ບາດລ້ຽວໃນການປ່ຽນແປງນະໂຍບາຍຫລຸດຜ່ອນຄວາມທຸກຍາກ

(vovworld)- ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫາ​ກໍ​ຮັບ​ຮອງ​ເອົາ​ແຜ​ນ​ຮ່າງ​ສັງ​ລວມ ຫັນ​ປ່ຽນ​ວິ​ທີ​ສຳ​ພັດ​ການ​ຕີ​ລາ​ຄາ​ສະ​ພາບ​ຄວາມ​ທຸກ​ຍາກ​ໂດຍ​ອີງ​ໃສ່​ຈາ​ກ​ລາຍ​ຮັບ (ຫລື​ເອີ້ນ​ວ່າ​ສົ້ນ​ດຽວ) ​ໄປ​ສູ່​ການ​ຕີ​ລາ​ຄາ​ຄວາມ​ທຸກ​ຍາກ​ໂດຍ​ອີງ​ໃສ່​ລາຍ​ຮັບ​ພ້ອມ​ກັບ​ລະ​ດັບ​ຂາດ​ແຄນ​ຄວາມ​ຕ້ອງ​ການ​ໂດຍພື້ນ​ຖານ​ຂອງ​ມະ​ນຸດ(ຫລາຍ​ສົ້ນ​) ຈະ​ໄດ້ນຳ​ໃຊ້​ໃນ​ໄລ​ຍະ 5 ປີ​ຈະ​ມ​າ​ເຖິງ. ແຜ​ນ​ຮ່າງ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ຮັບ​ປະ​ກັນ​ລະ​ດັບ​ຄອງ​ຊີບ​​ຢູ່ໃນ​ລະ​ດັບ​ທີ່ຈຳ​ເປັນ ແລະ ໄດ້​ສຳ​ພັດ​ກັບ​ບັນ​ດາ​ບໍ​ລິ​ການ​ສັງ​ຄົມ​​ໂດຍພື້ນ​ຖານ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ, ແມ່ນ​ບາດ​ລ້ຽວ​ໃນ​ການ​ປ່ຽນ​ແປງ​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ໄລ​ຍະ​ຕໍ່​ໄປ.

ບາດລ້ຽວໃນການປ່ຽນແປງນະໂຍບາຍຫລຸດຜ່ອນຄວາມທຸກຍາກ - ảnh 1
ພາບ​ປະ​ກອບ:internet

        ​ລະ​ດັບ​ທຸກ​ຍາກຫລາຍ​​ສົ້ນ ລວມ​ມີ​ບັນ​ດາ​ບໍ​ລິ​ການ​ພື້ນ​ຖານ​ກ່ຽວ​ກັບ​ລະ​ດັບ​ການ​ສຶກ​ສາ​ຂອງ​ຜູ້​ໃຫຍ່, ສະ​ພາບການ​ໄປ​ໂຮງ​ຮຽນ​ຂອງ​​ເດັກ​ນ້ອຍ​, ການ​ນຳ​ໃຊ້​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ, ປະ​ກັນ​ສຸ​ຂະ​ພາບ, ຄຸນ​ນະ​ພາບ​ເຮືອນ​ຢູ່, ເນື້ອ​ທີ່​ເຮືອນ​ຢູ່​ສະ​ເລ່ຍ​ໃສ່​ຫົວ​ຄົນ, ແຫລ່ງ​ນ້ຳ​ສະ​ອາດ……. ດ​້ວຍວ​ິ​ທີ​ສຳ​ພັດ​ນີ້, ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ຍາກ​ຫລາຍ​​ສົ້ນຂອງ​ຫວຽດ​ນາ​ມ ຈະ​ຂຶ້ນ​ເຖິງ 12% ແລະ ​ອັດ​ຕາ​ສ່ວນຈຳ​ນວນຄອບ​ຄົວໃກ້​ຈະ​ຖືກ​​ຈັດເຂົ້າ​ໃນ​ຄອບ​ຄົວ​ທຸກ​ຍາກ​ແມ່ນ​ປະ​ມານ 6%.

ສຳ​ພັດ​ກັບ​ມາດ​​ຕະຖານ​ຂອງ​ໂລກ

       ໃນ​ໄລ​ຍະ​ຜ່ານ​ມາ ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ ແລະ ປະ​ກາດ​ໃຊ້​ຫລາຍ​ນະ​ໂຍ​ບາຍ​ລະ​ອຽດ ເພື່ອ​ຫນູນ​ຊ່ວຍ​ຜູ້​ທຸກ​ຍາກ​ຄື: ນະ​ໂຍ​ບາຍ​ໃຫ້​ກູ້​ຢືມ​ທຶນ, ຫນູນ​ຊ່ວຍ​ດ້ານ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ເຮືອນ​ຢູ່, ນ້ຳ​ສະ​ອາດ. ໃນ​ນັ້ນ ຈຸດ​ສຸມ​ແມ່ນ​ໂຄງ​ການ 30 A ຫນູນ​ຊ່ວຍ 62 ເມືອງ​ທຸກ​ຍາກ ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ, ກິດ​ຈະ​ກຳ​ຊົນ​ລະ​ປະ​ທານ, ຄົມ​ມະ​ນາ​ຄົມ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ຊາວ​ຊົນ​ເຜົ່າ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ໃຫ້​ຜູ້​ທຸກ​ຍາກ​ພັດ​ທະ​ນາ​ການ​ຜະ​ລິດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ດີກວ່າ. ຈາກ​ຄວາມ​ຈິງ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ລັດ​ຖະ​ບານ ໄດ້​ເຫັນ​ວ່າ ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ ຄວນ​ປ່ຽນ​ແປງວິ​ທີ​ຕີ​ລາ​ຄາ​ຄວາມ​ທຸກ​ຍາກ. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີວ​່າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

