ບາດກ້າວພັດທະນາໃຫມ່ໃນການພົວພັນລະຫວ່າງຫວຽດນາມ ແລະ ສເກົາຫລີ

(VOVWORLD) -ວັນທີ 22 ມີນາ, ທ່ານປະທານາທິບໍດີ ສເກົາຫລີ Moon Jae In ແລະ ພັນລະຍາ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດຫວຽດນາມ (22 24 ມີນາ). ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດ ແລະ ແມ່ນການຢ້ຽມຢາມ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 2 (ພາຍຫລັງຢ້ຽມຢາມອິນໂດເນເຊຍ) ຂອງທ່ານ Moon Jae In ນັບແຕ່ເມື່ອຮັບດຳລົງຕຳແຫນ່ງ (ເດືອນພຶດສະພາປີ 2017). ການຢ້ຽມຢາມດຳເນີນໃນສະພາບການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດ ຫວຽດນາມ - ສເກົາຫລີ ນັບມື້ນັບພັດທະນາຢ່າງຕັ້ງຫນ້າ. ໝາກຜົນການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສເກົາຫລີ ໃນໄລຍະຈະມາເຖິງ.

ຫວຽດນາມ ແລະ ສເກົາຫລີ ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 22 ທັນວາ ປີ 1992. ສອງປະເທດ ຫາກໍ່ຈັດຕັ້ງພິທີສະເຫລີມສະຫລອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1992 – 2017). ປະຈຸບັນ, ຫວຽດນາມ ແລະ ສເກົາຫລີ ແມ່ນຄູ່ຮ່ວມມືຍຸດທະສາດ (ນັບແຕ່ປີ 2009). ສອງປະເທດກໍ່ໄດ້ລົງນາມໃນສັນຍາການຄ້າເສລີ FTA (2014).

ບາດກ້າວພັດທະນາຢ່າງຕັ້ງຫນ້າຂອງການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດ

ສາຍພົວພັນລະຫວ່າງ ສເກົາຫລີ ແລະ ຫວຽດນາມ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນມາຮອດປະຈຸບັນໄດ້ພັດທະນາຢ່າງແຮງ. ພິເສດ ໃນການພົວພັນຮ່ວມມືດ້ານເສດຖະກິດ, ສເກົາຫລີ ໄດ້ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ສຸດຢູ່ຫວຽດນາມ. ໄລ່ມາຮອດປະຈຸບັນ, ຍອດຈຳນວນເງິນລົງທຶນຂອງ ສເກົາຫລີ ເຂົ້າຫວຽດນາມ ບັນລຸກວ່າ 52 ຕື້ USD. ປະເທດນີ້ກໍ່ແມ່ນປະເທດຢືນອັນດັບ 2 ກ່ຽວກັບການຊ່ວຍເຫລືອພັດທະນາຢ່າງເປັນທາງການໃຫ້ແກ່ຫວຽດນາມ. ການຊ່ວຍເຫລືອຂອງ ສເກົາຫລີ ແມ່ນສຸມໃສ່ເຂົ້າໃນບັນດາຂົງເຂດຄື: ການປົກຄອງ, ການສຶກສາ, ການຄຸ້ມຄອງຊັບພະຍາກອນນ້ຳ, ພື້ນຖານໂຄງລ່າງ. ພາຍຫລັງລົງນາມໃນສັນຍາການຄ້າເສລີ ຫວຽດນາມ -ສ ເກົາຫລີ, ວົງເງິນການຄ້າສອງຝ່າຍໄດ້ມີບັນດາບາດກ້າວຫັນປ່ຽນສຳຄັນ. ປີ 2017, ການແລກປ່ຽນດ້ານການຄ້າສອງຝ່າຍບັນລຸ 61,5 ຕື້ USD ເພີ່ມຂຶ້ນ 16,5 ຕື້ USD ເມື່ອທຽບໃສ່ປີ 2016. ແລະກໍ່ໃນປີ 2017, ສເກົາຫລີ ກາຍເປັນຕະຫລາດນຳເຂົ້າເກີນດຸນຫລາຍສຸດຂອງຫວຽດນາມ. ເມື່ອຕີລາຄາກ່ຽວກັບໝາກຜົນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ທ່ານ Lee Hyuk ເອກອັກຄະລັດຖະທູດ ສເກົາຫລີ ປະຈຳຫວຽດນາມ ຖືວ່າ:

