ບັນດາໝາກຜົນພົ້ນເດັ່ນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນ

(vovworld)- ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ທຸກ​ຂັ້ນ​ອາ​ຍຸ​ການ 2016- 2021, ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ມີ​ຂອບ​ຂະ​ຫນາດ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ທີ່​ມີປະ​ຊາ​ທິ​ປະ​ໄຕ, ປ່ຽນ​ໃຫມ່, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ. ຜູ​້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ ແລະ ພັນ​ທະ​ຂອງ​ຕົນ​ໃນ​ການ​ຄັດ​ເລືອກ​ບັນ​ດາ​ຜູ້​ທີ່ສົມ​ເປັນ​ຕົວ​ແທນ​ຂອງຕົນ​ໃນ​ອົງ​ການ​​ອຳ​ນາດແຫ່ງ​ລັດ​ຢູ່​ສູນ​ກາງ ແລະ ທ້ອງ​ຖິ່ນ. ໝາກ​ຜົນ​ການ​ເລືອກ​ຕັ້ງ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະ​ຫນາ​ຢາກ​ໃຫ້ຜູ້​ເປັນ​ຕົວ​ແທນ​ຂອງ​ຕົນ​ປະ​ກອບກຳ​ລັງ​ເຫື່ອ​ແຮງ, ພູມ​ປັນ​ຍາ ປະ​ກອບ​ສ່ວນ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ.
ບັນດາໝາກຜົນພົ້ນເດັ່ນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນ - ảnh 1
ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮ່າ​ໂນ້ຍໄປ​ປ່ອນ​ບັດ
ພາບ:thoibaotaichinh

        ການ​ເລືອກ​ຕັ້ງ​ດຳ​ເນີນ​ເມື່ອ​ວັນ​ທີ22/5/2016 ແມ່ນ​ການ​ເລືອກ​ຕັ້ງ​ມີ​ຂອບ​ຂະ​ຫນາດ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ດ້ວຍ ຜູ້​ມີ​ສິດ​ເລືອກ​ຕັ້ງກວ່າ 69 ລ້ານຄົນ. ນີ້​ກໍ​ແມ່ນ​ການ​ເລືອກ​ຕັ້ງ​ຄັ້ງ​ທຳ​ອິດ ຊື່ງ ​ຫວຽດ​ນາມ​ປະ​ຕິ​ບັດກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພ​າ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ປີ 2015, ເປັນ​ຄັ້​ງ​ທຳ​ອິດ ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ແລະ ເຄື່ອນ​ໄຫວ. ບັນ​ດາ​ສິ່ງ​ດັ່ງ​ກ່າວ ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ວ່າ ວຽກ​ງາ​ນ​ດຳ​ເນີນ​ການ​ເລືອກ​ຕັ້ງ​ປີນີ້ ມີ​ບັນ​ດາ​ບາດ​ກ້າວ​ເປັນ​ຫນ້າ​ຮັບ​ຮູ້.

        ອັດ​ຕາ​ສ່ວນຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ຢູ່​ໃນ​ລ​ະ​ດັບສູງ

        ຕາມ​ຫ້ອງ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ແລ້ວ, ຍອດ​ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ ແມ່ນ 66.830.360 ຄົນ, ບັນ​ລຸ 98,79%. ມີ 47/63 ແຂວງ, ນະ​ຄອນ ມີ​ອັດ​ຕາ​ສ່ວນຜູ້​ມີສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ບັນ​ລຸ 99% ຂຶ້ນ​ໄປ. ໃນ​ນັ້ນ 2 ແຂວງ ຄື: ເທື່ອ​ທຽນ​ເຫ້ວ ແລະ ອຽນ​ບາຍ, ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ບັນ​ລຸ​ລະ​ດັບ​ສູງ​ສຸດ 99,99%. ຫົວຫນ່ວຍ​ເລືອກ​ຕັ້ງ​ສ່ວນ​ຫລາຍ​ປະ​ກາດ​ວ່າ: ໝາກ​ຜົນ​ການ​ປ່ອນ​ບັດ​ແມ່​ນ​ຖືກ​ຕາມ​ຂ​ໍ້​ກຳ​ນົດ. ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ບໍ່​ພຽງ​ແຕ່​ແມ່ນ​ຍ້ອນ​ ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ສູງເທົ່າ​ນັ້ນ ຫາກ​ສິ່ງ​ສຳ​ຄັນ ນັ້ນ​ແມ່ນ​ຄວາມ​ຮັບ​ຮູ້​ດ້ານ​ການ​ເມືອງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່​ບັດ​ເລືອກ​ຕັ້ງ​ຂອງ​ຕົນ. ຕາມ​ທ່ານ​ນາງ ເຈີນ​ທິ​ຮ​ວາ​ຊີງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ລ້າງ​ເຊີນ ແລ້ວ, ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ເພື່ອ​ສ້າງ​ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ນັ້ນ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຕ່​ລະ​ຄົນ​ຕໍ່​ບັດ​ເລືອກ​ຕັ້ງ​ຂອງ​ຕົນ.

