ບໍ່ມີເລື່ອງກອງທັບໃດຢືນຢູ່ນອກລະບົບການເມືອງ

ບໍ່ມີເລື່ອງກອງທັບໃດຢືນຢູ່ນອກລະບົບການເມືອງ - ảnh 1
ກອງທັບ​ປະຊາຊົນ​ຫວຽດນາມຍາມ​ໃດ​ກໍຈົງຮັກພັກດີກັບພັກ, ປະເທດຊາດ ແລະ ປະຊາຊົນ
(ພາບ:quandoinhandan)

     ມາດຕາ 70 ຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໄດ້ກຳນົດວ່າ ກຳລັງປະກອບອາວຸດ ປະຊາຊົນຕ້ອງຈົງຮັກພັກດີກັບພັກກອມມູນິດຫວຽດນາມ, ປະເທດຊາດ ແລະ ປະຊາຊົນຢ່າງເດັດຂາດ. ນີ້ເປັນຄັ້ງທຳອິດທີ່ຫວຽດນາມໄດ້ມີ ລັດຖະທຳ​ມະນູນ​ກຳນົດ​ວ່າ ກຳລັງປະກອບອາວຸດປະຊາຊົນຕ້ອງ ຈົ່ງຮັກພັກດີ ກັບພັກກອມມູນິດຫວຽດນາມຢ່າງເດັດຂາດ. ສິ່ງດັ່ງກ່າວແມ່ນສອດຄ່ອງກັບ ຂະບວນວິວັດ​ແຫ່ງ​ການ​ສ້າງ​ຕັ້ງ, ຂະຫຍາຍຕົວ​ຜ່ານ 69 ປີ ທີ່​ຜ່ານ​ມາ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ, ພ້ອມ​ທັງ​ຢືນຢັນ​ຄືນ​ກ່ຽວ​ກັບ​ຄວາມ​ຈິງ​ໂດຍ​ພາວະ​ວິ​ໄສ​ວ່າ ບໍ່​ມີ​​ເລື່ອງກອງທັບ​ໃດ​ຢືນ​ຢູ່​ນອກ​ລະບົບການ​ເມືອງ. ​ເນື້ອ​ໃນ​ດັ່ງກ່າວ ​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ຫາງ​ສຽງ​ໃນ​ວິວັດ​ການ​ປະກອບ​ຄຳ​ເຫັນ​ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຊຶ່ງ​ພວມ​ໄດ້​ຮັບ​ການ​ດຳ​ເນີນ.

    ກອງທັບບໍ່​ແມ່ນ​ກຳລັງ​ການ​ເມືອງ​​ໂດຍສ້າງຕັ້ງ​ເອງ, ບໍ່​ແມ່ນ​ກຸ່ມ​ສິດ​ອຳນາດ. ທ່ານ ພົນ​ຈັດຕະວາ, ສາດສະດາຈານ ບຸ​ຍຟານ​ກີ ນັກວິຊາການ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດຫວຽດນາມ​​ຖື​ວ່າ ຢູ່​ບໍ່​ວ່າ​ປະ​ເທດ​ໃດໆ, ກອງທັບຍາ​ມ​ໃດ​ກໍ​ຕ້ອງ​ຕິດ​ພັນ​ກັບ​ກຳລັງ​ການ​ເມ​ືອງ​ໃດ​ໜຶ່ງ. ທ່ານ​ກ່າວ​ວ່າ :

