ບຸລິມະສິດຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ-ເຄື່ອງມືທີ່ມີປະສິດທິຜົນຮັບປະກັນຊີວິດສັງຄົມ

(vovworld)- ​ເບິ່ງ​ແຍງ​ດູ​ແລ, ​ບຸລິມະສິດ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​​ ​ແມ່ນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ, ລັດ, ​ແມ່ນ​ຫລັກການ​ທີ່ໄດ້​ຮັບ​ການ​ກຳນົດ​ໃນ​ລັດຖະທຳ​ມະນູນ, ສະ​ແດງ​ໃຫ້​ເຫັນ​ຫລັກ​ສິນ​ທຳ​ອັນ​ເລິກ​ເຊິ່ງ“ກິນ​ເຂົ້າ​ ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນຳ້“ ຂອງ​ຊາດ. ​ໃນ​ຊຸມ​ປີຜ່ານມາ, ມີ​ຫລາຍ​ນະ​ໂຍບາຍ​ລະອຽດ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດໄດ້​ຮັບ​ການ​ປະກາດ​ໃຊ້, ປັບປຸງ​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະໄລຍະ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ໃນ​ປີ 2014, ຫວຽດນາມ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ນັບ​ມື້​ນັບ​ດີກ​ວ່າ​ຄື​ດັ່ງຄຳ​ຢືນຢັນ​ຂອງ​ທ່ານ​ນາງ ຫງວຽນ​ທິຫາຍ​ຈວ່ຽນ, ລັດຖ​ະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ຫວຽດນາມ ​ໃນ​ລາຍການ“ປະຊາຊົນ​ຖາມ-​ລັດຖະມົນ​ຕີ​ຕອບ” ​ໃນ​ວັນ​ທີ 30/3.

ບຸລິມະສິດຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ-ເຄື່ອງມືທີ່ມີປະສິດທິຜົນຮັບປະກັນຊີວິດສັງຄົມ - ảnh 1
ພາບປະກອບ:internet

        ປະ​ຈຸ​ບັນ, ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ​ຢູ່​ຫວຽດນາມມີ​ກວ່າ 8 ລ້ານ​ຄົນ, ​ໃນ​ນັ້ນ 1,5 ລ້ານ​ຄົນ​ໄດ້​ຊົມ​ໃຊ້​ການ​ອຸດ​ຫນູນ​ບຸລິມະສິດເປັນ​ປະຈຳ. ​ແຕ່ລະ​ປີ, ລັດ ລ້ວນ​ແຕ່​ສະຫງວນ​ງົບປະມານ​ຫລາຍ​ພໍ​ສົມຄວນ​ໃຫ້​ແກ່​ການ​ອຸດ​ຫນູນ​ຜູ້​ມີ​ຄຸນງາມຄວາມດີ​ ຕໍ່​ການ​ປະຕິວັດ​. ທົ່ວ​ສັງຄົມ​​ໄດ້​ລະດົມ​ແຫ​ລ່ງກຳລັງ​ຫລາຍ​ຢ່າ​ງ​ເພື່ອ​ຊ່ວຍ​ຫນູນ, ສະ​ແດງ​ການ​ເບິ່​ງ​ແຍງ​ດູ​ແລ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈໃຫ້​ແກ່​ເປົ້າ​ໝາຍ​ນີ້.

        ລະບອບ​ນະ​ໂຍບາຍບຸລິມະສິດຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ​ໄດ້​ຮັບ​ການ​ເປີດ​ກວ້າງ, ສອດ​ຄອ່ງກັບ​ສະພາບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ

        ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ ​ໄດ​້ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​ຈາກ​ພັກ,ລັດ ດ້ວຍ​ການ​ບຸລິມະສິດ​ຫລາຍ​ຢ່າງ​ທ່ີ​ແຕກ​ຕ່າງ​ກັນ. ​ເຂົາ​​ເຈົ້າ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ດ້ານ​ການ​ເງິນ ຜ່ານ​ຫລາຍ​ຮູບການ, ​ໃນ​ນັ້ນ ສຳຄັນ​ກວ່າ​ໝູ່​ແມ່ນ​ຜ່ານການ​ອຸດ​ຫນູນປະ​ຈຳ​ເດືອນ.

