ບາດກ້າວຖອຍຫຼັງໃນການພົວພັນລະຫວ່າງລັດເຊຍ - ອີຢູ

ບາດກ້າວຖອຍຫຼັງໃນການພົວພັນລະຫວ່າງລັດເຊຍ - ອີຢູ - ảnh 1
(ພາບ​ປະກອບ)

(vovworld)-  ຕໍ່​ຈາກ​ຂໍ້​ຕົກລົງ​ຂອງ​ອາ​ເມ​ລິ​ກາ, ວັນ​ທີ 25/7, ສະຫະພາບ​ເອີ​ລົບ (EU) ລວມມີ 28 ປະ​ເທດ​ສະມາຊິກ​ບັນລຸ​ໄດ້​ຂໍ້​ຕົກລົງ​​ເບື້ອງ​ຕົ້ນກ່ຽວ​ກັບການຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່ລັດ​ເຊຍ. ຄາດ​ວ່າ, ​ເອກະສານ​ສຸດ​ທ້າຍ​ຈະ​ໄດ້​ຮັບຮອງ​ເອົາ​ໃນ​ອາທິດ​ນີ້. ຝ່າຍ​ຕາ​ເວັນ​ຕົກ​ຖື​ວ່າ, ການ​ເພີ່ມ​ທະວີ​ການ​ລົງ​ໂທດ​ແມ່ນ​ມາດ​ຕະການ​ທີ່​ມີ​ປະ​ໂຫຍ​ດ​ເພື່ອ​ຮັບປະກັນ​ອັນ​ທີ່​ເອີ້ນ​ວ່າ​ສະຖຽນ​ລະ​ພາບ ​ແລະ ສັນຕິພາບ​ໃນ​ພາກ​ພື້ນ​ເພື່ອ​ກ່າວ​ເຕືອນ​ບັນດາ​ການ​ກະທຳ​ທີ່​ຖືກ​ຖື​ວ່າ​ຍື່ນ​ມື​ເຂົ້າຢູ​ແກຼນ, ​ຂອງ​ລັດ​ເຊຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜົນ​ຮ້າຍ​ຢ້ອນ​ຫຼັງ​ເຖິງ EU ຕ້ອງ​ຮັບ​ພັດບໍ່​ແມ່ນ​ໜ້ອຍ

   ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ລົງ​ໂທດ​ເບື້ອງ​ຕົ້ນຂອງ EU ​ແນ​ໃສ່​ພື້ນຖານ​ເສດຖະກິດ​ລັດ​ເຊຍ ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ເຫດການ​ເຮືອບິນ MH 17 ຂອງ​ມາ​ເລ​ເຊຍ ​ຖືກ​ຍິງ​ຕົກ​ເມື່ອ​ວັນ​ທີ 17/7 ຢູ່ ຢູ​ແກຼນຕາ​ເວັນ​ອອກ​ໂດຍ​ກຳລັງ​ແຍກ​ຕົວ​ອອກ​ນິຍົມ​ລັດ​ເຊຍ​ຄວບ​ຄຸມ. ຂໍ້​ຕົກລົງ​ນີ້​ເຮັດ​ໃຫ້ການ​ພົວພັນ​ທີ່​ເຄີຍ​ຖືກແຕກ​ແຫງ​ລະຫວ່າງ​ຝ່າ​ຍຕາ​ເວັນ​ຕົກ ​ແລະ ລັດ​ເຊຍ ນັບ​ແຕ່​ແຫຼມ ກຣຶມ ຖືກ​ໂອນ​ເຂົ້າລັດ​ເຊຍ ​ເມື່ອ​ເດືອນ 3/2014 ຜ່ານ​ມາ ຖືກ​ຊົ່ວ​ຮ້າຍ​ລົງ.

