ບັນຫາຊາວອົບພະຍົບສືບຕໍ່ແບ່ງແຍກ ເອີຣົບ

(VOVWORLD) - ເພື່ອແນໃສ່ກະກຽມໃຫ້ກອງປະຊຸມສຸດຍອດສະຫະພາບ ເອີຣົບ (ອີຢູ) ຈະດຳເນີນໃນລະຫວ່າງວັນທີ 28 – 29 ມິຖຸນາ ຈະມາເຖິງ, ບັນດາປະເທດ ເອີຣົບ ພວມມານະພະຍາຍາມຊອກຫາຄວາມເຫັນດີເຫັນພ້ອມໃນບັນດາບັນຫາ ຊຶ່ງແມ່ນໜຶ່ງໃນບັນດາບັນຫາພົ້ນເດັ່ນນັ້ນ ແມ່ນບັນຫາຊາວອົບພະຍົບ.

ເຖິງຢ່າງໃດກໍ່ຕາມ, ເບິ່ງຄືວ່າ ບັນຫາຊາວອົບພະຍົບພວມເຄັ່ງຮ້ອນຄືນໃໝ່ ແລະ ສືບຕໍ່ກໍ່ຄວາມແບ່ງແຍກໃນ ອີຢູ, ເປັນຕົ້ນແມ່ນ ພາຍຫລັງເຫດ ອີຕາລີ ແລະ ມານຕ້າ (Malta) ໄດ້ປະຕິເສດບໍ່ໃຫ້ກ່ຳປັ່ນກູ້ໄພກູ້ຊີບຂົນສົ່ງຊາວອົບພະຍົບ 600 ຄົນເຂົ້າທຽບທ່າກ່ຳປັ່ນ.

ບັນຫາຊາວອົບພະຍົບສືບຕໍ່ແບ່ງແຍກ ເອີຣົບ - ảnh 1 ບັນຫາຊາວອົບພະຍົບສືບຕໍ່ແບ່ງແຍກ ເອີຣົບ (ພາບປະກອບ KT)

        ແຕ່ດົນມາແລ້ວ, ບັນຫາຊາວອົບພະຍົບ ແມ່ນສິ່ງກໍ່ຄວາມແບ່ງແຍກພາຍໃນສະຫະພາບ ເອີຣົບ. ນີ້ກໍ່ແມ່ນໜຶ່ງໃນບັນດາສາຍເຫດທີ່ຊຸກຍູ້ໃຫ້ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ, ດ້ວຍບັນດາຜົນຮ້າຍຢ້ອນຫລັງດ້ານການເມືອງ ແລະ ເສດຖະກິດຢ່າງເລິກເຊິ່ງ.

        ນັບແຕ່ເມື່ອວິກິດການຊາວອົບພະຍົບເກີດຂຶ້ນ, ເອີຣົບ ເບິ່ງຄືວ່າ ຍັງບໍ່ທັນຊອກໄດ້ທິດທາງເປັນເອກະພາບໃນການແກ້ໄຂສິ່ງທ້າທາຍນີ້. ແລະ ໃນຂະນະທີ່ ອີຢູ ຍັງບໍ່ທັນຊອກໄດ້ມາດຕະການຢ່າງດີທີ່ສຸດໃຫ້ແກ່ບັນຫານີ້  ດັ່ງນັ້ນ ໃນແຕ່ລະວັນ, ຍັງມີຊາວ ລີບີ, ຊີຣີ …ນັບຮ້ອຍໆຄົນ ໂດຍບໍ່ຫົວຊາຕໍ່ຄວາມອັນຕະລາຍຂ້າມ ທະເລເມດີເຕຣາເນ ເຂົ້າອີຢູ.

 “ມາດຕະການ” ໃຫ້ແກ່ບັນຫາຊາວອົບພະຍົບຍັງແມ່ນສິ່ງທີ່ຫຍຸ້ງຍາກ

        ວັນທີ 19 ມິຖຸນາ, ທ່ານປະທານາທິບໍດີ ຝະຣັ່ງ Emanuel Macron ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ພົບປະກັນຢູ່ Berlin ເພື່ອແນໃສ່ຊຸກຍູ້ຄວາມມານະພະຍາຍາມລວມໃນ ອີຢູ ແນໃສ່ແກ້ໄຂບັນຫາຄົນເຂົ້າເມືອງ, ຍົກອອກນະໂຍບາຍ ເຊິ່ງບັນດາປະເທດສະມາຊິກທັງໝົດລ້ວນແຕ່ໄດ້ເຫັນດີ.

