ບໍ່ສາມາດທວງເອົາອະທິປະໄຕດ້ວຍສິ່ງທີ່ຕົນເອງບໍ່ມີ

(vovworld)- ​ໃນ​ລາຍການ​ອອກ​ອາກາດ​ຜ່ານ​ມາ, ພວກ​ເຮົາ​ໄດ້​ເຕື້ອງ​ເຖິງ​ບັນຫາ​ອະທິປະ​ໄຕ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ໂດຍ​ສັງ​ເກດຈາກ​ກົດໝາຍ​ສາກົນ, ພຶດຕິກຳ ແຫ່ງການ​ແກ້​ໄຂ​ການ​ພິພາດ​ຜືນ​ແຜ່ນດິນ​ໃນ​ໂລກ ກໍ​ຄື​ບັນດາ​ພະຍານ​ຫລັກ​ຖານ​ປະຫວັດສາດ, ກົດໝາຍ​ບໍ່​ອາດ​ປະຕິ​ເສດ​ໄດ້ ຂອງ​ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຈີນ ບໍ່​ສາມາດ​ຕອບ​ສະຫນອງ​ໄດ້ພື້ນຖານ​ໃດ​ເພື່ອ​ທວງ​ເອົາ​ອະທິປະ​ໄຕ​ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ພາກ​ນີ້, ບັນນາທິການ​ວິທະຍາ​ກະຈາ​ຍສຽງ​ຫວຽດນາມ ​ໄຈ້​ແຍກກ່ຽວ​ກັບ​ທັດ​ສະ​ນະ​ຊື່​ງ ຈີນ ຍົກ​ອອກ​ເພື່ອ​ແກ້ຄວາມ​ໃຫ້​ແກ່​ທັດສະນະ​ຂອງ​ຕົນ ​ໂດຍ​ອີງ​ໃສ່​ອັນ​ທີ່​ເອີ້ນ​ວ່າ: ທິດ​ສະ​ດີ​ອະທິປະໄຕປະຫວັດສາດ ​ແລະ ທັດສະນະ​ນີ້​ຖືກຮັບຮູ້​ຄື​ແນວ​ໃດ​ພາຍ​ໃຕ້​​ແງ່​ມູມກົດ​ໝາຍສາກົນ.

ບໍ່ສາມາດທວງເອົາອະທິປະໄຕດ້ວຍສິ່ງທີ່ຕົນເອງບໍ່ມີ - ảnh 1
ແຜນທີ່ຊຸດ Atlas ໂລກ ປີ 1827

        ​ເລື່ອງ​ຈີນ ຍາມ​​ໃດ​ກໍ​ຕັ້ງ​ໃຈ​ຕາມ​ລຳ​ພັງ​ຝ່າຍ​ດຽວ​ທີ່ຖື​ວ່າ:  ​ເຂົາ​ເຈົ້າ​ມີ​ອະທິປະ​ໄຕ​ສຳລັບ ​ເກາະ ​ໄຕ​ຊາ, ​ນາມ​ຊາ(​ວິທີ​ເອີ້ນ​ສຳລັບ​ 2 ໝູ່ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ” ​ແມ່ນ​ອີງ​ໃສ່​ຫລັກ​ການທີ່ເອີ້ນ​ວ່າ: ອະທິປະ​ໄຕປະຫວັດສາດ, ​ໃນ​ນາມ ປະຫວັດສາດ.

        ​ໃນ​ຂະນະ​ທີ່​ຫລັກການ​ຢືດຄອງ​ຢ່າງ​ແທ້​ຈິງ, ລຽນຕິດ ​ແລະ ສັນຕິພາບ ​ໃນ​ນາມ​ລັດ, ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຫລັກການ​ສຳຄັນ​ຕົ້ນ​ຕໍ​ໃນ​ການ​ກຳນົດູ​ອະທິປະ​ໄຕ​ຂອງ​ປະ​ເທດ​ແຄມ​ທະ​ເລ ໄດ້​ຮັບ​ການ​ໝູນ​ໃຊ້​ໃນ​ພຶດຕິ​ກຳ​ຕົວ​ຈິງ, ຈີນ ພັດບໍ່​ສາມາດ​ຍົກ​ອອກ​ພະຍານ​ຫລັກ​ຖານ​ໃດ​ທີ່ມີ​ລັກສະນະ​ເກ້​ຍກອ່ມ ກ່ຽວ​ກັບ​ເລື່ອງ​ ຈີນ​ໄດ້​ປະຕິບັດ​ອະທິປະ​ໄຕ​ສຳລັບ 2 ໝູ່ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢ່າງ​ລຽນຕິດ,​ສັນຕິພາບ ​ແລະ ມີ​ປະຫວັດສາດ​ມາ​ແຕ່​ດົນ​ນານ.

