ບໍ່ອາດໃຊ້ເລ່ຫຼ່ຽມປ່ຽນແປງຄວາມສຳນຶກ ເພື່ອຫັນຄວາມຜິດກາຍເປັນຄວາມຖືກຕ້ອງ


   ຕໍ່ໜ້າ​ເລື່ອງ​ຈີນ​ຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​​ໃນ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ນັ້ນ, ວົງ​ການ​ນັກ​ທະນາຍຄວາມ, ນັກ​ຄົ້ນ​ຄ້ວາ​ກົດໝາຍ​ສາກົນ​ຂອງ​ຫວຽດນາມໄດ້​ມີ​ຄຳ​ອະທິບາຍ ​ແລະ ພະຍານ​ຫຼັກ​ຖານ​ດ້ານ​ກົດໝາຍ ​ເຜີຍ​ແບ​ການ​ກະທຳ​ລະ​ເມີດ​ຂອງ​ຈີນ. ​ເຂົາ​ເຈົ້າ​ຖື​ວ່າ ຈີນ​ພວມ​ຕັ້ງ​ໃຈ​ເຂົ້າ​ໃຈ​ຜິດ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຕັ້ງ​ໃຈ​​ໃຊ້​​ເລ່ຫຼ່ຽມ​​ປ່ຽນ​ແປງ​ຄວາມ​ສຳນຶກ​ເພື່ອ​ຫັນ​ບັນດາ​ເຂດ​ທະ​ເລ​ບໍ່​ມີ​ຄວາມ​ຂັດ​ແຍ້​ງກາຍ​ເປັນ​ເຂດ​ທະ​ເລ​ມີ​ຄວາມ​ຂັດ​ແຍ້​ງ, ຄ່ອຍໆ​ຫັນ​ກົນອຸບາຍ​ຢຶດຄອງ​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ບໍ່ອາດໃຊ້ເລ່ຫຼ່ຽມປ່ຽນແປງຄວາມສຳນຶກ ເພື່ອຫັນຄວາມຜິດກາຍເປັນຄວາມຖືກຕ້ອງ - ảnh 1
ຈີນ​ຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​​ໃນ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ

    ມາດ​ຕາ 57ຂອງ ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS 1982) ​ໄດ້​ກຳນົດ​ວ່າ ລວງ​ກ້ວາງ​ຂອງ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ປະ​ເທດ​ໜຶ່ງ​ຕັ້ງ​ຢູ່​ແຄມ​ທະ​ເລ ​ແມ່ນ​ບໍ່​ເກີນ 200 ​ໄມ​ທະ​ເລ. ມາດຕາ 76 ຂອງ UNCLOS 1982 ຍັງ​ກຳນົດ​ວ່າ ໜຶ່ງ​ໃນ​ບັນດາ​ວິທີ​ເລືອກ​ເຟັ້ນ​ເພື່ອ​ກຳນົດ​ລວງ​ກ້ວາງ​ຂອງ​ເຂດ​ໄຫຼ່​ທະວີບ ຂອງ​ປະ​ເທດ​ໜຶ່ງ​ຕັ້ງ​ຢູ່​ແຄມ​ທະ​ເລ ຢ່າງ​ໜ້ອຍ​ສຸດ​ແມ່ນ​ 200 ​ໄມ​ທະ​ເລ. ນອກຈາກ​ນັ້ນ ຍັງ​ມີ 3 ວິທີ​ອື່ນ​ເພື່ອ​ກຳນົດ​, ຕາມ UNCLOS 1982 ​ແລ້ວ, ​ແມ່ນ​ລ້ວນ​ແຕ່​ຫຼາຍ​ກວ່າ 200 ​ໄມ​ທະ​ເລ. ​ເປັນ​ອັນວ່າ

, ດ້ວຍ 4 ວິທີ​ກຳນົດ​ລວງ​ກ້ວາງ​ຂອງ​ເຂດ​ໄຫຼ່​ທະວີບ​ນັ້ນ, ຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​ຂອງ​ຈີນ​ຊຶ່ງ​ຖືກ​ຕັ້ງ​ຢູ່​ບ່ອນ​ຫ່າງ​ຈາກ​ເກາະ​ຫຼີ​ເຊີນ​ຂອງ​ຫວຽດາມ 119 ​ໄມ​ທະ​ເລ, ​ແມ່ນ​ໄດ້​ນອນ​ເລິກ​ໃນ​ເຂດ​ໄຫຼ່​ທະວີບ ​ແລະ ເຂດ​ເສດຖະກິດ​ຈຳ​ເພາະ​ຂອງຫວຽດນາມ.

