ບັນຫາຊາວມຸດສະລິມໄປນະມັດສະການ: ຄວາມເຄັ່ງຕຶງໃໝ່ລະຫວ່າງອີຣານ ແລະ ຊາອຸດິ ອາຣາເບຍ

ຄວາມບໍ່​ລົງ​ລອຍ​ກັນ​ໃນ​ບັນ​ດາ​ບັນ​ຫາ​ພື້ນ​ຖານ​ສຳ​ລັບ​ຊາວ​ມຸດ​ສະ​ລິມ​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca ອີກ​ເ​ທື່ອໜຶ່ງ​ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອີ​ຣານ ແລະ ຊາ​ອຸ​ດິ ອາ​ຣາ​ເບຍ. ໃນ​ມໍ່ໆ​ມານີ້, ລັດ​ຖະ​ບານ​ອີ​ຣານ​ໄດ້​ຖະ​ແຫຼງວ່າ ປະ​ຊາ​ຊົນ​ຢູ່​ປະ​ເທດນີ້ ບໍ່​ເຂົ້າ​ຮ່ວມ​ການໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca ຢູ່ຊາ​ອຸ​ດິ ອາ​ຣາ​ເບຍ ຊຶ່ງ​ເລີ່ມ​ແຕ່​ເດືອນ​ມີ​ຖຸ​ນານີ້. ການ​ກະ​ທຳ​ນີ້ຄື​ດັ່ງ​ຖອກ​ນ້ຳ​ມັນ​ໃສ່​ແປວ​ໄຟ​ຕື່ມ​ອີກ​ເພື່ອ​ທຳ​ລາຍ​ສາຍ​ພົວ​ພັນ​ທີ່​ພວມ​ມີ​ຢູ່​ໃນ​ໄລ​ຍະ​ຊົ່ວ​ຮ້າຍ​ທີ່​ສຸດ​ລະ​ຫວ່າ​ງ 2 ປະ​ເທດ​ຕາ​ເວັນ​ອອກ​ກາງນີ້.

 

ບັນຫາຊາວມຸດສະລິມໄປນະມັດສະການ: ຄວາມເຄັ່ງຕຶງໃໝ່ລະຫວ່າງອີຣານ ແລະ ຊາອຸດິ ອາຣາເບຍ - ảnh 1
ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ນອກ​ສະ​ຖານ​ທູດ ຊາ​ອຸ​ດິ ອາ​ຣາ​ເບຍ ຢູ່​ເຕ​ເຮ​ຣານ  (ພາບ: AFP/TTXVN)

       ນີ້​ເປັນ​ຄັ້ງ​ທຳ​ອິດໃນ​ຮອບ 30 ປີ, ບໍ່​ມີ​ຜູ້​ໄປນະ​ມັດ​ສະ​ການ​​ທີ່​ມາຈາກ​ອີ​ຣານຊຶ່ງ​ແມ່ນ​ປະ​ເທດ​ທີ່​ມີ​ປະ​ຊາ​ຄົມ​ຊາວ​ມຸດ​ສະ​ລິມ​ນິ​ກາຍຊີ​ອະໃຫຍ່ກວ່າ​ໝູ່​ໃນ​ໂລກເຄີຍ​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca. ສາຍ​ເຫດ​​ທີ່​ພາ​ໄປ​ເຖິງກໍ​ລະ​ນີນີ້ແມ່ນ​ຍ້ອນ 2 ຝ່າຍບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃດໆ​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ຜູ້​ຄົນ​ຈາກ​ອີ​ຣານ​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca.

    ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ບັນ​ຫາ​ຜູ້​ໄປ​ນະ​ມັດ​ສະ​ການແມ່​ຮນບໍ່​ມີ​ວັນ​ສິ້ນ​ສຸດ