        ຮ່ວາງ​ຊາ, ​ເຈ່ືອງ​ຊາ ບໍ່​ມີ​ໃນບັນດາ​ເອກະສານ​ເດີມ​ຂອງ​ຈີນ

        ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ລ້ວນ​ແຕ່​ບໍ່ປະກົດໃນ​ແຜນ​ທີ່​ເດີມ​ສະບັບ​ໃດ​ຂອງ​ຈີນ ຫລື ນັບ​ທັງ​ຂອງບັນດາປະເທດ​ຝ່າຍ​ຕາ​ເວັນ​ຕົກ​ພິມ​ຈຳຫນ່າຍ, ​ແລະ ໝູ່​ເກາະ​ 2 ​ແຫ່ງ​ນີ້ ບໍ່​ຮັບ​ຮູ້​ບັນດາ​ການ​ເຄື່ອນ​ໄຫ​ປະຕິບັດ​ອະທິປະ​​ໄຕ​ຂອງ​ຈີນ ສຳລັບ ບັນດາ​ເຮືອ​ຄ້າ​ຂາຍ​ສິນຄ້າ ​ແລະ ກຳ​ປັ່ນ​ຫາ​ປາ​ຂອງ​ຕ່າງປະ​ເທດ​ໃນ​ບັນດາ​ປື້​ມວັນນະຄະດີ​ເດີມຂອງຈີນ. ກົງກັນຂ້າມ, ການ​ເຄື່ອ​ນ​ໄຫວ​ຂຸດ​ຄົ້ນ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ບັນດາ​ກອງ​ທະຫານ ຮ່ວາງ​ຊາ ​ແລະ ​ບັກ​ຫາຍ ຂອງ​ລາຊະວົງ​ຫງວຽນ ຫວຽດນາມ ພັດໄດ້ຮັບການຍອມຮັບຈາກ​ອຳນາດ​ການ​ປົກຄອງ​ສັກ​ດີ​ນາ​ຈີນ.

        ​ໃນ​ບັນດາ​ເອກະສານ​ປະຫວັດສາດ​ຈີນ ກໍ​ບໍ່ມີ​ຄຳ​ຮຽກ​ສິດ​​ໃດ​ສຳລັບ 2  ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ໃນ​ປື້​ມ ໄຮ່ລູ້ ຂອງຫວາງພິງຫນານ(1820-1842) ຂຽນ“ວານລີຊາງຊາ(ຮ່ວາງ​ຊາ​ປະຈຸ​ບັນ) ​ແມ່ນ​ຫາດ​ຊາຍ​ທີ່​ຍາວ​ຢຽດ​ຢູ່​ນອກ​ຝັ່ງ​ທະເລ​ເພື່ອ​ປ້ອງ​ກັນ​ປະ​ເທດ ອານາ​ມ. ຫລື ​ໃນ​ເຫລັ້ມ“ໄຮ່ກວາຍຈີຊື ”ຂຽນ​​ເມື່ອ​ປີ 1696 ຂອງ​ພະ​ອາຈານຊີຕະຊານ ​ຊາວ​ຈີນ ມີ​ຫລາຍ​ຕອນ​ພັນ​ລະ​ນາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທະຫານ​ຮ່ວາງ​ຊາ ປະຕິບັດ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ລະອຽດ. ​ນອກ​ນັ້ນ ຍັງ​ມີ​ເອກະສານ​ເດີມ​ອື່ນ​​ຂອງ​ຈີນ ຫລາຍ​ສະບັບ ລ້ວນ​ແຕ່​ບໍ່ກຳນົດ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂຶ້ນ​ກັບ​ຜືນ​ແຜ່ນດິນ​ຂອງ​ຈີນ.

