ບັນດາສາສະຫນາຢູ່ຫວຽດນາມໄດ້ຮັບການປົກປ້ອງຢ່າງສຸດຂີດ

(VOVWORLD) - ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດບົດລາຍງານ ກ່ຽວກັບສິດເສລີດ້ານສາສະຫນາສາກົນປະຈຳປີ 2019, ໃນນັ້ນມີບັນດາຂໍ້ມູນທີ່ຜິດກັບຄວາມຈິງ, ຍັງບໍ່ທັນໄດ້ກວດກາຢັ້ງຢືນກ່ຽວກັບສະພາບການຢູ່ຫວຽດນາມ. ສິ່ງນີ້ໄດ້ເຮັດໃຫ້ຫາງສຽງພາຍໃນປະເທດ ຂັດໃຈ. ບັນດາຜູ້ມີຍົດສັກຕຳແຫນ່ງຕ່າງໆທາງສາສະຫນາໄດ້ຢັ້ງຢືນວ່າ ບັນດາສາສະຫນາຢູ່ຫວຽດນາມ ລ້ວນແຕ່ໄດ້ຮັບປະກັນສິດເສລີໃນການເຫລື້ອມໃສ ແລະ ມີຄວາມສະເຫມີພາບຕໍ່ກົດໝາຍ. ພໍ່ແມ່ປະຊາຊົນເຊື່ອຖືສາສະຫນາຢູ່ຫວຽດນາມ ໄດ້ ແລະພວມມີການປະກອບສ່ວນໃຫ້ແກ່ການຮັກສາຈັນຍາບັນສັງຄົມ, ປຸກລຸກມູນເຊື້ອມະນຸດສະທຳ, ຮັກແພງຊ່ວຍເຫລືອກັນໃນວົງຄະນາຍາດ.

ບັນດາສາສະຫນາຢູ່ຫວຽດນາມໄດ້ຮັບການປົກປ້ອງຢ່າງສຸດຂີດ - ảnh 1 ບັນດາອົງການ, ສ່ວນບຸກຄົນຂອງສາສະຫນາຕ່າງໆຢູ່ຫວຽດນາມປະກອບສ່ວນເຂົ້າໃນວຽກງານຍູ້ໂລກລະບາດ ໂຄວິດ 19 ໃຫ້ຖອຍໄປ

ພາບ:thanhuytphcm.vn

ເມື່ອເກີດໂລກລະບາດໂຄວິດ 19, ປະຊາຊົນຫວຽດນາມ ດ້ວຍບັນດາສາສະຫນາ ແລະ ການເຫລື້ອມໃສທີ່ແຕກຕ່າງກັນ ທັງໝົດລ້ວນແຕ່ເປັນຈິດຫນຶ່ງໃຈດຽວຕອບສະຫນອງຄຳສັ່ງຂອງນາຍົກລັດຖະມົນຕີ ໄດ້ຢຸດຕິບັນດາການເຄື່ອນໄຫວດ້ານສາສະຫນາ, ງານບຸນຕ່າງໆເພື່ອສະກັດກັ້ນການແຜ່ເຊື້ອຂອງໂລກລະບາດ. ບໍ່ພຽງເທົ່ານັ້ນ ພຸດທະສາສະນີກະຊົນນັບລ້ານໆຄົນໃນທົ່ວປະເທດ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງທຸກຂັ້ນ ແລະປະຊາຊົນ ຕັ້ງຫນ້າລະດົມແຫລ່ງກຳລັງ ປະກອບສ່ວນໃຫ້ແກ່ວຽກງານປ້ອງກັນສະກັດກັ້ນໂລກລະບາດ.  ບັນດາອົງການ, ສ່ວນບຸກຄົນຂອງພຸດທະສາສະຫນາ, ຄິດທະສາສະຫນາ, ໂປແຕດສະຕັງ, ສາດສະຫນາ ຮ່ວາຫາວ, ກາວດ່າຍ ແລະສາສະຫນາອື່ນໆໄດ້ບໍລິຈາກ ເງິນສົດນັບສິບໆຕື້ດົງພ້ອມກັບເຄື່ອງໃຊ້ທີ່ຈຳເປັນ, ອຸປະກອນການແພດທີ່ມີຄ່າ.. ປະກອບສ່ວນເຂົ້າໃນວຽກງານຍູ້ໂລກລະບາດ ໂຄວິດ 19 ໃຫ້ຖອຍໄປໃນທົ່ວປະເທດຫວຽດນາມ.

