ບາດກ້າວສຳຄັນໃນວິວັດການສ້າງ EVFTA ໃຫ້ປະກົດຜົນເປັນຈິງ

(VOVWORLD) - ສະພາເອີຣົບ (EC) ຫາກໍ່ຮັບຮອງເອົາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ພາຍຫລັງສັນຍາດັ່ງກ່າວໄດ້ຮັບການໃຫ້ສັດຕະຍາບັນຈາກລັດຖະສະພາ ເອີຣົບໃນວັນທີ 12 ກຸມພາ 2020.

ການຕົກລົງດັ່ງກ່າວ ແມ່ນບາດກ້າວນິຕິກຳສຸດທ້າຍ ຕາມລະບຽບການໃຫ້ສັດຕະຍາບັນພາຍໃນຂອງ ອີຢູ ເພື່ອໃຫ້ສັນຍາ EVFTA ມີຜົນສັກສິດ. ປັດຈຸບັນ, EVFTA ຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາ ຫວຽດນາມ ແລະ 2 ຝ່າຍຈະສຳເລັດລະບຽບການປະກາດຕາມຂໍ້ກຳນົດຂອງສັນຍາ (ຄາດວ່າດຳເນີນໃນຮອບເວລາ 30 ວັນ, ນັບແຕ່ມື້ປະກາດ) ມີຜົນສັກສິດຢ່າງເປັນທາງການນັບທັງ ອີຢູ ແລະ ຫວຽດນາມ.

ບາດກ້າວສຳຄັນໃນວິວັດການສ້າງ EVFTA ໃຫ້ປະກົດຜົນເປັນຈິງ - ảnh 1 (ພາບປະກອບ)

ເລື່ອງສະພາເອີຣົບ ຮັບຮອງເອົາສັນຍາການຄ້າເສລີ (EVFTA) ເຊິ່ງທັງ ອີຢູ ແລະ ຫວຽດນາມ, ພິເສດແມ່ນປະຊາຄົມວິສາຫະກິດ 2 ຝ່າຍໄດ້ຄອງຄອຍມາພາຍຫລັງເກືອບ 8 ປີ, ນັບແຕ່ເມື່ອ 2 ຝ່າຍເລີ່ມດຳເນີນການເຈລະຈາ EVFTA ຢ່າງເປັນທາງການໃນ ເດືອນ ມິຖຸນາ 2012. ການຕົກລົງດັ່ງກ່າວ ກໍ່ສະແດງໃຫ້ເຫັນວ່າ ອີຢູ ຖືເປັນສຳຄັນຕໍ່ບົດບາດ, ທີ່ຕັ້ງ ແລະ ຄວາມສາມາດບົ່ມຊ້ອນການພັດທະນາຂອງ ຫວຽດນາມ.

ສະແດງໃຫ້ເຫັນການ ຖືເປັນສຳຄັນການົວພັນກັບ ຫວຽດນາມ

        ເລື່ອງສະພາເອີຣົບ (ອີຢູ) ຮັບຮອງເອົາຂໍ້ຕົກລົງຂອງລັດຖະສະພາ ເອີຣົບ ທີ່ໃຫ້ສັດຕະຍາບັນສັນຍາການຄ້າເສລີກັບ ຫວຽດນາມ (EVFTA) ໄດ້ສ້າງ ຂີດໝາຍຕໍ່ການ ສ້າງສຳເລັດວິວັດການໃຫ້ສັດຕະຍາບັນສັນຍາ EVFTA ກັບຝ່າຍ ເອີຣົບຢ່າງຄົບຊຸດ. ທ່ານ Gordan Grlic Radman, ລັດຖະມົນຕີກະຊວງການຕ່າງປະເທດ Croatia, ເຊິ່ງແມ່ນປະເທດເປັນປະທານໝູນວຽນຂອງ ອີຢູ, ເນັ້ນໜັກວ່າ EVFTA ແມ່ນຂໍ້ຕົກລົງການຄ້າເສລີ ມີຄວາມມັກໃຫຍ່ໄຝ່ສູງທີ່ສຸດຂອງ ອີຢູ ເຊິ່ງໄດ້ເຊັນກັບປະເທດໜຶ່ງພວມພັດທະນາ. ຫລາຍປະເທດສະມາຊິກ ອີຢູ, ພິເສດແມ່ນ ໂຮນລັງ, ແອັດສະປາຍ, ແບນຊິກ…ໄດ້ອອກຖະແຫຼງການ ຊົມເຊີຍຂໍ້ຕົກລົງດັ່ງກ່າວຂອງ ອີຢູ, ເນັ້ນໜັກເຖິງຄວາມໝາຍສຳຄັນຂອງສັນຍາ, ເປັນຕົ້ນແມ່ນໃນສະພາບການເຕີບໂຕເສດຖະກິດ, ການຄ້າ, ການລົງທຶນທົ່ວໂລກ ພວມຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄສິດ 19. ເລື່ອງ ອີຢູ ສ້າງວິວັດການໃຫ້ສັດຕະຍາບັນສັນຍາ EVFTA ໃຫ້ສຳເລັດຢ່າງຄົບຊຸດໂດຍໄວ, ຊ້ຳບໍ່ໜຳ ແມ່ນຊຸກຍູ້ການໃຫ້ສັດຕະຍາບັນດ້ວຍຮູບການທາງເອກະສານ ເມື່ອບໍ່ສາມາດດຳເນີນບັນດາກອງປະຊຸມຕາມປົກກະຕິນັ້ນ, ໄດ້ສະແດງໃຫ້ເຫັນວ່າ ອີຢູ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ຕີລາຄາສູງຕໍ່ບົດບາດຂອງ ຫວຽດນາມ ໃນພາກພື້ນ.

