ບໍ່ອາດເສກສັນປັ້ນແຕ່ງ EVFTA ແລະ ກີດຂວາງວິວັດທະນາການເຊື່ອມໂຍງຂອງຫວຽດນາມໄດ້

(VOVWORLD) -ວັນທີ 12 ກຸມພາ ປີ 2020, ລັດຖະສະພາ ເອີລົບ  (EP) ໄດ້ປ່ອນບັດໃຫ້ສັດຕະຍາບັນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງ ສະຫະພາບເອີລົບ ກັບ ຫວຽດນາມ. ເລື່ອງ EP ໃຫ້ສັດຕະຍາບັນ EVFTA ແລະ EVIPA ດ້ວຍບັດສະຫນັບສະຫນູນສູງ ໄດ້ເຮັດໃຫ້ບັນດາຖ້ອຍທຳນອງເສກສັ້ນປັ້ນແຕ່ງ ສັນຍານີ້ ປະຈຸບັນແມ່ນບໍ່ມີຄວາມໝາຍ ແລະ ບໍ່ໄດ້ຮັບຄວາມສົນໃຈອີກແລ້ວ. ສິ່ງນີ້ກໍ່ເປັນການພິສູດໃຫ້ເຫັນວ່າ ບໍ່ວ່າຖ້ອຍທຳນອງໃດຂອງບັນດາອິດທິກຳລັງເປັນປໍລະປັກກໍ່ບໍ່ອາດກີດຂວາງການເຊື່ອມໂຍງຂອງຫວຽດນາມໄດ້.

ບໍ່ອາດເສກສັນປັ້ນແຕ່ງ EVFTA ແລະ ກີດຂວາງວິວັດທະນາການເຊື່ອມໂຍງຂອງຫວຽດນາມໄດ້ - ảnh 1 ພິທີລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ

ພາບ:TTXVN

ເລື່ອງລັດຖະສະພາ ເອີລົບ ຮັບຮອງເອົາ EVFTA ແມ່ນຂີດໝາຍສຳຄັນໃນໄລຍະທາງ 30 ປີແຫ່ງການພັດທະນາການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ. ດ້ວຍສັນຍານີ້ ຫວຽດນາມ ແມ່ນປະເທດ ພວມພັດທະນາທຳອິດຢູ່ ພາກພື້ນ ອາຊີ ປາຊີຟິກ ມີການພົວພັນດ້ານການຄ້າເສລີ ກັບ ອີຢູ. ສິ່ງນີ້ ເປັນການຢືນຢັນບົດບາດ ແລະ ທີ່ຕັ້ງພູມສາດການເມືອງສຳຄັນຂອງຫວຽດນາມ ຢູ່ພາກພື້ນ, ຢືນຢັນ ຫວຽດນາມ ຈາກປະເທດເດີນຕາມຫລັງໃນວິວັດການເຊື່ອມໂຍງກັບເສດຖະກິດສາກົນ ເປັນຄັ້ງທຳອິດໄດ້ບືນຕົວຂຶ້ນກາຍເປັນປະເທດຫນຶ່ງໃນບັນດາປະເທດນຳຫນ້າຢູ່ພາກພື້ນໃນວິວັດການດັ່ງກ່າວ.

 ບັນດາຖ້ອຍທຳນອງເສກສັ້ນປັ້ນແຕ່ງບໍ່ໄດ້ຮັບຄວາມສົນໃຈອີກແລ້ວ

ຜົນປະໂຫຍດ ຊື່ງ EVFTA ນຳມາໃຫ້ແມ່ນຈະແຈ້ງທີ່ສຸດ ເພື່ອຊຸກຍູ້ການເຕີບໂຕຂອງແຕ່ລະຝ່າຍ ເປີດກວ້າງຕະຫລາດສິນຄ້າ ການບໍລິການ ດ້ວຍການບຸລິມະສິດດ້ານພາສີ ສຳລັບຜູ້ໃຊ້ສອຍ, ກາລະໂອກາດການລົງທຶນ ດຳເນີນທຸລະກິດໃຫ້ແກ່ປະຊາຄົມວິສາຫະກິດ ແລະ ອາດຈະສ້າງວຽກເຮັດງານທຳໃຫ້ຄົນງານຫລາຍຄົນ, ເພີ່ມລາຍຮັບ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ຄົນງານນັບທັງຫວຽດນາມ ແລະ ອີຢູ.