    “ກອງທັບຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 22/12/1944, ກ່ອນ​ທີ່​ມີ​ປະ​ເທດ​ສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ​ເກືອ​ບ 1 ປີ ​ແລະ ກ່ອນ​ທີ່​ຈະ​ມີ​ລັດຖະທຳ​ມະນູນ 2 ປີ. ​ເມື່ອອ່ານ​ຄືນ ຄຳ​ສັ່ງ​ຂອງ​ປະທານ​ໂຮ່ຈິ​ມິນ​ເມື່ອ​ຮຽກຮ້ອງ​ໃຫ້​ສ້າ​ງຕັ້ງກອງ​ທະຫານ​ໂຄສະນາ​ປົດ​ປ່ອຍ​ຊຶ່ງ​ແມ່ນ​ຕົ້ນ​ກຳ​ເນີ​ດຂອງ ກອງທັບ​ປະຊາຊົນ​ຫວຽດນາມນັ້ນ ກໍ​ເຫັນ​ວ່າ ຄຳ​ສັ່ງ​ດັ່ງກ່າວ ​ໂດຍ​ແມ່ນ​ການສະ​ເໜີ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ອົງການ​ຈັດ​ຕັ້ງ​ຢູ່​ບ່ອນ​ນີ້ ກໍ​ແມ່ນ​ອົງຄະ​ນະ​ພັກ​ກອງທັບ, ​ໃນ​ຄາວ​ນັ້ນ​ຍັງ​ບໍ່​ທັນ​ມີ​ລັດ. ນີ້​ກໍບໍ່​ແມ່ນ​ຈຸດ​ພິ​ເສດສະ​ເພາ​ະຂອງ​ຫວຽດນາມ. ຢູ່​ບໍ່​ວ່າ​ປະ​ເທດ​ໃດ​ໃນ​ໂລກ, ກອງທັບຕ້ອງຈົ່ງຮັກພັກດີກັບ ພັກກຳ​ອຳ​ນາດ, ປະ​ເທດ​ໃດ​ກໍ​ຕ້ອງ​ມີ​ພັກ​ໜຶ່ງ​ນຳພາ. ”

    ​ໃນ​ວັນ​ນີ້, ກອງທັບ​ປະຊາຊົນ​ຫວຽດນາມ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ທິດ​ເປັນ​ກຳລັງ​ຫຼວງ, ທັນ​ສະ​ໄໝ​ເພື່ອ​ຮັບ​ໃຊ້ 2 ໜ້າທີ່ຍຸດ​ທະ​ສາດ, ນັ້ນ​ແມ່ນ​ກໍ່ສ້າງ ​ແລະ ປົກປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມ. ກອງທັບ​ຕ້ອງ​ຢືນ​ຢູ່​ຝ່າຍ​ປະຊາຊົນ, ທາດ​ແທ້​ຂອງຊົນ​ຊັ້ນກຳມະກອນ. ທ່ານ ພົນ​ຈັດຕະວາ, ສາດສະດາຈານ ບຸ​ຍຟານ​ກີ ​​ໄຈ້​ແຍກ​ວ່າ :

    “ ​ເລື່ອງຈົງຮັກພັກດີກັບປະ​ເທດ​ຊາດ, ປະຊາຊົນ ​ແລະ ກັບພັກນຳພາ ​ແມ່ນ​ທາດ​ແທ້​ຂອງ​ກອງທັບ, ທັງ​ແມ່ນ​ໜ້າ​ທີ່​ຊຶ່ງ​ຈຳ​ເປັນ​ຕ້ອງ​ປະຕິບັດ. ຂ້າພະ​ເຈົ້າ​ເຊື່​ອ ໝັ້ນ​ວ່າ ກອງທັບ​ໜຶ່ງ​ມີ​ທາດ​ແທ້​ເຊັ່ນ​ນັ້ນ ​ແມ່ນ​ບໍ່​ອາດຢືນ​ຢູ່​ນອກລະບົບ​ການ​ເມືອງ. ຖ້າ​ຫາກ​ວ່າ ຢືນ​ຢູ່​ນອກ​ລະບົບການ​ເມືອງ, ຈະ​ກາຍເປັນກອງກ​ຳລັງອາຊີບ, ສູ້​ຮົບ​ຕາມ​ການ​ຊີ້​ນຳ​ເທົ່າ​ນັ້ນ. ນີ້​ແມ່ນ​ການ​ຫຼຸດ​ລະດັບ​ຂອງ​ຕົນ​ເອງ, ກາຍ​ເປັນ​ກຳລັງ ​ໂຣບົດ ”