         ເມື່ອເຕື້ອງເຖິງສັນຍາດັ່ງກ່າວ, ທ່ານ Pier Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ ຕີລາຄາວ່າ:

           “ສັນຍາ EVFTA ແມ່ນສັນຍາທີ່ຄວາມມັກໃຫຍ່ໄຝ່ສູງທີ່ສຸດ ເຊິ່ງ ອີຢູ ໄດ້ເຈລະຈາ ແລະ ເຊັນກັບຄູ່ຮ່ວມມືທີ່ມີພື້ນຖານເສດຖະກິດພວມພັດທະນາ. ພວກເຮົາເຫັນວ່າ ຫວຽດນາມ ກໍ່ພວມປະຕິູບຢ່າງແຮງ ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກໃຫ້ແກ່ວິສາຫະກິດຂອງທັງ 2 ຝ່າຍ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ, ໃຫ້ແກ່ກຳມະກອຊາວຜູ້ອອກແຮງງານ, ໃຫ້ຊາວນາພວກຂ້າພະເຈົ້າໄດ້ປຶກສາຫາລືບັນດາເນື້ອໃນຕ່າງໆກັບບັນດາກຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ພວກຂ້າພະເຈົ້າ ກໍ່ຮັບຮູ້ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ໃນວິວັດການຜັນຂະຫຍາຍສັນຍາດັ່ງກ່າວໃນໄລຍະຈະມາເຖິງ.

         ຫວຽດນາມ ໄດ້ກຽມພ້ອແລ້ວ

       ກ່ຽວກັບຝ່າຍ ຫວຽດນາມ, ທ້າຍເດືອນ ມີນາ ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ຮ່າງສຳເນົາເອກະສານຂອງລັດຖະບານ ເພື່ອໃຫ້ປະທານປະເທດ, ສະພາແຫ່ງຊາດພິຈາລະນາ, ຕັດສິນເລື່ອງໃຫ້ສັດຕະຍາບັນສັນຍາດັ່ງກ່າວ. ພ້ອມກັນນັ້ນ, ເພື່ອກະກຽມໃຫ້ແກ່ການປະຕິບັດສັນຍາ, ລັດຖະບານໄດ້ຊີ້ນຳບັນດາກະຊວງ, ຂະແໜງການເປັນເຈົ້າການກວດກາ, ຜັນຂະຫຍາຍເລື່ອງສ້າງ, ປັບປຸງ, ເພີ່ມເຕີມບັນດາເອກະສານນິຕິກຳໃນທັນທີ ເພື່ອປະຕິບັດ EVFTA. ທ່ານ ເຈິ່ນຕວ໊ນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

         “ພວກຂ້າພະເຂົ້າພວມ ຄອງຄອຍ ແລະ ຕັ້ງຄວາມຫວັວ່າໃນກອງປະຊຸມສະໄໝສາມັນຈະມາເຖິງຂອງສະພາແຫ່ງຊາ, ສຳເນົາເອກະສານຂອງສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ ຈະໄດ້ຍື່ນສະເໜີ ພາຍຫລັງສຳເລັດວຽກງານ, ຂັ້ນຕອນການກະກຽມທັງໝົດ ເຊິ່ງໃນປັດຈຸບັນພວມໄດ້ຮັບການຍູ້ແຮງ ແລະ ຊີ້ນຳຢ່າງຂ້ຽວຂາດ. ຕາມການຄາດຄະເນແລ້ວ ປະມານເດືອນ ກໍລະກົດ ສັນຍາຈະມີຜົນສັກສິດ. ສະນັ້ນ, ໃນຮອບເວລາອັສັ້ນໆນີ້, ປະຊາຄົມວິສາຫະກິດ, ປະຊາຊົນ ແລະ ອົງການຈັດຕັ້ງຂອງທັງ 2 ຝ່າຍ - ລະວ່າງສະຫະພາບ ເອີຣົບ ແລະ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຢ່າງທັນການຈາກສັນຍາດັ່ງກ່າວ.

       ພາຍຫລັງໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ຫວຽດນາມ ແລະ ກ້າວເຂົ້າສູ່ການຜັນຂະຫຍາຍ, ຄາດວ່າ ຕົ້ນໄຕມາດທີ 3 ປີ 2020, EVFTA ຈະຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງຕະຫລາດ ອີຢູ, ປະກອບສ່ວນຫລຸດຜ່ອນຄວາມຫຍຸ້ງຍາກ ໃນຂະນະທີ່ພື້ນຖານເສດຖະກິດພວມຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ 19.

       ສະຫະພາບ ເອີຣົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ດ້ວຍວົງເງິນການຄ້າ 2 ສົ້ນປີ 2019 ບັນລຸກ່ວາ 56 ຕື້ USD. ເລື່ອງ ອີຢູ ສ້າງວິວັດການໃຫ້ສັດຕະຍາບັນ EVFTA ສຳເລັດຢ່າງຄົບຊຸດນັ້ນ ບໍ່ພຽງແຕ່ເປັນການຢັ້ງຢືນສານຂອງ ອີຢູ ຢ່າງແຮງ ແລະ ບັນດາປະເທດສະມາຊິກ ຈະສືບຕໍ່ນຳໜ້າໃນການຊຸກຍູ້ການຮ່ວມມື, ຮ່ວມສຳພັນດ້ານເສດຖະກິດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນທີ່ຕັ້ງບົດບາດ, ຄວາມສາມາດບົ່ມຊ້ອນການພັດທະນາ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແລກປ່ຽນກັບ ອີຢູ ກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ./.

ຕອບກັບ

ຂ່າວ/ບົດ​ອື່ນ