        ​ເສກ​ສັນ​ປັ້ນ​ແຕ່ງ​​ບັນດາ​ພະຍານ​ຫລັກ​ຖານ​ປະຫວັດສາດ​ເພື່ອ​ອະພິປາຍ​ກ່ຽວ​ກັບ​ອະທິປະ​ໄຕ

        ໂດຍຂາດ​ພ​ະຍານ​ຫລັກ​ຖານ​ກ່ຽວ​ກັບ​ເອກະສານ​ປະ​ຫວັດສາດ, ຈີນ ເຂົາເຈົ້າຖື​ວ່າ ມີ​ອະທິປະ​ໄຕ​ປະຫວັດສາດ, ​ໃນນາມ​ປະຫວັດສາດ ​ເມື່ອ​ຊາວ​ປະມົງ​ປະ​ເທດ​ນີ້​ມາ​ຫາ​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ກ່ອນ​ນີ້ ນັບ​ພັນໆ​ປີ, ​ໄດ້​ພົບ​ເຫັນ, ຂຸດ​ຄົ້ນ​ການ​ດຳ​ເນີນ​ທຸລະ​ກິດ. ​ແຕ່,​ຈີນ ພັດ​ຕັ້ງ​ໃຈ​ເມີນ​ເສີຍ​ຫລັກການ​ສຳຄັນ​ເພື່ອ​ກຳນົດ​ອະທິປະ​ໄຕ​ຂອງ​ປະ​ເທດ​ຫນຶ່ງ ຕ້ອງ​ອີງ​ໃສ່​ປັດ​ໄຈ​ໃນ​ນາມ​ລັດ. ບັນດາ​ການ​ກະທຳ​ຂຸດ​ຄົ້ນ​ຂອງ​ສ່ວນບຸກຄົນ, ບໍ່​ມີ​ການ​ຢືດຄອງ​ຫລື​​ເຈດ​ຈຳນົງ​ຢັ້ງຢືນ​ອະທິປະ​ໄຕ​ໃນ​ນາມ​ລັດຖະບານ, ບໍ່​ສາມາດ​ສ້າງ​ເປັນ​ການ​ຢືດຄອງຢ່າງ​​ແທ້​ຈິງ ​ໄດ້​ຮັບ​ຮູ້​ຈາກ​ກົດໝາຍ​ສາກົນ. ນອກ​ນັ້ນ, ​ການ​ຖະ​ແຫລ​ງອະທິປະ​ໄຕ​ປະຫວັດສາດ​ໂດຍ​ອີງ​ໃສ່​ການ​ກະທຳ​ໃຊ້​ອາວຸດ​ເພື​່ອຢືດຄອງໝູ່​ເກາະ​ຮ່ວາງ​ຊາ, ຢືດຄອງ​ເກາະ​ຈຳນ​ວນຫນຶ່ງ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ຂອງ​ຫວຽດນາມ ​ໃນ​ຊຸມ​ປີ 1974,1988 ​ໄປ​​ຝືນ​ກັບ​ຫລັກການ​ສັນຕິພາບ ຊື່​ງ​ໄດ້​ກຳນົດ​ໃນ​ສົນທິສັນຍາ​ກົດໝາຍ​ທະ​ເລ​ປີ 1982 ຂອງ ສປຊ .

        ​ເປັນທີ່​ຈະ​ແຈ້ງ​​ແລ້ວ​ວ່າ, 3 ປັດ​ໄຈ​ໃນ​ຫລັກການ​ເພື່ອ​ກຳນົດ​ອະທິປະ​ໄຕ​ຂອງ​ປະ​ເທດ​ແຄມ​ທະ​ເລ​ແມ່ນ​ຢືດຄອງ​ຢ່າງ​ແທ້​ຈິງ, ລຽນຕິດ ​ແລະ ສັນຕິພາບ ​ໃນ​ນາມ​ລັດ, ຈີນ ລ້ວນ​ແຕ່​ບໍ່​ຕອບ​ສະຫນອງ​ໄດ້. ຈີນ ພວມ​ຂຸດ​ຄົ້ນ​ລັກສະນະລະ​ເມີ​ເຝີ່ຝັນກ່ຽວ​ກັບ​ບັນດາ​ພະຍານ​ຫລັກ​ຖານ​ປະຫວັດສາດ​ເພື່ືອຈັດ​ວາງ​ອັນ​ທີ່​ເອີ້ນ​ວ່າ ອະທິປະ​ໄຕ​ຂອງ​ຕົນ. ​ແຕ່ ອະທິປະໄຕ​ປະ​ຫວັດ​ສາດ, ​ໃນ​ນາມ​ປະຫວັດສາດ​ບໍ່​ແມ່ນ​ບັນດາ​ຫລັກການ​ຂອງ​ກົດໝາຍ​ສາກົນ ທີ່​ໄດ້​ນຳ​ໃຊ້​ໃນ​ບັນຫາ​ແກ້​ໄຂ​ການ​ພິພາດ​ຜືນ​ແຜ່ນດິນ​ລະຫວ່າງ​ບັນດາ​ປະ​ເທດ​ສຳລັບ​​ເຂດ​ຜືນ​ແຜ່ນດິນ​​ເກີດ​ການ​ຂັດແຍ້ງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ປັດ​ໄຈ​ທາ​ບທາມ​ເພື່ອ​ຊອກ​ຫາ​ພະຍານ​ຫລັກ​ຖານ​ດ້ານ​ກົດໝາຍ.

