ບໍ່​ມີ​ຖ້ອຍ​ທຳ​ນອງ​ໃດ​ສາ​ມາດ​ເສກ​ສັນ​ປັ້ນ​ແຕ່ງ​ຄວາມ​ຈິງ​ກ່ຽວ​ກັບ​​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫ​ນາ​ຢູ່ ຫວຽດ​ນາມ

(VOVWORLD) -ວັນທີ 12 ພຶດສະພາປີ 2021, ກະຊວງການຕ່າງປະເທດ ຫວຽດນາມ ປະກາດບົດລາຍງານກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາສາກົນປີ 2020, ໃນນັ້ນ ໄດ້ຖືວ່າ ບາງກຸ່ມສາສະຫນາຢູ່ ຫວຽດນາມ ບໍ່ໄດ້ຮັບການຮັບຮອງຈາກລັດ, ຖືກ ອຳນາດການປົກຄອງຈຳແນກປະພຶດ, ແຊກແຊງເຂົ້າວຽກງານພາຍໃນ ຫລື ຈຳກັດການໄປມາ. ນີ້ແມ່ນຂໍ້ສັງເກດຂາດພາວະວິໄສ ໂດຍອີງໃສ່ຂ່າວຄາວບໍ່ຊັດເຈນກ່ຽວກັບສະພາບການສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ. ສະພາບການຕົວຈິງຢ່າງມີຊີວິດຊີວາ ສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ເປັນການໂຕ້ຕອບບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ ແລະ ຄຳຕູ່ຫານັ້ນ.

ບົດລາຍງານ ສິດເສລີໃນການເຊື່ອຖືສາສະຫນາສາກົນປີ ໍ2020 ຂອງກະຊວງການຕ່າງປະເທດ ອາເມລິກາ ສ່ວນທີ່ກ່ຽວຂ້ອງເຖິງ ຫວຽດນາມ ເຖິງວ່າ ມີບາງເນື້ອໃນຕີລາຄາຢ່າງຕັ້ງຫນ້າກວ່າເມື່ອທຽບໃສ່ປີ 2019 ແຕ່ຍັງຄົງມີຫລາຍຂໍ້ມູນຂ່າວຍັງຜິດເຂວ ຄືດັ່ງໄດ້ກ່າວມາຂ້າງເທິງ ສະແດງໃຫ້ເຫັນການສຳຜັດຂາດພາວະວິໄສກ່ຽວກັບສະພາບການສາສະຫນາ ການເຊື່ອຖືສາສະຫນາຢູ່ ຫວຽດນາມ. ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງນັ້ນ ຄວາມຈິງຫວັງຢາກສວຍໃຊ້ບັນຫາ ສິດເສລີໃນການເຊື່ອຖືສາສະຫນາເພື່ອມ້າງທຳລາຍ ພັກ ແລະ ລັດ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ.

ໃນຕົວຈິງ ສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ໄດ້ຮັບປະກັນການປະຕິບັດ. ແຕ່ລະປີ ມີກວ່າ 8.500 ງານບຸນສາສະຫນາໄດ້ຮັບການຈັດຂຶ້ນຢູ່ທຸກແຖບຖິ່ນຂອງປະເທດຊາດ. ຫວຽດນາມ ມີ 53 ຮາກຖານບຳລຸງສ້າງບັນດາຜູ້ທີ່ເຄື່ອນໄຫວສະເພາະດ້ານສາສະຫນາ.

ບໍ່​ມີ​ຖ້ອຍ​ທຳ​ນອງ​ໃດ​ສາ​ມາດ​ເສກ​ສັນ​ປັ້ນ​ແຕ່ງ​ຄວາມ​ຈິງ​ກ່ຽວ​ກັບ​​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫ​ນາ​ຢູ່ ຫວຽດ​ນາມ - ảnh 1ໂບດສາສະຫນາໂປແຕສະຕັງ ປະເລີຍເມີນູ ຕາແສງຈືອາ (ພາບ:cand.com.vn)

