ບາດກ້າວຖອຍຫລັງໃນການພົວພັນລະຫວ່າງ ລັດເຊຍ - ອັງກິດ

(VOVWORLD) -ຄວາມເຄັ່ງຕຶງດ້ານການທູດ ລະຫວ່າງ ລັດເຊຍ - ອັງກິດ ພວມກາຍເປັນຈຸດສຸມໃນຊີວິດດ້ານການເມືອງສາກົນໃນຊຸມມື້ຜ່ານມາ. ເລື່ອງ ລັດຖະບານ ອັງກິດ ຫາກໍ່ຖະແຫລງຈະເນລະເທດ ນັກການທູດ ລັດເຊຍ 23 ຄົນ ພ້ອມທັງຢຸດຕິການພົວພັນສອງຝ່າຍ ພາຍຫລັງເຫດອະດີດນັກສືບຂ່າວລັດເຊຍຖືກວາງຢາເບື່ອ ໄດ້ຍູ້ການພົວພັນລະຫວ່າງ 2 ປະເທດ ຕົກເຂົ້າສູ່ວິກິດການດ້ານການທູດຢ່າງຮ້າຍແຮງທີ່ສຸດໃນສອງສາມທົດສະວັດຜ່ານມາ.

ບາດກ້າວຖອຍຫລັງໃນການພົວພັນລະຫວ່າງ ລັດເຊຍ - ອັງກິດ  - ảnh 1 ນັກສືບຂ່າວລັດເຊຍ Seigei Skripal 

ພາບ:Business Insider

ຄວາມເຄັ່ງຕຶງ ລະຫວ່າງ ອັງກິດ ແລະ ລັດເຊຍ ແມ່ນເລີ່ມຈາກກໍລະນີນັກສືບຂ່າວລັດເຊຍ Seigei Skripal ຖືກວາງຢາເບື່ອແມ່ນແກ່ຍາວໃນຫລາຍມື້ຜ່ານມາ. ປີ 2004, ທ່ານ Seigei Skripal  ຖືກອົງການປ້ອງກັນຄວາມສະຫງົບ ລັດເຊຍ ຈັບຕົວ ແລະ ຫລັງຈາກນັ້ນຖືກຕັດສິນລົງໂທດຈຳຄຸກ 13 ປີ ຍ້ອນໂທດກຳທໍລະຍົກຊາດ. ຫລັງຈາກນັ້ນ 6 ປີ, ນັກສືບຂ່າວຜູ້ນີ້ ຖືກມອບໃຫ້ຝ່າຍ ອາເມລິກາ ໃນການແລກປ່ຽນນັກສືບຂ່າວ. ວັນທີ 4 ມີນາ ຜ່ານມາ, ທ່ານ Seigei Skripal ແລະ ລູກສາວ ຂອງທ່ານໄດ້ພົບເຫັນໃນສະພາບເສຍສະຕິ ຢູ່ ນະຄອນ Salisbury ທາງທິດຕາເວັນຕົກພາກໃຕ້ຂອງປະເທດ ອັງກິດ. ປະຈຸບັນ ສອງຄົນນີ້ພວມໃນສະພາບຢູ່ຂັບຂັນ.

ຫລາຍມາດຕະການລົງໂທດດ້ານການທູດ

        ໃນແຈ້ງການຍົກອອກເມື່ອວັນທີ 14 ມີນາ ພາຍຫລັງກອງປະຊຸມສະພາປ້ອງກັນຄວາມສະຫງົບແຫ່ງຊາດ, ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່າ: ອັງກິດ ຈະເນລະເທດ ນັກການທູດລັດເຊຍ 23 ຄົນ ພ້ອມທັງຢຸດຕິທັງໝົດການພົວພັນສອງຂັ້ນສູງຝ່າຍກັບ ລັດເຊຍ. ອັງກິດ ຖືວ່າ ນັກການທູດ ລັດເຊຍ 23 ຄົນດັ່ງກ່າວແມ່ນບັນດານັກຈາລະກຳເຄື່ອນໄຫວບໍ່ເປັນທາງການຢູ່ ອັງກິດ.

        ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ກໍ່ກ່າວເຕືອນວ່າ ຈະປິດລ້ອມບັນດາຊັບສິນຂອງລັດເຊຍ ຢູ່ດິນແດນຂອງ ອັງກິດ ຊື່ງ ລອນດອນ ມີພະຍານຫລັກຖານ ໄດ້ນຳໃຊ້ ເພື່ອ “ກໍ່ຜົນສະທ້ອນເຖິງຊີວິດ ຫລື ຊັບສິນຂອງປະຊາຊົນ ຫລື ຜູ້ອາໄສຢູ່ ອັງກິດ”. ລອນດອນ ກໍ່ໄດ້ຍົກເລີກຄຳເຊື້ອເຊີນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ມາຢ້ຽມຢາມອັງກິດ ໃນໄລຍະຈະມາເຖິງ.

        ກ່ຽວກັບງານແຂ່ງຂັນບານເຕະໂລກ ຊື່ງຈະດຳເນີນໃນລະດູແລ້ງປີນີ້ ຢູ່ ລັດເຊຍ, ເຖິງວ່າ ບໍ່ຖອນທິມບານເຕະ ອັງກິດ ອອກຈາກງານແຂ່ງຂັນນີ້ ແຕ່ລັດຖະບານ ອັງກິດ ຖະແຫລງວ່າ ຈະບໍ່ມີສະມາຊິກໃດໃນລາດຊະວົງອັງກິດ ແລະ ເຈົ້າຫນ້າທີ່ອັງກິດທ່ານໃດເຂົ້າຮ່ວມເຫດການນີ້ ພ້ອມທັງຍົກອອກຄຳເຕືອນ ພົນລະເມືອງ ອັງກິດ ຄວນລະມັດລະວັງເມື່ອໄປຢ້ຽມຢາມ ລັດເຊຍ ໃນໂອກາດດຳເນີນງານແຂ່ງຂັນບານເຕະໂລກ.

        ສາຍເຫດຕົ້ນຕໍເຮັດໃຫ້ ອັງກິດ ຍົກອອກບັນດາຂໍ້ຕົກລົງດັ່ງກ່າວ ຍ້ອນລັດເຊຍ ບໍ່ມີປະຕິກິລິຍາຕໍ່ຄຳສະເຫນີ ຂອງອັງກິດ ເມື່ອຮຽກຮ້ອງອະທິບາຍກ່ຽວກັບທາດພິດເຄມີແຕ່ສະໄຫມໂຊວຽດເກົ່າ ທີ່ມີຊື່ວ່າ Novichok ຊື່ງໄດ້ພົບເຫັນໃນກໍລະນີວາງຢາເບື່ອນັກສືບຂ່າວ ຊາວລັດເຊຍ Seigei Skripal .

        ເຖິງຢ່າງໃດກໍຕາມ, ຄວາມຈິງບໍ່ແນ່ຈະເປັນແນວນັ້ນ. ເລື່ອງ ຄວາມເຄັ່ງຕຶງລະຫວ່າງ ອຳນາດການປົກຄອງ ອັງກິດ ແລະ ລັດເຊຍ ປີນຂັ້ນໄດຄືປະຈຸບັນ ແມ່ນສິ່ງທີ່ບໍ່ຄາດຄິດ. ແລະສາຍເຫດອາດຈະແມ່ນທ່ານນາງນາຍົກລັດຖະມົນຕີ ອັງກິດ ພວມມີການຄິດໄລ່ເຖິງບັນຫາພາຍໃນ. ປະຈຸບັນ ອັງກິດ ພວມຢູ່ໃນວິວັດການເຈລະຈາບັນຫາ Brexit ກັບ ສະຫະພາບ ເອີລົບ ແມ່ນຫຍຸ້ງຍາກ ແລະ ສັບສົນທີ່ສຸດ ຊື່ງມາດຕະການແກ້ໄຂຂອງທ່ານນາງ Theresa May ພວມຖືກຕຳຫນິຕິຕຽນຫລາຍ. ເພາະສະນັ້ນ ມີຫລາຍຄົນຖືວ່າ ທ່ານນາງTheresa May  ພວມນຳໃຊ້ເຫດການີ້ກັບລັດເຊຍ ເພື່ອຫວັງຢາກເຮັດໃຫ້ຕົນເປັນນັກການເມືອງມີຄວາມເຂັ້ມແຂງ ແລະ ແມ່ນຜູ້ປົກປ້ອງຜົນປະໂຫຍດຂອງອັງກິດ ຢ່າງສຸດຂີດ.

