ບັນຫາຕົ້ນຕໍໃນວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາ ສ.ສ.ຊ

(VOVWORLD) -ຕາມໂຄງການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມຊຸດທີ 14, ສະພາແຫ່ງຊາດສະຫງວນເວລາ 3 ວັນໃຫ້ແກ່ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ(ແຕ່ວັນທີ 16 ຫາວັນທີ 18 ພະຈິກ). 
ບັນຫາຕົ້ນຕໍໃນວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາ ສ.ສ.ຊ - ảnh 1ວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາ ສ.ສ.ຊ 

ການຊັກຖາມແມ່ນການເຄື່ອນໄຫວຕິດຕາມກວດກາທີ່ສຳຄັນຂອງສະພາແຫ່ງຊາດ. ຕາມນັ້ນແລ້ວ, ສ.ສ.ຊ, ຜູ້ຕາງໜ້າ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຊັກຖາມບັນດາສະມາຊິກລັດຖະບານ ແລະ ສະມາຊິກຄົນອື່ນໆໃນກົງຈັກລັດ, ເຮັດແຈ້ງບັນດາບັນຫາທີ່ຫາງສຽງ ຜູ້ມີສິດເລືອກຕັ້ງ ແລະ ສ.ສ.ຊ ມີຄວາມສົນໃຈ. ຈາກນັ້ນ, ສະພາແຫ່ງຊາດ, ລັດຖະບານເຮັດແຈ້ງບັນຫາ ແລະ ມີມາດຕະການແກ້ໄຂຢ່າງຖືກຕ້ອງ, ທັນການເພື່ອນຳປະເທດຊາດພັດທະນາ, ກ້າວຂຶ້ນ.

   4 ໝວດບັນຫາເພື່ອສຸມໃສ່ ຊັກຖາມ ແລະ ຕອບຄຳຊັກຖາມ.

  ທີ່ກອງປະຊຸມຄັ້ງນີ້, ຄາດວ່າ ມີສະມາຊິກລັດຖະບານ 4 ທ່ານຕອບຄຳຊັກຖາມຂອງບັນດາ ສ.ສ.ຊ. ທ່ານລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸ້ງ ຈະໃຫ້ຄຳຕອບກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ, ພາສີ ແລະ ມາດຕະການເພີ່ມທະວີການຄຸ້ມຄອງໜີ້ສິນສາທາລະນະເພື່ອຮັບປະກັນພື້ນຖານການເງິນປອດໄພ ແລະ ມີປະສິດທິຜົນ. ຜູ້ວ່າການທະນາຄານແຫ່ງລັດ ເລມິນຮຶງ ຈະເຮັດແຈ້ງບັນດາບັນຫາທີ່ບັນດາ ສ.ສ.ຊ ມີຄວາມສົນໃຈຊຶ່ງກ່ຽວຂ້ອງເຖິງການບໍລິຫານນະໂຍບາຍເງິນຕາຮັບປະກັນການໜູນຊ່ວຍການຜະລິດ ແລະ     ການເຕີບໂຕສິນເຊື່ອຢ່າງເໝາະສົມ, ປອດໄພ ແລະ ບັນດາມາດຕະການແກ້ໄຂທີ່ປອດໄພ, ມີປະສິດທິຜົນໃຫ້ແກ່ລະບົບທະນາຄານ. ໝວດບັນຫາທີ 3 ແມ່ນວິທີການແກ້ໄຂຍົກສູງຄຸນນະພາບວຽກງານດຳເນີນຄະດີ, ເປັນຕົ້ນແມ່ນວຽກງານດຳເນີນຄະດີແພ່ງ, ບໍລິຫານ, ການຍົກສູງລະດັບຄວາມຮູ້ຄວາມສາມາດ, ຄວາມຮັບຜິດຊອບຂອງຖັນແຖວພະນັກງານ, ລັດຖະກອນຂະແໜງສານປະຊາຊົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານຕຸລາການ ແມ່ນຈະຖືກຫົວໜ້າສານປະຊາຊົນສູງສຸດ ຫງວຽນຮ່ວາບີງໃຫ້ຄຳຕອບຕໍ່ບັນດາ ສ.ສ.ຊ. ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິນຕ້ວນ ຈະໃຫ້ຄຳຕອບຕໍ່ບັນດາ ສ.ສ.ຊ ກ່ຽວກັບການຜັນຂະຫຍາຍນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານການບໍລິຫານ, ເປັນຕົ້ນແມ່ນການປະຕິຮູບດ້ານລະບຽບການບໍລິຫານ ແລະ ສ້າງລັດຖະບານເອເລັກໂຕນິກ, ວຽກງານຄຸ້ມຄອງລັດກ່ຽວກັບສື່ມວນຊົນ, ການສື່ສານ.  ທ່ານ ຫງວຽນແຫ້ງຟຸກ ເລຂາທິການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ :

    “ ຜ່ານການຮວບຮ່ວມຄຳເຫັນຂອງບັນດາ ສ.ສ.ຊ ທີ່ກອງປະຊຸມ ສະພາແຫ່ງຊາດ, ພວກຂ້າພະເຈົ້າຮວບຮ່ວມໄດ້ 24 ບັນຫາຊັກຖາມຊຶ່ງໄດ້ເລັ່ງໃສ່ບັນຫາທີ່ເຄັ່ງຮ້ອນ, ພົ້ນເດັ່ນຂຶ້ນໃນຊີວິດເສດຖະກິດ, ສັງຄົມຂອງປະເທດຊາດຊຶ່ງ ສ.ສ.ຊ ຫຼາຍທ່ານ ແລະ ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ. ໃນເວລາທີ່ຈະມາເຖິງນີ້, ສະພາແຫ່ງຊາດສະເໜີລັດຖະບານ ແລະ ບັນດາກຳມາທິການຂອງ ສະພາແຫ່ງຊາດຈົ່ງຕິດຕາມຂົງເຂດຜູ້ຮັບຜິດຊອບເບິ່ງວ່າ ໄດ້ປະຕິບັດຮອດໃສ ແລະ ລາຍງານຕໍ່ ສະພາແຫ່ງຊາດ, ນັບທັງວຽກງານຂອງສະພາແຫ່ງຊາດຊຸດກ່ອນ, ແຕ່ກໍຕ້ອງສືບຕໍ່ຕິດຕາມກວດກາ, ຖ້າຫາກວ່າ ຍັງມີວຽກງານໃດຍັງບໍ່ທັນປະຕິບັດ ກໍຕ້ອງສືບຕໍ່ເຮັດ ”

    ປະຕິບັດຄຳໝັ້ນໝາຍ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງ ຜູ້ມີສິດເລືອກຕັ້ງ

   ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມໄດ້ສ້າງບັນຍາກາດເປີດອົກເປີດໃຈ, ກົງໄປກົງມາ ແລະ ປະຊາທິປະໄຕໃນກອງປະຊຸມຄັ້ງຕ່າງໆຂອງ ສະພາແຫ່ງຊາດ. ບັນດາວາລະຊັກຖາມ ແລະ ຕອບຄຳຊັກຖາມມີຄຸນປະໂຫຍດຢ່າງຕັ້ງໜ້າຕໍ່ຊີວິດທຸກດ້ານຄື ການເມືອງ, ເສດຖະກິດ, ສັງຄົມ, ຊ່ວຍໃຫ້ປະຊາຊົນສາມາດເຂົ້າໃຈສະພາແຫ່ງຊາດພວມເຄື່ອນໄຫວຄືແນວໃດ ແລະ ສະພາບການຂອງປະເທດຊາດເປັນແນວໃດ. ໄລຍະມໍ່ໆມານີ້, ສະພາແຫ່ງຊາດໄດ້ເພີ່ມເວລາດຳເນີນຊັກຖາມ ແລະ ຕອບຄຳຊັກຖາມໃນກອງປະຊຸມຄັ້ງຕ່າງໆຈາກ 2 ມື້ເຄິ່ງຂຶ້ນເປັນ 3 ມື້. ສ.ສ.ຊ ຍັງສາມາດຊັກຖາມຕະຫຼອດປີ, ບໍ່ວ່າໃນເວລາໃດ, ຫາກບໍ່ພຽງແຕ່ຢູ່ໃນກອງປະຊຸມສະໄໝສາມັນຄັ້ງຕ່າງໆຂອງສະພາແຫ່ງຊາດເທົ່ານັ້ນ. ທ່ານ ເຢືອງຈຸງກ໋ວກ ສ.ສ.ຊ ແຂວງ ດົງນາຍ ຖືວ່າ : 

    “ ບັນຫາໃດທີ່ຮ້ອນເຮັ່ງ, ພວກຂ້າພະເຈົ້າກໍໄດ້ສົ່ງເອກະສານ ແລະ ໄດ້ຮັບຄຳຕອບ, ອັນໄດ້ຊ່ວຍໃຫ້ ຜູ້ມີສິດເລືອກຕັ້ງກຳແໜ້ນສະພາບຕົວຈິງຂອງປະເທດຊາດ. ອາດເວົ້າວ່າ ບັນຫາພາຍຫຼັງວາລະຊັກຖາມ ກໍແມ່ນບັນຫາຈຳເປັນ ເພາະວ່າ ການຊັກຖາມແມ່ນເພື່ອຄົ້ນພົບບັນດາຄວາມອ່ອນດ້ອຍ, ຈາກນັ້ນມີມາດຕະການແກ້ໄຂ. ຂ້າພະເຈົ້າເຫັນວ່າ ສະພາແຫ່ງຊາດນັບມື້ນັບເອົາໃຈໃສ່ເຖິງເລື່ອງບັນດາກະຊວງ, ຂະແໜງການຕ້ອງລາຍງານກ່ຽວກັບວຽກງານຂອງຊຸດກ່ອນທີ່ໄດ້ຍົກອອກມາ. ຜ່ານການແລກປ່ຽນ, ຂ້າພະເຈົ້າເຫັນວ່າ ບັນດາລັດຖະມົນຕີມີຄວາມເອົາໃຈໃສ່, ຖືເປັນສຳຄັນເນື້ອໃນການຊັກຖາມ ”

    ໄລຍະທີ່ຜ່ານມາ, ມີຄຳຄິດຄຳເຫັນຊັກຖາມຫຼາຍຂໍ້ທີ່ກອງປະຊຸມສະໄໝສາມັນຄັ້ງຕ່າງໆຂອງສະພາແຫ່ງຊາດ  ໄດ້ຮັບຄຳຕອບຢ່າງກົງໄປກົງມາບົນຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບ. ຄຳໝັ້ນໝາຍຫຼາຍຢ່າງໄດ້ຮັບການປະຕິບັດ, ເຂົ້າສູ່ຊີວິດຕົວຈິງ, ອັນໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