    ຄະ​ນະ​ຜູ້​ແທນ​ຄະ​ນະ​ໜຶ່ງ​ຂອງ​ອີ​ຣານໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມຊາ​ອຸ​ດິ ອາ​ຣາ​ເບຍ​ເມື່ອ​ວັນ​ທີ 27/5 ຊຶ່ງບໍ່​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ຜູ້​ຄົນ ຈາກ​ອີ​ຣານ​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca. ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ຖື​ວ່າ ບັນ​ດາ​ສິ່ງ​ກີດ​ຂວາງ​ຈາກ​ຝ່າຍຊາ​ອຸ​ດິ ອາ​ຣາ​ເບຍທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ພື້ນ​ຖານ​ສຳ​ລັບ​ຊາວ​ອີ​ຣານ​ຜູ້​ໄປ​ນະ​ມັດ​ສະ​ການ​ຊຶ່ວ​ລວມ​ທັງ​ການ​ຂ້າມ​ແດນ, ຄວາມ​ປອດ​ໄພ ແລະ ການ​ອອກວິ​ຊາ. ເຕ​ເຮ​ຣານ ໄດ້​ກ່າວ​ຫາ Riyadh ໄດ້​ເດີນ​ຕາມ​ບັນ​ດາ​ນະ​ໂຍ​ບາຍ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ປີນ​ຂັ້ນ​ໄດ. ອົງ​ການ Hajj ຂອງ​ອີ​ຣານ​ຖະ​ແຫຼງວ່າ ຊາ​ອຸ​ດິ ອາ​ຣາ​ເບຍພວມ​ຕ້ານ​ຄືນ​ສິດ​ທີ່​ສັກ​ສິດ​ຂອງ​ຊາວ​ອີ​ຣານ​ໄປ​ນະ​ມັດ​ສະ​ການ. ໃນ​ຂະ​ນະ​ນັ້ນ, ທາງ​ຝ່າຍ ຊາ​ອຸ​ດິ ອາ​ຣາ​ເບຍ ຢືນ​ຢັນ​ວ່າ ບັນ​ດາ​ເງື່ອນ​ໄຂ​ທີ່​ເຕ​ເຮ​ຣານ​ຍົກ​ອອກ​ມານັ້ນ, ບໍ່​ອາດ​ຮັບ​ຮູ້​ໄດ້ ແລະ ກ່າວ​ຫາ​ອີ​ຣານ​ຫັນ​ການໄປ​ນະ​ມັດ​ສະ​ການ​ເປັນ​ບັນ​ຫາ​ການ​ເມືອງ​ກໍ​ຄື​ຕ້ອງ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື່ອງ​ຫ້າມ​ພົນ​ລະ​ເມືອງ​ເຂົ້າ​ຮ່ວມ​ການ​ຟ້ອນ​ເມື່ອ​ໄປ​ນະ​ມັດ​ສະ​ການ​ໃນ​ປີນີ້.

    ເປັນ​ອັນ​ວ່າ ທາງ​ຝ່າຍ​ອີ​ຣານ​ໄດ້​ຍົກ​ອອກ​ຄຳ​ຮຽກ​ຮ້ອງສຳ​ລັບຊາ​ອຸ​ດິ ອາ​ຣາ​ເບຍ ຄື​ດັ່ງ​ກ່າວ ແມ່ນ​ຍ້ອນ​ປີ​ກາຍນີ້ ໃນ​ຈຳ​ນວນ​ຊາວ​ອີ​ຣານ​ນັບ​ໝື່ນ​ຄົນ​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca ນັ້ນ, ກໍ​ມີ 464 ຄົນ​ຖືກ​ເສຍ​ຊີ​ວິດ​ພາຍຫຼັງ​ບັນ​ດາ​ກໍ​ລະ​ນີຢຽບ​ກັນ​ຕາຍ. ເຕ​ເຮ​ຣານ ໄດ້​ກ່າວ​ຫາຊາ​ອຸ​ດິ ອາ​ຣາ​ເບຍ ບໍ່​ມີ​ຄວາມ​ສາ​ມາດຫຼື​ລະ​ເຫຼີງ​ໃນ​ວຽກ​ງານ​ຮັບ​ປະ​ກັນຄວາມ​ປອດ​ໄພ.

     ການ​ເຈ​ລະ​ຈາ​ເມື​່ອ​ວັນ​ທີ 27/5 ທີ່​ຜ່າ​ນ​ມາ ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄັ້ງ​ທີ 2 ຂອງ 2 ປະ​ເທດ​ເພື່ອ​ບັນ​ລ​ຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ເທດ​ສະ​ການ​ໃນ​ປີນີ້​ໃຫ້​ຊາວ​ມຸດ​ສະ​ລິມ​ອີ​ຣານ. ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ທີ່​ຖືກ​ຈັດ​ຂຶ້ນ​ເມື່ອ​ເດືອນ 4 ແລ້ວນີ້​ຢູ່ຊາ​ອຸ​ດິ ອາ​ຣາ​ເບຍ ແມ່ນບໍ່​ປະ​ສົບ​ຜົນ​ສຳ​ເລັດ.

