ບາດກ້າວໃໝ່ໃນການພົວພັນ ອີຢູ - ກູບາ


(vovworld) - ພາຍຫຼັງ​ສະຫະພາບ​ເອີ​ລົບ (ອີ​ຢູ) ອອກ​ສັນຍານ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ກູ​ບາ​ເປັນ​ເວລາ​ເກືອບ 1 ​ເດືອນ, ວັນ​ທີ 6/3 ຜ່ານ​ມາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກູ​ບາ Bruno Rodriguez ​ໄດ້​ປະກາດ​ເຫັນ​ດີ​ດຳ​ເນີນ​ການ​ເຈລະຈາ​ ເພື່ອ​ສ້າງ​ການ​ພົວພັນ​ສອງ​ຝ່າຍ​ເປັນ​ປົກກະຕິ ພາຍຫຼັງ 10 ປີຖືກ​ຢຸດ​ສະ​ງັກ. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ, ບັນ​ຫາ​ກີດຂວາງ​ສຸດ​ທ້າຍ​ໃນ​ການ​ສ້າງ​ການ​ພົວພັນ​ 2 ຝ່າຍ​​​ເປັນ​ປົກກະຕິໄດ້​ຮັບ​ການ​ແກ້​ໄຂ​ແລ້ວ, ອັນ​ໄດ້​ສ້າງ​ເປັນ​ພື້ນຖານ​ໃຫ້​ແກ່​ບາດກ້າວ​ໃຫຍ່​ກວ່າ​ໃນ​ການ​ພົວພັນ​ລະຫວ່າງ​ອີ​ຢູ - ກູ​ບາ ​ໃນ​ອະນາຄົດ.

ບາດກ້າວໃໝ່ໃນການພົວພັນ ອີຢູ - ກູບາ - ảnh 1

ທ່ານ​ເອກ​ອັກຄະ​ລັດຖະທູດ​ອີ​ຢູ ປະຈຳ​ກູ​ບາ Herman Portocarero

(ພາບ: AP)

        ລັດຖະບານ​ກູ​ບາ​ ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ​ດຳ​ເນີນ​ການ​ເຈລະຈາ ​ໂດຍ​ຜູ້ຕາງໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​​ແລະ ການ​ຕ່າງປະ​ເທດ​ຂອງ​ອີ​ຢູ, ທ່ານ​ນາງ Catherine Ashton, ຍົກ​ອອກ​ມາ​ເມື່ອ​ວັນ​ທີ 10/3. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ເຈລະຈາ​ເພື່ອ​ມຸ້ງ​ໄປ​ສູ່​ການ​ເຊັນ​ສັນຍາ ​ສ້າງການ​ພົວພັນ​ເປັນ​ປົກກະຕິ​ລະຫວ່າງ​ສອງ​ຝ່າຍ, ​ເຊິ່ງ​ເອີ້ນ​ວ່າ “ສັນຍາ​ຮ່ວມ​ມື ​ແລະ ​ເຈລະຈາ​ດ້ານ​ການ​ເມືອງ“, ​ເພື່ອ​ແນ​ໃສ່​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ກາ​ນພົວພັນ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ຄ້າຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກວ່າ. ຂໍ້​ຕົກລົງ​ດັ່ງກ່າວ​ແມ່ນ​ການ​ປ່ຽນ​ແປງ​ດ້ານ​ການ​ທູດທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ນັບ​ແຕ່​ອີ​ຢູຍົກ​ເລີກຄຳ​ສັ່ງ​ຂວ້ຳ​ບາດ​ກູ​ບາ ​ເມື່ອ​ປີ 2008.

        ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ລະຫວ່າງ​ສອງ​ຝ່າຍ

        ທ່ານ​ເອກ​ອັກຄະ​ລັດຖະທູດ​ອີ​ຢູ ປະຈຳ​ກູ​ບາ Herman Portocarero, ຖື​ເລື່ອງ​ອີ​ຢູ ດຳ​ເນີນ​ການ​ເຈລະຈາ​ກັບ​ກູ​ບາ ​ແມ່ນ​ບາດກ້າວ​ທີ່​ມີ​ລັກສະນະ​ຕັດສິນ ​ແລະ ຖື​ວ່າຄວາມ​ເຂົ​້າ​ໃຈ​ເຊິ່ງກັນ ​ແລະ ກັນ ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ. ທ່ານ​ເອກ​ອັກຄະ​ລັດຖະທູດ Portocarero ​ເນັ້ນ​ໜັກ​ວ່າ, ອີ​ຢູ ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ມີໜ້າ​ໃນ​ວິວັດ​ການ​ປ່ຽນ​ແປງ​ເສດຖະກິດຢູ່​ກູ​ບາ ​ແລະ ດ້ວຍສັນຍາ​ຮ່ວມ​ມື ​ແລະ ​ເຈລະຈາ​ດ້ານ​ການ​ເມືອງນັ້ນ, ອີ​ຢູ ຈະ​ຊອກ​ຫາ​ການ​ພົວພັນ​ທີ່​ຂະຫຍັນ​ຂັນ​ເຄື່ອນກັບ​ປະ​ເທດ​ນີ້.