    ພະຍານ​ຫຼັກ​ຖານ​ຢັ້ງຢືນ​ການລະ​ເມີດ​ຢ່າງ​ຈະ​ແຈ້ງ

   ຈີນ​ໄດ້​ມີ​ການ​ກະທຳ​ລະ​ເມີດ​ຢ່າງ​ຈະ​ແຈ້ງ, ນັບ​ທັງ​ທາງ​ດ້ານປະຫວັດສາດ ​ແລະ ກົດໝາຍ. ກ່ອນ​ອື່ນ​ໝົດ, ຕາມ​ການ​ອະທິບາຍ​ຈາກຝ່າຍ​ຈີນ​ແລ້ວ, ສະຖານ​ທີ່​ຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​ແມ່ນ​ຂຶ້ນ​ກັບ​ເຂດ​ທະ​ເລ​ຊິນຊາ​ຂອງ​ຈີນ(ຊິນຊາ​ແມ່ນ​ຊື່ເອີ້ນຊຶ່ງ​ຝ່າຍ​ຈີນ​ໄດ້​ໃຊ້​ເພື່ອ​ຕັ້ງ​ຊື່​ໃຫ້​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ). ຖ້າ​ຫາກ​ພິຈາລະ​ນາ​ຕາມ​ຄຳ​ອະທິບາຍ​ນີ້, ຈີນ​ກໍ​ໄດ້​ລະ​ເມີດ​ກົດ​ບັດ​ສະຫະ​ປະຊາ​ຊາດຢ່າງ​ໜັກ ດ້ວຍ​ການ​ຢຶດຄອງ​ຢ່າງ​ຜິດ​ກົດໝາຍ​ຢູ່​ໝູ່​ເກາະ​ຮ່ວາງ​ຊາ ຜ່ານ​ເຫດການ​ນຳ​ໃຊ້​ກຳລັງ​ອາວຸດ​ເມື່ອ​ປີ 1974. ທ່ານ​ນາງ​ດອກ​ເຕີ ຫງວຽນ​ທິລານ​ແອ​ງ ສັງກັດ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ​ອ້າງ​ເຫດຜົນ​ວ່າ :

  “ ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ ປີ 1945, ພາຍຫຼັງ​​ສົງຄາມ​ໂລກ​ຄັ້ງ​ທີ 2, ກົດ​ບັດ​ສະຫະ​ປະຊາ​ຊາດ​ໄດ້​ຖືກ​ປະກາດ​ໃຊ້​ດ້ວຍ​ຈຸດໝາຍ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ໂລກ. ​ໃນ​ນັ້ນ​ໄດ້​ກຳນົດ​ວ່າ ສັນຕິພາບ​, ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ແມ່ນ​ພັນທະ​​ໂດຍ​ບັງຄັບ​ສຳລັບ​ບັນດາ​ປະ​ເທດ​ພາຄີ. ບັນດາ​ປະ​ເທດ​ພາຄີບໍ່​ມີ​ສິດ​ນາບ​ຂູ່ໃຊ້​ກຳລັງ​ອາວຸດ​ ​ແລະ ຫ້າມ​ນາບ​ຂູ່ນຳໃຊ້​ກຳລັງ​ອາວຸດ​. ​ແຕ່​ດ້ວຍ​ເຫດການ 1974, ຈີນ​ຄາວ​ນັ້ນ​ໄດ້​ກາຍ​ເປັນ​ປະ​ເທດ​ພາຄີ, ລະ​ເມີດ ກົດ​ບັດ​ສະຫະ​ປະຊາ​ຊາດຢ່າງ​ເປີດ​ແປນ ​ແລະ ການ​ກະທຳ​ນີ້​ບໍ່​ອາດ​ຊ່ວຍ​ໃຫ້​ຈີນ​ມີ​ອະທິປະ​ໄຕ​ຢູ່ ​ໝູ່​ເກາະ​ຮ່ວາງ​ຊາຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ”

