ບາດກ້າວໃໝ່ໃນການພົວພັນຝລັ່ງ - ກູບາ


 (vovworld) – ພາຍຫຼັງ​ ກວ່າ 1 ​ເດືອນ ທີ່​ດຳ​ເນີນການ​ເຈລະຈາ ຕ່າງໆ ​ເພື່ອ​ສ້າງ​ການ​ພົວພັນ​ ກູ​ບາ - ສະຫະພາບ​ເອີ​ລົບ (ອີ​ຢູ) ​ເປັນ​ປົກ​ປະຕິ​. ວັນ​ທີ 12/4, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ​ໄດ້​ມີ​ການ​ຢ້ຽມຢາມ​ກູ​ບາ. ​ເຖິງ​ວ່າການ​ຢ້ຽມຢາມ​ດຳ​ເນີນ​ໃນ​ເວລາ​ພຽງ​ສອງ, ສາມ​ຊົ່ວ​​ໂມງ​ເທົ່າ​ນັ້ນ, ​ແຕ່​​ໄດ້​ສ້າງເປັນ​ຂີດ​ໝາຍ​ທີ່​ດີ​ໃນ​ການ​ພົວພັນ​ສອງ​ປະ​ເທດ ພາຍຫຼັງ​ຖືກ​ຢຸດ​ສະ​ງັກ​ມາເປັນ​ເວລາ 3 ທົດ​ສະ​ວັດ.

ບາດກ້າວໃໝ່ໃນການພົວພັນຝລັ່ງ - ກູບາ - ảnh 1

ລັດຖະມົນຕີ​ການ​ຕ່າງປະ​ເທດກູບາຕ້ອນຮັບລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງມາຢ້ຽມຢາມກູບາ

(ພາບ: AP)

        ການ​ຢ້ຽມຢາມ​ກູ​ບາ ຄັ້ງ​ຫຼ້າ​ສຸດ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ​ແມ່ນ​ໃນ​ປີ 1983. ພ້ອມ​ກັບ​ບັນດາ​ສະມາ​ຊິກ​ອື່ນໆ​ໃນ ອີ​ຢູ, ຝລັ່ງ​ໄດ້​ຢຸດ​ຕິ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ກູ​ບາ​ແຕ່​ປີ 2003. ​ໃນ​ການ​ຢ້ຽມຢາມ​ກູ​ບາ ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ທຸກ​ຂົງ​ເຂດ​ຮ່ວມ​ມື, ນັບ​ແຕ່​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ…

        ຜົນງານ​ແທດ​ຈິງ​ໃນ​ບັນດາ​ເນື້ອຮ່ວມ​ມື​ສອງ​ຝ່າຍ

        ການ​ຢ້ຽມຢາມ​ກູ​ບາ​ຂອງທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ​​ໄດ້​ຊ່ວຍ​ໃຫ້​ຝລັ່ງສົ່ງ​ສານ​ທີ່​ສຳຄັນ​​ຫຼາຍ​ຢ່າງ. ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງ, ພາຍຫຼັງ​ການ​ພົບ​ປະນອກ​ແຜນການລະ​ຫວ່າງລັດຖະ ມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ກັບ​ທ່ານ​ປະທານ​ກູ​ບາ Raul Castro,  ​ແລະ ການ​ພົບ​ປະ​ເຈລະຈາ​ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງກູບາ Bruno Rodriguez. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ​ຢືນຢັນ​ວ່າກູ​ບາ ​ໄດ້​ໄປ​ຖືກ​ທິດ​ໃນ​ວິວັດ​ການ​ປະຕິ​ຮູບ. ທ່ານ​ກໍ່​ໄດ້​ຍ້ອງຍໍ​ບົດບາດ​ຂອງ​ກູ​ບາ ​ໃນ​ວິວັດ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ລັດຖະບານໂກ​ລົມ​ເບຍ ​ແລະ ກຳລັງ​ປະກອບ​ອາວຸດ​ປະຕິວັດ​ໂກ​ລົມ​ເບຍ (FAEC), ການ​ປະກອບສ່ວນ​ຂອງ​ກູ​ບາ​ ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ກາ​ຮີ​ເບ (CELAC) ​ເມື່ອ​ເດືອນ 1 ຜ່ານ​ມາ​ຢູ່​ລາ​ຮາ​ວານ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ກໍ່​ເຕື້ອງ​ເຖິງ​ເລື່ອງ​ປາ​ຣີ ​ໄດ້​ມານະ​ພະຍາຍາມ​ເກ້​ຍກ່ອມ​ອາ​ເມ​ລິ​ກາ​ ຍຸບ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ສຳລັບ​ກູ​ບາ .