ບັນດາສາສະຫນາພັດທະນາຢ່າງສະເຫມີພາບ ແລະມີສິດເສລີ

ບົດລາຍງານກ່ຽວກັບສິດເສລີດ້ານສາສະຫນາຂອງ ອາເມລິກາ ໃນນັ້ນມີຄຳກ່າວຫາກ່ຽວກັບເລື່ອງປາບປາມສາສະຫນາທີ່ຜິດກັບຄວາມຈິງຢູ່ຫວຽດນາມ ໄດ້ເຮັດໃຫ້ຫາງສຽງຂັດໃຈ. ປະເທດ ຫວຽດນາມແມ່ນປະເທດ ມີຫລາຍສາສະຫນາ ແລະ ກໍ່ແມ່ນປະເທດຮັບປະກັນຄວາມສະເຫມີພາບຂອງບັນດາສາສະຫນາ. ສາສະຫນາ ທັງໝົດລ້ວນແຕ່ເຄື່ອນໄຫວຢ່າງເສລີ ແລະ ມີຄວາມສະເຫມີພາບຕໍ່ກົດໝາຍ ຕາມລັດຖະທຳມະນູນຂອງ ປະເທດ ສສ ຫວຽດນາມ. ພະອາຈານໃຫຍ່ ທິກບ໋າວງຽມ ຮອງປະທານສະພາບໍລິຫານງານ ທັງເປັນຫົວຫນ້າ ຄະນະຮັບຜິດຊອບການເຄື່ອນໄຫວດ້ານສາສະຫນາ ສັງກັດສູນກາງສະມາຄົມພຸດທະສາສະຫນາຫວຽດນາມ ໃຫ້ຮູ້ວ່າ:   

ມາຮອດຈຸດເວລານີ້ ສາສະຫນາທັງໝົດຢູ່ຫວຽດນາມ ລ້ວນແຕ່ເຊື່ອມຕົວເຂົ້າກັບວົງຄະນະຍາດ. ເປັນຕົ້ນໃນໄລຍະຕ້ານໂລກລະບາດຜ່ານມາ ທຸກສາສະຫນາລ້ວນແຕ່ຕອບສະຫນອງຄຳຮຽກຮ້ອງຂອງພັກ, ລັດຖະບານ ກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດ ກໍ່ຄືສ້າງສາປະເທດຊາດພາຍຫລັງໄລຍະຕ້ານໂລກລະບາດ.“

ໂດຍແມ່ນປະເທດມີຫລາຍສາສະຫນາ, ແຕ່ລະປີ ຫວຽດນາມມີງານບຸນໃຫຍ່ນ້ອຍກວ່າ 1 ໝື່ນງານບຸນ. ບັນດາງານບຸນນີ້ບໍ່ພຽງແຕ່ດຶງດູດການເຂົ້າຮ່ວມຂອງພຸດທະສາສະນີກະຊົນເທົ່ານັ້ນຫາກປະຊາຊົນແລະນັກທ່ອງທ່ຽວກໍ່ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ດ້ວຍຂອບຂະຫນາດ ແລະການເຄື່ອນໄຫວຢ່າງອຸດົມສົມບູນຂອງງານບຸນດ້ານສາສະຫນານັ້ນ ໄດ້ສະແດງໃຫ້ເຫັນສ່ວນໃດຫນຶ່ງກ່ຽວກັບສິດເສລີໃນການເຫລື້ອມໃສໄດ້ຮັບການປົກປ້ອງຢ່າງສຸດຂີດ ເພື່ອໃຫ້ບັນດາສາສະຫນາໄດ້ເຊື່ອມຕົວເຂົ້າກັບການເຄື່ອນໄຫວດ້ານວັດທະນະທຳຂອງຊາດ.