        ທິດ​ສະ​ດີ​ອະທິປະ​ໄຕ​ປະຫວັດສາດ​ພາຍ​ໃຕ້​ແງ່​ມູມກົດໝາຍ​ສາກົນ

        ບັນດາ​ນັກ​ຄົ້ນ​ຄ້ວາ​ກົດໝາຍ​​ໃນ​ໂລກ ລ້ວນ​ແຕ່​ຢືນຢັນ: ຖະ​ແຫລ​ງການ​ອະທິປະ​ໄຕ​ຂອງ​ຈີນ ບໍ່​ອີງ​ໃສ່​ດ້ານ​ກົດໝາຍ. ​ແຕ່​ບັນດາຂໍ້​ອ້າງຂອງ​ຈີນ​ທີ່​ຍົກ​ອອກ​ມາ​ເພື່ອ​ປົກ​ປ້ອງ​ອະທິປະ​ໄຕ ພຽ​ງ​ແມ່ນ​ຄຳ​ຮຽກ​ສິດເທົ່ານັ້ນ ຫາກ​ບໍ່​ມີ​ເອກະສານ​ເພື່ອພິສູດ​ໃດ. ສາດສະດາຈານ Erik Franckx ສັງກັດ​ມະຫາວິທະຍາ​ໄລ Vrije ປະ​ເທດ​ແບນ​ຊີກ ຖື​ວ່າ: ​ແຜນ​ທີ່​ເສັ້ນ​ລີ້ນ​ງົວກວມເອົາ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ, ຊື່​ງຈີນ ສົ່ງ​ເຖິງ ສປຊ ໃນປີ 2009, ແມ່ນຂາດ​ລັກສະນະ​ຊັດ​ເຈນ​ດ້ານ​ເຕັກນິກ, ສະ​ນັ້ນ ບໍ່​ມີ​ພື້ນຖານ​ດ້ານ​ກົດໝາຍ.  ​ເພື່ອ​ປັບປຸງ​ຖະ​ແຫລ​ງອະ​ທີ​ປະ​ໄຕ​ທີ່​ໄຮ້​ເຫດຜົນ​ຂອງ​ຕົນ, ຈີນ ​ໄດ້​ຊອກ​ທຸກ​ວິທີ ໝູນ​ໃຊ້​ຢ່າງ​ຜິດພາດ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ອະທິປະ​ໄຕ​ປະຫວັດສາດ​ເພື່ອ​ລ່ວງ​ລ້ຳ​ບັນດາ​ສິດ​ຢູ່​ໄຫລ່​ທະວີບ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ​​ຕາ​ເວັນ​ອອກ, ​ອະທິບາຍ​ກ່ຽວ​ກັບ​ຄຳ​ນິຍາມ​ສິດ​ປະຫວັດສາດ​ເພື່ອ​ຕັ້ງ​ໃຈ​ຫລິກລ້ຽງ​ພັນທະ​ຂອງ​ຕົນ​ຕາມ UNCLOS 1982. ຍ້ອນ​​ໄຮ້​ເຫດຜົນ, ສະ​ນັ້ນ ຈີນ ບໍ່ສາມາດ​ອະທິບາຍ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຖະ​ແຫລ​ງການ​ຂອງ​ຕົນ, ​ເຮັດ​ໃຫ້​ ບັນດາ​ອົງການ​ກ່ຽວຂ້ອງ ​ແລະ ຜູ້​ຊ່ຽວຊານ​ທົ່ວ​ໂລກ​ຖື​ວ່າ ​ບໍ່​ມີ​ຄຸນຄ່າ.

        ບັນດາ​ການ​ຜັນ​ແປ​ປະຈຸ​ບັນ ຢູ່ ທະ​ເລ​ຕາ​ເວັນ​ອອກ ​ໃຫ້​ເຫັນ​ວ່າ ການ​ກະທຳ​ຢ່າງ​ຜິດ​ກົດໝາຍ​ຂອງ​ຈີນ ​ແນ່ນອນ​ວ່າ ບໍ່​ສາມາດ“ປີດເບືອນ”ຫາ​ງສຽງ​ທີ່​ກ້າວຫນ້າ​ໃນ​ໂລກ ​ແລະ ບໍ່ສາມາດ​ຄົງ​ຕົວ​ໄດ້ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ທົ່ວ​ໂລກ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