ບັນດາສັນຍານຕັ້ງຫນ້າໃນການເຄື່ອນໄຫວຄວບຄຸມໄພເງິນເຟີ້.

ບັນດາສັນຍານຕັ້ງຫນ້າໃນການເຄື່ອນໄຫວຄວບຄຸມໄພເງິນເຟີ້. - ảnh 1
ທະນາຄານແຫ່ງລັດຕົກລົງຫລຸດຜ່ອນອັດຕາດອກເບ້ຍເງິນຝາກ
ພາບ:dantri.com

(vovworld) - ທະນາຄານ​ແຫ່ງ​ລັດ ຫວຽດນາມ ຫາ​ກໍ່​ຕົກລົງ​ຫລຸດຜ່ອນ ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ອັດຕາ​ດອກ​ເບ້ຍ​ປະ​ເພດ​ອື່ນລົງ​ຕື່ມ​ອີກ 1%. ນອກ​ນັ້ນ ທະນາຄານ​ແຫ່ງ​ລັດ ຍັງຕົກລົງ​ເປີດ​ສິນ​ເຊື່ອ​ໃຫ້​ກູ້​ຢືມ​ສຳລັບ​ບັນດາ​ຂົງ​ເຂດ​ທີ່​ບໍ່​​ສົ່ງ​ເສີມ ຊຶ່ງ​ລວມມີ: ສິນ​ເຊື່ອ​ຫລັກ​ຊັບ, ອະສັງຫາລິມະ​ຊັບ ​ແລະ ການ​ໃຊ້​ຈ່າຍ ​ເພື່ອ​ໂອນ​ທຶນ​​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ບັນດາ​ການ​ກະທຳ​ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​​ທີ່ເໝາະສົມ​ໃນ​ວິວັດ​ການ​ບໍລິຫານ​ເສດຖະກິດ​ມະຫາ​ພາກ ດ້ວຍ​ບັນດາ​ມາດ​ຕະການ​ສິນ​ເຊື່ອ​ໃນ​ສະພາບ​ການ​ໄພ​ເງິນ​ເຟີ້​ພວມ​ໄດ້​ຮັບ​ການ​ຄວບ​ຄຸມ​ເປັນ​ຢ່າງ​ດີ.

​        ພາຍຫລັງ​ທະ​ນາ​ຄານ​ແຫ່ງ​ລັດ ປະກາດ​ເລື່ອງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ບໍລິຫານ ​ແລະ ອັດ​ຕາດ​ອກ​ເບ້​ຍ​ເພດານ​ສຳລັບ​ເງິນ​ຝາກ​ຕື່ມ​ອີກ 1%, ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ ​ໄດ້​ນຳ​ໃຊ້​ຕາຕະລາງ​ອັດຕາ​ດອກ​ເບ້ຍ​ໃຫມ່

​ໃນນັ້ນ​ອັດຕາ​ດອກ​ເບ້ຍ​ໃຫ້​​ກູ້​ຢືມ​ໄລຍະ​ສັ້ນ​​ແມ່ນ 14,5%/ປີ, ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ສຳລັບໄລຍະກາງ ​ແລະ ຍາວ ​ແມ່ນ 16%/ປີ, ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ສຳລັບ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຫລັກ​ຊັບ​ໄລຍະ​ສັ້ນ​ແມ່ນ 17%/ປີ, ​ໄລຍະ​ກາງ ​ແລະ ຍາວ​ແມ່ນ 18%/ປີ. ທ່ານ Pham Quang Tung ຮອງ​ຜູ້ອຳນວຍການ​​ໃຫຍ່​ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ​ຊຸມ​ມື້​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຄາດ​ວ່າຈະ​ປະກາດ​ບັນດາ​ບ້ວງ​ສິນ​ເຊື່ອ​ທີ່ສະຫງວນ​ໃຫ້​ແກ່​ບັນດາ​ຂົງ​ເຂດ​ບຸລິມະສິດ ​ແລະ ບັນດາ​ເປົ້າ​ໝາຍ​ຊຶ່ງແມ່ນ​ລູກ​ຄ້າ​ທີ່ມີ​ການ​ພົວພັນ​ຕິດ​ຕໍ່​ກັບ​ທະນາຄານ​ເປັນ​ປະຈຳ. ນອກ​ຈາກ​ການຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ແລ້ວ, ພວກ​ຂ້າພະ​ເຈົ້າ​ກໍ​ຈະ​ປະກາດ​ຈຳນວນ​​ເງິນ​ຢ່າງ​ຈະ​ແຈ້ງ​ເພື່ອ​ໃຫ້​ລູກ​ຄ້າ​ສຳ​ພັດ.”

