ບັ້ນຮົບໃນລະດູບານໃໝ່ປີວອກ 1968: ບາດລ້ຽວຍຸດທະສາດໃນການຕໍ່ສູ້ຕ້ານອາເມລິກາ

(VOVWORLD) -ກ່ອນນີ້ 50 ປີ, ກົງກັບໂອກາດບຸນປີໃໝ່ປີວອກ 1968,ພາຍໃຕ້ການຊີ້ນຳນຳພາຂອງພັກກອມນິດຫວຽດນາມ ແລະ ປະທານໂຮ່ຈິມິນ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ພ້ອມກັນດຳເນີນການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນທຸກສະໜາມຮົບພາກໃຕ້ຫວຽດນາມ. ນີ້ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່, ສ້າງບາດລ້ຽວຕັດສິນໃນການຕໍ່ສູ້ກູ້ຊາດ ແລະ ຕ້ານອາເມລິກາ, ສ້າງເປັນໜ້າປະຫວັດສາດອັນພິລະອາດຫານໃນປະຫວັດແຫ່ງການຕໍ່ສູ້ປະຕິວັດອັນສະງ່າລາສີຂອງຊາດຫວຽດນາມ.

ບັ້ນຮົບໃນລະດູບານໃໝ່ປີວອກ 1968: ບາດລ້ຽວຍຸດທະສາດໃນການຕໍ່ສູ້ຕ້ານອາເມລິກາ - ảnh 1 ພົນເອກ ຟ້າມວັນຈ່າ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ

(ພາບ: Thannien.vn)

ການບຸກໂຈມຕີ ແລະ ລູກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968 ຖືກດຳເນີນໃນສະພາບການທີ່ຈັກກະພັດອາເມລິກາ ດື້ດ້ານປິນຂັ້ນໃດທຳສົງຄາມຢູ່ຫວຽດນາມ, ປະຕິບັດຍຸດທະສາດສົງຄາມພາກສ່ວນ ຢູ່ພາກໃຕ້ຫວຽດນາມ, ພ້ອມທັງດຳເນີນ ສົງຄາມທຳລາຍ ສຳລັບພາກເໜືອ, ເຊິ່ງເປັນແນວຫຼັງໃຫຍ່ຂອງການຕໍ່ຕ້ານ.

        ໃນສະພາບການນັ້ນ, ຄໍ່າຄືນວັນທີ 30 ຮຸ່ງເຊົ້າວັນທີ 31 ມັງກອນ 1968, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ເປີດບັ້ນບຸກໂຈມຕີ ແລະ ລູກຮື້ຂຶ້ນຢູ່ບັນດານະຄອນ, ເທດສະບານເມືອງ, ຖານທີ່ໝັ້ນການທະຫານເກືອບທັງໝົດໃນທົ່ວພາກໃຕ້, ພິເສດແມ່ນໃຈກາງໄຊງ່ອນ - ໃຈກາງການເມືອງ, ການທະຫານຂອງອາເມລິກາ ແລະ ອຳນາດການປົກຄອງໄຊງ່ອນ. ເຖິງວ່າຖືກເສຍຫາຍ, ແຕ່ການບຸກໂຈມຕີ ແລະ ລູກຮື້ຂຶ້ນຂະໜາດໃຫຍ່ນັ້ນ ເຮັດໃຫ້ທ່າຮົບຍຸດທະສາດຂອງສັດຕູໃນສະໜາມຮົບຖືກປ່ຽນແປງ. ໃນນັ້ນ, ມີບັນດາບັ້ນຮົບໄດ້ສ້າງຊື່ສຽງໂດງດັ່ງຄື ການບຸກໂຈມຕີໃສ່ສະຖານທູດອາເມລິກາ, ທຳນຽບເອກະລາດ, ກອງເສນາທິການໃຫຍ່, ວິທະຍຸຂອງຫຸ່ນໄຊງ່ອນ ແລະ 25 ວັນ ແລະ ຄືນເປັນເຈົ້າຂອງນະຄອນເຫ້ວ...

ຄວາມໝາຍຕັດສິນໃນການຕໍ່ສູ້ຕ້ານອາເມລິກາ

        ການບຸກໂຈມຕີຄັ້ງໃຫຍ່ປີ 1968 ໄດ້ເປັນຂີດໝາຍບາດລ້ຽວອັນໃຫຍ່ຫຼວງໃນການຕໍ່ສູ້ຕ້ານອາເມລິກາ. ໃນຈຸດເວລານັ້ນ, ກອງທັບອາເມລິກາ ໄດ້ຖືກຕົກຂ້າງໃນສົງຄາມກັບຫວຽດນາມ, ບໍ່ສາມາດປາບປາມພາກໃຕ້ຫວຽດນາມ ໄດ້ ແລະ ກໍ່ບໍ່ສາມາດຖອນທະຫານກັບເມືອປະເທດໄດ້.