        ໂຕ້ຕອບບັນດາການກະທຳແຂງກະດ້າງໂດຍບັງເອີນຈາກ ຝ່າຍອັງກິດ, ວົງການນັກການເມືອງ ລັດເຊຍ ຖືວ່າ ນີ້ແມ່ນ “ບາດກ້າວເດີນບໍ່ຄິດເຖິງອະນາຄົດ, ບໍ່ເໝາະສົມ ແລະ ບໍ່ອາດຮັບຮູ້ໄດ້”. ລັດເຊຍ ບໍ່ມີສ່ວນກ່ຽວຂ້ອງເຖິງເຫດການທີ່ເກີດຂຶ້ນຢູ່ ນະຄອນ Salisbury ພ້ອມທັງສະເຫນີ ດຳເນີນການສືບສວນຮ່ວມ. ບັນດາການກະທຳໂຕ້ຕອບຂອງລັດເຊຍ ຈະໄດ້ຮັບການປະຕິບັດໂດຍໄວ. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຊີ້ແຈ້ງວ່າ ລັດຖະບານ ອັງກິດ ໄດ້ເລືອກເຟັ້ນຍຸດທະນະໂຍບາຍ “ກ່າວຫາສຳຄັນກວ່າພະຍານຫລັກຖານ” ໃນກໍລະນີ ນັກສືບຂ່າວລັດເຊຍ ຖືກວາງຢາເບື່ອ, ຜ່ານນັ້ນເຮັດໃຫ້ຫາງສຽງປະຊາຄົມສາກົນ ມີຄວາມເຂົ້າໃຈບໍ່ຖືກຄວາມຈິງຕໍ່ເຫດການດັ່ງກ່າວ. ອົງການສື່ມວນຊົນແຫ່ງລັດ ລັດເຊຍ ກ່າວຫາ ອັງກິດ ມີເຈດຈະນົງນຳໃຊ້ກໍລະນີ ຄວາມຕາຍຂອງ ອະດີດນັກສືບຂ່າວ ລັດເຊຍ  ເພື່ອ “ແຊກແຊງ” ເຂົ້າການເລືອກຕັ້ງປະທານາທິບໍດີ ລັດເຊຍ ໃກ້ຈະດຳເນີນໃນອາທິດນີ້.

ອະນາຄົດໃດໃຫ້ແກ່ການພົວພັນລະຫວ່າງ ລັດເຊຍ ແລະ ອັງກິດ.

ການພົວພັນລະຫວ່າງ ລັດເຊຍ - ອັງກິດແຕ່ດົນນານແລ້ວ ໄດ້ຕົກເຂົ້າສູ່ສະພາບເຄັ່ງຕຶງພໍສົມຄວນ. ການພົວພັນຂອງສອງປະເທດຖືກຕົກຕໍ່າພາຍຫຼັງການເສຍຊີວິດຂອງນາຍຕໍາຫຼວດອົງການປ້ອງກັນຄວາມສະຫງົບ ຂອງ ສະຫະລັດ ລັດເຊຍ (FSB) Aleksander Litvinenko ເມື່ອປີ 2006 ຢູ່ລອນດອນ. ໃນເຫດການນີ້, ອໍານາດການປົກຄອງຂອງອັງກິດໄດ້ກ່າວໂທດພົນລະເມືອງລັດເຊຍ 02 ຄົນ, ລັດເຊຍໄດ້ປະຕິເສດສົ່ງຜູ້ຮ້າຍຂ້າມແດນ. ນອກນ້ັນ, ອັງກິດໃນຖານະເປັນສະມາຊິກຂອງສະຫະພາບເອີຣົບ ກໍໄດ້ຈັດວາງບັນດາຄໍາສັ່ງຂວ້ໍາບາດເລັ່ງໃສ່ລັດເຊຍ ຍ້ອນກ່ຽວຂ້ອງເຖິງບັນຫາ Crimea.