        ຕາ​ມທ່ານ Do Minh Toan, ຮອງ​ຜູ້ອຳນວຍການ​​ໃຫຍ່​ທະ​ນາຄາ​ນ A Chau ​ແລ້ວ, ການ​ດັດ​ປັບ​ອັດຕາ​ດອກ​ເບ້ຍ​ເງິນ​​ຝາກລົງ 1% ​ໃນ​ຈຸດ​ເວລາ​ນີ້​ແມ່ນ​ເໝາະ​ສົມ ຍ້ອນຄວາມ​ສາມາດ​ການ​ຊຳລະ​ຂອງ​ທະ​ນາຄາ​ນ​ຫລາຍ​ແຫ່ງ​​ແມ່ນ​ໄດ້​ດີ​ກວ່າ​ເກົ່າ​ແລ້ວ. ນອກ​ນັ້ນ, ​ເງື່ອນ​ໄຂ​ເສດຖະກິດ​ມະຫາ​ພາກ​, ​ອັດຕາໄພ​ເງິນ​ເຟີ້​ຢູ່​ໃນລະດັບຕ່ຳ​ໃນ​ຊຸມ​ເດືອນ​ມໍ່ໆ​ມາ​ນີ້ ກໍ​ແມ່ນ​ສັນຍານທີ່​ດີ​ເພື່ອ​ສາມາດ​ຫລຸດ​ຜ່ອນອັດຕາ​ດອກ​ເບ້ຍລົງ. ການ​ຫລຸດຜ່ອນ​ອັດຕາ​ດອກ​ເບ້​ຍຄັ້ງນີ້ ຈະ​ຊ່ວຍ​ຫລຸດຜ່ອນ​ລາຍ​ຈ່າຍ​ດ້ານ​ທຶນຮອນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ​ແລະ ບໍ່​ສົ່ງ​ຜົນ​ກະທົບ​ເຖິງ​ການ​ຜັນ​ແປ​ຂອງໄພ​ເງິນ​ເຟີ້​ນັບແຕ່​ນີ້​ຮອດ​ທ້າ​ຍປີ. ທ່ານ Do Minh Toan ຢືນຢັນ​ວ່າ:

        “ບັນດາ​ສັນຍານ​ອັນ​ຕັ້ງຫນ້າ​ຂອງ​ພື້ນຖານ​ເສດຖະກິດ​​ໃນປະຈຸ​ບັນ ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ​ ​ຮອດ​ຈຸດ​ເວລາ​​ແລ້ວທີ່ພວກ​ເຮົາ​ຕ້ອງ​ຄິດ​ເຖິງ​ເລື່ອງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​​ລົງ, ສະ​ນັ້ນ ​ເລື່ອງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ຄື​ແນວ​ນີ້ ຈະ​ປະກອບສ່ວນ​​ ຊຸກຍູ້​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ​ໃຫ້ ພັດທະນາ​ກວ່າ.”

