ບັ້ນຮົບງ່າໂອລີວ: ເພີ່ມທະວີຄວາມຂາດສະຖຽນລະພາບຢູ່ຊີຣີ

(VOVWORLD) -ພາຍຫຼັງສົ່ງທະຫານເຂົ້າຜືນແຜ່ນດິນຊີຣີ ເກືອບອາທິດໜຶ່ງ, ດ້ວຍສາຍເຫດບຸກໂຈມຕີເພື່ອໃຫ້ກຳລັງບັນດາຫົວໜ່ວຍປົກປ້ອງປະຊາຊົນຊາວ Kurd (YPG) ຖອນອອກຈາກເຂດ Afrin, ຕວກກີ ໄດ້ກ່າວເຕືອນຄວາມສາມາດຈະເປີດກວ້າງບັ້ນຮົບດ້ານການທະຫານນີ້.
ບັ້ນຮົບງ່າໂອລີວ: ເພີ່ມທະວີຄວາມຂາດສະຖຽນລະພາບຢູ່ຊີຣີ - ảnh 1(ພາບປະກອບ: THX/TTXVN)

ເຖິງວ່າ, ບໍ່ທັນຮູ້ປະສິດທິຜົນຂອງບັ້ນຮົບດັ່ງກ່າວກໍ່ຕາມ, ແຕ່ສິ່ງທີ່ເຫັນໄດ້ຢ່າງຈະແຈ້ງນັ້ນແມ່ນ ການກະທຳດັ່ງກ່າວໄດ້ເຮັດໃຫ້ສະພາບການຢູ່ຊີຣີ ສັບສົນຂຶ້ນຕື່ມ, ແນວຮົບໃໝ່ໃນບັ້ນຮົບຢູ່ຊີຣີ ໄດ້ປະກົດອອກ

ບັ້ນຮົບ “ງ່າໂອລີວ” ຂອງກອງທັບຕວກກີ ເລີ່ມແຕ່ວັນທີ 20 ມັງກອນ. ຂໍ້ຕົກລົງທີ່ໄດ້ຍົກອອກມາ ພາຍຫຼັງອາເມລິກາ ແຈ້ງໃຫ້ຊາບແຜນການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ເຊິ່ງຄາດວ່າຈະຜັນຂະຫຍາຍພົນທະຫານ 30.000 ຄົນຢູ່ລຽບຕາມເສັ້ນຊາຍແດນທາງພາກເໜືອຊີຣີ ຕິດກັບຕວກກີ, ໃນນັ້ນມີບັນດາກົມກອງປົກປ້ອງປະຊາຊົນຊາວ Kurd (YPG) ເປັນຕົ້ນ. ເລື່ອງອາເມລິກາ ເພີ່ມທະວີການໜູນຫຼັງກຳລັງຊາວ Kurd ທີ່ຖືກຕວກກີ ຈັດເຂົ້າບັນຊີລາຍຊື່ກໍ່ການຮ້າຍນັ້ນ ໄດ້ເຮັດໃຫ້ Ankara ຂັດໃຈ. Ankara ຖືວ່າ, ແຜນການດັ່ງກ່າວຂອງອາເມລິກາ ອາດສາມາດຊ່ວຍໃຫ້ຊາວ Kurd ສ້າງຕັ້ງລັດໃໝ່ຢູ່ຄຽງຂ້າງຕວກກີ ແລະ ນາບຂູ່ເຖິງຄວາມສະຫງົບປອດໄພຂອງປະເທດນີ້.

ຍຸດທະສາດສະດຸ້ງໄວ

        Afrin, ທິດຕາເວັນຕົກສ່ຽງເໜືອຊີຣີ, ແມ່ນຢູ່ພາຍໃຕ້ການຄວບຄຸມຂອງ YPG. ເລື່ອງຕວກກີ ຍິງປືນໃຫຍ່ໃສ່ Afrin, ນອກຈາກເປົ້າໝາຍຜາບແຜ້ລັດທິກໍ່ການຮ້າຍແລ້ວ ແມ່ນຍັງສະກັດກັ້ນຊາວ Kurd ທ້ອນໂຮມ 2 ເຂດດິນແດນຢູ່ ທິດຕາເວັນຕົກສ່ຽງເໜືອ ແລະ ທິດຕາເວັນອອກສ່ຽງເໜືອເປັນເອກະພາບ ເພື່ອສ້າງຕັ້ງລັດປົກຄອງດ້ວຍຕົນເອງ, ຄືດັ່ງສິ່ງທີ່ຊາວ Kurd ໄດ້ປະຕິບັດຢູ່ອີຣັກ ໃນໄລຍະຜ່ານມາ.