        ກ່ຽວ​ກັບ​ຂົງ​ເຂດເສດຖະກິດ, ທ່ານ Laurent Fabius ​ໄດ້​ຢືນຢັນ​ເຖິງ​ຫຼາຍ​ຂົງ​ເຂດ ​ເຊິ່ງທັງ​ສອງ​ປະ​ເທດ​ສາມາດ​ຮ່ວມ​ມື​ນຳ​ກັນ​ເຊັ່ນ: ພະລັງ ງານ, ການທ່ອງທ່ຽວ, ກະ​ສີ​ກຳ. ຫວ່າງ​ແລ້ວ​ນີ້, ຝລັ່ງ ​ໄດ້​ແຕ່ງ​ຕັ້ງ​ຜູ້ຕາງໜ້າ​ລັດຖະບານ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາກົນກ່ຽວ​ກັບ​ການທ່ອງທ່ຽວ​ຢູ່​ລາ​ຮາ​ວານ  ​ໃນ​ເດືອນ 5 ຈະ​ມາ​ເຖິງ. ທ່ານ​ກໍ່​ໄດ້​ເຕື້ອງ​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ວັດທະນະທຳ.

        ອາດ​ເວົ້າ​ໄດ້​ວ່າ​ທັງ​ກູ​ບາ ​ແລະ ຝລັ່ງ ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍ​ດ​ເມື່ອ​​ເຊື່ອມ​ຕໍ່​ການ​ພົວພັນ​ນຳ​ກັນ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ບັນດາ​ປະ​ເທດ​ໃກ້​ຄຽງ​ຂອງ​ກູ​ບາ ​ແມ່ນ​ປະ​ເທດ​ທີ່​ຝລັ່ງມີ​ອິດ​ທິພົນດ້ານ​ການ​ເມືອງ, ວັດທະນະທຳ​ໜ້ອຍ​ສຸດ, ທັງ​ແມ່ນ​ຕະຫຼາດ​ທີ່​ການ​ມີໜ້າ​ຂອງ​ວິ​ສາ​ຫະກິດ ຝລັ່ງຍັງ​ຈຳກັດຢູ່. ​ໃນ​ຂະນະ​ນັ້ນ, ກູ​ບາ​ ພວມ​ຍູ້​ແຮງ​ວິວັດ​ການ​ປະຕິ​ຮູບ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ​ແມ່ນ​ປະ​ເທດ​ທີ່​ມີ​ທີ່​ຕັ້ງ​ສຳຄັນ​ພໍ​ສົມຄວນ​ຢູ່​ພາກ​ພື້ນ. ຍ້ອນ​ເຫດ​ນັ້ນ, ​ເມື່ອ​ຊຸກຍູ້​ການ​ພົວພັນ​ກັບ​ກູ​ບາ ຈະ​ຊ່ວຍ​ໃຫ້​ຝລັ່ງ​ເພີ່ມ​ອິດ​ທິພົນ, ສຳ​ພັດ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ ຮ່ວມ​ມືດ້ານ​ການ​ເມືອງ ​ແລະ ​ເສດຖະກິດ, ການ​ຄ້າ​ຢູ່​ທັງ​ພາກ​ພື້ນ, ນອກ​ນັ້ນ​ອາດ​ຈະ​ມີ​ບົດບາດ​ຫຼາຍ​ກວ່າ​ໃນ​ການ​ກຳນົດ​ທິດ​ທາງ ​ແລະ ຕັດສິນ​ລະດັບການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອີ​ຢູ ກັບ​ກູ​ບາ ອີກ​.

        ສ່ວນ​ກູ​ບາ ມີ​ຄວາມ​ຕ້ອງການ​ປັບປຸງ​ການ​ພົວພັນ​ກັບອີ​ຢູ ​ເວົ້າ​ລວມ ​ແລະ ກັບ​ແຕ່​ລະສະ​ມາ​ຊິກ​ຂອງ​ກຸ່ມ​ເວົ້າ​ສະ​ເພາະ, ພ້ອມ​ທັງ​ຫຼຸດ​ພົ້ນ​ອອກ​ຈາກ​ຜົນ​ສະທ້ອນຈາກ​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ​ເທື່ອ​ລະ​ກ້າວ, ສ້າງ​ເງື່ອນ​ໄຂ​ສະດວກໃຫ້​ແກ່​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ.