        ນັບ​ແຕ່​ເດືອນ 1/2008 ຮອດ ປີ2013, ລັດຖະບານ ​ໄດ້​ປະຕິບັດ​ການ​ດັບ​ປັບ​ລະດັບ​ອຸດ​ຫນູນ​ໃຫ້ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ​ເຖິງ 7 ຄັ້ງ ຈາກ 470.000 ດົງ/​ເດືອນ(ປີ 2007) ຂຶ້ນ​ເຖິງ 1.22.000 ດົງ/​ເດືອນ(​ແມ່ນ​ສູງ​ກວ່າ​ລະດັບ​ເງິນ​ເດືອນ​ພື້ນຖານ ​ແມ່ນ1.150.000 ດົງ/​ເດືອນ).

        ຄຽງ​ຄູ່​ກັບ​ການອຸດ​ຫນູນ​, ​ແຕ່ລະ​ປີ ລັດ ຍັງ​ສະຫງວນ​ຈຳນວນ​ເງິນ​ນັບ​ພັນ​ຕື້​ດົງ ​ເພື່ອ​ຫນູນ​ຊ່ວຍ​ກ່ຽວ​ກັບ​ເຮືອນ​ຢູ່, ​ເບີກ​ຈ່າຍ​ບັນດາ​ບວ້ງ​ເງິນ​ບຸລິມະສິດ​ກ່ຽວ​ກັບ​ສາທາລະນະ​ສຸກ, ການ​ສຶກສາ, ​ໃຫ້​ກູ້​ຢືມ​​​ແກ່​ການ​ພັດທະນາ​ເສດຖະກິດ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ ​ແລະ ຍາດຕິ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ.

        ພ້ອມ​ກັນ​ນັ້ນ ບັນດາຂະ​ບວນການ“ຕອບ​ບຸນ​ແທນ​ຄຸນ”, “​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນຳ້”,“ຕາ​ແສງ​ປະຕິບັດ​ວຽກ​ງານ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ” ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ຢູ່ ທອ້ງຖິ່ນ​ທັງ​ໝົດ. ຕາມ​ການ​ສະຖິຕິ​ແລ້ວ,​97% ຄອບຄົວ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ ມີ​ລະດັບ​ຄອງ​ຊີບ​ເທົ່າ​ກັບ ຫລື​ສູງ​ກວ່າ​ລະດັບ​ຄອງ​ຊີບ​ສະ​ເລ່ຍຂອງ​ປະຊາຊົນ​ຢູ່​ສະຖານ​ທີ່​ເຂົາ​​ເຈົ້າ​ອາ​ໄສ.

        “ພັກ, ລັດ ​ໄດ້​ພະຍາຍາມ​ຫລາຍ​ຢ່າງ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ໃຫ້​ແກ່ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ. ບັນດາ​ນະ​ໂຍບາຍ​ນັ້ນ ​ໄດ້​ຊ່ວຍ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ​ຈຳນວນ​ສ່ວນ​ຫລາຍ​ມີ​ຊີ​ວິດດີ​ກວ່າ.”

        ປັບປຸງ​ນະ​ໂຍບາຍ​ບຸລິມະສິດຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ ​ໃຫ້​ສົມບູນ​ແບບ​ເທ່ືອ​ລະ​ກ້າວ.

​ຖ້າວ່າ ປີ 2012 ​ແລະ 2013 ​ແມ່ນ​ໄລຍະ​ຊື່​ງນະ​ໂຍບາຍ​ ບຸລິມະສິດ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ ມີ​ການ​ປ່ຽນ​ແປງ​​ໃຫຍ່​ຫລາຍ​ຢ່າງ, ​ໃນ​ນັ້ນ ປີ 2013 ​ແມ່ນ​ປີ​ທຳ​ອິດ​ປະຕິບັດ​ຂໍ້​ກຳນົດ​ກ່ຽວ​ກັບ​ບັນດາ​ລະບອບ​ນະ​ໂຍບາຍ​ເພີ່ມ​ເຕີມ​ທີ່​ມີ​ຕໍ່ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ, ປີ 2014-2015 ຈະ​ກວດກາ​ຄືນ​ການ​ປະຕິບັດ​ນະ​ໂຍບາຍ​ບຸລິມະສິດຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ. ນີ້​ແມ່ນ​ການ​ສຳ​ຫລວດກວດກາ​ທີ່​ມີ​ຂອບ​ຂະຫນາດໃຫຍ່​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ​ແລະ ຄາດ​ວ່າ ມີ​ປະມານ 4,8 ລ້ານ​ຄົນ​ຖືກ​ກວດກາຄືນ.  ​ແລະ ວຽກ​ງານ​ນີ້ ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ​ຢູ່ 11.000 ຕາ​ແສງ​ໃນ​ທົ່ວ​ປະ​ເທດ. ການ​ກວດກາ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ​ເພື່ອ​ປັບປຸງ​ນະ​ໂຍບາຍ​ທີ່​ມີ​ຕໍ່ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ.