ແຕ່ວ່າ ໃນຂະນະທີ່ ຫວຽດນາມ ແລະ ອີຢູ ພວມມານະພະຍາຍາມ, ມີຄວາມຮັບຜິດຊອບ ເພື່ອໃຫ້ EVFTA ສຳເລັດຜົນ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ທັງສອງຝ່າຍ, ບັນດາອິດທິກຳລັງເປັນປໍລະປັກ, ພວກສວຍໃຊ້ດ້ານການເມືອງ, ພວກປະຕິການ ພັດເພີ່ມທະວີບັນດາຮູບການຕ້ານທຳລາຍ, ສະກັດກັ້ນ. ພວກເຂົາໄດ້ຍື່ນ, ສົ່ງບົດລາຍງານ, ຂໍ້ສະເຫນີ, ຮຽກຮ້ອງໃຫ້ໂຈະ ຫລື ຍົກເລີກການຮັບຮອງເອົາສັນຍາດັ່ງກ່າວ.  ພວກເຂົາຖືວ່າ ນີ້ແມ່ນ “ໂອກາດແຫ່ງການກະທຳ”ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ກ່ຽວກັບສິດທິມະນຸດ, ສັງຄົມພົນລະເຮືອນ. ບັນດາພວກປະຕິການ, ສວຍໃຊ້ດ້ານການເມືອງ ຍູ້ແຮງບັນດາການເຄື່ອນໄຫວກີດຂວາງ, ທຳລາຍດ້ວຍທຸກຮູບການ, ເສກສັ້ນປັ້ນແຕ່ງສະພາບການສິດທິມະນຸດ, ເພີ່ມທະວີບັນດາການພົບປະເພື່ອ ເສກສັ້ນປັ້ນແຕ່ງ, ຕີລາຄາສະພາບການສັງຄົມຢູ່ຫວຽດນາມ ບໍ່ຖືກກັບຄວາມຈິງ.

 ຕາມບັນດາຜູ້ຊ່ຽວຊານແລ້ວ, ບັນຫາສິດທິມະນຸດໃນສັນຍາ EVFTA ແມ່ນ ບໍ່ພຽງແຕ່ລວມມີ ໝວດສິດພົນລະເຮືອນ ແລະ ການເມືອງ, ສິດໄດ້ມີຊີວິດ ແລະ ສິດເສລີໃນການປາກເວົ້າ, ສິດເສລີໃນການເຫລື້ອມໃສ ເທົ່ານັ້ນ ຫາກທັງບັນດາສິດເສດຖະກິດ ສັງຄົມ ແລະ ວັດທະນະທຳ, ສິດໄດ້ເຮັດວຽກ, ສິດໄດ້ຊົມໃຊ້ສະຫວັດດີການສັງຄົມ, ສິດໄດ້ຮຽນຮູ້, ສິດໄດ້ແຫ່ຂະບວນປະທ້ວງ, ສິດໄດ້ພັກຜ່ອນ ແລະ ຢ່ອນອາລົມ ບັນເທິງ. ສັນຍາສະບັບນີ້ ຍັງມີສິດກ່ຽວຂ້ອງເຖິງສະພາບແວດລ້ອມ, ຄວາມໝັ້ນຄົງ ແລະ ການພັດທະນາ.

ເລື່ອງ ອີຢູ່ ລົງນາມ ແລະ ຮັບຮອງເອົາ ສັນຍາ EVFTA ໃຫ້ແກ່ຫວຽດນາມ ແມ່ນສິ່ງສະແດງໃຫ້ເຫັນວ່າ ເຂົາເຈົ້າໄດ້ມີຄວາມເຄົາລົບ ແລະ ຮັບຮູ້ບັນດາຄວາມຄືບຫນ້າກ່ຽວກັບການປະຕິບັດບັນດາສິດທິມະນຸດຢູ່ ຫວຽດນາມ. ກ່ຽວກັບບັນດາຖ້ອຍທຳນອງເສກສັນປັ້ນແຕ່ງບັນດາໝາກຜົນຂອງສິດທິມະນຸດຢູ່ຫວຽດນາມ, ປອ ກາວດຶກທາຍ, ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບສິດທິມະນຸດ ໄດ້ຊີ້ແຈ້ງວ່າ:

“ສາຍເຫດຊື່ງເຂົາເຈົ້າຍົກອອກມາ ແມ່ນເພື່ອແນໃສ່ກີດຂວາງສັນຍານີ້ ແມ່ນບໍ່ມີຫລັກຖານດ້ານທິດສະດີກໍ່ຄືຄວາມຈິງຢ່າງສິ້ນເຊິງ. ເລື່ອງເຂົາເຈົ້າ ຮຽກຮ້ອງ ໃຫ້ ອີຢູ ບໍ່ຮັບຮອງເອົາສັນຍາ EVFTA ໂດຍອີງໃສ່ບັນຫາສິດທິມະນຸດ ແມ່ນການເສກສັນປັ້ນແຕ່ງ. ເຂົາເຈົ້າປະຕິເສດເນື້ອແທ້ຂອງລະບອບ. ຈຸດໝາຍສຸດທ້າຍຂອງເຂົາເຈົ້າແມ່ນ ຢາກເຮັດໃຫ້ອິດທິພົນຊື່ສຽງຂອງພັກກອມມູນິດຫວຽດນາມ ຫລຸດລົງ”

ບໍ່ອາດເສກສັນປັ້ນແຕ່ງ EVFTA ແລະ ກີດຂວາງວິວັດທະນາການເຊື່ອມໂຍງຂອງຫວຽດນາມໄດ້

ຄວາມຈິງໄດ້ພິສູດໃຫ້ເຫັນວ່າ ບັນດາແຜນນະໂຍບາຍຂອງຫວຽດນາມ ແມ່ນສອດຄ່ອງກັບບັນດາສົນທິສັນຍາສາກົນ, ຖະແຫລງການສິດທິມະນຸດຂອງ ສປຊ. ຜູ້ຕາງຫນ້າຫລາຍປະເທດ ແລະ ຫລາຍອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານ ກໍ່ໄດ້ຊົມເຊີຍຄວາມມານະພະຍາຍາມການຮັບປະກັນສິດທິມະນຸດຂອງຫວຽດນາມ.