        ຫາງສຽງໂລກ ແລະ ປະຊາຊົນອາເມລິກາ ນັບມື້ນັບຄັດຄ້ານສົງຄາມຢູ່ຫວຽດນາມ ຢ່າງແຮງ, ຂ້ຽວຂາດກວ່າ. ໂດຍກຳໄດ້ກາລະໂອກາດນີ້, ກົມການເມືອງ ໄດ້ຕົກລົງບຸກໂຈມຕີຂະໜາດໃຫຍ່ສ້າງສຽງດັງກ້ອງກັງວານ. ການບຸກໂຈມຕີປີວອກ 1968 ໄດ້ຕົກລົງ ໂດຍບັງເອີ້ນຄືແນວນັ້ນ ເພື່ອສ້າງບ້າດລ້ຽວໃຫຍ່ໃນສົງຄາມ, ບັງຄັບໃຫ້ອາເມລິກາ ຕ້ອງລົງຂັ້ນໄດ ກ້າວໄປເຖິງການເຈລະຈາປາຣີ. ຕາມພົນເອກ ຟ້າມວັນຈ່າ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດແລ້ວ, ການບຸກໂຈມຕີ ແລະ ລູກຮື້ຂຶ້ນຂະໜາດໃຫຍ່ໃນບຸນປີໃໝ່ປີວອກ 1968 ແມ່ນໄຊຊະນະອັນໃຫຍ່ຫຼວງທີ່ສຸດໃນສົງຄາມຕ້ານຈັກກະພັດອາເມລິກາ, ກ້າວໄປເຖິງທ້ອນໂຮມປະເທດຊາດເປັນເອກະພາບຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແມ່ນປັດໃຈເພື່ອປະຕິບັດຄຳສັ່ງຊີ້ນຳຂອງປະທານໂຮ່ຈິມິນ ກ່ອນດຳເນີນບັ້ນຮົບແມ່ນຕີໃຫ້ອາເມລິກາ ຖອນໄປ - ຕີໃຫ້ຫຸ່ນປະລາໄຊ

        ຄືດັ່ງປະທານໂຮ່ຈິມິນ ໄດ້ເວົ້າວ່າ ເຖິງວ່າຈະເຜົາຜານທັງສາຍພູຫຼວງ ກໍ່ຕ້ອງຍາດໄດ້ຄວາມເອກະລາດ, ເສລີພາບ. ພວກເຮົາໄດ້ມີການບຸກໂຈມຕີຕັດສິນນີ້ ບັງຄັບໃຫ້ອາເມລິກາ ຕ້ອງຍອມຮັບສັນຍາປາຣີ, ຍອມຮັບທັງ 4 ຝ່າຍແມ່ນ: ອາເມລິກາ, ພາກເໜືອຫວຽດນາມ, ພາກໃຕ້ຫວຽດນາມ ກັບ ແນວໂຮມຊົນຊາດປົດປ່ອຍພາກໃຕ້.

ບົດຮຽນທີ່ລຳ້ຄ່າ.

        ບັ້ນຮົບປີວອກແມ່ນການພິສຸດ, ຢືນຢັນໃຫ້ເຫັນແນວທາງຊີ້ນຳນາພາອັນຖືກຕ້ອງ, ມີຫົວຄິດປະດິດສ້າງໃນສິລະປະສົງຄາມ, ເຮັດໃຫ້ຍຸດທະສາດຂອງອາເມລິກາ ຖືກປະລາໄຊຢ່າງໜັກໜ່ວງ. ກົກເຄົ້າຍຸດທະສາດຂອງການບຸກໂຈມຕີແມ່ນກ້າຕີ, ຕັດສິນໃຈຕີ ແລະ ຊອກຫາວີທີຕີໃສ່ຖານທີ່ໝັ້ນ ກອງບັນຊາການຂອງສັດຕູ. ພົນຈັດຕະວາ ຫງວຽນວັນບ້າວ, ຫົວໜ້າວິທະຍາຄານການເມືອງ (ກະຊວງປ້ອງກັນປະເທດ) ຖືວ່າ.

