ບາດ​ກ້າວ​ບຸກ​ທະລຸ​ໃນ​ການ​ສ້າງລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ

(VOVWORLD) -ປີ 2019 ຖືວ່າ ແມ່ນປີບຸກທະລຸໃນການສ້າງລັດຖະບານເອເລັກໂຕນິກຢູ່ ຫວຽດນາມ, ຫຼາຍໂຄງການຫຼັກແຫຼ່ງໄດ້ເລີ່ມນຳເຂົ້າເຄື່ອນໄຫວ ນຳມາເຊິ່ງບັນດາການກະທົບອັນຕັ້ງໜ້າ ກໍ່ຄືສ້າງພື້ນຖານເພື່ອຜັນຂະຫຍາຍລັດຖະບານເອເລັກໂຕນິກຢູ່ໃນທົ່ວປະເທດໃຫ້ມີຄວາມຢ່າງເປັນເອກະພາບ.
ບາດ​ກ້າວ​ບຸກ​ທະລຸ​ໃນ​ການ​ສ້າງລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ - ảnh 1ຊາວນະຄອນຮ່າໂນ້ຍຊອກຫາຂໍ້ມູນເມື່ອໄປປະຕິບັດລະບຽບການບໍລິຫານ (ພາບ: Hanoimoi.com.vn) 

ການສ້າງລັດຖະບານເອເລັກໂຕນິກ ແມ່ນໜ້າທີ່ສຳຄັນທີ່ມີລັກສະນະຍຸດທະສາດໃນການຜັນຂະຫຍາຍພື້ນຖານບໍລິຫານທັນສະໄໝຢູ່ຫວຽດນາມ ແລະ ກໍ່ແມ່ນຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ວິສາຫະກິດ. ໃນໄລຍະ 2019-2025, ເປົ້າໝາຍຂອງ ຫວຽດນາມ ແມ່ນສ້າງພື້ນຖານລັດຖະບານເອເລັກໂຕນິກໃຫ້ສົມບູນແບບ ເພື່ອແນໃສ່ຍົກສູງປະສິດທິພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງກົງຈັກບໍລິຫານລັດ ແລະ ຄຸນນະພາບໃນການຮັບໃຊ້ປະຊາຊົນ, ວິສາຫະກິດ. ພ້ອມກັນນັ້ນ, ຫວຽດນາມ ກໍ່ຢາກພັດທະນາລັດຖະບານເອເລັກໂຕນິກໂດຍອີງຕາມຂໍ້ມູນມຸ່ງໄປເຖິງລັດຖະບານດີຈີຕອນ, ພື້ນຖານເສດຖະກິດ ແລະ ສັງຄົມດີຈີຕອນ, ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະ ຄວາມໝັ້ນຄົງທາງອິນເຕີແນັດ.

ສ້າງລະບົບຊີ້ນຳໃຫ້ລຸລ່ວງຈາກສູນກາງລົງຮອດທ້ອງຖິ່ນ.

ເພື່ອຊຸກຍູ້ການສ້າງລັດຖະບານເອເລັກໂຕນິກມຸ່ງໄປເຖິງລັດຖະບານ, ພື້ນຖານເສດຖະກິດ ແລະ ສັງຄົມດີຈີຕອນ, ວັນທີ 7 ມີນາປີ 2019, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 17 ກ່ຽວກັບໜ້າທີ່, ມາດຕະການຈຸດສຸມໃນການພັດທະນາລັດຖະບານເອເລັກໂຕນິກໄລຍະ 2019-2020 ຈຳນວນໜຶ່ງ, ການກຳນົດທິດຮອດປີ 2025. ໃນນັ້ນ, ຄະນະກຳມະການແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ເປັນປະທານ, ໄດ້ຊີ້ນຳໂດຍກົງກ່ຽວກັບວຽກງານກໍ່ສ້າງ, ພັດທະນາຄະນະກຳມະການແຫ່ງຊາດ. ບົນພື້ນຖານນີ້, ທຸກໆກະຊວງ, ຂະແໜງການ ແລະ ບັນດາແຂວງ ນະຄອນ ລ້ວນແຕ່ໄດ້ສ້າງຕັ້ງຄະນະຊີ້ນຳການສ້າງລັດຖະບານເອເລັກໂຕນິກ, ອັນໄດ້ສ້າງຄວາມເປັນເອກະພາບ, ຄົບຊຸດໃນການຊີ້ນຳການສ້າງລັດຖະບານເອເລັກໂຕນິກ ຈາກສູນກາງລົງຮອດທ້ອງຖິ່ນ. ທ່ານ ມາຍຕຽນຢຸ້ງ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໃຫ້ຮູ້ວ່າ:

ນີ້ແມ່ນຄວາມຕັດສິນໃຈດ້ານການເມືອງສູງທີ່ສຸດຂອງຜູ້ນຳໜ້າລັດຖະບານ ເມື່ອເຫັນວ່າຜົນປະໂຫຍດມີການກະທົບຢ່າງແຮງ ເມື່ອພວກເຮົາມຸ່ງໄປເຖິງພື້ນຖານເສດຖະກິດ ແລະ ສັງຄົມດີຈີຕອນ. ອາດເວົ້າໄດ້ວ່າ, ພວກເຮົາໄດ້ຮຽນຕາມບົດຮຽນຂອງບັນດາປະເທດກ້າວເດີນກ່ອນໃນການສ້າງລັດຖະບານເອເລັກໂຕນິກ ແລະ ກໍ່ບັນລຸໄດ້ ໝາກຜົນໃນເບື້ອງຕົ້ນຈຳນວນໜຶ່ງ.