​​ ລົງ​ໂທດ​​ບັນດາ​ຂົງ​ເຂດ​ຕົ້ນຕໍ​ຂອງ​ພື້ນຖານ​ເສດຖະກິດ​ເວັ້ນ​ເສຍ​ແຕ່​ອາຍ​ແກ​ດ

​  EU ມອບ​ໃຫ້​ຄະນະ​ກຳມະການ​ເອີ​ລົບ (EC) ຊື່​ງ​ແມ່ນ​ອົງການ​ບໍລິຫານ​ຂອງ EU ສ້າງບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ເພິ່ມ​ເຕີມ​ສຳລັບ​ລັດ​ເຊຍ. ຄະນະ​ກຳມະການ​ນີ້​ໄດ້​ສະ​ເໜີ 4 ​ເນື້ອ​ໃນ​ລົງ​ໂທດ​ຕົ້ນຕໍ, ນັ້ນ​ແມ່ນ​ປິດ​ຕະຫຼາດ EU ສຳລັບ​ບັນດາ​ທະນາຄານ​ແຫ່ງ​ລັດຂອງ​ລັດ​ເຊຍ, ຫ້າມ​ຄ້າຂາຍ​ອາວຸດ​ກັບ​ມົດ​ສະ​ກູ, ຈຳກັດ​ການ​ຂາຍ​ພະລັງງານ ​ແລະ ບັນດາ​ເຕັກ​ໂນ​​ໂລ​ຊີຮັບ​ໃຊ້​ທັງ​ຈຸດປະສົງ​ພົນລະ​ເຮືອນ-​ການ​ທະຫານ. ​ແຕ່​ວ່າ, ຄຳ​ສັ່ງ​ລົງ​ໂທດ​​ຈະ​ບໍ່​ຈັດ​ວາງ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ອາຍ​ແກ​ດສຳຄັນ​ທີ່​ສຸດ​ຂອງ​ລັດ​ເຊຍ ກໍ່​ຄື​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ສະໜອງ​ນ້ຳມັນ​ອາຍ​ແກ​ດ ​ແລະ ສິນຄ້າ​ປະ​ເພດ​ອື່ນ​ຈາກ​ລັດ​ເຊຍ.

   ​ເພື່ອຢັ້ງຢືນ​ຂໍ້​ມູນ​ຂ່າວ​ດັ່ງກ່າວ, ວັນ​ທີ 28/7, ທຳນຽບຂາວ​ອອກ​ແຈ້ງ​ການ​ໂດຍ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ​ແລະ EU ມີ​ແຜນການ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ສຳລັບ​ລັດ​ເຊຍ ​ເພື່ອ​ແນ​ໃສ່​ບັນດາ​ຂົ​ງ​ເຂດ​ຫຼັກ​ແຫຼ່ງ​ໃນ​ພື້ນຖານ​ເສດຖະກິດ. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ຂອງ​ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ຮັບ​ຮູ້​ວ່າ​ຝ່າຍ​ຕາ​ເວັນ​ຕົກ​ເຫັນ​ດີ​ເຫັນ​ພ້ອມນຳ​ກັນ​ວ່າ EU ຄວນ​​ໃຊ້ມາດຕະການລົງ​ໂທດ​ທີ່​ແຂງ​ກະດ້າງ​ ​ຍິ່ງ​ໄວ​ກໍ​ຍິ່ງດີ. ສາຍ​ເຫດ​ແມ່ນ​ຍ້ອນ​ວ່າ, ລັດ​ເຊຍ ​ບໍ່​ກໍ່​ກຳລັງ​ດັນ​ ຕໍ່​ບັນດາ​ມື​ປືນ​ຢູ່ ຢູ​ແກຼນຕາ​ເວັນ​ອອກ ຢ່າງມີ​ປະສິດທິ​ຜົນ​ ​ເພື່ອ​ເຮັດ​ໃຫ້​ເຂົ້າ​ເຈົ້າຕ້ອງ​ເຂົ້າຮ່ວມ​ການ​ເຈລະຈາ ຫຼື​ບໍ່​ມີ​ມາດ​ຕະການ​ລະອຽດ​ເພື່ອ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ລະຫວ່າງ​ລັດ​ເຊຍ ​ແລະ ຢູ​ແກຼນ.

  ບໍ່​ພຽງ​ແຕ່​ຍູ້​ໄວ​ການເພີ່ມ​ເຕີມ ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​​ເສດຖະກິດ​ ​ເທົ່າ​ນັ້ນ, ອີ​ຢູ ຍັງເພີ່ມ​ເຕີມຄຳ​ສັ່ງ​ປິດ​ລ້ອມຊັບ​ສົມບັດ​ ​ແລະ ຫ້າມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈຳນວນ​ໜຶ່ງ​ຂອງ​ລັດ​ເຊຍ​ ເຂົ້າ​ອີ​ຢູ ອີກ​ດ້ວຍ, ​ໃນ​ນັ້ນ​ມີ​ຫົວໜ້າ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ (FSB) Alexander Bortnikov ​ແລະ ຫົວໜ​້າອົງການ​ສືບ​ລາຊະການ​ລັບ​ການ​ຕ່າງປະ​ເທດ, Mikhaik Dradkov. ນີ້​ແມ່ນ​ເຈົ້າ​ໜ້າ​ທີ່​ສອງ​ທ່ານ​ໃນ​ຈຳນວນ​ເຈົ້າ​ໜ້າ​ທີ່​ລັດ​ເຊຍ ​ແລະ ຢູ​ແກຼນ 15 ທ່ານ, ​ພ້ອມ​ກັບ​ບໍລິສັດ ​ແລະ ອົງການຈັດ​ຕັ້ງ 18 ​ແຫ່ງທີ່ນອນ​ໃນ​ບັນຊີ​ລາຍ​ຊື່​ຖືກ​ລົງ​ໂທດ​ເພີ່ມ​ເຕີມ​ຂອງ​ອີ​ຢູ.