        ເຖິງຢ່າງໃດກໍ່ຕາມ, ຄວາມເຄັ່ງຕຶງໄດ້ເກີດຂຶ້ນໃນທົ່ວ ເອີຣົບ ພາຍຫລັງທີ່ ອີຕາລີ, ມານຕ້າ ໃນອາທິດກ່ອນ ໄດ້ປະຕິເສດເປີດປະຕູທ່າກ່ຳປັ່ນບໍ່ໃຫ້ກ່ຳປັ່ນ Aquarius ຂອງ ຝະຣັ່ງ ຂົນສົ່ງຊາວອົບພະຍົບຜິດກົດໝາຍທີ່ໄດ້ກູ້ເອົາຊີວິດນັ້ໜ, ພ້ອມທັງ ກ່າວເຕືອນວ່າ ຈະສືບຕໍ່ປິດປະຕູບັນດາທ່າກ່ຳປັ່ນສຳລັບກ່ຳປັ່ນຕ່າງປະເທດທີ່ກູ້ເອົາຊີວິດຊາວອົບພະຍົບຢູ່ທະເລ. ການກະທຳນີ້ ເຮັດໃຫ້ຄວາມສາມາດບັນລຸໄດ້ ບໍ່ວ່າຂໍ້ຕົກລົງໃດກ່ຽວກັບບັນຫາຊາວອົບພະຍົບກາຍເປັນບັນຫາຫຍຸ້ງຍາກກ່ວາ.

ທ່ານນາຍົກລັດຖະມົນຕີອີຕາລີ Giuseppe Conte ແມ່ນຜູ້ມີທັດສະນະຕ້ານການເຂົ້າເມືອງ, ມີຄວາມລະແວງສົງໄສເອີລົບ. ທີ່ການພົບປະກັບຄູ່ຕຳແໜ່ງ A.Merkel ໃນວັນທີ 18 ມິຖຸນາ, ທ່ານ Conte ສືບຕໍ່ຢືນຢັນສານຄືນໃໝ່ຢ່າງແຮງ ກ່ຽວກັບການປະຕິຮູບບັນດາຂໍ້ກຳນົດຂອງສົນທິສັນຍາ Dublin, ເຊິ່ງຍູ້ຄວາມຮັບຜິດຊອບບັນຫາຊາວອົບພະຍົບໃຫ້ບັນດາປະເທດທຳອິດຮັບຊາວອົບພະຍົບເຂົ້າເມືອງ. ທັດສະນະຂອງລັດຖະບານໃໝ່ຢູ່ ອີຕາລີ ກ່ຽວກັບບັນຫາດັ່ງກ່າວ ອີກຄັ້ງໜຶ່ງໄດ້ກໍ່ສິ່ງທ້າທາຍໃຫ້ຮູບແບບ “ຊາຍຄາລວມ” ເອີລົບ. ຂໍ້ຕົກລົງຂອງອີຕາລີ ຖືກຕຳໜິຕິຕຽນຢ່າງແຮງຈາກທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ພາໄປເຖິງການພົວພັນທີ່ດີງາມລະຫວ່າງ 2 ພັນທະມິດມາເປັນເວລາຫຼາຍປີນີ້ ອາດຈະຖືກແຕກແຫງ.

        ປາຣີ ປາດຖະໜາຢາກເກ້ຍກ່ອມ ແບັກແລງ ເພີ່ມແຫຼ່ງເງິນຊ່ວຍເຫຼືອໃຫ້ກຳລັງຊາຍແດນ Frontex ຂອງ EU, ຍູ້ການສ້າງຕັ້ງບັນດາສູນແກ້ໄຂບັນຫາຊາວອົບພະຍົບຢູ່ອາຟະລິກາໂດຍໄວ. ແຕ່ເບິ່ງຄືວ່າ ຂົງເຂດການເມືອງເພື່ອການເຄື່ອນໄຫວຂອງທ່ານນາງນາຍົກລັດຖະມົນຕີເຢຍລະມັນ A.Merkel ພວມຖືກຮັດແຄບ. ປະຈຸບັນ, ທ່ານນາງນາຍົກລັດຖະມົນຕີ Merkel ແລະ ທ່ານລັດຖະມົນຕີກະຊວງພາຍໃນ Horst Seehofer, ພ້ອມທັງແມ່ນການນຳພັກສະຫະພັນສັງຄົມ ຄຣິສຕຽນ (CSU) ພວມມີຄວາມບໍ່ລົງລອຍກັນກ່ຽວກັບນະໂຍບາຍຊາວອົບພະຍົບ, ສ້າງໄພແຕກແຫງບໍ່ແມ່ນໜ້ອຍຕໍ່ສະຫະພັນໃຫຍ່ກຳອຳນາດຫັກຢູ່ເຢຍລະມັນລະຫວ່າງ CDU/CSU ແລະ ພັກປະຊາທິປະໄຕສັງຄົມ (SPD). ໃນຂະນະທີ່ທ່ານນາງ Merkel ມີແຜນນະໂຍບາຍຊອກຫາມາດຕະການແກ້ໄຂຢູ່ໃນລະດັບທົ່ວເອີລົບ ໃຫ້ແກ່ບັນດາຊາວອົບພະຍົບຢ່າງຜິດກົດໝາຍທີ່ກອງປະຊຸມສຸດຍອດສະຫະພັນເອີລົບ (EU) ເຊິ່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 28 – 29 ມິຖຸນາ ຈະມາເຖິງ, ແຕ່ທ່ານ Seehofer ຢາກຄວບຄຸມຊາຍແດນເຢຍລະມັນ ຢ່າງແໜ້ນແຟ້ນ ແລະ ປະຕິເສດຮັບເອົາບັນດາຊາວອົບພະຍົບຜິດກົດໝາຍ. ໃນຕົ້ນເດືອນ ມິຖຸນາ ນີ້, ທ່ານນາງ Merkel ສະໜັບສະໜູນຄຳຮຽກຮ້ອງຂອງທ່ານປະທານາທິບໍດີຝລັ່ງ E. Macron ກ່ຽວກັບການສ້າງຕັ້ງກອງທຶນເພື່ອຊ່ວຍໃຫ້ບັນດາປະເທດ ເອີລົບ ທຸກຍາກກ່ວາໃນບັນດາຂົງເຂດ: ວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ ຍັງບໍ່ທັນຮູ້ແຈ້ງວ່າກອງທຶນນີ້ມີເງິນເທົ່າໃດ ຍ້ອນວ່າ ເຢຍລະມັນ ຍັງບໍ່ທັນຍອມຮັບຈຳນວນເງິນນັບຕື້ ເອີໂຣ ເຊິ່ງ ຝລັ່ງ ໄດ້ຍົກອອກມາເທື່ອ.