         “ປັດໄຈຊ່ວຍໃຫ້ການພົວພັນລະຫວ່າງສອງປະເທດພັດທະນາຢ່າງແຮງ ນັ້ນແມ່ນຍ້ອນມີການກະທົບອັນໃຫຍ່ຫລວງຂອງໂຄງປະກອບເສດຖະກິດທີ່ມີການຫນູນຊ່ວຍເຊິ່ງກັນ ແລະກັນຂອງສອງປະເທດ. ພິເສດ, ມີວິສາຫະກິດ ສເກົາຫລີ ຫລາຍແຫ່ງ ໄດ້ລົງທຶນຢູ່ ຈີນ ແຕ່ມາຮອດປະຈຸບັນໄດ້ຫັນທິດເຂົ້າມາລົງທຶນຢູ່ຫວຽດນາມ. ຍິ່ງໄປກວ່ານັ້ນ ຢູ່ ຫວຽດນາມ ມີແຫລ່ງຊັບພະຍາກອນຫນຸ່ມ, ອຸດົມສົມບູນ, ສີມືແຮງງານສູງ ແລະ ມີຄວາມດຸໝັ່ນຂະຫຍັນພຽນ, ສ່ວນຢູ່ ສເກົາຫລີ ພັດມີແຫລ່ງທຶນ ແລະ ເຕັກໂນໂລຊີແຖວຫນ້າຂອງໂລກ. ການສົມທົບ ຢ່າງແຫນ້ນແຟ້ນ ທ່າແຮງຂອງແຕ່ລະປະເທດ ໄດ້ຊ່ວຍຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດພັດທະນາກາຍເປັນການພົວພັນສຳຄັນຍິ່ງ, ບໍ່ອາດຂາດກັນໄດ້.”