    ທ່ານ​ພົນ​ຕີ, ຮອງ​ສາດສະດາຈານ ດຣ ຫງວຽນ​ງອກ​ໂຮ່ຍ ບັນນາທິການ​ໃຫຍ່​ວາລະສານ ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ​ຢືນຢັນ​ວ່າ ທີ່​ຈິງ​ແລ້ວ, ບັນດາ​ສິ່ງ​ທີ່​ເພີ​່ມ​ເຕີມ​ໃນ​ມາດຕາ 70 ຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ​ແມ່ນ​ການທີ່​ລັດຖະທຳ​ມະນູນ​ໄດ້​ກຳນົດ​ກ່ຽວ​ກັບ​ປະຫວັດສາດ​ຕົວ​ຈິງ​ໂດຍ​ພາວະ​ວິ​ໄສ​ຊຶ່ງ​​ໄດ້​ຄົງ​ຕົວ​ມາ​ເປັນ​ເວລາ 69 ປີ ນັບ​ແຕ່​ມີກອງ​ທະຫານ​ໂຄສະນາ​ປົດ​ປ່ອຍ​ຊຶ່ງແມ່ນ​ຕົ້ນ​ກຳ​ເນີ​ດຂອງ ກອງທັບ​ປະຊາຊົນ​ຫວຽດນາມ. ​ໃນ​ຕະຫຼອດ​ໄລຍະ​ດັ່ງກ່າວ, ກອງທັບ​ປະຊາຊົນ​ຫວຽດນາມຍາມ​ໃດ​ກໍຈົ່ງຮັກພັກດີກັບພັກກອມມູນິດ ຫວຽດນາມ, ຍາມ​ໃດ​ກໍ​ປົກ​ປັກ​ຮັກສາ​ພັກ, ປະ​ເທດ​ຊາດ ​ແລະ ປະຊາຊົນ. ​ເພາະສະ​ນັ້ນ, ຈຸດ​ໃໝ່​ໃນ​ມາດຕາ 70 ​ແມ່ນ​ຈຳ​ເປັນ ​ແລະ ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງກອງທັບ​ປະຊາຊົນ​ຫວຽດນາມ. ດ້ານ​ອື່ນ, ມັນ​ຍັງ​ສ່ອງ​ແສງ​ບາດກ້າວ​ຂະຫຍາຍຕົວ​ໃໝ່​ໃນ​ຈີນ​ຕະນາ​ການ​ຍຸດ​ທະ​ສາດ​ຂອງ​ພັກ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ. ທ່ານ​ພົນ​ຕີ, ຮອງ​ສາດສະດາຈານ ດຣ ຫງວຽນ​ງອກ​ໂຮ່ຍ ​ເວົ້າ​ວ່າ  :

      “ໃນ​ຕະຫຼອດ​ໄລຍະ​ 69 ປີ​ທີ່​ຜ່ານ​ມາ,  ກອງທັບ​ປະຊາຊົນ​ຫວຽດນາມຍາມ​ໃດ​ກໍຈົງຮັກພັກດີກັບພັກ, ​ໂດຍ​ອີງ​ບົນ 3 ພື້ນຖານ​ຄື : ອຸດົມ​ການ​ສູ້​ຮົບ​ຂອງ​ກອງທັບ, ວຽກ​ງານ​ແນວ​ຄິດ ​ແລະ ວຽກ​ງານ​ການຈັດ​ຕັ້ງ​ຂອງ​ກອງທັບ​ແມ່ນ​ປະ​ຕິ​ບັດ​ຕາມ​ແນວທາງ​ກໍ່ສ້າງ​ກອງທັບ​ຂອງ​ພັກ​ຫຼື​ບໍ່. ຄວາມ​ຈິງ​ໃນ 69 ປີ​ທີ່​ຜ່ານ​ມາ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈຸດໝາຍ​ສູ້​ຮົບ​ຂອງ​ພັກ ກໍ​ແມ່ນ​ຈຸດໝາຍ​ສູ້​ຮົບ​ຂອງ​ກອງທັບ. ນັ້ນ​ແມ່ນ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິສັງຄົມ​ນິຍົມ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ການ​ສ້າງ​ຕັ້ງ​ຂຶ້ນ​ຂອງກອງ​ທະຫານ​ໂຄສະນາ​ປົດ​ປ່ອຍ ກໍ​ເພື່ອ​ແນ​ໃສ່​ຈຸດປະສົງ​ເພື່ອ​ປົດ​ປ່ອຍ​ຊາດ​ຕາມ​ເສັ້ນທາງ​ຂະ​ບວນການ​ຮັກ​ຊາດ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ​ນຳພາ​. ທີ່ 2 ​ແມ່ນ​ວຽກ​ງານ​ແນວ​ຄິດ​ໃນ​ກອງທັບ​ປະຊາຊົນ​ຫວຽດນາມ​ໃນ 69 ປີ​ທີ່​ຜ່ານ​ມາ, ລ້ວນ​ແຕ່​ແມ່ນ​ເພື່ອ​ແນ​ໃສ່​ໂຄສະນາ​ແນວ​ຄິດ​ຂອງ​ພັກ​ໃນ​ກອງທັບ. ທາງ​ດ້ານ​ການຈັດ​ຕັ້ງຂອງກອງທັບ​ປະຊາຊົນ​ຫວຽດນາມ, ພ້ອມກັບ​ລະບົ​ບບັນຊາ​ການ​ນັ້ນ, ຍັງມີ​ລະບົບ​ການຈັດ​ຕັ້ງ​ພັກ ”