        ບໍ່​ແມ່ນ​ວ່າ​ມາ​ຮອດ​ປະຈຸ​ບັນ​ອີ​ຢູ ຈຶ່ງ​ຢາກ​ສ້າງ​ການ​ພົວພັນ​ຄືນ​ໃໝ່​ກັບ​ກູ​ບາ. ຄວາມ​ຈິງ​ແລ້ວ, ການ​ພົວພັນ​ລະຫວ່າງ​ອີ​ຢູ ກັບ​ກູ​ບາ ​ເລີ່​ມ​ເຊື່ອມ​ຕໍ່​ແຕ່​ປີ 2008 ​ແລ້ວ ພາຍຫຼັງ​ທີ່​ກູ​ບາ ປ່ອຍ​ຕົວ​ບັນດາ​ຜູ້​ຕ້ານ​ລັດຖະບານ. ນັບ​ແຕ່​ນັ້ນ, ອີ​ຢູ ​ໄດ້​ຊ່ວຍ​ເຫຼືອ​​ກູ​ບາ​ປະມານ 110 ລ້ານ​ໂດ​ລາ​ສະຫະລັດ​ເພື່ອ ພັດທະນາ​. ​ເດືອນ 11/2012, ອີ​ຢູ​ ໄດ້​ເຫັນ​ດີ​ດຳ​ເນີນ​ການ​ເຈລະຈາ​ຂໍ້​ຕົກລົງ​ສອງ​ຝ່າຍ​ກັບ​ກູ​ບາ ​ແລະ ຕົ້ນ​ເດືອນ 2/2014, ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຢູ ຖະ​ແຫຼ​ງວ່າ ພັນທະ​ມິດ​ພ້ອມ​ແລ້ວ​ທີ່​ຈະ​ປັບປຸງ​ການ​ພົວພັນ​ກັບ​ກູ​ບາ ​ເພື່ອ​ແນ​ໃສ່​ເປີດ​ກວ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

         ສາ​ສະ​ດາ​ຈານ Joaquin Roy, ຜູ້ອຳນວຍການ​ສູນ​ອີ​ຢູ ຢູ່ Miami, ຖື​ວ່າ, ​ເຖິງ​ວ່າ​ຫຼັກການ “ຫຼັກ​ໝັ້ນ​ລວມ“ ຍັງ​ຄົງ​ຕົວ​ນັບ​ແຕ່​ປີ 1996 ກໍ່ຕາມ, ​ແຕ່​ຄວາມ​ຈິງ​ແລ້ວ, ມີ​ຫຼາຍ​ປະ​ເທດ​ສະມາຊິກ​ອີ​ຢູ ຍັງ​ຄົງ​​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ, ການ​ລົງທຶນ, ໜູນ​ຊ່ວຍ​ການ​ພັດທະນາ​ກັບ​ກູ​ບາ ​ຢູ່.

        ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ ​ແມ່ນ​ກຳລັງ​ໜູນ​ຊຸກຍູ້​ການ​ຮ່ວມ​ມື

        ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ຍ້ອນ​ຄິດ​ໄລ່​ເຖິງ​ຜົນ​ປະ​ໂຫຍ​ດນັ້ນ ​ໄດ້​ເຮັດ​ໃຫ້​ອີ​ຢູ ຕ້ອງ​ປັບປຸງ​ນະ​ໂຍບາຍ​ກັບ​ກູ​ບາ, ​ໃນ​ສະພາບ​ການ​ທີ່​ປະ​ເທດ​ນີ້​ນັບ​ມື້​ນັບ​ເປີດ​ປະຕູ ​ແລະ ​ໄດ້​ຮັບ​ຜົນງານ​ບາງ​ຢ່າງ​ໃນ​ວິວັດ​ການ​ປະຕິ​ຮູບ​ເສດຖະກິດ - ສັງຄົມ. ຍັງ​ມີ​ທິດ​ທາງ​ໃໝ່​ເຊິ່ງລັດຖະບານ​ກູ​ບາ​ພວມ​ປະຕິບັດ ນັ້ນ​ແມ່ນ​ກະກຽມ​ເປີດ​ປະຕູ​ເຂດ​ພັດທະນາ​ພິ​ເສດ​ຢູ່​ທ່າ​ກຳ່​ປັ່ນ Mariel ​ ແນ​ໃສ່ ​ດຶງ​ດູດ​ແຫຼ່ງທຶນ​ຈາກ​ຕ່າງປະ​ເທດ, ​​ເພື່ອ​ຜະລິດ​ສິນຄ້າ​ຮັບ​ໃຊ້​ການ​ສົ່ງ​ອອກ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ປະ​ເທດ​ຊາດ.  ພ້ອມ​ກັນ​ນັ້ນ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຕ່າງປະ​ເທດ​ສະບັບ​ໃໝ່, ທີ່​ມີ​ລັກສະນະ​​ເປີດ​ອົກ​ເປີດ​ໃຈ​ກວ່າ​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທ້າຍ​ໄຕ​ມາດ​ທີ 1/2014. ບັນດາ​ມາດ​ຕະການ​ເສດຖະກິດ​ໃໝ່​ນີ້​ຄາດ​ວ່າ​ຈະ​ສ້າງ​ໂອກາດ​ດຳ​ເນີນ​ທຸລະ​ກິດ ກໍ່​ຄື​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໃຫ້​ແກ່​ປະ​ເທດ​ນີ້. ທ່ານ​ເອກ​ອັກຄະ​ລັດຖະທູດ​ອີ​ຢູ ປະຈຳ​ກູ​ບາ Herman Portocarero, ຍັງ​ຕີ​ລາຄາ​ສູງ​ບົດບາດ​ຂອງ​ກູ​ບາ​ໃນ​ການ​ເຊື່ອມ​​ໂຍງ​ກັບພາກ​ພື້ນ​ອາ​ເມ​ລິ​ກາ​ລາຕີ ​ ​ຜ່ານ​ປະຊາ​ຄົມ​ບັນດາ​ປະ​ເທດ​ເຂດ Caribe ​ແລະ ອາ​ເມ​ລິ​ກາ​ລາຕີ​ນ (CELAC).

        ​ ກ່ຽວ​ກັບ​ການ​ແລກປ່ຽນ​ການ​ຄ້າ, ຕາມ​ການ​ສະຖິຕິ​ແລ້ວ, ​ເອີ​ລົບ​ແມ່ນ​ຄູ່​ແຂງ​ໃຫຍ່​ອັນ​ດັບ 2 ຂອງ​ກູ​ບາ (ຖັດຈາກ Venezela). ສິນຄ້າ​ສົ່ງ​ອອກ​ຂອງ​ທະວີບ​ນີ້​ໄປ​ຍັງ​ກູ​ບາ​ ໄດ້​ຂຶ້ນ​ເຖິງ 2 ຕື້ ​ເອີ​ໂຣ, ​ໃນ​ນັ້ນ​ປະມານ 20% ​ແມ່ນ​ສິນຄ້າ​ສົ່ງ​ອອກ​ຈາກອີ​ຢູ. ​ໃນ​ສະພາບ​ວິ​ກິດ​ການ​ໜີ້​ສາທາລະນະ, ການ​ຫວ່າງ​ງານ​ທີ່​ແຜ່​ລາມ​ຢ່າງ​ກວ້າງຂວາງ​ຢູ່​ອີ​ຢູນັ້ນ, ​ເລື່ອງ​ຊອກ​ຫາຕະຫຼາດ​ຈຳໜ່າຍ​ສິນຄ້າ​ແມ່ນ​ສິ່ງທີ່​ຈຳ​ເປ​ັນສຳລັບ​ອີ​ຢູ.

        ​ເລື່ອງ​ກູ​ບາ​ເຫັນ​ດີ​ດຳ​ເນີນ​ການ​ເຈລະຈາ​ເພື່ອ​ສ້າງ​ການ​ພົວພັນ​ເປ​ນປົກກະຕິ​ກັບ​ອີ​ຢູ ຈະ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ມະຫາ​ອຳນາດ​ດ້ານ​ເສດຖະກິດ​ນີ້​ສວຍ​ໃຊ້​ກາລະ​ໂອກາດ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ການ​ຄ້າ​ຢູ່​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ນີ້, ກົງກັນຂ້າ, ກູ​ບາ ​ກໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ຈາກ​ການ​ປັງ​ປຸງ​ການ​ພົວພັນ​ກັບ​ອີ​ຢູ ​ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ ​ຂອງ​ຕົນ​ໃນ​​ເວທີ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