ບຸນປີໃໝ່ປະຈຳຊາດຫວຽດນາມ: ງານບຸນແຫ່ງການເຕົ້າໂຮມ


(vovworld) – ຊາວ​ຫວຽດ​ນາມ ​ທຸກ​ຄົນ ພວມ​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ຄວາມ​ຜາ​ສຸກ​ຂອງ​ຊຸມ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່. ຊາວ​ຫວຽດ​ນາມຫຼາຍ​ຄົນ, ​ແລະ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ທີ່​ພວມ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ, ເຖິງວ່າ​ຈະ​ຢູ່​ຫ່າງ​ໄກ​ກັບ​ຍາດ​ຕິ​ພີ່​ນ້ອງ​ກໍ່​ຕາມ, ແຕ່​ເຂົາ​ເຈົ້າ​ຍັງ​ຄົງ​ຮູ້​ສຶກ​ໄດ້​ຄວາມ​ອົບ​ອູ່ນ, ເມື່ອ​​ໄດ້ເຕົ້າ​ໂຮມ​ຮ່ວມ​ກັບ​ບັນ​ດາ​ເພື່ອນ​​ມິດ​ຊາວຫວຽດ​ນາມໃນ​ໂອ​ກາດ​ບຸນ​ປີ​ໃໝ່​ວຽນ​ມາ.

ບຸນປີໃໝ່ປະຈຳຊາດຫວຽດນາມ: ງານບຸນແຫ່ງການເຕົ້າໂຮມ - ảnh 1

ບຸນປີໃໝ່ປະຈຳຊາດຫວຽດນາມ-ງານບຸນແຫ່ງການເຕົ້າໂຮມ
(ພາບ: ອິນເຕີແນດ)

        ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຫວຽດ​ນາມ, ເຖິງວ່າ​ເຂົາ​ເຈົ້າ​ໄດ້​ໄປຫຼາຍ​ປະ​ເທດ, ເຂົ້າ​ຮ່ວມ​ຫຼາຍ​ພິ​ທີ ແລະ ບຸນ​ປີ​ໃໝ່​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກແລ້ວ​ກໍ່​ຕາມ, ແຕ່​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ຫວຽດ​ນາມ (ບຸນ​ເຕັດ) ພັດ​ສ້າງ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​ສະ​ເພາະ, ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ອາດຫຼົງ​ລືມ​ໄດ້.

        ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​ຫວຽດ​ນາມ

        ປີນີ້​ແມ່ນ​ປີ​ທີ 12 ທີ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ລັດ​ປາ​ແລ​ສຕີນ ປະ​ຈຳ​ຫວຽດ​ນາມ Saadi Salama ໄດ້​ຕ້ອນ​ຮູບ​ບຸນ​ເຕັດພ້ອມ​ກັບ​ເພື່ອນ​ມິດ​ຫວຽດ​ນາມ. ກ່ອນນີ້ 33 ປີ, ​ເມື່ອ​ຍັງ​ເປັນ​ນັກ​ສຶກ​ສາ, ທ່ານ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ເທື່ອ​ທຳ​ອິດ​ຢູ່​ຫວຽດ​ນາມ ແລະ ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ບຸນ​ເຕັດ​ນັ້ນຍັງ​ຄົງ​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ທ່ານ, ດ້ວຍ​ບັນ​ຍາ​ກາດ​ຟົດ​ຟື້ນ​ຂອງ​ຊຸມ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່. ປະ​ເທດ​ຫວຽດ​ນາມ​ ພວມ​ພັດ​ທະ​ນາ, ເຖິງວ່າ​ຮູບ​ການ​ຈັດ​ຕັ້ງ​ບຸນ​ເຕັດ​ໄດ້​ມີ​ການ​ປ່ຽນ​ແປງ​ສ່ວນ​ໃດ​ສ່ວນ​ໜຶ່ງກໍ່​ຕາມ, ແຕ່​ສຳ​ລັບ​ທ່ານ​ແລ້ວ, ສີ​ສັນ​ບຸນ​ເຕັດ​ຫວຽດ​ນາມ ​ຍັງ​ຄົງ​ຮັກ​ສາ​ໄວ້, ​​ປະ​ຊາ​ຊົນ​ຍັງ​ຄົງ​ຮັກ​ສາບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ບຸນ​ເຕັດຢູ່​ຄື: ເກັບ​ໃບ​ໄມ້​ປົ່ງ​ໃໝ່ (ເພື່ອ​ຂໍໂຊກຂໍ​ໝານ), ອວຍ​ພອນ​ຜູ້​ເຖົ້າ​ຜູ້​ແກ່​ໃຫ້ມີອາ​ຍຸ​ໝັ້ນ​ຂວັນ​ຍືນ, ອວຍ​ພອນ​ເດັກ​ນ້ອຍປະສົບ​ແຕ່​ສິ່ງ​​ທີ່ຈົບງາມ. ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ຫວຽດ​ນາມຫຼາຍ​ປີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສາ​ມາດ​ລວບ​ລວມ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ບຸນ​ເຕັດ​ຂອງ​ຫວຽດ​ນາມ​ທີ່ວ່າ:​ ”ໃກ້​ຊິດຕິດ​ພັນ - ສາ​ມັກ​ຄີ - ຮັກ​ແພງ​ມະ​ນຸດ - ເຫັນ​ແກ່​ຄົນ​ອື່ນ”. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ Saadi Salaman ອະ​ທິ​ບາຍ​ວ່າ:

        “​ໃນ​ໂອ​ກາດ​ບຸນ​ເຕັດຊາວ​ຫວຽດ​ນາມ​ ໃກ້​ຊິດ​ຕິດ​ພັນ​ນຳ​ກັນ, ເຖິງວ່າ​ຈະ​ຢູ່​ໃສ​ເຂົາ​ເຈົ້າ​ກໍ່​​ກັບ​ເມືອ​ບ້ານ, ກັບ​ເມືອ​ຄອບ​ຄົວ​ເພື່ອ​ພ້ອມ​ກັນ​ຕ້ອນ​ຮັບ​ບຸນ​ເຕັດ. ທັງ​ປະ​ເທດ​ພ້ອມ​ກັນ​ຈັດ​ຕັ້ງ​​ບຸນ​ເຕັດ, ພິ​ທີ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ສະ​ແດງ​ໃຫ້​ເຫັນຄວາມ​ສາ​ມັກ​ຄີ ແລະ ຊາວ​ຫວຽດ​ນາມ ກໍ່​ແມ່ນ​ປະ​ຊາ​ຄົມ​ທີ່​ມີ​ຄວາມ​ຮັກ​ແພງ​ມະ​ນຸດ​ດ້ວຍ​ກັນ. ຮອດ​ບຸນ​ເຕັດ​ເຂົາ​ເຈົ້າ​ໄປ​ຢ້ຽມ​ຢາມ​ຖາມ​ຂ່າວ, ​ອວຍ​ພອນ​ກັນປີ​ໃໝ່​ມີ​ອະ​ນາ​ໄມ​ສົມ​ບຸນ, ມີ​ຄວາມ​ຜາ​ສຸກ, ມີ​ໂຊກ​ມີ​ໝານ ແລະ ປະ​ສົບ​ຜົນ​ສຳ​ເລັດໃນ​ໜ້າ​ທີ່​ວຽກ​ງານ. ຊາວ​ຫວຽດ​ນາມ​ ມີ​ມູນ​ເຊື້ອເຫັນ​ແກ່​ຜູ້​ອື່ນ, ພ້ອມ​ແລ້ວ​ທີ່​ຈະ​ລົບ​ລ້າງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ​ຊາວ​ຫວຽດ​ນາມ​ນຳ​ກັນ, ຊ້ຳ​ບໍ​ໜຳ​ລະ​ຫວ່າງ​ຊາວ​ຫວຽດ​ນາມ​ກັບ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ”.

        ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ຟະ​ກາ​ໃຕ້​ປະ​ຈຳ​ຫວຽດ​ນາມ, Kgomostso Ruth Magau ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ຫວຽດ​ນາມ. ສຳ​ລັບ​ທ່ານ​ນາງ​ແລ້ວ, ບຸນ​ເຕັດ​ຫວຽດ​ນາມ​ ມີຫຼາຍ​ສິ່ງ​ທີ່​ໃໝ່​ອ່ຽມ ແລະ ແປກ​ປະຫຼາດ. ບັນ​ດາ​ທຳ​ນອງ​ເພງອວຍ​ພອນ​ປີ​ໃໝ່​ທີ່​ເບີກ​ບານ​ມ່ວນ​ຊື່ນ​​ໃນງານ​ລ້ຽງ​ພົບ​ປະ​ສ້າງ​ສັນ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຫວຽດ​ນາມ, ໂດຍ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ​ຈັດ​ຕັ້ງ​ຂຶ້ນ, ແມ່ນ​ສິ່ງ​ທີ່​ທ່ານ​ນາງນິ​ຍົມ​ທີ່​ສຸດ. ​ໃນ​ທຳ​ນອງ​ເພງ​ເບີກ​ບານ​ມ່ວນ​ຊື່ນ​ນັ້ນ, ທ່ານ​ນາງ​ໄດ້​ເວົ້າດ້ວຍ​ຄວາມ​ພາກ​ພູມ​ໃຈ​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​ເຫັນທຸກ​ຄົນກະ​ກຽມ​ຕ້ອນ​ຮັບ​ບຸນ​ເຕັດ. ໃນ​ໂອ​ກາດ​ບຸນ​ເຕັດ, ບັນ​ດາ​ຖະ​ໜົນ​ຫົນ​ທາງ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢ່າງ​ສວຍ​ງາມ, ທຸກ​ຄົນຕ່າງ​ກໍ​ມ່ວນ​ຊື່ນ, ອັນ​ໄດ້​ສ້າງ​ຄວາມຈັບ​ອົກ​ຈັບ​ໃຈທີ່​ສຸດ”.

