ບັນເທົາຄວາມເຈັບປວດຍ້ອນລູກລະເບີດ ໝາກມິ່ນບໍ່ທັນແຕກ ຢູ່ ຫວຽດນາມ

​ເຖິງ​ວ່າ​ສົງຄາມ​ໄດ້​ລ່ວງ​ເລີຍ​ໄປ​ເກືອບ 40 ປີ ​ແລ້ວ​ກໍ​ຕາມ, ​ແຕ່​​ໃນທົ່ວ​ທຸກ​ເຂດ​ແຄວ້ນ​ຢູ່ ຫວຽດນາມ ຍັງ​ມີ​ລູກ​ລະ​ເບີດ ໝາກ​ມິ່ນບໍ່​ທັນ​ແຕກຕົກ​ຄ້າງ ​ແລະ ​ໃນບາງ​ມື້​ສຽງ​ຍັງ​ມີ​ສຽງລະ​ເບີດ​​ຢູ່​ທ້ອງ​ຖິ່ນຈຳນວນ​ຫນຶ່ງ. ​ແຕ່ລະ​ປີ, ຈຳນວນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກພາຍຫລັງ​ສົງຄາມ​ເພີ່ມ​ຂຶ້ນ. ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ໝາກ​ມິ່ນບໍ່​ທັນ​ແຕກ​ຍັງ​ຕົກຄ້າງພາຍຫລັງ​ສົງຄາມ ​ແມ່ນ​ການ​ຕໍ່ສູ້​ອັນ​ຫຍຸ​້ງຍາກ ​ແລະ ​ເຕັມໄປ​ດ້ວຍ​ຄວາມທົດ​ສອບຂອງ​ຫວຽດນາມ ​ໃນ​ໄລຍະ​ປະຈຸ​ບັນ. ​ເພາະສະ​ນັ້ນ ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫລັງ​ສົງຄາມ ​​ໄລຍະ​ 2010 - 2025 (ຄະນະ​ຊີ້​ນຳ 504) ຫາ​ກໍ່​ສະ​ເຫ​ນີຕົວ​​ໃນ​ອາທິດ​ຜ່ານ​ມາ ຢູ່ ຮ່າ​ໂນ້ຍ. ​ການ​ສ້າງ​ໂຄງການ 504 ​ແມ່ນ​ບາດ​ລ້ຽວສຳຄັນ ຊ່ວຍ​ລະດົມ​ກຳລັງ​ແຮງ​ສັງ​ລວມຂອງ​ທັງ​ປະ​ເທດ ​ແລະ ສາກົນ, ສ້າງ​ກົນ​ໄກ​ລະຫວ່າງ​ຂະ​ແຫນງ ​ໃຫ້​ແກ່​ການ​ແກ້​ໄຂ, ທຳລາຍ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ.

        ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ສະ​ເພາະ​ຈຳນວນ​ລູກປືນ​ໂດຍ​ກອງທັບ​ອາ​ເມ​ລິ​ກາ​ນຳ​ໃຊ້​ໃນ​ສົງ​ຕາມ​ຢູ່​ຫວຽດນາມ ​ແມ່ນ​ກວ່າ 15 ລ້ານ​ໂຕນ ​ແລະ ຈຳນວນ​ລູກ​ລະ​ເບີດ​, ໝາກ​ມິ່ນບໍ່​ທັນ​ແຕກຍັງ​ຕົກ​ຄ້າງ ​ຄາດ​ວ່າ​ປະມານ 800.000 ​ໂຕນ, ມີ​ເນື້ອ​ທີ່​ດິນ​ກວ່າ 6,6 ລ້ານ​ເຮັກຕາ​ຖືກ​ມົນ​ລະ​ພິດ ອັນ​ໄດ້​ສົ່ງ​ຜົນ​ກະທົບ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ການ​ພັດທະນາ​ເສດຖະກິດ​ສັງຄົມ. ພາຍຫລັງ​ສົງຄາມ, ​ແຕ່​ປີ 1975 ມາ​ຮອດ​ປະຈຸ​ບັນ, ມີ​ກວ່າ 42.000 ຄົນ​ຖືກ​ເສຍ​ຊີວິດ ​ໃນ​ນັ້ນ​​ເດັກນ້ອຍ​ກວມ 30% ​ແລະ​ 63.000 ຄົນ​ຖືກ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດ​. ພາຍຫລັງ​ສົງຄາມສິ້ນ​ສຸດລົງ, ລັດຖະບານ​ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ແກ້​ໄຂ​ຜົນ​ຮ້າຍຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ໝາກ​ມິ່ນບໍ່​ທັນ​ແຕກ ​ແລະ ລາຍ​ຈ່າຍ​ຈຳນວນ​ເງິນ​ນັບ​ຮ້ອຍໆ​ລ້ານ USD/ປີ ​ໃຫ້​ແກ່​ວຽກ​ງານ​ນີ້. ​ເຖິງ​ວ່າ​ບັນລຸ​ໄດ້​ໝາກຜົນ​ດີ​ພໍ​ສົມຄວນ​ກໍ​ຕາມ, ​ແຕ່​ຍ້ອນ​ຈຳນວນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ແມ່ນ​ຫລວງຫລາຍ​ທີ່​ສຸດ ສະ​ນັ້ນ​ ສະພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ​ແລະ ​ສຽງລະ​ເບີດ​ຍັງ​ເກີດຂຶ້ນ​ປະຈຳ​ວັນ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ. ​ເພາະສະ​ນັ້ນ ​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກພາຍຫລັງ​ສົງ​ຄາມ ​ແມ່ນ​ການ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຊີວິດ​ອີນຊີ​ຂອງ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ, ຫົວຫນ້າ ຄະນະ​ຊີ້​ນຳ​​ໂຄງການ 504 ​ໃຫ້​ຮູ້​ວ່າ:

        “ລັດຖະບານ​ຫວຽດນາມ ​ໄດ້​ອະນຸມັດ​ຜ່ານ​ໂຄງກາ​ນ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້ອນ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫລັງ​ສົງຄາມ. ຫນ້າ​ທີ່​ວາງ​ອອກ​ໃຫ້​ແກ່​ວຽກ​ງານ​ດັ່ງກ່າວ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ຫນັກຫນ່ວງ​ທີ່​ສຸດ ພ້ອມ​ກັບ​ການ​ລະດົມ​ທຸກ​ແຫ​ລ່ງກຳລັງ​ແຮງ​ຢູ່ພາຍ​ໃນ​ປະ​ເທດຢ່າງ​ສູງ​ສຸດ, ລັດ​ຖະບານ​ຫວຽດນາມ​ ຍາມ​ໃດ​ກໍ​ຕີ​ລາຄາ​ສູງ ​ແລະ ປາດ​ຖະຫນາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື, ຫນູນ​ຊ່ວຍ​ອັນ​ລ້ຳ​ຄ່າ, ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກ​ປະຊາ​ຄົມ​ໂລກ ​ເພື່ອຊ່ວຍ​ເຫ​ລື​ອຫວຽດນາມ ​ແກ​້​ໄຂ​ຜົນ​ຮ້ານ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍ​ຫລັງ​ສົງຄາມ.“

        ​​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ ​ໄດ້​ສ້າງ​ຂຶ້ນ ດ້ວຍ​ຈຸດໝາຍ​ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ບໍ່​ມີ​ການ​ກະທົບ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ​ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ ສັງຄົມ, ສ້າງ​ສິ່ງ​ແວດ​ລ້ອມ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ​ທີ່​ດຳລົງ​ຊີວິດ​ຢູ່​ບັນດາ​ບໍລ​ິ​ເວນ​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ​​ເຮັດ​ໃຫ້​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກເຊື່ອມ​ຕົວເຂົ້າກັບຊີວິດ​ສັງຄົມ. ພົນ​ຈັດຕະວາ ຟ້າມກວາງ​ຊວນ, ​ຜູ້​ບັນຊາ​ການ​ທະຫານ​ຊ່າງ​ແສງ ຊຶ່ງ​ແມ່ນ​ຫົວຫນ່ວຍ​ເຂົ້າ​ຮ່ວມ​​ໂຄງການ 504 ​ໃຫ້​ຮູ້​ວ່າ: ວຽກ​ງານ​ເກັບ​ກູ້​ທຳລາຍ​ລູກ​ລະ​ເບີດຍັງ​ບໍ່​ທັນ​ແຕກຈະ​ສຸມ​ໃສ່​​ເຂົ້າບັນດາ​ແຂວງ​ຖືກ​ມົນ​ລະ​ພິດ​ຢ່າງ​ຫນັກຫນ່ວງ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ພົນ​ຈັດຕະວາ ຟ້າ​ກວາງ​ຊວນ ​ໃຫ້​ຮູ້​ວ່າ:

        “ຫນ້າ​ທີ່​ຂອງ​ໂຄງການ​ແມ່ນ ນັບ​ແຕ່​ນີ້​ຮອດ​ປີ 2015 ຕ້ອງ​ກວດກາ, ສຳ​ຫລວດ, ສ້າງ​ແຜນ​ທີ່​ກຳນົດບ່ອນ​ທີ່​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ສ້າງ​ຊຸດ​ມາດຕະຖານ​ເຕັກນິກ​ແຫ່ງ​ຊາດ ​ແລະ ສ້າງ​ຕັ້ງ​ສູນ​ຄຸ້ມ​ຄອງ​ຂໍ້ມູນ​​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ. ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເກັບ​ກູ້​ທຳລາຍ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ ​ແລະ ຮັບ​​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົມ, ​ໃນ​ພາຍພາກ​ຫນ້າ​ແມ່ນ​ປະຕິບັດ​ຢູ່​ແຂວງ ​ເຫ​ງ້ອານ​, ຮ່າ​ຕີ້​ງ, ກວ໋າງບີ່​ງ, ກວ໋າງຈີ້, ​ເທື່ອ​ທຽນ​ເຫວ້, ກວ໋າງນາມ ​ແລະ ກວ໋າງຫງາຍ. ສູ້​ຊົນປະຕິບັດ​​ໃຫ້​ໄດ້ໃນ​ເນື້ອ​ທີ່​ດິນ​ປະມານ 500.000 ​ເຮັກຕາ ​ໃນ 5 ປີ​ຈະ​ມາ​ເຖິງ.“

        ນອກຈາກ​ວຽກ​ງານ​ເກັບ​ກູ້​ທຳລາຍ​ລູກ​ລະ​ເບີດບໍ່​ທັນ​ແຕກ ເພື່ອ​ໃຫ້​ທີ່​ດິນ​​ບໍ່​ຖືກ​ມົນ​ລະ​ພິດ, ພັດທະນາ​ການ​ຜະລິດ, ຈຸດໝາຍ​ສຳຄັນ​ທີ່​ສຸດ​ຂອງ​ໂຄງການ ​ແມ່ນ​ຊ່ວຍ​ປະຊາຊົນ ​ເປັນ​ຕົ້ນ​ແມ່ນ​ປະຊາຊົນ​ຜູ້​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ຢູ່​ບໍລິ​ເວນ​ແມ່ນ​ສະຫນາ​​ມຮົບ​ເກົ່າ​ຖືກ​ມົນ​ລະ​ພິດ​ຢ່າງ​ຫນັກຫນ່ວງ ມີ​ຄວາມ​ຮູ້​ຕື່ມ​ອີກ​ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ຫລີກ​ລ້ຽງ, ຫລຸດຜ່ອນ​ອຸປະຕິ​ເຫດ, ຊ່ວຍ​ເຫລືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ເຊື່ອມ​ຕົວ​ເຂົ້າ​ກັບ​ຊີວິດ​ສັງຄົມ.