        ປັດ​ໃຈ​ສະດວກ​ໃຫ້​ວິວັດ​ການ​ເຈລະຈາ​ລະຫວ່າງ ອີ​ຢູ່ - ກູ​ບາ

        ນອກຈາກ​ຜົນ​ປະ​ໂຫຍ​ດລວມ​ໃຫ້​ທັງ​ສອງ​ຝ່າຍ​ແລ້ວ, ການ​ຢ້ຽມຢາມ​ກູ​ບາ​ ຂອງທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ກໍ່​ເປັນ​ການ​ກະທົບ​ບໍ່​ໜ້ອຍ​ເຖິງ​ວິວັດ​ການ​ເຈລະຈາ​ລະຫວ່າງ ອີ​ຢູ - ກູ​ບາ ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນຍາ​ຮ່ວມ​ມື ​ແລະ ​ເຈລະຈາ​ດ້ານ​ການ​ເມືອງ, ​ແນ​ໃສ່​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ພົວພັນ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກວ່າ​ອີກ.

        ​ໃນ​ການ​ຢ້ຽມຢາມ​ກູ​ບາ ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ​ໄດ້​ຖະ​ແຫຼ​ງວ່າ, ກູ​ບາ​ສາມາດ​ເກ້​ຍກ່ອມ​ທຸກ​ບັນຫາ​ກັບ​ຝລັ່ງ​ໄດ້. ຝລັ່ງ​ແມ່ນ​ປະ​ເທດ​ມະຫາ​ອຳນາດທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຢູ່​ເອີ​ລົບ, ດັ່ງ​ນັ້ນ​ທັດສະນະ​ນີ້​ຂອງຝລັ່ງ ກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນທັດສະນະສ່ວນ​ໜຶ່ງຂອງ​ເອີ​ລົບ.

        ຄວາມ​ຈິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ພົວພັນ​ລະຫວ່າງ​ກູ​ບາ - ອີ​ຢູ

​ເລີ່​ມດຳ​ເນີນ​ແຕ່​ປີ 2008, ດ້ວຍ​ການ​ເຈລະຈາ​ໃນ​ຫຼາຍ​ຂົງ​ເຂດ. ຕົ້ນ​ເດືອນ 3/2014, ກູ​ບາ ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ອີ​ຢູ ກ່ຽວ​ກັບ​ເລື່ອງ​ດຳ​ເນີນ​ການ​ປຶກສາ​ຫາລື​ສັນຍາ​ການ​ເມືອງ​ສອງ​ຝ່າຍ​ສະບັບ​ໃໝ່. ຖ້າ​ຫາກ​ການ​ປຶກສາ​ຫາລື​ນີ້​ມີ​ຄວາມ​ຄືບ​ໜ້າ, ຄາດ​ວ່າ​ຮອດ​ປີ 2015, ສອງ​ຝ່າຍ​ອາດ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ສັນຍາ​ການ​ຄ້າ, ການ​ລົງທຶນ. ຍ້ອນ​ເຫດ​ນັ້ນ, ການ​ຢ້ຽມຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ​ຂອງ​ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດກ້າວ​ໃໝ່ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ປຶກສາ​ຫາລື​ຄັ້ງ​ຕໍ່​ໄປ.

        ​ເລື່ອງທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ດຳ​ເນີນ​ການ​ຢ້ຽມ ຢາມ​ກູ​ບາ ພາຍຫຼັງຢຸດຕິ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ເວລາ 31 ປີນັ້ນ, ​ໄດ້​ເປັນ​ຂີດ​ໝາຍ​ທີ່​ດີ​ໃນ​ການ​ພົວພັນ​ລະຫວ່າງ ກູ​ບາ - ຝລັ່ງ. ສິ່ງ​ດັ່ງກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ບໍ່​ພຽງ​ແຕ່​ຝລັ່ງ​ເທົ່າ​ນັ້ນ, ຫາກ​ທັງອີ​ຢູ ກໍ່​ພວມ​ກຽມພ້ອມ​ໃຫ້​ບັນດາ​ບາດກ້າວ​ລະອຽດ​ຕໍ່​ໄປ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ກັບ​ກູ​ບາ​ໃຫ້​ດີກ​ວ່າ​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