ໄປຄຽງຄູ່ກັບການຮ່ວມມືດ້ານເສດຖະກິດແລ້ວ, ການພັດທະນາຂອງການພົວພັນລະຫວ່າງສອງປະເທດ ຍັງມີການກະທົບອັນໃຫຍ່ຫຼວງ ຈາກບັນດາຈຸດຄ້າຍຄືກັນກ່ຽວກັບດ້ານວັດທະນະທຳ - ສັງຄົມ. ໃນຊຸມປີມໍ່ໆມານີ້, ສ.ເກົາຫຼີພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາຕະຫຼາດສະໜອງແຂກທ່ອງທ່ຽວຈຸດສຸມຂອງຫວຽດນາມ (ໃຫຍ່ອັນດັບທີ 2 ຖັດຈາກຈີນ). ປີ 2017, ຈຳນວນແຂກທ່ອງທ່ຽວຈາກ ສ.ເກົາຫຼີມາຫວຽດນາມບັນລຸກວ່າ 2.5 ລ້ານເທື່ອຄົນ, ເພີ່ມຂຶ້ນ 128% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂົງເຂດ ແຮງງານ, ປະເທດ ສ.ເກົາຫຼີກໍແມ່ນຕະຫຼາດນຳເຂົ້າແຮງງານໃຫຍ່ອັນດັບທີສອງຂອງຫວຽດນາມ. ບໍ່ພຽງແຕ່ເທົ່ານັ້ນ, ສ.ເກົາຫຼີກໍມີການໜູນຊ່ວຍໃຫ້ແກ່ວິວັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂອງຫວຽດນາມຢ່າງມີປະສິດທິຜົນ. ທ່ານ ຫງວຽນຈ້ອງດາມ ອະດີດຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຕີລາຄາວ່າ:
 “ພວກຂ້າພະເຈົ້າຮູ້ສຶກມີຄວາມປິຕິຊົມຊື່ນ ເພາະວ່າການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບພັດທະນາ, ມີຄວາມສາມາດບົ່ມຊ້ອນ, ເຂົ້າສູ່ລວງເລິກ, ຍົກລະດັບການພົວພັນໃຫ້ນັບມື້ນັບຮອບດ້ານກວ່າອີກ. ໂຮງຮຽນ 5 ແຫ່ງທີ່ ສ.ເກົາຫຼີໄດ້ຊ່ວຍເຫຼືອຫວຽດນາມ ເພື່ອສອນວິຊາຊີບພວມເຄື່ອນໄຫວເປັນຢ່າງດີ ແລະ ປາດຖະໜາຢາກໃຫ້ສ.ເກົາຫຼີສືບຕໍ່ເອົາໃຈໃສ່ໜູນຊ່ວຍ ທຶນ ODA  ເພື່ອຍົກລະດັບຄຸນນະພາບໂຮງຮຽນສອນວິຊາຊີບບາງແຫ່ງຕື່ມອີກ. ໃນໄລຍະຈະມາເຖິງ, ສອງຝ່າຍຈະພິຈາລະນາພັດທະນາເປີດກວ້າງການພົວພັນໃນຂົງເຂດໜູນຊ່ວຍສັງຄົມ, ຮັບມືກັບສະພາບພົນລະເມືອງອາຍຸສູງຫຼາຍຂຶ້ນ ແລະ ໜູນຊ່ວຍຄົນພິການ”.
ການຢ້ຽມຢາມໄດ້ຢັ້ງຢືນນະໂຍບາຍມຸ່ງໄປສູ່ທິດໃຕ້ຂອງ ສ.ເກົາຫຼີ
ພາຍຫຼັງດຳລົງຕຳແໜ່ງ (ເດືອນພຶດສະພາ 2017), ທ່ານປະທານາທິບໍດີ Moon Jae In ໄດ້ສ້າງແຜນນະໂຍບາຍຍູ້ແຮງການປະຕິບັດນະໂຍບາຍພັດທະນາແບບຍືນຍົງ, ກົມກຽວປັບປຸງນະໂຍບາຍການຕ່າງປະເທດ, ເພີ່ມທະວີການພົວພັນກັບບັນດາປະເທດໃຫຍ່, ຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ດ້ວຍຈຸດສຸມ ແມ່ນ ອາຊຽນ ແລະ ອິນເດຍ, ນຳການຮ່ວມມືກັບອາຊຽນໃຫ້ເທົ່າທຽມກັບ 04 ປະເທດໃຫຍ່ຄື ອາເມລິກາ - ຈີນ - ຍີ່ປຸ່ນ - ລັດເຊຍ. ຫວຽດນາມແມ່ນປະເທດທີສອງໃນກຸ່ມ ອາຊຽນ ທີ່ທ່ານປະທານາທິບໍດີ Moon Jae In ມາຢ້ຽມຢາມນັບແຕ່ເມື່ອຮັບດຳລົງຕຳແໜ່ງ. ໃນການຢ້ຽມຢາມຄັ້ງນີ້, ການນຳສອງປະເທດ ຈະມີການພົບປະແລກປ່ຽນກ່ຽວກັບບັນດາມາດຕະການລະອຽດເພື່ອຍູ້ແຮງການພົວພັນທາງດ້ານການເມືອງ, ການຕ່າງປະເທດໃຫ້ພັດທະນາກວ່າເກົ່າ. ສອງຝ່າຍກໍໄດ້ອອກຖະແຫຼງການຮ່ວມ, ລົງນາມໃນເອກະສານບາງສະບັບກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ, ວັດທະນະທໍາ ແລະ ອື່ນໆ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ສ.ເກົາຫຼີ ຈະເຂົ້າຮ່ວມພິທີ ວາງສີລາລຶກ ສູນຄົ້ນຄວ້າວິທະຍາສາດຫວຽດນາມ - ສ.ເກົາຫຼີ ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ 02 ປະເທດ.
ເມື່ອຕີລາຄາກ່ຽວກັບແງ່ຫວັງໃນການຮ່ວມມືສອງຝ່າຍ, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Lee Hyuk ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າມີຄວາມປະເອີບໃຈທີ່ສຸດກ່ຽວກັບການພົວພັນລະຫວ່າງສອງປະເທດໃນ ໄລຍະ 25 ປີຜ່ານມາ,  ເພາະວ່າ ມີສັນຍານທີ່ສະແດງໃຫ້ເຫັນຫຼາຍຢ່າງກ່ຽວກັບການພົວພັນນັ້ນ, ໃນຂະນະ ຍັງມີວິສາຫະກິດສ.ເກົາຫຼີ ຫຼາຍແຫ່ງຕີລາຄາວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນມີຄວາມສະດວກທີ່ສຸດ ແລະ ກະແສຟອງລົງທຶນຂອງສ.ເກົາຫຼີ ຢູ່ຫວຽດນາມຈະສືບຕໍ່ໄດ້ດຳເນີນ. ເຖິງວ່າປັດຈຸບັນ ການພົວພັນລະຫວ່າງ ສ.ເກົາຫຼີ - ຫວຽດນາມ ດີງາມກວ່າ ຫຼາຍເທົ່າເມື່ອທຽບໃສ່ກ່ອນນີ້, ແຕ່ຂ້າພະເຈົ້າຄິດວ່ານັ້ນຍັງບໍ່ທັນແມ່ນຢູ່ໃນໄລຍະດີທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະສືບຕໍ່ນຳການພົວພັນສອງປະເທດມຸ່ງໄປເຖິງຈຸດສູງນັ້ນ”.
ການພົວພັນຫວຽດນາມ - ສ.ເກົາຫຼີ ໄດ້ຮັບການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວມາເປັນເວລາກວ່າ 25 ປີແລ້ວ. ຫວັງວ່າ ພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມຂອງທ່ານ ປະທານາທິບໍດີ Moon Jae In  ຄັ້ງນີ້, ການພົວພັນ ຫວຽດນາມ - ສ.ເກົາຫຼີຈະສືບຕໍ່ມີບາດກ້າວພັດທະນາໃໝ່, ເພື່ອໃຫ້ສົມກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