ໄລ່ຮອດປະຈຸບັນ ມີ 80% ໃນຈຳນວນກວ່າ 20.000 ຮາກຖານການບູຊາຂອງບັນດາສາສະຫນາຢູ່ຫວຽດນາມ ໄດ້ຮັບການບູລະນະປະຕິສັງຂອນ ຫລື ກໍ່ສ້າງໃຫມ່. ຢູ່ ບັນດາທ້ອງຖິ່ນ ເລື່ອງອອກໃບສິດນຳໃຊ້ທີ່ດິນໃຫ້ແກ່ບັນດາອົງການສາສະຫນາໄດ້ຮັບການປະຕິບັດຕາມກົດໝາຍ. ຄຽງຄູ່ກັນນັ້ນ ບັນດາອົງການສາສະຫນາ ຍັງໄດ້ສ້າງເງື່ອນໄຂສະດວກໃນການພິມຈຳຫນ່າຍ ປື້ມ ເຄື່ອງໃຊ້ຮັບໃຊ້ການເຄື່ອນໄຫວດ້ານສາສະຫນາ.

ນັບແຕ່ປີ 2013 ມາຮອດປະຈຸບັນ ມີເກືອບ 6000 ສິ່ງພິມສາສະຫນາໄດ້ພິມຈຳຫນ່າຍ ດ້ວຍກວ່າ 19 ລ້ານສະບັບ, ມີຫລາຍສະບັບພິມດ້ວຍພາສາ ອັງກິດ, ຝລັ່ງ, ພາສາຊົນເຜົ່າ. ມີ 15 ຫນັງສືພິມ ວາລະສານຂອງບັນດາອົງການສາສະຫນາ ພວມເຄື່ອນໄຫວ. ອົງການສາສະຫນາສ່ວນຫລາຍມີ ເວັບໄຊສະເພາະຂອງຕົນ. ສະມາຄົມພຸດທະສາສະຫນາຫວຽດນາມ ໄດ້ກໍ່ສ້າງສະຖາບັນສາສະຫນາ ນາມຕົງຂະແມ ຢູ່ ນະຄອນ ເກີນເທີ. ພະຄຳພີ ຂອງບັນດາສາສະຫນາໄດ້ຮັບການພິມຈຳຫນ່າຍດ້ວຍ 13 ພາສາຊົນເຜົ່າ. ປີ 2020 ມີ 5000 ພະຄຳພີໄດ້ພິມຈຳຫນ່າຍດ້ວຍພາສາ ເອເດ, 3000 ພະຄຳພີ ແມ່ນພາສາ ຢຣາຍ.

ພ້ອມກັບການເປີດກວ້າງການເຄື່ອນໄຫວດ້ານສາສະຫນາແລ້ວ, ການຮ່ວມມືສາກົນຂອງບັນດາອົງການສາສະຫນາຢູ່ຫວຽດນາມ ກໍ່ໄດ້ຮັບການເພີ່ມທະວີ. ແຕ່ລະປີ ມີອົງການ, ສ່ວນບຸກຄົນນັບຮ້ອຍໆຄະນະຢູ່ພາຍໃນປະເທດ ໄດ້ເຂົ້າຮ່ວມການເຄື່ອນໄຫວສາສະຫນາຢູ່ຕ່າງປະເທດ, ມີຫລາຍຍົດສັກຕຳແຫນ່ງຢູ່ຕ່າງປະເທດ ໄດ້ເຂົ້າມາຫວຽດນາມ ເຄື່ອນໄຫວດ້ານສາສະຫນາ. ມີຫລາຍການເຄື່ອນໄຫວສາສະຫນາຂອງສາກົນດ້ວຍຂອບຂະຫນາດໃຫຍ່ກໍ່ໄດ້ຈັດຕັ້ງຢ່າງສຳເລັດຜົນຢູ່ຫວຽດນາມ.