        ​ເມື່ອ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ເລື່ອງ ທະນາຄານ​ແຫ່ງ​ລັດ ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ເງິນ​​​ຝາກ​ດ້ວຍ​ສະກຸນ​ເງິນ​ດົ່ງ VND ຈາກ 13% ລົງ​ເຫລືອງ​ພຽງ 12%/ປີ ນັບ​ແຕ່​ວັນ​ທີ 11/4 ​ເປັນ​ຕົ້ນ​ໄປ, ທ່ານ Tran Xuan Quang, ຮອງ​ຜູ້ອຳນວຍການ​ໃຫຍ່​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​​ເດີນ​ທະ​ເລ ຖື​ວ່າ: ​ ​ທະນາຄານ ​ແລະ ລູກ​ຄ້າ​ລ້ວນ​ແຕ່​ມີ​ການ​ກະກຽມ​ກ່ອນທີ່ທະນາຄານ​ແຫ່ງ​ລັດ​​ປະກາດ​ຫລຸດຜ່ອນອັດຕາ​ດອກ​ເບ້ຍ​ເງິນ​ຝາກ​ລົງ​ຢ່າງ​ເປັນ​ທາງ​ການ. ບັນຫາ​ຕົ້ນຕໍ​ນັ້ນ​ແມ່ນ ບັນດາ​ທະນາຄານ ຕ້ອງ​ກະກຽມ​ຢ່າງ​ພຽງພໍ​ກ່ຽວ​ກັບ​ຄຸນ​ນະພາ​ບ ​ແລະ ການ​ບໍລິການ​ຢ່າງ​ທັນ​ສະ​ໄຫມ​ເພື່ອ​ຮັບປະກັນ​ການ​ລະດົມ​ທຶນ ​ແລະ ຮັບປະກັນ​ຊຳລະ​ເປັນ​ປົກກະຕິ​ເພື່ອຮັບ​ໃຊ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ​ໃຫ້​ກູ້​ຢືມ​. ທ່ານ Tran Xuan Quang ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ວ່າ: ​ເລື່ອງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ຂອງ​ທະນາຄານ​ແຫ່ງ​ລັດ ກໍ​ຄື​ອັດຕາ​ດອກ​ເບ້ຍ​ພື້ນຖານ, ອັດຕາ​ດອກ​ເບ້​ຍ​ເພດານ ​ແມ່ນ​ສັນຍານ​ທີ່​ດີ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ບົນ​ພື້ນຖານ​ຕີ​ລາຄາ​ບັນດາ​ດັດ​ຊະນີ​ກ່ຽວ​ກັບ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ຕ່ຳ​ພໍ​ສົມຄວນ​ໃນ​ໄລຍະ​ຜ່າ​ນມາ. ທີ​ສອງ ນັ້ນ​ກໍແມ່ນ​ສັນຍານ​ເພື່ອ​ໃຫ້​ທະນາຄານ​ແຫ່ງ​ລັດ​​ແຈ້ງ​​ໃຫ້​ຊາບ​ເລື່ອງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ຈ​ະ​ດຳ​ເນີນ​ໄປ​ໃນ​ໄລຍະ​ຈະ​ມາ​ເຖິງ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຟື້ນ​ຟູ ​ແລະ ພັດທະນາ.”

ບັນດາສັນຍານຕັ້ງຫນ້າໃນການເຄື່ອນໄຫວຄວບຄຸມໄພເງິນເຟີ້. - ảnh 2
ລູກຄ້າເຮັດລະບຽບການຝາກເງິນຢູ່ທະນາຄານ A Chau
ພາບປະກອບ:internet