     ສາຍ​ພົວ​ພັນ​ທີ່​ມີ​ການ​ຜັນ​ແປຫຼາຍ​ຢ່າງ​ໃນ​ປະ​ຫວັດ​ສາດ

  ຄວາມບໍ່​ລົງ​ລອຍ​ກັນໃນ​ການ​ຮັບ​ປະ​ກັນ​ເງື່ອນ​ໄຂໄປ​ນະ​ມັດ​ສະ​ການ​ໃນ​ປີນີ້​ຂອງ ຊາວ​ມຸດ​ສະ​ລິມ​ອີ​ຣານ ບໍ່​ແມ່ນ​ສາຍ​ເຫດ​ພາ​ໄປ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຕາ​ເວັນ​ອອກ​ກາງນີ້​ຊົ່ວ​ຮ້າຍ​ລົງ. ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ການ​ພົວ​ພັນ​ລະ​ຫວ່າງອີ​ຣານ ແລະ ຊາ​ອຸ​ດິ ອາ​ຣາ​ເບຍຍາມ​ໃດ​ກໍ​ເກີດ​ຄວາມບໍ່​ລົງ​ລອຍ​ກັນຍ້ອນ​ມີ​ການ​ຂັດ​ແຍ້ງ​ໃນ​ຄວາມ​ສຳ​ນຶກ​ກ່ຽວ​ກັບ​ສາ​ສະ​ໜາ​ກໍ​ຄືວ​ິ​ທີສຳ​ຜັດ​ໃນຫຼາຍ​ບັນ​ຫາ​ສາ​ກົນ . ທາງ​ດ້ານ​ສາ​ສະ​ໜາ, ຊາວ​ອີ​ຣານ​ສ່ວນຫຼວງຫຼາຍ​ແມ່ນ​ນັບ​ຖື​ສາສະ​ໜາ​ອິດ​ສະ​ລາມ​ນິ​ກາຍຊີ​ອາຍ ໃນ​ຂະ​ນະ​ທີ່​ຊາວ​ຊາ​ອຸ​ດິ ອາ​ຣາ​ເບຍສ່ວນຫຼາຍ​ພັດ​ນັບ​ຖືສາສະ​ໜາ​ອິດ​ສະ​ລາມ​ນິ​ກາຍຊັນ​ນີ. ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ 2 ນິ​ກາຍ​ໃຫຍ່ກວ່າ​ໝູ່​ໃນ​ສາ​ສະ​ໜາ​ອິດ​ສະ​ລາມ​ໄດ້​ພາ​ໃຫ້ອີ​ຣານ ແລະ ຊາ​ອຸ​ດິ ອາ​ຣາ​ເບຍ​ຍາມ​ໃດ​ກໍ​ຢູ່ 2 ກ້ຳ 2 ຝ່າຍ​ໃນ​ບັນ​ຫາ​ພາກ​ພື້ນ​ຄື ວິ​ກິດ​ການ​ຢູ່​ຊີ​ຣີຫຼືຢູ່ເຢ​ແມນ. ຊາ​ອຸ​ດິ ອາ​ຣາ​ເບຍ ສະ​ໜັ​ບ​ສະ​ໜູນຊາວ​ຊັນ​ນີ​ທີ່​ເປັນ​ພັນ​ທະ​ມິດ​ໃນ​ການ​ດຳ​ເນີນບັນ​ດາ​ການ​ປະ​ທະ​ກັນ​ຈາກ​ເຢ​ແມນ​ໄປ​ຍັງ​ລີ​ບັງ​ເພື່ອ​ຕ້ານ​ຄືນ​ຊາວ​ມຸດ​ສະ​ລິມ​ນິ​ກາຍ​ຊີ​ອາຍ​ຍ້ອນອີຣານ​ໜູນຫຼັງ. ຢູ່​ສະ​ໜາມ​ຮົບ ຊີ​ຣີ, ຊາ​ອຸ​ດິ ອາ​ຣາ​ເບຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ເດັດ​ດຽວ​ທີ່​ສຸດ​ໃນ​ການ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ Bashar al-Assad ລາ​ອອກ​ຈາກ​ຕຳ​ແໜ່ງ ໃນ​ຂະ​ນະ​ທີ່​ອີ​ຣານ​ສະ​ໜັບ​ສະ​ໜູນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ນີ້. ຍ້ອນ​ເຫດນີ້​ເອງ, ເຕ​ເຮ​ຣານ ໄດ້​ກ່າວ​ຫາ Riyadh ພວມ​ໜູນຫຼັງ​ໃຫ້​ພວກກໍ່​ການ​ຮ້າຍ. ຊາ​ອຸ​ດິ ອາ​ຣາ​ເບຍ ຍັງ​ຕຳ​ໜິ​ຕິ​ຕຽນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ລະ​ຫວ່າງ​ອີ​ຣານ ແລະ ກຸ່ມ P5 + 1 ເພື່ອ​ສິ້ນ​ສຸດ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ສາ​ກົນ ເພື່ອ​ທົດ​ແທນ​ດ້ວຍ​ການ​ຈຳ​ກັດ​ໂຄງ​ການ​ນິວ​ເຄຼຍ​ຂອງ​ເຕ​ເຮ​ຣານ.

      ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ບັນ​ລຸ​ຈຸດຍອດ​ຂະ​ນະ​ທີ່ Riyadh ໄດ້​ຕັດ​ການ​ພົວ​ພັນ​ກັບ​ເຕ​ເຣ​ຣານ​ເມື່ອ​ວັນ​ທີ 3/1/2016, ການ​ກະ​ທຳ​ນີ້ ໄດ້​ເປັນ​ຂີດ​ໝາຍ​ວິ​ວິດ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ນັບ​ຕັ້ງ​ຊຸມ​ປີ 1980. ກ່ອນ​ໜ້ານັ້ນ, ຊາວ​ອີ​ຣານ​ຫົວ​ຮຸນ​ແຮງ​ນັບ​ພັນ​ຄົນ​ກໍ​ໄດ້​ປິດ​ລ້ອມ, ແກວງ​ລະ​ເບີດ​ແອດ​ຊັງ​ໃສ່​ສະ​ຖານ​ທູດຊາ​ອຸ​ດິ ອາ​ຣາ​ເບຍປະ​ຈຳ ເຕ​ເຮ​ຣານ​ເພື່ອ​ຄັດ​ຄ້ານ​ກໍ​ລະ​ນີ​ສັງ​ຫານ​ນັກ​ບວດ​ນິ​ກາຍ​ຊີ​ອາຍ Al – Nimr . ແລະ​ກໍ​ໃນ​ຕົ້ນ​ປີ 2016 ຊາ​ອຸ​ດິ ອາ​ຣາ​ເບຍໄດ້​ຫ້າມ​ເຮືອ​ບິນ​ພົນ​ລະ​ເຮືອນ ອີ​ຣານ ບິນ​ເຂົ້າ​ເຂດ​ນານ​ຟ້າ​ຂອງ ຊາ​ອຸ​ດິ ອາ​ຣາ​ເບຍ ແລະ ບໍ່​ອອກວີ​ຊາ​ໃຫ້​ຊາວ​ມຸດ​ສະ​ລິມ​ອີ​ຣານ.

       ເປັນ​ທີ່​ຈະ​ແຈ້ງແລ້ວ​ວ່າ ເມື່ອ​ຫວນ​ຄືນ​ປະ​ຫວັດ​ສາດ, ການ​ພົວ​ພັນ​ລະ​ຫວ່າງ ອີ​ຣານ ແລະ ຊາ​ອຸ​ດິ ອາ​ຣາ​ເບຍ ຍາມ​ໃດ​ກໍ​ເກີດ​ການ​ຂັດ​ແຍ້ງ​ກັນ. ເລື່ອງ​ອີ​ຣານ​ຫ້າ​ມ​ຜູ້​ຄົນໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca ຍິ່ງ​ເຮັດ​ໃຫ້​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ 2 ປະ​ເທດ ຍາກ​ຈະ​ແກ້​ໄຂ​ໄດ້, ຊຶ່ງ​ຈະ​ພາ​ໄປ​ເຖິງ​ບັນ​ດາ​ຜົນ​ກະ​ທົບ​ຫຍໍ້​ທໍ້​ເຖິງ​ການ​ສ​ູ້​ຮົບ​ຕ້ານ​ລັດ​ອິດ​ສະ​ລາມ​ໂດຍ​ຂະ​ໜານ​ນາມ​ເອງ IS ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