        ທຸກ​ຄົນ​ໃກ້​ຊິດ​ຕິດ​ພັນກວ່າ, ບຸນ​ເຕັດ​ເຕົ້າ​ໂຮມ​ທຸກ​ຄົນ​ໃນ​ຄອບ​ຄົວ

        ຖ້າ​ຫາກວ່າ​ຢູ່ຫຼາຍ​ປະ​ເທດ, ປະ​ຊາ​ຊົນເຄີຍ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ດ້ວຍ​ການ​ໄປ​ທ່ອງ​ທ່ຽວ, ຫຼື​ພັກ​ຜ່ອນ​ຢ່ອນ​ອາ​ລົມຢູ່​ສະ​ຖານ​ທີ່​ໃດ​ໜຶ່ງ, ​ແຕ່​ຢູ່​ຫວຽດ​ນາມ, ເມື່ອ​ມາ​ຢ້ຽມ​ຢາມ​ບໍ່​ວ່າ​ຄອບ​ຄົວ​ໃດໃນ​ໂອ​ກາດ​ບຸນ​ເຕັດ ກໍ່​ສາ​ມາດ​ຮັບ​ຮູ້​ໄດ້​ບັນ​ຍາ​ກາດ​ອັນ​ອົບ​ອູ່​ນ. ທຸກ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ອ້ອມ​ພາ​ເຂົ້າ, ເລົ່າ​ໃຫ້​ກັນ​ຟັງ​ບັນ​ດາ​ເລື່ອງ​ລາວ​ທີ່​ມ່ວນ​ຊື່ນ ເພື່ອ​ໃຫ້​ບຸນ​ເຕັດ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສາ​ທາ​ລະ​ນະ​ລັດ ອິນ​ໂດ​ເນ​ເຊຍ​ ປະ​ຈຳ​ຫວຽດ​ນາມ Mayerfas, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມັກ​ເຊີນ​ເພື່ອນ​ມິດ​ມາ​ກິນ​ເຂົ້າ​ພ້ອມ​ກັບ​ຄອບ​ຄົວ​ໃນ​ບັນ​ຍາ​ກາດ​ອົບ​ອູ່ນ​ທີ່​ສຸດ. ນັ້ນ​ແມ່ນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ນິ​ຍົມ​ທີ່​ສຸດ​ໃນ​ວັນ​ບຸນ​ເຕັດ​ຂອງ​ຫວຽດ​ນາມ”.

        ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ຄື​ບັນ​ດາ​ເພື່ອນ​ມິດ​ຕ່າງ​ປະ​ເທດ​ເມື່ອ​ມາ​ຫວຽດ​ນາມ ເຂົາ​ເຈົ້າ​ກໍ່​ຢາກ​ຕ້ອນ​ຮັບ​ບຸນ​ເຕັດ. ເພາະ​ວ່າ​ບຸນ​ເຕັດ​ຍາມ​ໃດ​ກໍ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​. ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ຄວາມ​ຜາ​ສຸກ ແລະ ຮອຍຍີ້ມ​ອັນ​ສະ​ໜິດ​ສະ​ໜົມ​ຂອງ​ຊາວ​ຫວຽດ​ນາມ​ໃນ​ໂອ​ກາດ​ບຸນ​ເຕັດ ໄດ້​ເຮັດ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ ນີ​ເຊ​ຣີ ປະ​ຈຳ​ຫວຽດ​ນາມ ​ຮູ້​ສຶກ​ມີ​ຄວາມ​ອົບ​ອຸ່ນ. ໃນ​ບຸນ​ເຕັດ​, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢາກມອບ​ຂອງ​ຂວັນ, ອວຍ​ພອນ​ເພື່ອນ​ມິດ ແລະ ຍາດ​ຕິ​ພີ່​ນ້ອງ​ຄື​ປະ​ເພ​ນີ​ຂອງ​ຊາວ​ຫວຽດ​ນາມ.