        “ຕາມ​ມາດ​ຖານ​ຂອງ​ໂລກ, ມາດ​ຖານ​ທຸກ​ຍາກບໍ່​ພຽງ​ແຕ່​ມີ​ສະ​ບ​ຽງ​ອາ​ຫານ​ພຽງ​ພໍ​ເທົ່າ​ນັ້ນ ຫາກ​ຕ້ອງ​ມີ​ເງື່ອນ​ໄຂ​ຊົມ​ໃຊ້​ບັນ​ດາ​ບໍ​ລິ​ການ​ທີ່​ຈ​ຳ​ເປັນ. ສະ​ນັ້ນ ຫວຽດ​ນາມ ປະ​ຕິ​ບັດ​ມາດ​ຖານ​ທຸກ​ຍາກ​ຫລາຍ​ສົ້ນ​ໄລ​ຍະ 2016-2020, ລວມ​ມີ​ລະ​ດັບ​ລາຍ​ຮັບ​ສູງກວ່າ​ລະ​ດັບ​ລາຍ​ຮັບ​ປະ​ຈຸ​ບັນ ແລະ ຄິດ​ໄລ່​ເຖິງ​ເລື່ອງ​ເພື່ອ​​ຊ່ວຍໃຫ້​ຜູ້​ທຸກ​ຍາກ​ຕ້ອງ​ໄດ້​ຊົມ​ໃຊ້​ບັນ​ດາ​ບໍ​ລິ​ການ​ພື້ນ​ຖານ​ຄື: ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ນ້ຳ​ສະ​ອາດ, ໄດ້​ຮັບ​ຂ​ໍ​້​ມູ​ນ​ຂ່າວ..ໄລ​ຍະ​ປະ​ຕິ​ບັດ​ແມ່ນ​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 1/1/2016 ເປັນ​ຕົ້ນ​ໄປ.”

        ການ​ຫັນ​ປ່ຽນ​ວິ​ທີ​ຕີ​ລາ​ຄາ​ຄວາ​ມ​ທຸກ​ຍາກ​ຈາກ​ສົ້​ນ​ດຽວ​ໄປ​ສູ່​ຫລາຍ​ສົ້ນ​ຂອງ​ຫວຽດ​ນາມ ແມ່ນ​ເໝາະ​ສົມ​ກັບ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຊື່ງ ສ​ປ​ຊ ໄດ້​ຮັບ​ຮ​ອງ​ເອົາ. ບໍ່​ພຽງ​ແຕ່​ຄື​ແນວນັ້ນ, ວິ​ທີ​ຕີ​ລາ​ຄານີ້​ຈະ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຫລາຍ​ຄົນ​ໄດ້​ຮັບ​ຜົນ​ປະໂຫຍດ. ທ່ານ ໂງ​ເຈື່ອງ​ທີ, ຫົວ​ຫນ້າ​ຫ້ອງວ່າ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ໄຈ້​ແຍກວ່າ:

        “ກ່ອນນີ້ ເມື່ອ​ສ້າງ​ນະ​ໂຍ​ບາຍ, ຫວຽດ​ນາມ​ອີງ​ໃສ່​ມາດ​ຖານ​ລາຍ​ຮັບ​ເພື່ອ​ຕີ​ລາ​ຄາ ແລະ ຄອບ​ຄົວໃດ​ມີ​ລາຍ​ຮັບ​ຕ່ຳ​ກວ່າ​ລະ​ດັບ​ນັ້ນ​ ຈະ​ແມ່ນ​ຄ​ອບ​ຄົວ​ທຸກ​ຍາກ.  ເຖິງ​ຢ່າງ​ໃດ​ກໍ​ຕາມ ວິ​ທີ​ຕີ​ລາ​ຄານັ້ນ​ບໍ່​ທັນ​ຊັດ​ເຈນ ເພາະ​ວ່າ ມະ​ນຸດ​ບາງ​ເທື່ອບໍ່​ແມ່ນ​ຂາດ​ແຄນ​ເງິນ ຫາກບໍ່​ໄດ້​ຊົມ​ໃຊ້​ບັນ​ດາ​ບໍ​ລິ​ການ​ອື່ນ. ສະ​ນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີ ຕົກ​ລົງ ໄລ​ຍະ​ຈະ​ມາ​ເຖິງ ​ຕ້ອງປະ​ຕິ​ບັດ​ນັບ​ທັງ​ວິ​ທີ​ຕີ​ລາ​ຄາ​ຄວາມ​ທຸກ​ຍາກ​ຈາກ​ລາຍ​ຮັບ ແລະ ລະ​ດັບ​ຂາດ​ແຄນ​ບັນ​ດາ​ຄວາມ​ຕ້ອງ​ການ​ສັງ​ຄົມ​ໂດຍ​ພື້ນ​ຖານ.”

       ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ໃນ​ປີ​ທຳ​ອິດ

        ຄາດ​ວ່າ ໃນ​ປີ 2016, ງົບ​ປະ​ມານ​ແຫ່​ງ​ລັດ ຈະ​ຕ້ອງ​ເບີກ​ຈ່າຍ​ປະ​ມານ 15.000 ຕື້​ດົງ ເພື່ອ​ຫນູນ​ຊ່ວຍ​ຈຳ​ນວນ​ຄອບ​ຄົວທຸກ​ຍາກ ແລະ ຄອບ​ຄົວ​ໃກ້​ຈະ​​ຖືກຈັດ​ເຂົ້າ​ໃນ​​ບັນ​ຊີ​ລາຍ​ຊື່ຄອບ​ຄົວ​ທຸກ​ຍາກ ເມື່ອ​ທຽບ​ໃສ່​ປີນີ້. ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ກະ​ຊວງ​ການ​ເງິນ ກະ​ກຽມ​ແຫລ່ງ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ມາດ​ຖານ​ທຸກ​ຍາກ​ຫລາຍ​ສົ້ນ​ໃນ​ປີ​ທຳ​ອິ​ດ​ປະ​ຕິ​ບັດ. ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ປະ​ກັນ​ແຫລ່ງ​ທຶນ ນັ້ນ​ແມ່ນ​ສຳ​ຫລວດກວດ​ກາ​ເພື່ອ​ປັບ​ປຸງ​ນະ​ໂຍ​ບາຍ​ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ຕາມ​ທິດ​ຫລຸດ​ຜ​ອ່ນ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ລ້າ, ເພີ່ມ​ນະ​ໂຍ​ບາຍ​ໃຫ້​ກູ້​ຢືມ, ຈັດ​ແບ່ງ​ເປົ້າ​ໝາຍ​ຄອບ​ຄົວ​ທຸກ​ຍາກ. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ ໃຫ້​ຮູ້​ວ່າ:

        “ກະ​ຊວງ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ ​ເປັນເສ​ນາ​ທິ​ການ​ໃຫ້ ລັດ​ຖະ​ບານ ສຳ​ຫລວດກວດ​ຄືນ​ບັນ​ດາ​ນະ​ໂຍ​ບາຍ​ສຳ​ລັບ​ຜູ້​ທຸກ​ຍາກ, ບົນ​ພ​ື້ນ​ຖານນັ້ນ ຈັດ​ແບ່​ງ​ຄືນ​ຄວາມ​ຮັບ​ຜິ​ດ​ຊ​ອ​ບ​ຂອງ​ແຕ່​ລະ​ຂະ​ແຫນງ​ໃນ​ແຕ່​ລະ​ຂົງ​ເຂດ.ເຮັດ​ຄື​ແນວນັ້ນ ແຫລ່ງ​ກຳ​ລັງ​ຈະ​ສຸມ​ໃສ່​ເປົ້າ​ໝາຍ​ທຸກ​ຍາກ, ທ້ອງ​ຖິ່​ນ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ປະ​ຕິ​ບັດ​ຄາດ​ຫມາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ.”

        ຫວຽດ​ນ​າມ ບັນ​ລຸ​ໄດ້​ຄາດ​ໝາຍ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ກ່ອນກຳ​ນົດ​ເວ​ລາ 2  ປີເມື່ອ​ທຽບ​ໃສ່​ຄຳ​ໝັ້ນ​ສັນ​ຍາ​ກັບ​ປ​ະ​ຊາ​ຄົມ​ໂລກ. ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ 6 ປະ​ເທດ ປະ​ຕິ​ບັ​ດ​ເປົ້າ​ໝາຍ​ສະ​ຫັດ​ສະ​ຫວັດ​ສຳ​ເລັດ​ໄວ​ກວ່າ​ໝູ່ ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ດ້ວຍ​ການ​ຫັນ​ປ່ຽນ​ວິ​ທີ​ຕີ​ລາ​ຄາ​ກ່ຽວ​ກັບ​ຄວາມ​ອຶດ​ຫິວ​ທຸກ​ຍາກ​ຈາກ​ສົ້ນ​ດຽວ​ໄປ​ສູ່​ຫລາຍ​ສົ້ນ​ໃນ​ໄລ​ຍ​ະ 5 ປີ, ໝາກ​ຜົນ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ຈະ​ໝັ້ນ​ຄົງ​ກວ່າ, ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ສຳ​ເລັດ​ບັນ​ດາ​ຄາດ​ໝາຍ​ຫນູນ​ຊ່ວຍ​ສັງ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