        ໄຊຊະນະຂອງການບຸກໂຈມຕີ ແລະ ລູກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີວອກ 1968 ໄດ້ຢືນຢັນໃຫ້ເຫັນຜົນງານທີ່ດີເດັ່ນກ່ຽວກັບການຊີ້ນຳຍຸດທະສາດຂອງພັກ ໃນການກຳນົດວິທີການບຸກໂຈມຕີຢ່າງກ້າຫານ ແລະ ວິທີບຸກໂຈມຕີໃໝ່ ເມື່ອພັກໄດ້ຄັດເລືອກ ແລະ ຕົກລົງປະຕີບັດວິທີການບຸກໂຈມຕີໃນພາບດຽວດ້ວຍຂະໜາດໃຫຍ່ ໃສ່ບັນດາເຂດຕົວເມືອງ, ແຫ່ງເຕົ້າໂຮມບັນດາອົງການບັນຊາສົງຄາມຂອງອຳນາດການປົກຄອງໄຊງ່ອນ, ບັນດາສູນບັນຊາ, ພະລາທິການຂອງຈັດກະພັດອາເມລິກາ. ຊີ້ນຳການບຸກໂຈມຕີດ້ວຍຫຼາຍຮູບການຄື: ການທະຫານ, ການເມືອງ, ການຂົນຂວາຍພົວພົນທະຫານເຮັດໃຫ້ເຈດຈຳນົງຮຸກຮ້ານຂອງຈັກກະພັດອາເມລິກາ ຖືກຄອນແຄນ.

        ໄຊຊະນະຂອງການບຸກໂຈມຕີຂະໜາດໃຫຍ່ແມ່ນໝາກຜົນແຫ່ງການລະດົມກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ນັ້ນກໍ່ແມ່ນບົດຮຽນກ່ຽວກັບການສົມທົບກັນຢ່າງແໜ້ນແຟ້ນເພື່ອຕໍ່ສູ້ດ້ານການທະຫານ, ການເມືອງ, ການທູດ, ຍາດແຍ່ງການສະໜັບສະໜູນຈາກລັດຖະບານ, ປະຊາຊົນໃນໂລກ…

        ໝູນໃຊ້ບົດຮຽນ, ຄວາມໝາຍຂອງການບຸກໂຈມຕີຂະໜາດໃຫຍ່ປີວອກ 1968, ຕ້ອງສືບຕໍ່ຢັ້ງຢືນເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ຮັກສາແນວທາງເອກະລາດ, ເປັນເຈົ້າຕົນເອງ. ພົນຈັດຕະວາ ຫງວຽນວັນບ້າວ, ຖືວ່າ.

        “ຕີລາຄາສະພາບການສາກົນ, ພາກພື້ນ ແລະ ສະພາບການຂອງປະເທດຊາດໃນສະພາການໃໝ່ຢ່າງຖືກຕ້ອງ, ໂດຍສະເພາະແມ່ນບັນດາກາລະໂອກາດທີ່ສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອວາງແຜນນະໂຍບາຍ ແລະ ຊີ້ນຳຍຸດທະສາດການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດໃຫ້ເໝາະສົມ. ຄົ້ນຄ້ວາຢ່າງມີລະບົບ ແລະ ຮອບດ້ານບັນດາໄພນາບຂູ່ເຖິງຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ກໍຄືຄວາມໝັ້ນຄົງບໍ່ແມ່ນການທະຫານສຳລັບປະເທດຊາດ. ເປັນເຈົ້າການກະກຽມປົກປັກຮັກສາປະເທດຊາດລ່ວງໜ້າ, ຈາກໄກ, ສະກັດກັ້ນໄພເກີດສົງຄາມ, ການປະທະກັນ. ພວກເຮົາຕ້ອງເດັດດຽວ ແລະ ຢືດໝັ້ນການຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

        50 ປີໄດ້ຜ່ານໄປແລ້ວ, ແຕ່ການບຸກໂຈມຕີຂະໜາດໃຫຍ່ປີວອກ 1968 ຍັງຄົງແມ່ນຂີດໝາຍສຳຄັນໃນວິວັດທະນາການປົກປ່ອຍປະເທດຊາດ. ຜົນງານຂອງບັ້ນຮົບດັ່ັງກ່າວໄດ້ສ້າງເງື່ອນໄຂເພື່ອໃຫ້ກອງທັບ, ປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະໃນບັນດາສະໜາມຮົບ, ປະຕິບັດສຳເລັດພາລະກິດທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນໃນປີ 1975.

ຕອບກັບ

ຂ່າວ/ບົດ​ອື່ນ