        ພາຍຫລັງ​​ໄຈ້​ແຍກ​ສະພາບ​ການ​ປະຈຸ​ບັນ​ກໍ​ຄື​​ຄາດ​ຄະ​ເນ​ການ​ຜັນ​ແປ​ຂອງ​ພື້ນຖານ​ເສດຖະກິດ, ທະ​ນາ​ຄານ​ແຫ່ງ​ລັດ​ກໍ​ຕົກລົງ​ເປີດ​ສິນ​ເຊື່ອ​ໃຫ້​ກູ້​ຢືມ​ສຳລັບ​ຂົງ​ເຂດ​ບໍ່​​ສົ່ງ​ເສີມ​ຊຶ່ງລວມມີ: ສິນ​ເຊື່ອ​ຫລັກ​ຊັບ, ອະສັງຫາລິມະ​ຊັບ ​ແລະ ການ​​ໃຊ້​ຈ່າຍ. ຕາມ​ທ່ານ Nguyen Van Binh ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ​ແລ້ວ, ​ເລື່ອງ​ເປີດ​ກົນ​ໄກ​ຄື​ແນວ​ນີ້ ​ໄດ້​ຮັບ​ການ​ຄິດ​ໄລ່​ບົນ​ພື້ນຖານ​ຕີ​ລາຄາ​ບັນດາ​ມາດ​ຕະການ​ຢ່າງ​ຈະ​ແຈ້ງ, ລະມັດລະວັງ, ມີ​ວິວັດ​ການ​ເພື່ອ​​ຮັບປະກັນ​ການ​ປະຕິບັດ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ຕ່ຳ​ກວ່າ 10%, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສ້າງ​ເງື່ອນ​ໄຂ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ການ​ເຕີບ​​ໂຕ GDP ຢ່າງ​ເໝາະ​ສົມ. ທ່ານ Nguyen Van Binh ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ​ເນັ້ນ​ຫນັກ​ວ່າ​:

        “ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ຖ້າ​ຫາກ​ຂົງ​ເຂດ​ອະສັງຫາລິມະ​ຊັບ​ໄດ້​ຮັບ​ການ​ແກ້​ໄຂ​ສ່ວນ​ຫນຶ່ງ​ຈະ​ຊ່ວຍ​ໃຫ້​ຫລາຍ​ຂົງ​ເຂດ​ຄື: ຊີມັງ, ​ເຫລັກ​ກ້າ ສາມາດ​ແກ້​ໄຂ​ສິນຄ້າ​ຄ້າງ​ສາງ​ໄດ້, ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ເຮັດ​ວຽກ​ງານ​​ກໍ່ສ້າງ, ສ້າງ​ແຫ​ລ່ງທຶນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ​ແລະ ປັບປຸງ​ສະພາບ​ຫນີ້​ເສຍ​ໃນ​ລະບົບ​ທະນາຄານ.”

        ມະຕິ​ເລກທີ 11 ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປ​ັນປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ ​ໄດ້​ຊີ້​ແຈງ​ວ່າ: ທະນາຄານ​ແຫ່ງ​ລັດ ​ຕ້ອງ​ບໍລິຫານ​ນະ​ໂຍບາຍ​ເງິນ​ຕາ​ຢ່າງ​​ແຫນ້ນ​ແຟ້ນ, ລະມັດ​ລະວັງ ​ແຕ່ກໍ່​ຕ້ອງມີ​​ໄຫວ​ພິບ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຫນູນ​ຊ່ວຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ທົ່ວ​ລະບົບ​ທະນາຄານ. ​ໃນ​​ 3 ​ເດືອນ​ຕົ້ນ​ປີ 2012, ທະນາຄານ​ແຫ່ງ​ລັດ ​ໄດ້​ແກ້​ໄຂ​ຄວາມ​ສາມາດ​​ຊຳລະ​ເທື່ອ​ລະ​ກ້າວ. ນອກ​ນັ້ນ ດັດຊະນີ​ລາຄາ​ໃຊ້​ສອຍ​ກໍ​ຫລຸດ​ລົງ​, ສະ​ນັ້ນ ​ເລື່ອງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ຂອງ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ແມ່ນ​ບາດກ້າວ​ເໝາະ​ສົມ​ໃນ​ຈຸດ​ເວລາ​ນີ້, ​ເພື່ອ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​ພື້ນຖານ​ເສດ​ຖະກິດ​ຂອງ​ຫວຽດນາມ ​ເປັນ​ປົກກະຕິ ​ແລະ ພັດທະນາ.

Thu Hoa

ຕອບກັບ

ຂ່າວ/ບົດ​ອື່ນ