        ຜົນ​ຮ້າຍ​ຢ້ອນ​ຫຼັງ

        ການ​ລົງ​ໂທດຢ່າງ​ເຄັ່ງ​ຄັດ​ບໍ່​ພຽງ​ແຕ່ສົ່ງ​ຜົນ​​ເສຍ​ຫາຍເຖິງ​ເສດຖະກິດ​ຂອງ​ລັດ​ເຊຍ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​​ເສຍ​ຫາຍ​​ເຖິງ​ຝ່າຍ​ຕາ​ເວັນ​ຕົກ​ອີກ​ດ້ວຍ. ບັນດາ​ນັກ​ເສດຖະກິດ​ຖື​ວ່າ, ຖ້າ​ຢາກ​ລົງ​ໂທດດ້ານ​ເສດຖະກິດ​ລັດ​ເຊຍ, ບັນດາ​ການ​ນຳ​ອີ​ຢູ ຈະຕ້ອງຍອມ​ຫຼຸດ​ລະດັບ​ເຕີບ​ໂຕ ຈີ​ດີ​ພີ ​ໃນ​ອີ​ຢູ ລົງ​ 2​..3%. ຕາມ​ທ່ານ Eckhard CordesF ​ປະທານ​ຄະນະ​ກຳມະການ​ພົວພັນ​ເສດຖະກິດ​ກັບ​ເອີ​ລົບ​ຕາ​ເວັນ​ອອກ​ ຂອງ​ເຢຍລະ​ມັນ ​ແລ້ວ, ການ​ເພີ່ມ​ມາດ​ຕະການ​ລົງ​ໂທດ ຈະ​ເຮັດ​ໃຫ້​ຄ່າ​ທົດ​​ແທນ​​ເຊິ່ງ ອີ​ຢູ ຕ້ອງ​ເສຍ​​ເພີ່ມ​ຂຶ້ນ.ປະຈຸ​ບັນ, ອີ​ຢູ ພວມສົ່ງ​ອອກ​ສິນຄ້າ ​ແລະ ການ​ບໍລິການ​ເຂົ້າ​ລັດ​ເຊຍ​ ​ກວ່າ 100 ຕື້ USD/ປີ, ສະ​ເພາະ​ປີ 2013 ​​ແມ່ນ 161 ຕື້ USD. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕົວ​ເລກ​ນີ້​ຈະ​ຖືກ​ຫຼຸດ​ລົງຢ່າງ​ແນ່ນອນ ​​ເມື່ອ​ບາງ​ປະ​ເທດ​ໃນ​ອີ​ຢູ ຖືກ​ຜົນສະທ້ອນ​​​ຈາກ​ການ​ລົງ​ໂທດ​ລັດ​ເຊຍ​. ຕົວຢ່າງ​ຄື​: ເຢຍລະ​ມັນ ​ຖືກ​ຮັບ​ຜົນ​ເສຍ​ຫາຍ​ກວ່າ​ໝູ່ ​ເມື່ອ​ການ​ພົວພັນ​ລະຫວ່າງ​ອີ​ຢູ ກັບ​ລັດ​ເຊຍ ​ຊົ່ວ​ຮ້າຍ​ລົງ, ວຽກ​ເຮັດ​ງານ​ທຳ​ຂອງ​ຊາວ​ເຢຍລະ​ມັນ 300.000 ຄົນ​ແມ່ນ​ຂຶ້ນ​ກັບ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ກັບ​ລັດ​ເຊຍ. ປີ 2013, ​ເຢຍລະ​ມັນ​ ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ລັດ​ເຊຍ 36 ຕື້​ເອີ​ໂຣ, ​ແຕ່​ໃນ 4 ​ເດືອນ​ຕົ້ນ​ປີ 2014 ​ໄດ້​ຫຼຸດ​ລົງ 14%. ສ່ວນ​ຝລັ່ງ ປະຈຸ​ບັນ​ແມ່ນ​ປະ​ເທດ​ສະໜອງ​ອາວຸດ​ຫຼາຍ​ສຸດ​ໃຫ້​ແກ່​ລັດ​ເຊຍ, ດ້ວຍສັນຍາ​ຂາຍ​ກຳ່​ປັ່ນ​ສູ້​ຮົບ Mistral 2 ລຳ ທີ່​ມີ​ມູນ​ຄ່າ​ນັບ​ຕຶ້​​ເອີ​ໂຣ​ໃຫ້​ແກ່​ລັຍ​ເຊຍ, ໝາຍ​ຄວາມ​ວ່າ​​ວຽກ​ເຮັດ​ງານ​ທຳ​ຂອງຊາວ ຝລັ່ງ 1.000 ຄົນຈະຖືກ​ຜົນ​ສະທ້ອນ. ຖ້າ​ຫາກ ອີ​ຢູ ລົງ​ໂທ​ກບັນດາ​ທະນາຄານ​ແຫ່ງ​ລັດ​ຂອງ​ລັດ​ເຊຍ, ສູນ​ການ​ເງິນ​ລອນ​ດອນ​ ຈະ​ຂາດ​ແຫຼ່ງທຶນ​ທີ່​ສຳຄັນ.