ບັນຫາຊາວອົບພະຍົບຍັງປົກຄຸມຄວາມມືດມົວຢູ່ ອີຢູ

        ໃນສະພາບຕົວຈິງ, ໃນເກືອບ 3 ປີຜ່ານມາ, ນັບແຕ່ເມື່ອວິກິດການຊາວອົບພະຍົບເກີດຂຶ້ນຢູ່ເອີລົບ ໃນປີ 2015, ອີຢູ ໄດ້ເຈລະຈາເພື່ອຊອກຫານະໂຍບາຍລີ້ໄພລວມ, ແຕ່ກໍ່ບໍ່ນຳມາເຊິ່ງໝາກຜົນດີປານໃດ. ບັນດາຄວາມມານະພະຍາຍາມແກ້ໄຂວິກິດການກ່ຽວຂ້ອງເຖິງບັນຫາຊາວອົບພະຍົບລ້ວນແຕ່ຍັງບໍ່ທັນບັນລຸເປົ້າໝາຍ, ຍ້ອນບັນຫາການຈັດແບ່ງຄົນເຂົ້າເມືອງຍັງກໍ່ຄວາມບໍ່ລົງລອຍກັນນ. ເຫດການ ອີຕາລີ ແລະ ມານຕ້າ ປະຕິເສດບໍ່ໃຫ້ກ່ຳປັ່ນກູ້ໄພກູ້ຊີບຂົນສົ່ງຊາວອົບພະຍົບກ່ວາ 600 ຄົນເຂົ້າທຽບທ່າກ່ຳປັ່ນຂອງປະເທດຕົນໃນໄລຍະຜ່ານມາແມ່ນຕົວຢ່າງໜຶ່ງ. ໃນສະພາບການນັ້ນ, ອາດເຫັນໄດ້ວ່າ ຄວາມສາມັກຄີຂອງ ອີຢູ ຍັງບໍ່ທັນມີສັນຍານດີຕື່ມອີກເທື່ອ. ບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງທີ່ເຄີຍກໍ່ຄວາມແບ່ງແຍກໃນບັນດາສະມາຊິກ ອີຢູ ໃນຊຸມວັນທຳອິດຂອງວິກິດການອົບພະຍົບເກີດຂຶ້ນໃນປີ 2015 ນັ້ນກໍ່ສາມາດແກ້ໄຂໃນກອງປະຊຸມສຸດຍອດ ສະຫະພາບເອີລົບ ເຊິ່ງຈະຈັດຕັ້ງໃນທ້າຍເດືອນນີ້ໄດ້ຫຼືບໍ່, ຍັງລໍຄອຍບັນດາປະເທດນຳໜ້າ ອີຢູ ຄື: ຝລັ່ງ, ເຢຍລະມັນ ແລະ ອີຕາລີ ບັນລຸໄດ້ຂໍ້ຕົກລົງລວມໃຫ້ທົ່ວກຸ່ມ./.

ຕອບກັບ

ຂ່າວ/ບົດ​ອື່ນ