ສິດເສລີໃນການເຫລື້ອມໃສໄດ້ຮັບການຮັບປະກັນໃນຕົວຈິງ

ສິດເສລີໃນການເຫລື້ອມໃສ ການເຊື່ອຖືສາສະຫນາຂອງປະຊາຊົນຫວຽດນາມ ໄດ້ລະບຸໄວ້ໃນລັດຖະທຳມະນູນຂອງຫວຽດນາມ ທຸກສະບັບ. ສິດນີ້ອີກຄັ້ງຫນຶ່ງໄດ້ຢັ້ງຢືນ ແລະລະບຸໃນກົດໝາຍວ່າດ້ວຍການເຫລື້ອມໃສ ການເຊື່ອຖືສາສະຫນາ ປີ 2016.

ດ້ວຍບົດບາດແມ່ນສະມາຊິກ ສະພາແຫ່ງຊາດ  , ທ່ານ ເລແທງເວີນ ແບ່ງປັນວ່າ ໃນຕະຫລອດ 2 ອາຍຸການເປັນສະມາຊິກສະພາແຫ່ງຊາດ, ທ່ານ ຍັງບໍ່ທັນໄດ້ຮັບຂໍ້ຂ້ອງໃຈໃດຂອງປະຊາຊົນ ກ່ຽວກັບສິດເສລີໃນການເຫລື້ອມໃສການເຊື່ອຖືສາສະຫນາຫລືການປາບປາມການເຫລື້ອມໃສ,ສາສະຫນາ.

ບັນຫາສາສະຫນາເມື່ອເອົາມາດຖານຂອງປະເທດນີ້ຈັດວາງໃຫ້ປະເທດອື່ນ ນັ້ນແມ່ນສິ່ງບໍ່ຄວນເຮັດ. ຢູ່ ຫວຽດນາມ ນັບແຕ່ລັດຖະທຳມະນູນຕະຫລອດຮອດບັນດາກົດໝາຍ ລ້ວນແຕ່ປົກປ້ອງສິດເສລີການເຫລື້ອມໃສສາສະຫນາ, ເຄົາລົບບັນດາສິດເຂົ້າຮ່ວມການເຄື່ອນໄຫວສາສະຫນາຂອງປະຊາຊົນ. ຄວາມຈິງ ປະຊາຊົນທຸກຄົນ ລ້ວນແຕ່ເຫັນວ່າ ກົດໝາຍ ກ່ຽວກັບການຮັບປະກັນສິດເຄື່ອນໄຫວດ້ານສາສະຫນາຂອງປະຊາຊົນຫວຽດນາມແມ່ນດຳເນີນໄປເປັນປົກກະຕິ. ບໍ່ມີຜູ້ໃດຈົ່ມ ວ່າ ບໍ່ສອດຄອ່ງ ຫລື ລະເມີດບັນດາຂໍ້ກຳນົດຂອງບັນດາກົດບັດ ຊື່ງຫວຽດນາມເຂົ້າຮ່ວມ”

ໃນແຕ່ລະໄລຍະປະຫວັດສາດ, ບັນດາສາສະຫນາ ນັບມື້ນັບມີຄວາມສະຫນິດຕິດພັນນຳກັນ ແລະຮ່ວມເດີນທາງພ້ອມກັບຊາດ ໄດ້ ແລະ ພວມສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ຫລັກສິນທຳຂອງບັນດາສາສະຫນາກໍ່ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມໃນຊີວິດ, ປະກອບສ່ວນໃຫ້ແກ່ເລື່ອງຮັກສາຈັນຍາບັນສັງຄົມ, ມະນຸດສະທຳ, ຮັກແພງຊ່ວຍເຫລືອກັນໃນວົງຄະນະຍາດ.  ເລື່ອງຍົກໃຫ້ເຫັນບັນດາຂໍ້ສັງເກດທີ່ຜິດກັບຄວາມຈິງ ກ່ຽວກັບການເຫລື້ອມໃສ, ການເຊື່ອຖືສາສະຫນາ ຢູ່ ຫວຽດນາມ ພຽງແຕ່ແມ່ນການກະທຳຂາດເຈດຕະນາດີ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແຊກແຊງເຂົ້າວຽກງານພາຍໃນຂອງຫວຽດນາມ, ໄປຝືນກັບທ່າອ່ຽງສາມັກຄີ, ການຮ່ວມມືລະຫວ່າງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