   ຫວຽດນາມ​ໄດ້​ຢັ້ງຢືນ​ຫຼາຍ​ຄັ້ງ​ແລ້ວ​ວ່າ ຫວຽດນາມ​ບໍ່​ຮັບ​ຮູ້​ອະທິປະ​ໄຕ​ຂອງ​ຈີນ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ ​ແລະ ປະຊາ​ຄົມ​ໂລກ​ກໍ​ບໍ່​ຍອມຮັບຮູ້​ອະທິປະ​ໄຕ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຈີນຢູ່​ເຂດ​ທະ​ເລ​ນີ້. ດັ່ງ​ນັ້ນ, ຄຳ​ອະທິບາຍ​ນີ້​ຂອງ​ຈີນ​ແມ່ນ​ບໍ່​ມີ​ຄຸນຄ່າ​ດ້ານ​ກົດໝາຍແຕ່​ຢ່າງ​ໃດ.

   ​ໂດຍ​ບໍ່​ພຽງ​ແຕ່ລະ​ເມີດ​ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ​ປະ​ເທດ​ໜຶ່ງ​ຕັ້ງ​ຢູ່​ແຄມ​ທະ​ເລດ້ວຍເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ເຂດ​ໄຫຼ່​ທະວີບຂອງ​ຕົນ, ຊຶ່ງ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງ​ໃນ UNCLOS 1982, ຈາກ​ບັນດາ​ການ​ຜັນ​ແປ​ໃນ​ສະພາບ​ຕົວ​ຈິງ​ປະຈຸ​ບັນ, ຈີນ​ຍັງ​ລະ​ເມີດ​ສິດ​ເສລີ​ໃນ​ການ​ເດີນ​ທະ​ເລ, ນາບ​ຂູ່​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ. ວັນ​ທີ 5/5 ທີ່​ຜ່ານ​ມາ, ກົມ​ການ​ທະ​ເລ​ຂອງ​ຈີນ​ໄດ້​ອອກ​ແຈ້ງ​ການ​ເກືອດ​ຫ້າມ​ກຳ​ປັ່ນ​​ແລ່ນໄປມາ​ໃນ​ບໍລິ​ເວນ 3 ​ໄມ​ທະ​ເລ​ໂດຍ​ໄລ່​ຈາກ​ສະຖານ​ທີ່ຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ​. ​ໂດຍອີງ​ໃສ່ UNCLOS 1982, ທ່ານ​ນາງ​ດອກ​ເຕີ ຫງວຽນ​ທິລານ​ແອ​ງ ສັງກັດ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ​ຢືນຢັນ​ວ່າ : ​

  “ ດ້ວຍ​ການ​ຜັນ​ຂະຫຍາຍ​ກຳ​ປັ່ນ​ຫຼາຍ​ປະ​ເພດ​ພ້ອມ​ດ້ວຍ​ເຮືອບິນ​ຮົບ, ຈີນ​ໄດ້​ລະ​ເມີດ​ ສິດ​ເສລີ​ໃນ​ການ​ເດີນ​ທະ​ເລ ບໍ່ພຽງແຕ່ຂອງຫວຽດນາມເທົ່ານັ້ນ, ຫາກຍັງຂອງທຸກໆປະເທດອື່ນໆໃນໂລກອີກດ້ວຍ. ແຫຼ່ງຂ່າວຈາກສະພາບ ຕົວຈິງ​ໃຫ້​ເຫັນ​ວ່າ ​ເມື່ອ​ກຳ​ປັ່ນ​ຕຳຫຼວດຂອງ​ຫວຽດນາມ​ແລ່ນ​ຮອດ​ສະຖານ​ທີ່​ຫ່າງ​ຈາກຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ຂອງ​ຈີນ​ປະມານ 7-10 ​ໄມ​ທະ​ເລ​ນັ້ນ, ​ໄດ້​ຖືກ​ບັນດາ​ກຳ​ປັ່ນ​ຂອງ​ຈີນ, ນັບ​ທັງ​ກຳ​ປັ່ນ​ທະຫານນາບ​ຂູ່ ​ແລະ ບຸກ​ໂຈມ​ຕີ. ​ເປັນ​ອັນວ່າ ການ​ກະທຳ​ນີ້​ແມ່ນ​ອາດ​ຈະ​ເກີດ​ຂຶ້ນ​ສຳລັບ​ບໍ່​ວ່າ​ກຳ​ປັ່ນ​ລຳ​ໃດໆ​ເມື່ອ​ແລ່ນ​ຜ່ານ​ບໍລິ​ເວນ​ນີ້. ​ເຂດ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ເຂດ​ທະ​ເລ​ທີ່​ມີ​ການ​ແລກປ່ຽນ​ການ​ຄ້າ​ທີ່​ສຳຄັນ​ໃນ​ໂລກ, ຖ​້າຫາກ​ວ່າ​ກຳ​ປັ່ນ​ບໍ່​ວ່າ​ລຳ​ໃດ ​ເມື່ອ​ແລ່ນ​ຜ່ານ ກໍ​ຖືກ​ຂັດຂວາງ​ເຊັ່ນ​ນັ້ນ, ນີ້​ກໍ​ແມ່ນ​ການ​ກະທຳລະ​ເມີດສິດ​ເສລີ​ໃນ​ການ​ເດີນ​ທະ​ເລ, ຊຶ່ງ​ໄດ້​ຮັບ​ການ​ລະບຸ​ໃນ​ມາດຕາ 58 ຂອງ UNCLOS 1982 ”