ມາຮອດປະຈຸບັນ ຫວຽດນາມ ມີສາສະນິກກະຊົນຂອງບັນດາສາສະຫນາແມ່ນປະມານ 25,1 ລ້ານຄົນ ກວມເອົາ 27% ພົນລະເມືອງ ດ້ວຍ 55.710 ຍົດສັກຕຳແຫນ່ງ, 145.721 ຄົນເຮັດວຽກງານສາສະຫນາ. ມີ 43 ອົງການຂຶ້ນກັບ 16 ສາສະຫນາ ໄດ້ຮັບການຮັບຮອງຈາກລັດ ແລະ ໄດ້ຮັບຫນັງສືອະນຸຍາດໃຫ້ເຄື່ອນໄຫວ. ໄລ່ມາຮອດປີ 2020 ເຂດໄຕງວຽນ ມີສາສະນິກກະຊົນສາສະຫນາໂປແຕສະຕັງປະມານ 580.000 ຄົນ ຂຶ້ນກັບ 33 ອົງການ, ນິກາຍ, ກຸ່ມສາສະຫນາໂປແຕສະຕັງ ພວມເຄື່ອນໄຫວດ້ານສາສະຫນາຢູ່ 311 ສາຂາ, 183 ໂບດ ແລະ ມີ ກວ່າ 1.700 ບ່ອນເຄື່ອນໄຫວລວມສູນໄດ້ຮັບຫນັງສືອະນຸຍາດໃຫ້ເຄື່ອນໄຫວດ້ານສາສະຫນາຈາກອຳນາດການປົກຄອງ.

ຢູ່ ເຂດພູດອຍທາງພາກເຫນືອ ຫວຽດນາມ ມີ ສາສະນິກະຊົນສາສະຫນາໂປແຕສະຕັງປະມານ 250.000 ພວມເຄື່ອນໄຫວຢູ່ 14  ສາຂາ ແລະ  ມີກວ່າ 1.600 ບ່ອນເຄື່ອນໄຫວດ້ານສາສະຫນາ, ໃນນັ້ນ ອຳນາດການປົກຄອງທ້ອງຖິ່ນໄດ້ອອກຫນັງສືອະນຸຍາດເຄື່ອນໄຫວໃຫ້ເກືອບ 800 ບ່ອນ.

ອົງການສາສະຫນາໄດ້ເຄື່ອນໄຫວຕາມ ກົດບັດ, ກົດລະບຽບ ແລະ ໄດ້ສ້າງເງື່ອນໄຂສະດວກໃນການພິມຈຳຫນ່າຍ ພະຄຳພີ, ປື້ມຕ່າງໆກ່ຽວກັບສາສະຫນາ, ຍົກລະດັບ ບູລະນະປະຕິສັງຂອນ ຫລື ກໍ່ສ້າງຮາກຖານບູຊາ ເປີດກວ້າງຂອບຂະຫນາດ ແລະ ຮູບການເຄື່ອນໄຫວດ້ານສາສະຫນາ, ເພີ່ມທະວີ ເປີດກວ້າງການເຄື່ອນໄຫວກັບສາກົນ.  ຢູ່ ຫວຽດນາມ ບໍ່ມີການປະທະກັນໃນສາສະຫນາ. ບັນດາສາສະຫນາດຳລົງຊີວິດຮ່ວມກັນຢ່າງປອງດອງ, ສະຫນິດຕິດພັນ ຮ່ວມເດີນທາງພ້ອມກັບຊາດ. ຜູ້ມີຍົດສັກຕຳແຫນ່ງ, ສາສະນິກກະຊົນຂອງບັນດາສາສະຫນາ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າໃນຂະບວນການສັງຄົມ, ການກຸສົນ, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາຂອງປະເທດຊາດ.

ເປັນທີ່ຈະແຈ້ງແລ້ວວ່າ ຊີວິດການເຄື່ອນໄຫວ ການເຊື່ອຖືສາສະຫນາ ຢູ່ ຫວຽດນາມ ແມ່ນຟົດຟື້ນແລະ ເປັນຫລາຍຮູບຫລາຍແບບ ດ້ວຍຮູບການເຄື່ອນໄຫວແຕກຕ່າງກັນ, ມີຫລາຍອົງການສາສະຫນາ ແລະ ຮູບແບບອົງການສາສະຫນາ. ຄວາມຈິງ ສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ຢ່າງມີຊີວິດຊີວາ ນັ້ນ ເປັນການໂຕ້ຕອບຢ່າງແຮງຕໍ່ກັບບັນດາຖ້ອຍທຳນອງເສກສັນປັ້ນແຕ່ງຄວາມຈິງ, ຄຳຕູ່ຫາ ດ້ວຍຈຸດປະສົງດ້ານການເມືອງ ເພື່ອແນໃສ່ຮຽກຮ້ອງການເຄື່ອນໄຫວມ້າງທຳລາຍລັດຖະບານ, ລັດ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