        ເຖິງຢ່າງໃດກໍຕາມ ໂດຍບໍ່ຫົວຊາຕໍ່ສະພາບການດ້ານການເມືອງທີ່ເຄັ່ງຕຶງ ແຕ່ການພົວພັນທາງດ້ານເສດຖະກິດລະຫວ່າງສອງປະເທດພັດມີສັນຍານໜ້າປະເອີບໃຈ. ໃນປີ 2017, ຍອດວົງເງິນການຄ້າ ລັດເຊຍ - ອັງກິດບັນລຸ ກວ່າ 12 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 23 % ເມື່ອທຽບໃສ່ປີ 2016. ໃນສະພາບການທີ່ອັງກິດພວມຊອກຫາວິທີປັບປຸງບັນດາການພົວພັນດ້ານການຄ້າ ພາຍຫຼັງອັງກິດຖອນອອກຈາກ ສະຫະພາບເອີຣົບ (Brexit), ວົງການການເມືອງອັງກິດຈະຕ້ອງຄິດໄລ່ຊັ່ງຊາບັນດາບາດກ້າວຕໍ່ໄປກັບລັດເຊຍ ຂະນະທີ່ກໍລະນີນັກສືບຂ່າວ Sergei Skripal ຖືກວາງຢາເບື່ອ ຖ້າຫາກບໍ່ຢາກໃຫ້ການພົວພັນດ້ານການເງິນລະຫວ່າງສອງປະເທດຖືກຕົກຕໍ່າຢ່າງຮຸນແຮງ. ຂະນະທີ່ ທ່ານນາຍົກລັດຖະມົນຕີ Theresa May ກໍຢັ້ງຢືນວ່າ ບໍ່ຢາກຕັດຂາດການພົວພັນກັບລັດເຊຍຢ່າງສິ້ນເຊິີີງ.

        ໃນຂະນະນັ້ນ, ວົງການການເມືອງຫຼາຍປະເທດກໍມີປະຕິກິລິຍາຢ່າງລະມັດລະວັງພໍສົມຄວນສໍາລັບເຫດການດັ່ງກ່າວ ແລະ ມີແນວໂນ້ມກ່າວກັບຄວາມສາມາດສອງປະເທດຄວນຊຸກຍູ້ການເຈລະຈາກ່ອນຈະອອກມາດຕະການໂຕ້ຕອບ.

        ວິກິດການ ດ້ານການທູດລະຫວ່າງ ອັງກິດ - ລັດເຊຍ ອາດຈະຜັນແປໄປຢ່າງສັບສົນໃນໄລຍະທີ່ຈະມາເຖິງ. ແຕ່ ແນ່ນອນວ່າບັນດາຝ່າຍທີ່ມີສ່ວນກ່ຽວຂ້ອງ ຕ້ອງຄິດໄລ່ຊັ່ງຊາເພື່ອບໍ່ປະໃຫ້ເຫດການດັ່ງກ່າວຖືກສັບສົນຂຶ້ນຕື່ມ. ການພົວພັນ ອັງກິດ - ລັດເຊຍຖືກຕົກຕໍ່າຈະບໍ່ພຽງແຕ່ສ້າງຄວາມສາຍຫາຍໃຫ້ສອງປະເທດເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນບໍ່ແມ່ນໜ້ອຍຕໍ່ສະພາບການເມືອງຂອງໂລກອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