     ສ່ວນ​ທ່ານ ດຣ ກາວ​ດຶກ​ທ້າຍ ອະດີດ​ຫົວໜ້າ​ສະ​ຖາ​ບັນ​ສິດທິ​ມະນຸດ - ສະ​ຖາ​ບັນ​ການ​ເມື​ອງການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມິ​ນ ​ໃຫ້​ຮູ້​ວ່າ :

      “ ຄວາ​ມສຳນຶກ​ກ່ຽວ​ກັບ​ເລື່ອງຈົງຮັກພັກດີກັບພັກ ​ແມ່ນ​ຖືກ​ເຂົ້າ​ໃຈ​ວ່າ​ແມ່ນຈົງຮັກພັກດີກັບ​ແນວທາງການ​ກໍ່​ສ້າງ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ, ​ໃນ​ນັ້ນ​ຕ້ອງຈົງຮັກພັກດີກັບ​ແນວທາງ​ການ​ຕ່າງປະ​ເທດ, ບໍ່ຖືກ​ຕົກ​ຢູ່​ໃນ​ກົນອຸບາຍ​ຂອງ​ບັນດາກຳລັງ​ເປັນ​ປໍ​ລະ​ປັກ. ທີ່ 2 ​ແມ່ນຈົງຮັກພັກດີກັບຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ຕິດ​ພັນ​ກັບ​ລັດ​ທິສັງຄົມ​ນິຍົມ, ລະອຽດ​ແມ່ນສະໜັບສະໜູນ​ບັນດາ​ປັດ​ໄຈ​ທີ່​ຕັ້ງໜ້າ, ຕ້ານ​ຄືນ​ການສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຂອງກຸ່ມ​ໃດ​ໜຶ່ງ. ​ເລື່ອງຈົງຮັກພັກດີນີ້ ກໍ​ລວມມີ​ທັງ​ການ​​ແບ່ງປັນ​ຄວາມຫຍຸ້ງຍາກ​ຂອງ​ພັກ ​ແລະ ລັດ​ໃນ​ຈຸດ​ເວລາ​ປະຈຸ​ບັນ ”

     ການ​ຮັກສາ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ທີ່​ມີ​ຕໍ່​ກອງທັບ​ຢ່າງ​ໝັ້ນຄົງ, ການ​ກໍ່ສ້າງ​ກອງທັບ ຍາມ​ໃດ​ກໍ​ມີ​ຄວາມ​ໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ​ໄດ້​ເຮັດ​ໃຫ້​ບັນດາ​ພັກ​ຝ່າຍ​ການ​ເມືອງ​ປະຕິ​ການ, ບັນດາ​ກຳລັງ​ສວຍ​ໂອກາດ, ​ເດີນ​ຕາມ​ລັດທິ​ສ່ວນ​ບຸກຄົນ ຫວັງຍາດ​ເອົາ​ສິດ​ອຳນາດ ບໍ່​ສາມາດ​ມີ​ສິດ​ນຳພາ​ກອງ​ທັບ ​ແລະ ຄວບ​ຄຸມ​ການ​ບັນຊາ​ກອງທັບ, ຫວັງ​ແກ່​ດຶງ​ກອງທັບ​ເຂົ້າ​​ຮ່ວມ​ການເຄື່ອນ​ໄຫວທໍລະ​ຍົດ​ຊາດ ​ແລະ ປະຊາຊົນ. ຄວາມ​ຈິງ​ໂດຍ​ພາວະ​ວິ​ໄສ ​ແລະ ຜ່ານຂະ​ບວນວິວັດ 69 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ຂະຫຍາຍຕົວ​ຂອງກອງທັບ ປະຊາຊົນ​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເລື່ອງ​ລັດຖະທຳ​ມະນູນ​ກຳ​ນົດວ່າ ກຳລັງປະກອບອາວຸດປະຊາຊົນຕ້ອງຈົ່ງຮັກພັກດີກັບພັກກອມມູນິດຫວຽດນາມ ຢ່າງ​ເດັດຂາດ ​ແມ່ນ​ສົມ​ເຫດ​ສົມ​ຜົນ​ຢ່າງ​ສິ້ນ​ເຊິ່ງ .

ຕອບກັບ

ຂ່າວ/ບົດ​ອື່ນ