        “ຜ່ານ​ການ​ເລືອກ​ຕັ້ງ​ແຕ່​ລະ​ຄັ້ງ, ຂ້າ​ພະ​ເຈົ້າ​ເຫັນວ່າ ການ​ຕີ​ລາ​ຄາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຕໍ່ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ມີ​ການ​​ຊັ່ງ​ຊາ​ຢ່າງລະ​ອຽດ, ນັບ​ມື້​ນັບ​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ລັບຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຕ້ອງ​ມີ​ລະ​ດັບ​ຄວາມ​ຮູ້, ກຳ​ລັງ​ຄວາມ​ສາ​ມາດ​ພຽງ​ພໍ. ສຳ​ລັບ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ສູງ ແລະ ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ການ​ຄັດ​ເລືອກ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.”

        ຕາມ​ທ່ານ ເລ​ມີ​ງທົງ, ຮ​ອງຫົວ​ຫນ້າ​ຫ້ອງ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ແລ້ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ປ່ອນ​ບັດ​ດ້ວຍ​ຄ​ວາມ​ຮັບ​ຜິດ​ຊອບ​ຄື​ແນວນັ້ນ ຍ້ອນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ເລືອກ​ຕັ້ງ, ຄຸນ​ຄ່າ​ອັນ​ໃຫຍ່​ຫລວງ​ຂອງ​ບັດ​ເລືອກ​ຕັ້ງ​.

        “ເຂົາ​ເຈົ້າ​ມີ​ຄວາມ​ຮັບ​ຮູ້​ຕໍ່​ບົດ​ບາດ​ນັບ​ມື້​ນັບ​ສູງ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ ແລະ ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳ​ນົງ ນັບ​ມື້​ນັບ​ດີກວ່າ ແລະ ຄວາ​ມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​. ເຂົາ​ເຈົ້າ​ເຫັນ​ວ່າ ພຽງ​ແຕ່​ຜ່ານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ຄຳ​ເຫັນ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ໄດ້​​ຮັບ​ການແກ້​ໄຂ, ​ແລະໄດ້​ປະ​ກອບ​​ສ່ວນ​ເຂົ້າໃນ​ການ​ວາງ​ແຜນ​​ນະ​ໂຍ​ບາຍ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຜູ້​ມີ​ສິດ​ເລືອກ​ຕັ້ງ ມີ​ຄວາມ​ສົນໃຈ​ ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ  ແລະ ສິ່ງ​ສຳ​ຄັນ​ແມ່ນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສະ​ພາ​ແຫ່ງ​ຊາດ​ ສະ​ພາ​ປະ​ຊາ​ຊົນສະ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເລືອກ​ເຟັ້ນ. ທີ​ສອງ ເລື່ອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ລຽນແຖວ​ເພື່ອ​ປ່ອນ​ບັດ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ປະ​ຊາ​ທິ​ປະ​ໄຕ, ການ​ເຄົາ​ລົບ​ສິດ​ເປັນ​ເຈົ້າ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຕ່​ລະ​​ຄົນ.”

        ຕາມ​ການ​ກຳ​ນົດ​ຂອງກົດ​ໝາຍ, ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ແມ່ນເປີດກວ້າງ​ສິດ​ເລືອກ​ຕັ້ງ​ຕໍ່​ຜູ້​ຖືກ​ຈັບ​ຕົວ, ກັກຂັງ​ພາງ ແລະ ກຳ​ນົດ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສັກ​ຂີ​ພິ​ຍານ​ການ​ນັບ​ບັດ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຜູ​້​ຕາງ​ຫນ້າ​ອົງ​ການຈັດ​ຕັ້ງ, ຫົວ​ຫນ່ວຍ​ສະ​ເຫນີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຫລື​ຜູ້​ໄດ້​ຮັບ​ການມອບ​ສິດ, ນັກ​ຂ່າວສື່ມວນ​ຊົນ. ສິ່ງ​ດັ່ງ​ກ່າວບໍ່​ພຽງ​ແຕ່​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ປະ​ຕິ​ບັດ​ສິດ​ເລືອກ​ຕັ້ງ​ຂອງ​ຕົນ​ໃນ​ການ​ຄັດ​ເລືອກ​ບັນ​ດາ​ຜ​້​ູ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ມ​ີຄຸນ​ສົມ​ບັດ​ ຢ່າງ​ພຽງ​ພໍ ເຂົ້າ​ໃນ​ອົງ​ການ​​ອຳ​ນາດ​ແຫ່ງ​ລັດ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ພື້ນ​ຖານ​ເພື່ອ​ໃຫ້​ການ​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ຢ່າງ​ຍຸ​ຕິ​ທຳ, ເປີດ​ເຜີຍ, ໂປ່ງ​ໃສ, ຮັບ​ປະ​ກັນ​ຄວາມ​ແທດ​ຈິງ.

