ບາງສາຍພົວພັນສາກົນທີ່ພົ້ນເດັ່ນໃນປີ 2017

(VOVWORLD) - ປີ 2017 ແມ່ນປີໜຶ່ງໃນໄລຍະເວລາອັນສັ້ນ ທີ່ມີບັນດາສາຍພົວພັນສາກົນຜັນປ່ຽນຢ່າງໄວວາ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ເມື່ອບັນດາການຜັນແປໃນ 6 ເດືອນທ້າຍປີກົງກັນຂ້າມກັບ 6 ເດືອນຕົ້ນປີ.

ປີ 2017 ພິສູດໃຫ້ເຫັນວ່າ ໄດ້ມີບັນດາການປ່ຽນແປງຢ່າງວ່ອງໄວໃນຊີວິດການເມືອງໂລກ. ບັນດາສາຍພົວພັນຫຼັກແຫຼ່ງ ລ້ວນແຕ່ມີບັນດາການຜັນແປຢ່າງບໍ່ຄາດຄິດ, ພ້ອມກັນນັ້ນ ກໍ່ແມ່ນຕ່າວປີ້ນການພົວພັນ, ກໍ່ຄວາມສັບສົນໃນສາຍພົວພັນສາກົນບໍ່ໜ້ອຍ, ປະກອບສ່ວນສ້າງອະນາຄົດຂອງໂລກເປັນຮູບປະທຳ.

ບາງສາຍພົວພັນສາກົນທີ່ພົ້ນເດັ່ນໃນປີ 2017 - ảnh 1

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump (ພາບ: Reurters)

        ປີ 2017 ແມ່ນປີໜຶ່ງໃນໄລຍະເວລາອັນສັ້ນ ທີ່ມີບັນດາສາຍພົວພັນສາກົນຜັນປ່ຽນຢ່າງໄວວາ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ເມື່ອບັນດາການຜັນແປໃນ 6 ເດືອນທ້າຍປີກົງກັນຂ້າມກັບ 6 ເດືອນຕົ້ນປີ. ສິ່ງທີ່ເປັນໜ້າສົນໃຈໃນບັນດາການຜັນປ່ຽນນັ້ນ ຕ້ອງກ່າວເຖິງສາຍພົວພັນ ອາເມລິກາ - ລັດເຊຍ, ອາເມລິກາ - ຈີນ ແລະ ອາເມລິກາ - ອີຢູ.

ການຕ່າວປີ້ນໃນສາຍພົວພັນລະຫວ່າງ ອາເມລິກາ - ລັດເຊຍ, ອາເມລິກາ - ຈີນ

        ໂດຍຄາດຄິດວ່າ ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ໃນປີ 2017 ຈະມີຫລາຍຮູບແບບສີສັນ ພາຍຫລັງທ່ານ Donald Trump ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ແຕ່ຕາມຄວາມຈິງແລ້ວ ສາຍພົວພັນລະຫວ່າງ 2 ປະເທດພວມຕົກເຂົ້າສູ່ສະພາບສູ້ຢັນກັນ ໂດຍບໍ່ທັນມີທາງອອກ. ໃນຕະຫລອດບັ້ນການຫາສຽງເລືອກຕັ້ງເປັນປະທານາທິບໍດີ ທ່ານ Trump ໄດ້ສົ່ງສານ ແລະ ໃຫ້ຄຳໝັ້ນສັນຍາ ຈະມານະພະຍາຍາມປັບປຸງການພົວພັນກັບ ລັດເຊຍ ຫລາຍຄັ້ງ ແຕ່ບັນດາຄຳຖະແຫຼງນີ້ ຖືກບັ້ນການສືບສວນສອບສວນຢ່າງວ່ອງໄວກ່ຽວກັບເລື່ອງ “ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016”. ປົກຄຸມດ້ວຍເງົາມືດ

        ຕໍ່ມາ, ປີ 2017 ກໍ່ສະແດງໃຫ້ເຫັນການສູ້ຢັນກັນດ້ານການທູດລະຫວ່າງ ລັດເຊຍ ແລະ ອາເມລິກາ. ຈຸດສູງຂອງຄວາມເຄັ່ງຕຶງແມ່ນເລື່ອງສະພາສູງ ແລະ ສະພາຕ່ຳ ອາເມລິກາ ຮັບຮອງເອົາກົດໝາຍວ່າດ້ວຍຮັດແໜ້ນການລົງໂທດ ລັດເຊຍ ແລະ ບັນດາມາດຕາບັງຄັບທ່ານປະທານາທິບໍດີ Trump ຕ້ອງເຊັນປະກາດໃຊ້ເມື່ອເດືອນ ກໍລະກົດ 2017. ລັດເຊຍ ຖືນີ້ແມ່ນການກະທຳ “ເກາະຜິດ”, ເຮັດໃຫ້ ມົດສະກູ ອອກຂໍ້ຕົກລົງເນລະເທດນັກການທູດ ອາເມລິກາ 755 ຄົນອອກຈາກ ລັດເຊຍ, ພ້ອມທັງ ບໍ່ໃຫ້ສະຖານທູດ ອາເມລິກາ ປະຈຳ ລັດເຊຍ ສືບຕໍ່ນຳໃຊ້ບາງຮາກຖານຢູ່ນະຄອນຫລວງ ມົດສະກູ. ເພື່ອໂຕ້ຕອບເລື່ອງດັ່ງກ່າວ ອາເມລິກາ ຮຽກຮ້ອງ ລັດເຊຍ ປິດສະຖານກົງສູນໃຫຍ່ປະຈຳນະຄອນ San Francisco ພ້ອມກັບອົງການການຄ້າ 2 ແຫ່ງປະຈຳນະຄອນຫລວງ ວໍຊິງຕັນ ແລະ ນະຄອນ ນິວຢອກ.