 ທ່ານຮອງສາດສະດາຈານ ປອ ເຕື່ອງຢູຍກຽນ ຫົວຫນ້າສະຖາບັນສິດທິມະນຸດ ສະຖາບັນການເມືອງການ ແຫ່ງຊາດ ໂຮ່ຈີມິນ ຖືວ່າ:

“ເລື່ອງສວຍໃຊ້ບັນຫາສິດທິມະນຸດຢູ່ຫວຽດນາມເພື່ອເສກສັນປັ້ນແຕ່ງ ຈະບໍ່ມີຄວາມເປັນພາວະວິໄສ, ສ່ອງແສງບໍ່ຖືກຕ້ອງກັບຄວາມຈິງກ່ຽວກັບບັນດາຜົນງານສິດທິມະນຸດ ຊື່ງພັກ ລັດ ແລະ ປຊຊ ຫວຽດນາມ ບັນລຸໄດ້ໃນຕະຫລອດ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ເຊື່ອມໂຍງ. ພຶດຕິກຳຕົວຈິງໃນການປົກປ້ອງ ແລະ ຮັບປະກັນສິດທິມະນຸດຢູ່ ຫວຽດນາມ ອາດເວົ້າໄດ້ວ່າ ບັນລຸໄດ້ຫລາຍຜົນງານອັນໃຫຍ່ຫລວງ. ມາຮອດປະຈຸບັນ ສາກົນ ຕີລາຄາສູງທີ່ສຸດ ເປົ້າໝາຍພັດທະນາສະຫັດສະວັດຂອງຫວຽດນາມ.”

 ພາຍໃຕ້ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງຂອງລັດ, ສິດເປັນເຈົ້າຂອງປະຊາຊົນ, ພາລະກິດແຫ່ງການປ່ຽນແປງໃຫມ່ຂອງ ປຊຊ ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫລາຍຢ່າງ, ມີຄວາມໝາຍດ້ານປະຫວັດສາດໃນຫລາຍຂົງເຂດ, ຮັບປະກັນຊີວິດສັງຄົມ ແລະ ເພີ່ມທະວີ. ມາຮອດປີ 2015 ຫວຽດນາມ ໄດ້ສຳເລັດບັນດາເປົ້າໝາຍພັດທະນາສະຫັດສະວັດກ່ອນກຳນົດເວລາ. ທີ່ການໂອ້ລົມສົນທະນາບົດລາຍງານແຫ່ງຊາດກ່ຽວກັບສິດທິມະນຸດ ຕາມກົນໄກກວດກາໄລຍະ 3 ຂອງສະພາສິດທິມະນຸດ ສປຊ ເມື່ອວັນທີ 22 ມັງກອນປີ 2019 ຫວຽດນາມ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ ໃນນັ້ນ ມີສິດພົນລະເຮືອນ, ການເມືອງ ເສດຖະກິດ ວັດທະນະທຳ ສັງຄົມ.

ເປັນທີ່ຈະແຈ້ງແລ້ວວ່າ ບັນດາຖ້ອຍທຳນອງເສກສັນປັ້ນແຕ່ ບິດເບືອນຄວາມຈິງກ່ຽວກັບສິດທິມະນຸດ ຖືນີ້ແມ່ນເຫດຜົນເພື່ອສະກັດກັ້ນ ທຳລາຍ EVFTA ແມ່ນໄປຝືນກັບຜົນປະໂຫຍດຂອງຊາດ, ຕ້ານຄືນປຊຊ ທຳລາຍແນວທາງການເຊື່ອມໂຍງເຂົ້າກັບສາກົນ, ກິດຈະການປ່ຽນແປງໃຫມ່ການປະຕິວັດຫວຽດນາມ. ເລື່ອງ  EP ຮັບຮອງເອົາສັນຍາ EVFTA ແລະ EVIPA ສະແດງໃຫ້ເຫັນວ່າ ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ ບິດເບື່ອນຄວາມຈິງ ແມ່ນບໍ່ໄດ້ຮັບຄວາມສົນໃຈອີກແລ້ວ ແລະ ບໍ່ອາດກີດຂວາງການເຊື່ອມໂຍງຢ່າງເຂັ້ມແຂງຂອງຫວຽດນາມໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