ APEC ກ່ຽວກັບການສ້າງຕັ້ງພາກພື້ນການຄ້າເສລີອາຊີ - ປາຊີຟິກ (FTAAP).

ຕອບກັບ

ຂ່າວ/ບົດ​ອື່ນ