        ນັບແຕ່ກ່ອນມາຮອດປະຈຸບັນ, ຕວກກີ ໄດ້ຄັດຄ້ານແນວຄວາມຄິດກ່ຽວກັບອຳນາດການປົກຄອງຊາວ Kurd ປົກຄອງດ້ວຍຕົນເອງຢູ່ຊີຣີ ຢ່າງແຮງ ຍ້ອນມັນຈະເປັນການລະດົມກຳລັງໃຈໃຫ້ຄວາມມັກໃຫຍ່ໄຝ່ສູງທີ່ຄ້າຍຄືກັນກັບຊາວ Kurd ຢູ່ຕວກກີ.

        ສະນັ້ນ, ໂດຍແຕກຕ່າງກັບບັນດາການແຊກແຊງດ້ານການທະຫານກ່ອນນີ້ຂອງປະເທດນີ້ຢູ່ຊີຣີ ແມ່ນເຮັດໃຫ້ກຳລັງຊາວ Kurd ຖືກແບ່ງແຍກ ແລະ ຖືກກົດໜ່ວງ, ໃນຄັ້ງນີ້ Ankara ໄດ້ບຸກໂຈມຕີໂດຍກົງດ້ວຍກຳລັງປະກອບອາວຸດ ເພື່ອດັບສູນກຳລັງທະຫານລາດ YPG.

        ສິ່ງເປັນໜ້າສົນໃຈນັ້ນແມ່ນ, ບໍ່ທັນຮອດໜຶ່ງສັບປະດາ ພາຍຫຼັງບຸກໂຈມຕີ Afrin, ຕວກກີ ໄດ້ແຈ້ງວ່າ ປະເທດນີ້ພວມຊັ່ງຊາເປີດກ້ວາງບັ້ນຮົບ “ງ່າໂອລີວ” ໄປສູ່ບັນດາເຂດອື່ນທີ່ມີກຳລັງຊາວ Kurd ເຕົ້າໂຮມ ຢູ່ຊີຣີ, ໂດຍລະອຽດແມ່ນຢູ່ເທດສະບານພາກເໜືອ Manbij ຊ້ຳບໍ່ໜຳແມ່ນໄປສູ່ເຂດທິດຕາເວັນອອກແມ່ນ້ຳ Eupharates. ດ້ວຍສາຍເຫດແມ່ນກຳລັງບັນດາກົມກອງປົກປ້ອງປະຊາຊົນຊາວ Kurd ໄດ້ບຸກໂຈມຕີ ຕວກກີ ຈາກບັນດາເຂດດັ່ງກ່າວຢູ່ຊີຮີ. ແລະ Ankara ຕ້ອງປັດເຂັ່ຍໄພນາບຂູ່ຢູ່ທົ່ວທຸກແຫ່ງ.

        ຕວກກີ ໄດ້ມີຄວາມຕັດສິນໃຈຢ່າງໃຫຍ່ຫຼວງຕໍ່ບັ້ນຮົບດັ່ງກ່າວ ເມື່ອຢືນຢັນ ບໍ່ຕ້ອງການຄວາມເຫັນດີເຫັນພ້ອມບໍ່ວ່າຂອງປະເທດໃດ ແລະ ເປົ້າໝາຍແຖວໜ້າແມ່ນລົບລ້າງບັນດາໄພນາບຂູ່ທີ່ເລັ່ງໃສ່ຕວກກີ. ເຖິງຢ່າງໃດກໍ່ຕາມ, ຖະແຫຼງການຂອງຕວກກີ ໄດ້ເຮັດໃຫ້ຄວາມຂັດແຍ້ງກັນລະຫວ່າງ Ankara ແລະ ວໍຊິງຕັນ ເລິກເຊິ່ງຂຶ້ນຕື່ມ. ຍ້ອນວ່າ YPG ໄດ້ຮັບການໜູນຫຼັງຈາກອາເມລິກາ ແລະ ໄດ້ຮັບຖືວ່າມີບົດບາດໃນບັ້ນຮົບຍູ້ອົງການ IS ໃຫ້ຖອນອອກຈາກບັນດາຖານທີ່ໝັ້ນຢູ່ຊີຣີ.