        ​ໃນ​ຂະນະ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ ພັດ​ຖື​ວ່າ, ບັນດາ​ຄຳ​ສັ່ງ​ລົງ​ໂທດ​ເພີ່ມ​ເຕີມ ​ແມ່ນ​ພະຍານ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນດາ​ປະ​ເທດ​ອີ​ຢູ ພວມ​ຫຼຸດຜ່ອນ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ​ລັດ​ເຊຍ ​ໃນ​ບັນດາ​ບັນຫາ​ຄວາມ​ສະ​ຫົງ​ບປອດ​ໄພ​ສາກົນ ​ແລະ ພາກ​ພື້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້​ຢືນຢັນ​ວ່າ, ບັນດາ​ມາດ​ຕະການ​ລົງ​ໂທດ​ໂດຍ​ອາ​ເມ​ລິ​ກາ ​ແລະ ອີ​ຢູ ຈັດ​ວາງ​ສຳລັບ​ລັດ​ເຊຍ ຈະ​ບໍ່​ບັນລຸ​ໄດ້​ຈຸດປະສົງ, ຫາກ​ພຽງ​ແຕ່ເຮັດ​ໃຫ້​ລັຍ​ເຊຍ​ກາຍ​ເປັນ​ປະ​ເທດ​​​ເອກະລາດ​ດ້ານ​ເສດຖະກິດ​ກວ່າ​ເທົ່າ​ນັ້ນ. ທ່ານ​ກໍ່​ຊີ້​ແຈ້ງວ່າ, ມົດ​ສະ​ກູ ​ຈະ​ບໍ່​ປະຕິບັດ​ບັນດາ​ມາດ​ຖະການ​ໂຕ້​ຕອບ ຫຼື​ການ​ກະທຳ​ຮັບ​ມື​ໃດໆ​ຕໍ່​ມາດ​ຕະການ​ລົງ​ໂທດ​ຂອງ​ອາ​ເມ​ລິ​ກາ ​ແລະ ອີ​ຢູ ທີ່​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ ຢູ​ແກຼນ.

        ການ​ນຳ​ໃຊ້​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ ​ແມ່ນ​ເຄີຍ​ມີ​ຢູ່​​ແລ້ວໃນ​ການ​ພົວພັນ​ສາກົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເຖິງ​ວ່າ​ຈະ​ລົງ​ໂທດ​ດ້ວຍ​ລະດັບ​ໃດ​ກໍ່​ສົ່ງ​ຜົນ​ເສຍ​ຫາຍ​ໃຫ້​ທັງ​ສອງ​ຝ່າຍ. ​ໃນ​ກໍລະນີ​ນີ້, ການ​ເພີ່ມ​ມາດ​ຕະການ​ລົງ​ໂທດ​ລັດ​ເຊຍ​ ຂອງ​ອີ​ຢູ ຈະ​​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າ​ງອີ​ຢູ - ລັດ​ເຊຍ ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ​ເທົ່າ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