        “ບຸນ​ເຕັດ​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ທຸກ​ຄົນ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່ເຖິງ​ຍາດ​ຕິ​ພີ່​ນ້ອງ, ເພື່ອນ​ມິດ​ຂອງ​ຕົນຫຼາຍກວ່າ. ໃນ​ໂອ​ກາດ​ບຸນ​ເຕັດ, ຂ້າ​ພະ​ເຈົ້າ​ກໍ່​ໄປ​ຢ້ຽມ​ຢາມ​ເພື່ອ​ມິດ​ຂອງ​ຕົນ, ໄປ​ທ່ຽວ​ເພື່ອ​ເຈືອ​ຈານ​ໃນ​ບັນ​ຍາ​ກາດ​ບຸນ​ເຕັດ ແລະ ໄປ​ຍັງ​ສະ​ຖານ​ທີ່​ລະຫຼິ້ນ, ບັນ​ເທິງ​ຕ່າງໆ. ໂອ​ກາດນີ້, ຂ້າ​ພະ​ເຈົ້າ​ກໍ່​ມັກ​ຖີບ​ລົດ​ໄປ​ໂບດ. ຂ້າ​ພະ​ເຈົ້າ​ມັກ​ຕ້ອນ​ຮັບ​ບຸນ​ເຕັດ​ຕາມ​ວິ​ທີ​ສະ​ເພາະ​ຂອງ​ຕົນ”.

        ບັນ​ດາ​ຄວາມ​ຫວັງ​ຍາມ​ລະ​ດູ​ບານ​ໃໝ່

        ​ ບັນ​ດາ​ຜົນ​ງານ​​ເຊິ່ງ​ຂະ​ແໜງ​ການ​ທູດ​ຫວຽດ​ນາມ​ບັນລຸ​ໄດ້ໃນ​ປີ​ຜ່ານ​ມາ, ​ແມ່ນ​ຍ້ອນ​ທີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຫວຽດ​ນາມ​ແລ້ວ, ຍັງ​ມີ​ການ​ສະ​ໜັບ​ສະ​ໜູນ, ການຊ່ວຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອີກ​ດ້ວຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ.ປາ​ແລ​ສ​ຕິນ ປະ​ຈຳ​ຫວຽດ​ນາມ Saadi Salama, ອວຍ​ພອນ:

        “ໃນ​ໂອ​ກາດ​ບຸນ​ເຕັດ​ຂໍ​ອວຍ​ພອນ​ປະ​ຊາ​ຊົນ​ຫວຽດ​ນາມ​ ສືບ​ຕໍ່​ພາ​ລະ​ກິດ​ກໍ່​ສ້າງ​ປະ​ເທດ​ຫວຽດ​ນາມ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ. ອວຍ​ພອນ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ປາ​ແລວ​ຕິນ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດວຽກ​ງານ, ອວຍ​ພອນ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ​ ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ພັດ​ທະ​ນາ​ເພື່ອ​ຜົນ​ປະ​ໂຫຍດ​ລວມ​ ແລະ ເພື່ອ​ສັນ​ຕິ​ພາບ”.

        ພາກ​ພູມ​ໃຈ​ຕໍ່​ຜົນ​ງານ​ຂອງ​ຫວຽດ​ນາມ​ ໃນ​ປີ 2013, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ເກົາຫຼີ ປະ​ຈຳ​ຫວຽດ​ນາມ ກິມ​ຈາງ​ອິນ, ອວຍ​ພອນ:

        “ອວຍ​ພອນ​ລັດ​ຖ​ະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​ປີ​ໃໝ່ປະ​ສົບ​ຜົນ​ສຳ​ເລັດ​ ແລະ ບັນ​ລຸ​ໄດ້​ຈຸດ​ໝາຍ​ຫັນ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໃນ​ປີ 2020. ອວຍ​ພອນ​ໃຫ້​ທຸກ​ຄົນ​​ປີ​ໃໝ່ມີ​ຄວາມ​ຜາ​ສຸກ ແລະ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ນັບ​ມື້​ນັບ​ພັດ​ທະ​ນາກວ່າ​ອີກ”.

        ​ຄວາມເບີກ​ບານມ່ວນ​ຊື່ນ, ຄວາມ​ອົບ​ອຸ່ນ ແລະ ຄວາມ​ຮັກ​ແພງ​ມະ​ນຸດ​ດ້ວຍ​ກັນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສາຍ​ເຫດ​ທີ່​ພາ​ໃຫ້​ເພື່ອນ​ມິດ​ສາ​ກົນ​ມີ​ຄວາມ​ນິ​ຍົມບຸນ​ເຕັດ​ຫວຽດ​ນາມ. ຄື​ດັ່ງ​ທຸກ​ຄອບ​ຄົວ​ຊາວ​ຫວຽດ​ນາມ ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກໍ່​ຊື້ດອກ​ຄາຍທີ່​ສົດ​ໃສ, ດອກ​ໄມ້, ຕົ້ນ​ກ້ຽງ​ນ້ອຍ ດ້ວຍ​ຄວາມ​ຫວັງ​ປ​ີ​ໃໝ່, ປີ​ມະ​ເມຍ ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ ແລະ ຄວາມໂຊກ​ດີ.

 

ຕອບກັບ

ຂ່າວ/ບົດ​ອື່ນ