         ​ ຍ້ອນ​ມີ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ທີ່​ຖ້ວນຈຶ່ງ​ສຳ​ເລັດ​ຜົນ

ຜົນ​ສຳ​ເລັດ​ລວມ​ຂອງ​ການ​ເລືອກ​ຕັ້ງ​ຍ້ອນ​ມີ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ ອຳ​ນາດ​ການ​ປົກ​ຄອງ​ຂອງ​ທຸກ​ຂັ້ນທ້ອງ​ຖິ່ນ​ຕ່າງໆ, ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ກົດ​ໝາຍ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ຈຸດ​ປະ​ສົງ, ຄວາມ​ໝາຍ​ຂອງ​ການ​ເລືອກ​ຕັ້ງ, ສິດ ແລະ ພັນ​ທະ​ຂອງ​ພົນ​ລະ​ເມືອງ ສະ​ນັ້ນນັບ​ແຕ່ເວ​ລາ​ເລີ່ມ​ຕົ້ນ​ການ​ເລືອກ​ຕັ້ງ, ຜູ້​ມີສິດ​ເລືອກ​ຕັ້ງ​ໄດ້​ຕັ້ງ​ຫນ້າ, ຫ້າວ​ຫັນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ, ປະ​ຕິ​ບັດ​ຫນ້າ​ທີ່ ສິດ ແລະ ພັນ​ທະ​ຂອງ​ພົນ​ລະ​ເມືອງ. ທ່ານ ຫງວຽນ​ແຫ້ງ​ຟຸກ, ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ, ຫົວ​ຫນ້າ​ຫ້ອງການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໄດ້​ຕີ​ລາ​ຄາ​ວ່າ: ວຽກ​ງານ​ຈັດ​ຕັງການ​ເລືອກ​ຕັ້ງ​ຄັ້ງ​ນີ້​ມີ​ການ​ປັບ​ປຸງ​ຫລາຍ​ຢ່າງ ແລະ ມີ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນປະ​ຕິ​ບັດ​ຢ່າງ​ເປັນ​ລະ​ບົບ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ.

        “ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ຍ້ອນ​ມີ​ການ​ຊີ້​ນຳ​ນຳ​ພາ​ການ​ເຄື່ອ​ນ​ໄຫວຢ່າງ​ຂ້ຽວ​ຂາດ, ຈາກ​ສູນ​ກາງຕະ​ຫລອດ​ຮອດ​ທ້ອງ​ຖິ່ນ. ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ, ຄ​ະ​ນະ​ເລືອກ​ຕັ້ງ, ບັນ​ດາ​ຫົວຫນ່ວຍ​ເລືອກ​ຕັ້ງ​ໄດ້​ຈັດ​ຕັ້ງ​ການ​ຝືກ​ອົບ​ຮົມ​ຢ່າງ​ລະ​ອຽດ. ຈາກນັ້ນ ຊ່ວຍ​ໃຫ້​ວຽກ​ງານ​ວິ​ຊາ​ການ​ຂອງຫົວ​ຫນ່ວຍ​ເລືອກ​ຕັ້ງ​ດີກວ່າ​ເກົ່າ. ວຽກ​ງານ​ໂຄ​ສະ​ນາ​ກໍ​ໄດ້​ຮັບ​ການ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ມີ​ຫລາຍ​ຮູບ​ການ​ອຸ​ດົມ​ສົມ​ບູນ, ຈາກນັ້ນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ.”

        ຕາມ​ການ​ກຳ​ນົດ​ຂອງ​ກົດ​ໝາຍ​ແລ້ວ, ຢ່າງຊ້າ​ສຸດ​ແມ່ນ 20 ມື້​ນັບ​ແຕ່​ມື້​ປ່ອນ​ບັດ​ເລືອກ​ຕັ້ງ, ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ຈະ​ປະ​ກາດ​ໝາກ​ຜົນ​ຢ່າງ​ເປັນ​ທາງ​ການ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖ​ະ​ຫນາ​ວ່າ ບັນ​ດາ​ຜູ້​ແທນ​ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ຈະ​ປະ​ຕິ​ບັດ​ຄຳ​ໝັ້ນ​ໝາຍ​ຂອງ​ຕົນ​ເປັນ​ຢ່າງ​ດີ, ສ​ົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອ​ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ພ້ອມ​ກັນ​ປະ​ກອບ​ສ່ວນ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັ​ບ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