        ປະຈຸ​ບັນ ​ໂຄງການ​ແກ້​ໄຂ​ຜົນ​ຮາ​້ຍຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ ພາຍຫລັງ​ສົງ​ຄາມ ພວມ​ຄ່ອຍ​ໆ​ໄດ້​ຕິດ​ພັນ​ກັບ​ບັນດາ​ໂຄງການ​ທີ່​ຂຶ້ນ​ກັບ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ອື່ນ​ທີ່​ມີ​ສ່ວນ​ກ່ຽວຂ້ອງ. ພ້ອມ​ກັນ​ນັ້ນ, ລັດຖະບານ ​ແລະ ກະຊວງ, ຂະ​ແຫນງ​ການ ຕ້ອງ​ໂຄສະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກ່ຽວ​ກັບ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຍ້ອນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ກໍ່​ຂຶ້ນ ​ເພື່ອ​ຍູ້​ແຮງ​ການ​ຂົນຂວາຍ​, ການອຸປະຖຳ​ຈາກ​ຕ່າງປະ​ເທດ​ໃຫ້​ແກ່​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ. ດ້ວຍ​ຄວາມ​ໝາຍ​ມະນຸດສະທຳ​ອັນ​ໃຫຍ່​ຫລວງ​ນີ້ ມີ​ລັດຖະບານ​ຫລາຍ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື, ຫນູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫລັງ​ສົງຄາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ David Bruce Shear ​ໃຫ້​ຮູ້​ວ່າ: ຄວາມ​ປາດ​ຖະຫນາ​ຂອງ​ອາ​ເມ​ລິ​ກາ ​ແມ່ນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ສົງ​ຄາມ​ຢູ່​ຫວຽດນາມ, ​ໃນ​ນັ້ນ ມີ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫລັງ​ສົງຄາມ. ທ່ານ​ເອກ​ອັກຄະ​ລັດຖະທູດ David Bruxe Shear ​ໃຫ້​ຮູ້​ວ່າ:

        “​ເຖິງ​ວ່າ ລູກລ​ະ​ເບີດ​ບໍ່​ທັນ​ແຕກ​ພາຍຫລັງ​ສົງຄາມ ​ແມ່ນ​ບັນຫາ​ສັບສົນ ​ແລະ ​ແມ່ນ​ຄວາມທົດ​ສອບ​ກໍ​ຕາມ, ​ແຕ່​ຂ້າພະ​ເຈົ້າ​ຄິດ​ວ່າ: ພວກ​ເຮົາ​ມີ​ການ​ປະສານ​ສົມທົບ​ນຳ​ກັນ ພວກ​ເຮົາ​ສາມາດ​ຫລຸດຜ່ອນຜົນ​ກະທົບ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ໄດ້​ໃນ​ອະນາຄົດ​ໃກ້ໆ​ນີ້. ​ອາ​ເມ​ລິ​ກາ ປາດ​ຖະຫນາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ລັດຖະບານ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ບັນດາ​ອົງການ​ຈັດ​ຕັ້ງສາກົນ ປະກອບສ່ວນ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ໄລຍະ​ຈະມາ​ເຖິງ​ໄດ້.“

        ​ເລື່ອງ​ນາຍົກລັດຖະ​ມົນຕີ ອະນຸມັດ​ຜ່ານ​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ ​ແມ່ນ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ທີ່​ມີ​ຕໍ່​ວຽກ​ງານ​ນີ້, ​ໃນ​ນັ້ນ ຈຸດໝາຍ​ສຳຄັນ​ທີ່​ສຸດ ​ແມ​່ນ ​ໃນ 50 ປີ ຈະ​ເກັບ​ກູ້​ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກ​ຍັງ​ຕົກ​ຄ້າງ ໃຫ້​ໝົດ. ​ເພື່ອ​ບັນລຸ​ປະສິດທິ​ຜົນນັ້ນ ​ເລື່ອງ​ສ້າງ​ແຜນການ​ຢູ່​ແຕ່ລະ​ທ້ອງ​ຖິ່ນ​, ​ເຂດ​ຈຸດ​ສຸມ ຕ້ອງ​ມີ​​ແຜນການ​ລະອຽດ, ນຳ​ໃຊ້​ບັນດາ​​ແຫ​ລ່ງກຳລັງ​ແຮງ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ ຢ່າງ​ມີ​ປະສິດທິ​ຜົນ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ກຳລັງ​ຄວາມ​ສາມາດ​ຂອງ​ຜູ້​ເຮັດ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫລັງ​ສົງ​ຄາມ./.

ຟອງລານ

ຕອບກັບ

ຂ່າວ/ບົດ​ອື່ນ