ບໍ່​ອາດ​ປະ​ຕິ​ເສດ​ໄດ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ​, ສະກັດ​ກັ້ນ​ການ​ຄ້າ​ມະ​ນຸດ

(VOVWORLD) -ຫວ່າງແລ້ວນີ້ ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດບົດລາຍງານປະຈຳປີກ່ຽວກັບສະພາບການການຄ້າມະນຸດຢູ່ໃນໂລກ (TIP) ປີ 2019, ສືບຕໍ່ຈັດຫວຽດນາມ ເຂົ້າກຸ່ມທີສອງ ຄວນຕິດຕາມ. ບົດລາຍງານນີ້ ມີການຕີລາຄາຂາດພາວະວິໄສ ແລະ ຍັງບໍ່ທັນຊັດເຈນ, ບໍ່ສ່ອງແສງໃຫ້ເຫັນບັນດາຄວາມມານະພະຍາຍາມອັນໃຫຍ່ຫລວງຂອງຫວຽດນາມ ໃນການຕໍ່ສູ້, ປ້ອງກັນ ສະກັດກັ້ນອາດຊະຍາກຳການຄ້າມະນຸດໃນໄລຍະຜ່ານມາ.

 

 ບັນຫາການຄ້າມະນຸດແມ່ນອາດຊະຍາກຳອັນຕະລາຍ ແມ່ນບັນຫາທີ່ຮ້ອນເຮັ່ງຢູ່ຫລາຍປະເທດ ໃນນັ້ນ ມີຫວຽດນາມ. ໄພການຄ້າມະນຸດ ບໍ່ພຽງແຕ່ກະທົບເຖິງສິດທິມະນຸດ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງສຸຂະພາບ, ຈິດໃຈ, ຊີວິດອິນຊີຂອງຜູ້ປະສົບເຄາະຮ້າຍເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນໂດຍກົງເຖິງສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດ. ໃນຫລາຍປີຜ່ານມາ ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງໃນການສ້າງລະບົບກົດໝາຍໃຫ້ສົມບູນແບບ, ໂຄສະນາການຍົກສູງຄວາມຮັບຮູ້ຂອງປະຊາຊົນ, ເພີ່ມທະວີການຮ່ວມມືສາກົນໃນຂົງເຂດນີ້.

ບໍ່​ອາດ​ປະ​ຕິ​ເສດ​ໄດ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ​, ສະກັດ​ກັ້ນ​ການ​ຄ້າ​ມະ​ນຸດ - ảnh 1 ແມ່ຍິງຫວຽດນາມທີ່ຖືກຫລອກຂາຍໄປ ຍັງຈີນ ກັບເມືອປະເທດ ໃນເຫດການຄ້າມະນຸດເມື່ອປີ 2018 (ພາບ: CHINA DAILY)

ບັນດາການຕີລາຄາຂາດພາວະວິໄສ

ບົດລາຍງານ TIP ປີ 2019 ຫວ່າງແລ້ວນີ້ ຂອງກະຊວງການຕ່າງປະເທດ ອາເມລິກາ ສືບຕໍ່ຖືວ່າ ຫວຽດນາມ ຍັງບໍ່ທັນຕອບສະຫນອງ ບັນດາມາດຕະຖານທີ່ຕ້ອງມີໄດ້ຢ່າງຄົບຖ້ວນເທື່ອເພື່ອຫລຸດຜ່ອນສະພາບການຄ້າມະນຸດ ແຕ່ກໍ່ມີບັນດາຄວາມມານະພະຍາຍາມຫຼາຍພໍສົມຄວນ.

ບົດລາຍງານຖືວ່າ ເລື່ອງກຳນົດ ແລະ ຫນູນຊ່ວຍຜູ້ປະສົບເຄາະຮ້າຍ ຍັງຊັກຊ້າ ແລະ ຍັງບໍ່ທັນບັນລຸປະສິດທິຜົນ, ຂາດການປະສານສົມທົບລະຫວ່າງ ບັນດາອົງການລະຫວ່າງຂະແຫນງ ແລະ ພະນັກງານຂັ້ນແຂວງ ຍັງບໍ່ເປັນເອກະພາບເມື່ອໝູນໃຊ້ກົດໝາຍ ສະນັ້ນ ຈຶ່ງກີດຂວາງຕໍ່ການປະຕິບັດວຽກງານປ້ອງກັນ, ສະກັດກັ້ນການຄ້າມະນຸດ.