ວິກິດການມະນຸດສະທຳຢູ່ຊີຣີນັບມື້ນັບຮ້າຍແຮງກວ່າ, ອັນໄດ້ນາບຂູ່ເຖິງການເຈລະຈາສັນຕະພາບຢູ່ຊີຣີ

        ໃນເວລາພຽງ 2 ວັນ, ພາຍຫຼັງບັ້ນຮົບດ້ານການທະຫານຂອງຕວກກີ ແນໃສ່ບັນດາມືປືນຊາວ Kurd ຢູ່ເຂດ Afrin, ໄດ້ເຮັດໃຫ້ປະຊາຊົນປະມານ 5.000 ຄົນຖືກຕົກຢູ່ໃນສະພາບບໍ່ມີເຮືອນຊານ. ບໍ່ພຽງແຕ່ຄືແນວນັ້ນ, ບັ້ນຮົບ “ງ່າໂອລີວ” ຂອງຕວກກີ ຍັງພາໃຫ້ວິກິດການມະນຸດສະທຳຢູ່ປະເທດຊີຣີ ຊົ່ວຮ້າຍລົງຕື່ມອີກ. ສະພາບວິກິດການມະນຸດສະທຳພວມຊົ່ວຮ້າຍລົງຢູ່ບັນດາເຂດ Afrin, Idlib ແລະ ທິດຕາເວັນອອກ Ghouta. ການປະທະກັນທີ່ແກ່ຍາວເປັນເວລາເກືອບ 7 ປີຜ່ານມາຢູ່ຊີຣີ ໄດ້ເຮັດໃຫ້ນັບລ້ານຄົນຕ້ອງໄປອົບພະຍົບຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ໃນຂະນະນັ້ນ, 10 ລ້ານຄົນອື່ນ ເຖິງວ່າບໍ່ຍົກຍ້າຍໄປບ່ອນອື່ນກໍ່ຕາມ ແຕ່ພວມດຳລົງຊີວິດໃນສະພາບຫຍຸ້ງຍາກທີ່ສຸດ.

        ບັ້ນຮົບດ້ານການທະຫານຂອງຕວກກີ ຢູ່ຊີຣີ ກໍ່ເປັນການກີດຂວາງຄວາມມານະພະຍາຍາມຈັດກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ໂດຍລັດເຊຍ ເປັນຜູ້ວາງແຜນ ເຊິ່ງຄາດວ່າຈະດຳເນີນຢູ່ Sochi ໃນທ້າຍເດືອນ ມັງກອນ, ເມື່ອຊາວ Kurd ແມ່ນໜຶ່ງໃນບັນດາພາກສ່ວນໄດ້ຮັບເຊີນເຂົ້າຮ່ວມເພື່ອປຶກສາຫາລືກ່ຽວກັບລັດຖະທຳມະນູນໃໝ່ ແລະ ດຳເນີນການເລືອກຕັ້ງ ພາຍໃຕ້ການອຸປະຖຳຂອງສະຫະປະຊາຊາດ. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ເຄີຍເນັ້ນໜັກວ່າ ບົດບາດຂອງຊາວ Kurd ໃນວິວັດທະນາການດ້ານການເມືອງໃນອະນາຄົດຢູ່ຊີຣີ ຕ້ອງໄດ້ຮັບການຮັບປະກັນ.

        ໃນຂະນະປະຊາຊົນຊີຣີ ກຳລັງເບີກບານມ່ວນຊື່ນຍ້ອນ IS ຖືກປະລາໄຊນັ້ນ, ແຕ່ປັດຈຸບັນພັດວິຕົກກັງວົນຕໍ່ກະແສການປະທະກັນຄັ້ງໃໝ່ ທີ່ອາດຈະເກີດຂຶ້ນຢູ່ປະເທດຕາເວັນອອກກາງນີ້. ເບິ່ງຄືວ່າ, ຍາກທີ່ຈະມີສັນຕິພາບຂະນະທີ່ປະເທດຊີຣີ ຍັງມີສຽງປືນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