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ອີງ​ໃສ່​ທຸກ​ຂໍ້​ກຳນົດ​ໃນ​ບັນດາ​ເອກະສານ​ດ້ານ​ກົດໝາຍ​ຊຶ່ງ​ພວມ​ມີ​ຜົນ​ສັກສິດ​ຄື ກົດ​ບັດ​ສະຫະ​ປະຊາ​ຊາດ, UNCLOS 1982, ສົນທິສັນຍາຕ້ານ​ການ​ຕຳກັນ​ດ້ວຍ​​ເຮືອ​ຂອງ​ອົງການ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລສາກົນ, ກໍ​ຄື​ບັນດາ​ຄຳ​ໝັ້ນ​ສັນຍາລະຫວ່າງ​ອາ​ຊຽນ ​ແລະ ຈີນ, ຈີນ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ, ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຕັ້ງ​ຢູ່​ແຕມ​ທະ​ເລ.

  ໃຊ້​​ເລ່ຫຼ່ຽມ​​ປ່ຽນ​ແປງ​ຄວາມ​ສຳນຶກ​ເພື່ອ​ຫັນ​ຄວາມ​ຜິດ​ກາຍເປັນຄວາມ​ຖືກຕ້ອງ

    ຕາມທະນາຍຄວາມ ​ເລ​ແທງ​ເຊີນ​ແລ້ວ, ການ​ກະທຳຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ໃນ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ແມ່ນ​ບາດກ້າວ​ເດີນ​ຕໍ່​ໄປ​ໃນ​ຍຸດ​ທະ​ສາດ​ຢຶດຄອງ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຈີນ. ດ້ວຍ​ເລື່ອງ​ປະກາດ​ມີ​ການ​ຂັດ​ແຍ້​ງກັນ ຊຶ່ງ​ເກາະ Scarborough ຂອງ​ຟີ​ລິບ​ປີນ ​ແມ່ນ​ຕົວຢ່າງ​ໜຶ່ງ, ຈີນ​ພວມ​ຕັ້ງ​ໃຈ ໃຊ້​​ເລ່ຫຼ່ຽມ​​ປ່ຽນ​ແປງ​ຄວາມ​ສຳນຶກ, ຫຼອກ​ລວງ​ຫາງ​ສຽງ​ເພື່ອ​ຖື​ວ່າ ພວມ​ມີ​ການ​ແຊກ​ຊ້ອນ​ກັນ​ລະຫວ່າງ​ບັນດາ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ຈາກ​ນັ້ນ ກໍ​ຫັນ​ຄວາມ​ມັກ​ໃຫຍ່​ໄຝ່ສູງກ່ຽວ​ກັບ​ເສັ້ນລີ້ນ​ງົວ 9 ຕອນ ປະກົດ​ຜົນ​ເປັນ​ຈິງ.    ທະນາຍຄວາມ ​ເລ​ແທງ​ເຊີນ ຢືນຢັນວ່າ:

  “ ຈາກ​ບ່ອນ​ບໍ່​ມີ​ຄວາມ​ຂັດ​ແຍ້​ງ, ​ເຂົາ​ເຈົ້າ​ຫັນ​ສິ່ງ​ນັ້ນ​ກາຍ​ເປັນ​ເລື່ອງ​ຂັດ​ແຍ້​ງ. ​ແລະ ​ໃນ​ຂະນະ​ທີ່​ມີ​ຄວາມ​ຂັດ​ແຍ້​ງ, ​ເຂົາ​ເຈົ້າ​ຈຶ່ງ​ຖະ​ແຫຼ​ງອະທິປະ​ໄຕ ​ແລະ ສິ່ງ​ນັ້ນ​ເປັນ​ອັນຕະລາຍ​ທີ່​ສຸດ. ຈາກ​ບ່ອນໃຊ້​​ເລ່ຫຼ່ຽມ​​ປ່ຽນ​ແປງ​ຄວາມ​ສຳນຶກ, ​ເຂົາ​ເຈົ້າ​ເຮັດ​ໃຫ້ຫາ​ງສຽງ​ຖື​ເປັນ​ບັນຫາ​ໃຫຍ່ ​ເພື່ອ​ພາ​ໃຫ້​ໂລກ​ເຂົ້າ​ໃຈ​ວ່າ ສະ​ຖານ​ທີ່​ທີ່​ເຂົາ​ເຈົ້າຕັ້ງຮ​້ານ​ເຈາະ​ນ້ຳມັນ ​ແມ່ນ​ເຂດ​ເກີດ​ຄວາມ​ຂັດ​ແຍ້​ງ. ​ແຕ່​ຫວຽດນາມ​ເດັດ​ດຽວ​ປະຕິເສດ ​ແລະ ຢັ້ງຢືນ​ວ່າ ນີ້​ບໍ່​ແມ່ນ​ເຂດ​ເກີດ​ມີຄວາມ​ຂັດ​ແຍ້​ງ ​ແລະ ນີ້​ແມ່ນ​ການ​ກະທຳ​ຮຸກຣານ ”

   ຫວຽດນາມ​ເດັດ​ດຽວ​ປົກ​ປັກ​ຮັກສາ​ອະທິປະ​​ໄຕ​ແຫ່ງ​ຊາດ.

   ຫວຽດນາມ​ມີຫຼັກ​ຖານ​ດ້ານ​ກົດໝາຍ​ ​ແລະ ປະຫວັດສາດຢ່າງ​ພຽງພໍ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ ​ແລະ ສິດ​ອະທິປະ​ໄຕ, ສິດ​ອຳນາດ​ສານ​ສຳລັບເຂດ​ໄຫຼ່​ທະວີບ, ເຂດ​ເສດຖະກິດ​ຈຳ​ເພາະ​ຕາມ​ບັນດາ​ຂໍ້​ກຳນົດ​ຂອງ UNCLOS 1982.

   ດ້ວຍ​ຄວາມ​ຫວັງ​ຢາກ​ປະກອບສ່ວນ​ຢ່່າງຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ການ ພັດທະນາ​ໃນ​ພາກ​ພື້ນ​ນັ້ນ, ​ໃນ​ຊຸມມື້​ທີ່​ຜ່ານ​ມາ, ຫວຽດນາມ​ຍັງ​ຄົງ​ມານະ​ພະຍາຍາມ​ປະຕິບັດ​ຕາມ​ທິດ​ນຳ​ແກ້​ໄຂ​ສັນຕິພາບ​ໂດຍ​ຜ່ານ​ການ​​ເຈລະຈາ. ສ່ວນ​ຝ່າຍ​ຈີນ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ເຮັດ​ໃຫ້​ເຂດ​ທະ​ເລ​ຕາ​ເວັນ​ອອກ​ກາຍ​ເປັນ​ເຂດ​ທະ​ເລ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ຄື​ດັ່ງ​ເນື້ອ​ໃນ​ຈິດ​ໃຈ​ຂໍ້​ຕົກລົງ​ຫຼັກການ 6 ຂໍ້​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ຫວຽດນາມ ​ແລະ ຈີນ​ຢູ່​ປັກ​ກິ​ງ​ເມ​ື່ອປີ 2011? ຄຳ​ຕອບ​ໄດ້​ເປັນ​ທີ່​ຈະ​ແຈ້ງ​ແລ້ວ ​ແລະ ຫາງ​ສຽງ​ພວມ​ລໍຄອຍ​ຕໍ່​ວິທີ​ການ​ປະພຶດ​ຂອງ​ຝ່າຍ​ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