ມານະພະຍາຍາມຕໍ່ສູ້ກັບໄພການຄ້າມະນຸດຢ່າງບໍ່ຢຸດຢັ້ງ

ເລື່ອງຮັບຮູ້, ຕີລາຄາບັນຫາຫນຶ່ງ ຕ້ອງອີງໃສ່ບັນດາຂໍ້ມູນທີ່ຊັດເຈນ, ມີການຢັ້ງຢືນ, ຖ້າບໍ່ປະຕິບັດຄືແນວນັ້ນ ຈະສົ່ງຜົນກະທົບຫຍໍ້ທໍ້ເຖິງການພົວພັນລະຫວ່າງສອງປະເທດ, ກໍ່ໃຫ້ເກີດຄວາມເຂົ້າໃຈບໍ່ຖືກຕ້ອງ ແລະ ສ້າງຂໍ້ອ້າງເພື່ອໃຫ້ບັນດາອິດທິກຳລັງເປັນປໍລະປັກເສກສັນປັ້ນແຕ່ງສະພາບການຢູ່ຫວຽດນາມ.

ຄວາມຈິງ ການປ້ອງກັນ ສະກັດກັ້ນການຄ້າມະນຸດ ແມ່ນບັນຫາທີ່ພັກ, ລັດຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດ ແລະ ມີການເຂົ້າຮ່ວມຂອງທົ່ວລະບົບການເມືອງ ແລະ ໄດ້ປະຕິບັດໃນຫລາຍຂົງເຂດ ຈາກການປ້ອງກັນເຫດ, ການພົບເຫັນ, ປັບໄຫມລົງໂທດອາດຊະຍາກຳກໍ່ຄືຫນູນຊ່ວຍຜູ້ປະສົບເຄາະຮ້າຍ. ລັດຖະບານຫວຽດນາມ ມີແຜນນະໂຍບາຍ ຊຸກຍູ້ການອົບພະຍົບໃຫ້ຖືກຕ້ອງກັບກົດໝາຍ, ມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ພ້ອມທັງເດັດດ່ຽວປ້ອງກັນ, ສະກັດກັ້ນການອົບພະຍົບຜິດກົດໝາຍ ແລະ ໄພການຄ້າມະນຸດ. ລັດຖະບານກໍ່ໄດ້ປະກາດໃຊ້, ຜັນຂະຫຍາຍຫລາຍນະໂຍບາຍ, ກົດໝາຍເພື່ອປະຕິບັດບັນດາແຜນນະໂຍບາຍນີ້.

ບໍ່​ອາດ​ປະ​ຕິ​ເສດ​ໄດ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ​, ສະກັດ​ກັ້ນ​ການ​ຄ້າ​ມະ​ນຸດ - ảnh 2 ໂຄສະນາເຜີຍແຜ່ເພື່ອໃຫ້ພໍ່ແມ່ປະຊາຊົນມີສະຕິລະວັງຕົວຕໍ່ໄພການຄ້າມະນຸດ (ພາບ: daidoanket.vn)

ນອກນັ້ນ ປະຈຸບັນ ຫວຽດນາມ ຍັງພວມສຳຫລວດກວດຄືນ, ຄົ້ນຄ້ວາ ເພື່ອແນໃສ່ສ້າງລາຍການປ້ອງກັນ, ສະກັດກັ້ນ ການຄ້າມະນຸດ ໄລຍະ 2021 – 2025 ເພື່ອແນໃສ່ສືບຕໍ່ປະຕິບັດຄາດໝາຍຫລຸດຜ່ອນຄວາມສ່ຽງການຄ້າມະນຸດ,ອາດຊະຍາກຳການຄ້າມະນຸດ, ຕ້ອນຮັບ, ປົກປ້ອງ ແລະ ຫນູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກສະພາບການຄ້າມະນຸດຢ່າງມີປະສິດທິຜົນ.

ພ້ອມກັນນັ້ນ ຫວຽດນາມ ກໍ່ຕັ້ງຫນ້າຮ່ວມມືກັບສາກົນກ່ຽວກັບການປ້ອງກັນ, ສະກັດກັ້ນການຄ້າມະນຸດ, ເສີມຂະຫຍາຍບົດບາດຂອງອົງການຜູ້ຕາງຫນ້າຢູ່ຕ່າງປະເທດ ໃນການກຳແຫນ້ນສະພາບການ, ຄົ້ນພົບ ແລະ ກູ້ຊ່ວຍຜູ້ປະສົບເຄາະຮ້າຍ, ປົກປ້ອງສິດ ແລະ ຜົນປະໂຫຍດໃຫ້ຖືກຕ້ອງຕາມກົດໝາຍ, ສົ່ງພົນລະເມືອງຫວຽດນາມ ທີ່ຖືກເຄາະຮ້າຍຈາກການຄ້າມະນຸດກັບຄືນມາປະເທດ. ບັນຫາການຄ້າມະນຸດແມ່ນໄພອັນຕະລາຍໃນທົ່ວໂລກຕະຫລອດໄລຍະ 20 ປີຜ່ານມາ. ຫວຽດນາມ ກໍ່ຮັບຮູ້ຢ່າງກົງໄປກົງມາວ່າ ຍັງຄົງມີຂໍ້ຄົງຄ້າງ, ຂໍ້ຈຳກັດ, ແຕ່ຄວາມມານະພະຍາຍາມຂອງຫວຽດນາມ ແມ່ນສິ່ງບໍ່ອາດປະຕິເສດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