        “​ເປັນ​ຄັ້ງ​ທຳ​ອິດ​ທີ່ພວກ​ເຮົາ​ປະຕິບັດ​ການ​ສຳ​ຫລວດກວດກາ. ​ປະ​ຈຸ​ບັນ ​ເງື່ອນ​ໄຂ​ດ້ານ​ເສດຖະກິດ​​ພັດທະນາ, ລະດັບ​ອຸດ​ຫນູນ ​ແລະ ​ເປົ້າ​ໝາຍ​ໄດ້​ຮັບ​ການ​ອຸດ​ຫນູນ​ຖືກ​ເປີດ​ກວ້າງ​ອອກ. ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົມທົບ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ລະດົມ​ທຸກ​ກຳລັງ​ໃນ​ທົ່ວ​ສັງຄົມ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ສຳ​ຫລວດ​ກວດກາ, ພິ​ເສດ ​ແມ່ນ​ອົງການ​ການ​ເມືອງ​ສັງຄົມ. ນີ້​ແມ່ນ​ການ​ສຳ​ຫລວດ​ກວດກາ​ທີ່ມີ​ຄວາມ​ໝາຍ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ພັກ, ລັດ ທີ່​ມີ​ຕໍ່ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ ​ເພື່ອ​ແກ້​ໄຂ​ກໍລະນີ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ ​ແຕ່​ບໍ່​ທັນ​ໄດ້​ຊົມ​ໃຊ້ ຫລື ​ບັນດາ​ກໍລະນີ​ຊົມ​ໃຊ້​ບໍ່​ຖືກ​ຕ້ອງ.”

        ​ໄປ​ຄຽງ​ຄູ່​ກັບ​ການຜັນ​ຂະຫຍາຍ​ການ​ສຳ​ຫລວດ​ກວດກາປະຕິບັດ​ນະ​ໂຍບາຍ​ ບຸລິມະສິດຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ, ​ໃນ​ປີ 2014,​ ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ​ໄດ້​ປະຕິບັດ​ແຜ​ນຮ່າງ​ ກຳນົດອັດຖິ​ນັກຮົບ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ​ທີ່​ຍັງ​ຂາດ​ຂໍ້​ມູນ​ຂ່າວ, ສົມທົບ​ກັບ​ກະຊວງ​ກໍ່ສ້າງ ສູ້​ຊົນ​ສຳ​ເລັດ​ການ​ຫນູນ​ຊ່ວຍ​ເຮືອນ​ຢູ່​ໃຫ້​ແກ່​ຄອບຄົວ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ ທີ່​ພວມ​ອາ​ໃສ​​ໃນ​ເຮືອນ​ຊົ່ວຄາວ, ​ເຮືອນ​ຖືກ​ເປ​່​ເພ. ກະຊວງ​ແຮງ​ງາ​ງນ, ທະ​ຫານ​ເສ​ຍອົງຄະ ​ແລະ ສັງຄົມ ກໍ​ໄດ້​ວາງ​ແຜນ​ກຳນົດ, ສັບ​ຊ້ອນ ​ແລະ ລົງທຶນ​ພັດທະນາ​ຮາກຖານ​ລ້ຽງ​ດູ, ປິ່ນປົວບຳລຸງ​ສຸຂະພາບ, ຟື້ນ​ຟູ​ອະ​ໄວ​ຍະ​ວະ​ໃຫ້​ແກ່ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ.

        ​ການປະຕິບັດນະ​ໂຍບາຍ ບຸລິມະສິດ ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ບໍ່​ພຽ​ງ​ແຕ່​ຊ່ວຍ​ໃຫ້ ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ​ນັບ​ລ້ານໆ​ຄົນ ມີ​ຊີວິດ​ດີ​ກວ່າ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບ​ສວ່ນ​ຮັບປະກັນ​ຊີວິດ​ສັງຄົມ, ສະ​ແດງ​​ໃຫ້​ເຫັນຫລັກ​ສິນ​ທຳ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ນອດຄຸນ​ນຳ້ຂອງ​ຊາດ​ຫວຽດນາມ​ ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