        ຄວາມເຄັ່ງຕຶງລະຫວ່າງ ລັດເຊຍ - ອາເມລິກາ ໃນແນວຮົບເສດຖະກິດກໍ່ກາຍເປັນເລື່ອງຮ້າຍແຮງກ່ວາ. 2 ຝ່າຍສືບຕໍ່ ຕໍ່ກຳນົດເວລາບັນດາມາດຕະການລົງໂທດເຊິ່ງກັນ ແລະ ກັນ. ຊ້ຳບໍ່ໜຳ ອາເມລິກາ ຍັງຈັດວາງບັນດາມາດຕະການລົງໂທດໃໝ່ ແນໃສ່ບັນດາວິສາຫະກິດທີ່ເຄື່ອນໄຫວໃນບັນດາຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດ ລັດເຊຍ ຄືພະລັງງານ ແລະ ສົ່ງອອກອາວຸດ.

        ໃນຂະນະທີ່ການພົວພັນ ລັດເຊຍ - ອາເມລິກາ ພວມຕົກເຂົ້າສູ່ວິກິດການ ແຕ່ປີ 2017 ກໍ່ສະແດງໃຫ້ເຫັນບັນດາຄວາມຜັນແປໃນການພົວພັນລະຫວ່າງ ອາເມລິກາ - ຈີນ. ເຫດການທ່ານ Trump ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ໄດ້ກໍ່ຄວາມກົດດັນຕໍ່ ຈີນ ທັງຂົງເຂດເສດຖະກິດການຄ້າຕະຫລອດຮອດການເມືອງ.

ບາງສາຍພົວພັນສາກົນທີ່ພົ້ນເດັ່ນໃນປີ 2017 - ảnh 2

ທ່ານປະທານປະເທດ ຈີນ ສືຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Sky)

 ໃນຍຸດທະສາດປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ, ຈີນ ຖືກຖືວ່າແມ່ນປະເທດນາບຂູ່ຕໍ່ຜົນປະໂຫຍດຂອງ ອາເມລິກາ. ເຖິງຢ່າງໃດກໍ່ຕາມ ເບິ່ງຄືວ່າ ບັນດາຜົນປະໂຫຍດລະຫວ່າງ 2 ຝ່າຍຄ້າຍຄືກັນ ເຮັດໃຫ້ ວໍຊິງຕັນ ແລະ ປັກກິ່ງ ຕ້ອງຮັກສາການພົວພັນມີລັກສະນະສ້າງສັນ. ຈີນ ຖືວ່າ ອາເມລິກາ ຄວນປັບຕົວແທດເໝາະກັບການພັດທະນາຂອງ ຈີນ, ພ້ອມທັງ ເນັ້ນໜັກວ່າ ການຮ່ວມມືແມ່ນການເລືອກເຟັ້ນອັນຖືກຕ້ອງໃຫ້ທັງ 2 ຝ່າຍ. ພິເສດ ແມ່ນພາຍຫລັງການຢ້ຽມຢາມກັນຂອງການນຳ 2 ປະເທດໃນປີ 2017, ການພົວພັນ ອາເມລິກາ - ຈີນ ຄ່ອຍໆເປັນປົກກະຕິ. ຕາມວົງການນັກໄຈ້ແຍກແລ້ວ ຈີນ ແລະ ອາເມລິກາ ແມ່ນຄູ່ການພົວພັນສຳຄັນ ແລະ ສັບສົນ, ມີຜົນສະທ້ອນຢ່າງເລິກເຊິ່ງກ້ວາງຂວາງໃນລະບົບການພົວພັນສາກົນປັດຈຸບັນ, ອາເມລິກາ ແລະ ຈີນ ແນ່ນອນວ່າ ຈະຕ້ອງຊອກຫາວິທີຮັກສາວົງໂຄຈອນ ທັງຮ່ວມມືທັງແກ່ງແຍ້ງ, ຫລີກລ້ຽງການສູ້ຢັນ, ປະທະກັນ.       