ຍ້ອນເຫດນັ້ນ, ການສ້າງຂອບກົດໝາຍຄົບຊຸດ ກ່ຽວກັບການສ້າງລັດຖະບານເອເລັກໂຕນິກໃຫ້ສົມບູນແບບເທື່ອລະກ້າວ, ນຳເຂົ້າເຄື່ອນໄຫວບາງລະບົບທີ່ມີຄວາມໝາຍໃນການຜັນຂະຫຍາຍລັດຖະບານເອເລັກໂຕນິກຄື: ລະບົບການເຊື່ອມຕໍ່ເອກະສານແຫ່ງຊາດ ຮັບໃຊ້ການຝາກ, ຮັບເອກະສານເອເລັກໂຕນິກ ລະຫວ່າງບັນດາອົງການໃນລະບົບບໍລິຫານລັດ ແລະ ລະບົບຂໍ້ມູນຂ່າວສານຮັບໃຊ້ກອງປະຊຸມ ແລະ ແກ້ໄຂວຽກງານຂອງລັດຖະບານ….

ນຳບັນດາຊອບແວທີ່ມີປະໂຫຍດເຂົ້າໃຊ້ການ

ພ້ອມກັບການສ້າງລະບົບຊີ້ນຳໃຫ້ມີຄວາມລຸລ່ວງນັ້ນ, ປີ 2019, ຫວຽດນາມ ໄດ້ນຳເຂົ້າເຄື່ອນໄຫວ 3 ລະບົບຄື: ລະບົບເຊື່ອມຕໍ່ເອກະສານແຫ່ງຊາດ, ລະບົບ e-Cabinet  (ລະບົບຂໍ້ມູນຂ່າວສານຮັບໃຊ້ກອງປະຊຸມ ແລະ ແກ້ໄຂວຽກງານຂອງລັດຖະບານ). ປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດ. ນີ້ແມ່ນບັນດາພື້ນຖານສຳຄັນ ເພື່ອນຳໃຊ້ລັດຖະບານເອເລັກໂຕນິກ, ພື້ນຖານບໍລິຫານສາທາລະນະເອເລັກໂຕນິກຢູ່ຫວຽດນາມ ມຸ່ງໄປເຖິງລັດຖະບານບໍ່ມີເອກະສານ, ມີຄວາມເປັນທັນສະໄໝ, ເປັນມືອາຊີບ, ໃສແຈ້ງ. ທ່ານາຍົກລັດຖະມົນຕີ ຫງວຽນຊັວນຟຸກ ຕີລາຄາວ່າ:

ບໍ່ພຽງແຕ່ໄດ້ປະຢັດຄ່າໃຊ້ຈາຍບໍລິຫານ, ຫລຸດຜ່ອນເວລາ ແລະ ມຸ່ງໄປເຖິງການລົບລ້າງສະພາບການທີ່ເອກະສານຖືກຄົງຄ້າງ, ຊ່ວຍຫົວໜ້າອົງການສາມາດຮູ້ໄດ້ສະພາບການແກ້ໄຂເອກະສານ, ສຳເນົາເອກະສານວຽການໃນລະບົບ ເທົ່ານັ້ນ. ຈາກນັ້ນກໍ່ມີການຊີ້ນຳຢ່າງທັນການ, ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນໃນການຊີ້ນຳບໍລິຫານອີກດ້ວຍ.

ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສ້າງລັດຖະບານເອເລັກໂຕນິກ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກປະຊາຄົມສາກົນ. ທ່ານ M.V. Mamonov ຮອງລັດຖະມົນຕີກະຊວງພັດທະນາດີຈີຕອນ, ຕິດຕໍ່ຂ່າວສານ ແລະ ສື່ສານມມວນຊົນລັດເຊຍ ໄດ້ຕີລາຄາສູງເປົ້າໝາຍທີ່ຫວຽດນາມ ໄດ້ວາງອອກ ແມ່ນກາຍເປັນປະເທດມີດັດຊະນີການ ພັດທະນາລັດຖະບານເອເລັກໂຕນິກ ຢູ່ໃນລະດັບສູງ. ໃນຂະນະນັ້ນ, ທ່ານ Ki Byoung Kim, ຫົວໜ້າຄະນະຮັບຜິດຊອບລັດຖະບານເອເລັກໂຕນິກທົ່ວໂລກ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາຍໃນ ສ.ເກົາຫຼີ ກໍ່ຖືວ່າ, ຫວຽດນາມ ມີຄວາມຕັດສິນໃຈທີ່ສຸດ ໃນການສ້າງລັດຖະບານເອເລັກໂຕນິກ.

ລັດຖະບານຫວຽດນາມ ກຳນົດວ່າ, ການສ້າງລັດຖະບານເອເລັກໂຕນິກ, ມຸ່ງໄປເຖິງລັດຖະບານ, ສັງຄົມ ແລະ ພື້ນຖານເສດຖະກິດດີຈີຕອນ ແມ່ນໜຶ່ງໃນບັນດາການໃຫ້ບຸລິມະສິດແຖວໜ້າອັນດັບໜຶ່ງໃນໄລຍະ 2016-2020 ເພື່ອສ້າງບັນດາພື້ນຖານອັນໜັກແໜ້ນ ໃຫ້ແກ່ການຫັນປ່ຽນດີຈີຕອນຢ່າງຮອບດ້ານໃນໄລຍະ 2021-2030. ຍ້ອນເຫດນັ້ນ, ບັນດາການຫັນປ່ຽນໃນການສ້າງລັດຖະບານເອເລັກໂຕນິກໃນປີ 2019 ພວມປະກອບສ່ວນສ້າງເປົ້າໝາຍດັ່ງກ່າວ ໃຫ້ປະກົດຜົນເປັນຈິງ, ຊື່ງໄດ້ເປີດບັນດາກາລະໂອກາດພັດທະນາໃຫ້ແກ່ ຫວຽດນາມ ເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