ຄວາມທົດສອບຕໍ່ສາຍພົວພັນສຳພັນທະມິດ ອາເມລິກາ - ອີຢູ

        ຄຳຂວັນອອກສະໝັກຮັບເລືອກຕັ້ງ “ປະເທດ ອາເມລິກາ ສຳຄັນກ່ວາໃຜໝົດ” ຂອງທ່ານ Donald Trump ເຮັດໃຫ້ນັກການເມືອງ ເອີຣົບ ຫລາຍຄົນມີຄວາມວິຕົກກັງວົນຢ່າງເລິກເຊິ່ງໃຫ້ອະນາຄົດຂອງສາຍພົວພັນຂ້າມມະຫາສະໝຸດອັດລັງຕິກ. ນັບແຕ່ຊຸມວັນທຳອິດ ເມື່ອກ້າວເຂົ້າສູ່ທຳນຽບຂາວ, ທ່ານ Donald Trump ມີບັນດາຄຳກ່າວປາໄສທີ່ກໍ່ຄວາມເປັນຫ່ວງກັງວົນໃຫ້ ເອີຣົບ ເມື່ອເຊື່ອໝັ້ນວ່າ ຈະມີຫລາຍປະເທດອື່ນໃນ ເອີຣົບ ຖອນອອກຈາກ ອີຢູ ຄື ອັງກິດ ຫຼື “Brexit ຈະສຳເລັດ”.

        ນອກນັ້ນ, ອາເມລິກາ ຍັງນາບຂູ່ຈະພິຈາລະນາຄືນໃໝ່ການພົວພັນກັບ ອີຢູ ແລະ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO). ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ໂຈະການເຈລະຈາສັນຍາຄູ່ຮ່ວມມືລົງທຶນ ແລະ ການຄ້າຂ້າມມະຫາສະໝຸດອັດລັງຕິກ (TTIP), ຂໍ້ຕົກລົງກ່ຽວກັບການຄ້າເສລີລະຫວ່າງ ອີຢູ ແລະ ອາເມລິກາ, ແລະ ນຳໃຊ້ນະໂຍບາຍປົກປ້ອງການຄ້າ.

ບາງສາຍພົວພັນສາກົນທີ່ພົ້ນເດັ່ນໃນປີ 2017 - ảnh 3

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ບັນດາການນຳ ເອີຣົບ ຢູ່ Brussels (ພາບ: European Commission)

        ບົນເວທີສາກົນ, ບັນດານະໂຍບາຍຂອງ ອາເມລິກາ ໄດ້ຮັບຖືວ່າ ໄປຝືນກັບຜົນປະໂຫຍດຂອງ ອີຢູ, ເຮັດໃຫ້ສຳພັນທະມິດຂອງ ວໍຊິງຕັນ ມີປະຕິກິລິຍາຢ່າງແຮງຄືເລື່ອງ ວໍຊິງຕັນ ຖອນອອກຈາກສັນຍາ Paris ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່ານ Donald Trump ກໍ່ຍັງເປີດກໍລະນີ ນຳ ອາເມລິກາ ຖອນອອກຈາກຂໍ້ຕົກລົງນິວເຄຼຍຄັ້ງປະຫວັດສາດ ຊຶ່ງກຸ່ມ P5+1 ລວມມີ ອັງກິດ, ຝະຣັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ ລົງນາມກັບ ອີຣານ ໃນປີ 2015, ໃນຂະນະທີ່ ອີຢູ ຕັດສິນໃຈຮັກສາຂໍ້ຕົກລົງນີ້.

        ທົບທວນຄືນປີ 2017, ສາຍພົວພັນລະຫວ່າງ ອີຢູ ແລະ ອາເມລິກາ ກໍ່ຄື ອາເມລິກາ - ຈີນ, ອາເມລິກາ - ລັດເຊຍ ມີບາງໄລຍະເກີດຄວາມເຄັ່ງຕຶງ ຊຶ່ງສາຍເຫດຕົ້ນຕໍແມ່ນບັນດາການປ່ຽນແປງໃນນະໂຍບາຍຂອງ ອາເມລິກາ. ໂດຍບໍ່ວ່າໃນສະພາບການໃດໆ ບັນດາສາຍພົວພັນດັ່ງກ່າວ ຍັງຄົງແມ່ນພື້ນຖານໃຫ້ການຮັກສາຄວາມໝັ້ນຄົງ, ສະຖຽນລະພາບນັບທັງດ້ານການເມືອງ ແລະ ດ້ານເສດຖະກິດໃນໂລກ. ດັ່ງນັ້ນ ບໍ່ໄວກໍ່ຊ້າ ບັນດາປະເທດໃນຂອບເຂດສາຍພົວພັນນີ້ ຈະຊອກຫາວິທີໄປສູ່ຄວາມເຫັນດີເຫັນພ້ອມ, ຫລຸດຜ່ອນການສູ້ຢັນກັນ, ຫຼີກລ້ຽງສະພາບຄວາມເຄັ່ງຕຶງປີນຂັ້ນໄດທີ່ກາຍເປັນການປະທະກັນ “ດ້ວຍຄວາມເປັນຕາຍ”  ./.

ຕອບກັບ

ຂ່າວ/ບົດ​ອື່ນ